Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 22:3 - ພຣະຄຳພີສັກສິ

3 “ຂ້າພະເຈົ້າ​ເປັນ​ຄົນ​ຢິວ​ເກີດ​ທີ່​ເມືອງ​ຕາໂຊ ໃນ​ແຂວງ​ກີລີເກຍ, ແຕ່​ຂ້າພະເຈົ້າ​ໄດ້​ໃຫຍ່​ຂຶ້ນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ນີ້​ເອງ ແລະ​ເຄີຍ​ເປັນ​ລູກສິດ​ຂອງ​ອາຈານ​ຄາມາລິເອັນ ຜູ້​ທີ່​ໄດ້​ສັ່ງສອນ​ຂ້າພະເຈົ້າ ໃຫ້​ຮູ້​ກົດບັນຍັດ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ຢ່າງ​ເຄັ່ງຄັດ, ເຄີຍ​ຮ້ອນຮົນ​ໃນ​ການ​ອຸທິດ​ຕົວ​ແກ່​ພຣະເຈົ້າ ເໝືອນ​ທ່ານ​ທຸກຄົນ​ໃນວັນນີ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 “ຂ້າພະເຈົ້າ​ເປັນ​ຄົນຢິວ ເກີດ​ທີ່​ເມືອງ​ຕາໂຊ​ໃນ​ແຂວງ​ກີລີເກຍ​ແຕ່​ເຕີບໃຫຍ່​ຂຶ້ນ​ຢູ່​ໃນ​ເມືອງ​ນີ້. ຂ້າພະເຈົ້າ​ເປັນ​ລູກສິດ​ຂອງ​ອາຈານ​ຄາມາລິເອັນ ໄດ້​ຮັບ​ການ​ອົບຮົມ​ຢ່າງ​ຄົບຖ້ວນ​ໃນ​ກົດບັນຍັດ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ. ຂ້າພະເຈົ້າ​ມີ​ໃຈ​ກະຕືລືລົ້ນ​ເພື່ອ​ພຣະເຈົ້າ​ເໝືອນດັ່ງ​ທ່ານ​ທັງຫລາຍ​ໃນ​ວັນ​ນີ້.

Uka jalj uñjjattʼäta Copia luraña




ກິດຈະການ 22:3
27 Jak'a apnaqawi uñst'ayäwi  

ຊາວ​ກີເບໂອນ​ບໍ່ແມ່ນ​ປະຊາຊົນ​ອິດສະຣາເອນ; ພວກເຂົາ​ເປັນ​ຊາວ​ອາໂມ​ກຸ່ມ​ໜຶ່ງ​ນ້ອຍໆ ທີ່​ຊາວ​ອິດສະຣາເອນ​ສັນຍາ​ວ່າ​ຈະ​ປ້ອງກັນ​ພວກເຂົາ, ແຕ່​ກະສັດ​ໂຊນ​ພະຍາຍາມ​ທຳລາຍ​ພວກເຂົາ ເພາະ​ຄວາມ​ຮ້ອນໃຈ​ທີ່​ເຫັນ​ແກ່​ຊາວ​ອິດສະຣາເອນ​ແລະ​ຊາວ​ຢູດາ.)


ມີ​ຄັ້ງໜຶ່ງ ເມື່ອ​ເກີດ​ການອຶດຢາກ​ຢູ່​ທົ່ວ​ທັງດິນແດນ ເອລີຊາ​ໄດ້​ກັບຄືນ​ໄປ​ທີ່​ເມືອງ​ກິນການ. ໃນ​ຂະນະທີ່​ເພິ່ນ​ກຳລັງ​ສອນ​ພວກ​ຜູ້ທຳນວາຍ​ໝວດ​ໜຶ່ງ​ຢູ່​ນັ້ນ ເພິ່ນ​ໄດ້​ບອກ​ໃຫ້​ຄົນ​ຮັບໃຊ້​ຂອງຕົນ​ເອົາ​ໝໍ້​ໃຫຍ່​ໜ່ວຍ​ໜຶ່ງ​ໄປ​ຄ້າງ​ໃສ່​ໄຟ ແລະ​ເຮັດ​ແກງ​ໃຫ້​ພວກເຂົາ​ກິນ.


ມາທາ​ມີ​ນ້ອງສາວ​ຄົນ​ໜຶ່ງ​ຊື່​ວ່າ ມາຣີ ຜູ້​ຊຶ່ງ​ມາ​ນັ່ງ​ຢູ່​ໃກ້​ຕີນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຟັງ​ຖ້ອຍຄຳ​ຂອງ​ພຣະອົງ.


ເມື່ອ​ຊອກ​ຫາ​ໄດ້​ສາມ​ວັນ​ແລ້ວ ພວກເພິ່ນ​ກໍ​ພົບ​ພຣະ​ກຸມມານ​ນັ່ງ​ຢູ່​ໃນ​ພຣະວິຫານ ທ່າມກາງ​ກຸ່ມ​ອາຈານ​ຊາວ​ຢິວ ກຳລັງ​ຟັງ​ແລະ​ຊັກຖາມ​ພວກ​ອາຈານ​ເຫຼົ່ານັ້ນ​ຢູ່.


ແລ້ວ​ຄົນ​ທັງປວງ​ກໍ​ອອກ​ມາ​ເບິ່ງ​ເຫດການ​ທີ່​ເກີດຂຶ້ນ​ນັ້ນ ແລະ​ເມື່ອ​ມາ​ເຖິງ​ພຣະເຢຊູເຈົ້າ ພວກເຂົາ​ໄດ້​ເຫັນ​ຄົນ​ທີ່​ຜີມານຮ້າຍ​ອອກ​ຈາກ​ຕົວ​ນັ້ນ ນຸ່ງ​ຫົ່ມ​ເສື້ອຜ້າ ມີ​ສະຕິ​ອາຣົມ​ດີ ນັ່ງ​ຢູ່​ໃກ້​ພຣະບາດ​ຂອງ​ພຣະເຢຊູເຈົ້າ ພວກເຂົາ​ຈຶ່ງ​ມີ​ໃຈ​ຢ້ານ.


ແລ້ວ​ບາຣະນາບາ​ກໍ​ໄປ​ທີ່​ເມືອງ​ຕາໂຊ​ເພື່ອ​ຊອກ​ຫາ​ໂຊໂລ.


ພວກເພິ່ນ​ໄດ້​ຂຽນ​ຈົດໝາຍ​ມອບ​ໃຫ້​ທ່ານ​ທັງສອງ​ຖື​ໄປ ແລະ​ໃນ​ຈົດໝາຍ​ນັ້ນ​ມີ​ເນື້ອຄວາມ​ວ່າ, “ພວກເຮົາ ອັກຄະສາວົກ​ກັບ​ເຖົ້າແກ່ ຜູ້​ເປັນ​ພີ່ນ້ອງ​ຂອງ​ພວກທ່ານ ຂໍ​ສົ່ງ​ຄວາມ​ຄຳນັບ​ມາ​ເຖິງ​ທ່ານ​ທັງຫລາຍ ທີ່​ເປັນ​ພີ່ນ້ອງ​ຕ່າງຊາດ​ທຸກຄົນ ທີ່​ຢູ່​ໃນ​ເມືອງ​ອັນຕີໂອເຂຍ, ໃນ​ແຂວງ​ຊີເຣຍ ແລະ​ໃນ​ແຂວງ​ກີລີເກຍ.


ໂປໂລ​ໄດ້​ໄປ​ທົ່ວ​ແຂວງ​ຊີເຣຍ ແລະ ກີລີເກຍ ໜູນໃຈ​ພີ່ນ້ອງ​ໃນ​ຄຣິສຕະຈັກ​ໃຫ້​ເຂັ້ມແຂງ​ຂຶ້ນ.


ຫລັງຈາກ​ຮັບ​ຟັງ​ແລ້ວ ທ່ານ​ເຫຼົ່ານີ້​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າ, ແລ້ວ​ພວກເຂົາ​ກໍ​ກ່າວ​ແກ່​ໂປໂລ​ວ່າ, “ອ້າຍ​ເອີຍ ເຈົ້າ​ກໍ​ເຫັນ​ຊາວ​ຢິວ​ຫລາຍ​ໝື່ນ​ຄົນ​ໄດ້​ວາງໃຈເຊື່ອ ແລະ​ຄົນ​ພວກ​ນີ້​ກໍ​ຮ້ອນຮົນ​ໃຈ​ໃນ​ການ​ທີ່​ເຊື່ອຖື​ກົດບັນຍັດ​ຢ່າງ​ເຄັ່ງຄັດ.


ໂປໂລ​ຕອບ​ວ່າ, “ຂ້ານ້ອຍ​ເປັນ​ຄົນ​ຢິວ​ເກີດ​ທີ່​ເມືອງ​ຕາໂຊ ໃນ​ແຂວງ​ກີລີເກຍ ແລະ​ເປັນ​ປະຊາຊົນ​ຂອງ​ເມືອງ​ໜຶ່ງ​ທີ່​ສຳຄັນ, ຂໍ​ທ່ານ​ອະນຸຍາດ​ໃຫ້​ຂ້ານ້ອຍ​ກ່າວ​ແກ່​ປະຊາຊົນ​ແດ່ທ້ອນ.”


ເມື່ອ​ຜູ້​ປົກຄອງ​ອ່ານ​ຈົດໝາຍ​ແລ້ວ ເພິ່ນ​ກໍ​ຖາມ​ວ່າ ໂປໂລ​ມາ​ຈາກ​ແຂວງ​ໃດ, ຫລັງຈາກ​ທີ່​ຮູ້​ວ່າ ໂປໂລ​ມາ​ຈາກ​ແຂວງ​ກີລີເກຍ.


ເມື່ອ​ໂປໂລ​ສັງເກດ​ເຫັນ​ວ່າ ໃນ​ກອງ​ປະຊຸມ​ຂອງ​ສະພາ​ສູງສຸດ​ນີ້ ຄົນ​ສ່ວນ​ໜຶ່ງ​ເປັນ​ພວກ​ຊາດູກາຍ ແລະ​ຄົນ​ສ່ວນ​ໜຶ່ງ​ອີກ​ເປັນ​ພວກ​ຟາຣີຊາຍ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ​ຕໍ່ໜ້າ​ກອງ​ປະຊຸມ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ, ຂ້າພະເຈົ້າ​ເປັນ​ຟາຣີຊາຍ ແລະ​ເປັນ​ລູກ​ຂອງ​ຄົນ​ຟາຣີຊາຍ. ຂ້າພະເຈົ້າ​ຖືກ​ນຳ​ຕົວ​ມາ​ພິພາກສາ​ຢູ່​ທີ່​ນີ້ ກໍ​ເພາະ​ຂ້າພະເຈົ້າ​ມີ​ຄວາມຫວັງ​ວ່າ ຄົນ​ຕາຍ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ.”


ພວກເຂົາ​ຮູ້​ຂ້ານ້ອຍ​ແຕ່​ໃດໆ​ມາ ແລະ​ພວກເຂົາ​ກໍ​ຍ່ອມ​ເປັນ​ພະຍານ​ໄດ້​ວ່າ, ເປັນ​ຄວາມຈິງ ໃນ​ຕອນ​ທຳອິດ ຂ້ານ້ອຍ​ດຳເນີນ​ຊີວິດ​ໃນ​ຖານະ​ເປັນ​ສະມາຊິກ​ຂອງ​ຄະນະ​ຟາຣີຊາຍ ຄື​ພວກ​ທີ່​ຖື​ສາສະໜາ​ຢ່າງ​ເຄັ່ງຄັດ​ທີ່ສຸດ.


“ຝ່າຍ​ຂ້ານ້ອຍ​ເອງ​ກໍ​ເຄີຍ​ຄິດ​ຢູ່​ໃນ​ໃຈ​ວ່າ, ຕ້ອງ​ເຮັດ​ທຸກ​ວິທີ​ທາງ ເພື່ອ​ຂັດຂວາງ​ພຣະນາມ​ຂອງ​ພຣະເຢຊູເຈົ້າ​ໄທ​ນາຊາເຣັດ.


ແຕ່​ມີ​ສະມາຊິກ​ຄົນ​ໜຶ່ງ​ໃນ​ສະພາ​ສູງສຸດ​ຊື່​ວ່າ ຄາມາລິເອັນ ແລະ​ເປັນ​ຄົນ​ຟາຣີຊາຍ ເພິ່ນ​ເປັນ​ອາຈານ ແລະ​ເປັນ​ທີ່​ນັບຖື​ຢ່າງ​ສູງ​ຂອງ​ປະຊາຊົນ​ທົ່ວ​ໄປ ເພິ່ນ​ໄດ້​ຢືນ​ຂຶ້ນ​ໃນ​ທີ່​ປະຊຸມ ແລະ​ສັ່ງ​ໃຫ້​ເຈົ້າໜ້າທີ່​ນຳ​ພວກ​ອັກຄະສາວົກ​ອອກ​ໄປ​ຂ້າງ​ນອກ​ຊົ່ວ​ໄລຍະ​ໜຶ່ງ


ແຕ່​ເພິ່ນ​ຖືກ​ຕໍ່ຕ້ານ​ຂັດຂວາງ​ຈາກ​ສະມາຊິກ​ບາງຄົນ ທີ່​ມາ​ຈາກ​ທຳມະສາລາ ຊຶ່ງ​ເອີ້ນ​ວ່າ, “ໂຮງທຳ​ຊາວ​ຢິວ​ອົບພະຍົບ” ມີ​ທັງ​ຊາວ​ກີເຣເນ ແລະ ຊາວ​ອາເລັກຊັນເດຍ, ກັບ​ບາງຄົນ​ຈາກ​ແຂວງ​ກີລີເກຍ ແລະ ເອເຊຍ ແລະ​ໄດ້​ພາກັນ​ລຸກ​ຂຶ້ນ​ໂຕ້ຖຽງ​ກັບ​ຊະເຕຟາໂນ.


ຝ່າຍ​ໂຊໂລ​ສືບຕໍ່​ຂູ່ເຂັນ​ວ່າ​ຈະ​ຂ້າ​ພວກ​ສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ເສຍ ຈຶ່ງ​ໄປ​ຫາ​ມະຫາ​ປະໂຣຫິດ,


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ແລະ​ໄປ​ສູ່​ຖະໜົນ​ທີ່​ເອີ້ນ​ວ່າ ສາຍ​ຊື່ ແລ້ວ​ຈົ່ງ​ຖາມ​ຫາ​ຊາຍ​ຄົນ​ໜຶ່ງ​ທີ່​ເຮືອນ​ຂອງ​ຢູດາ​ຊື່​ວ່າ ໂຊໂລ, ຊາວ​ເມືອງ​ຕາໂຊ ລາວ​ກຳລັງ​ພາວັນນາ​ອະທິຖານ​ຢູ່


ເມື່ອ​ພວກ​ພີ່ນ້ອງ​ທີ່​ເຊື່ອ​ຮູ້​ເຖິງ​ເລື່ອງ​ນີ້ ຈຶ່ງ​ພາ​ໂຊໂລ​ໄປ​ທີ່​ເມືອງ​ກາຍຊາເຣຍ ແລະ​ສົ່ງ​ເພິ່ນ​ຕໍ່ໄປ​ສູ່​ເມືອງ​ຕາໂຊ.


ເມື່ອ​ເປັນ​ດັ່ງນັ້ນ ເຮົາ​ຈຶ່ງ​ຖາມ​ວ່າ, “ພຣະເຈົ້າ​ໄດ້​ປະຖິ້ມ​ໄພ່ພົນ​ຂອງ​ພຣະອົງ​ແລ້ວ​ບໍ?” ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ເພາະ​ເຮົາ​ເອງ​ກໍ​ເປັນ​ຄົນ​ອິດສະຣາເອນ, ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ແລະ​ເປັນ​ຄົນ​ໃນ​ເຜົ່າ​ເບັນຢາມິນ.


ພວກເຂົາ​ເປັນ​ຊາວ​ເຮັບເຣີ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ ພວກເຂົາ​ເປັນ​ຊົນຊາດ​ອິດສະຣາເອນ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ ພວກເຂົາ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ.


ເຮົາ​ເປັນ​ຜູ້​ກ້າວໜ້າ​ເກີນ​ກວ່າ​ເພື່ອນ​ຮ່ວມ​ຊາດ​ຊາວ​ຢິວ ທີ່​ມີ​ອາຍຸ​ລຸ້ນລາວ​ຄາວ​ດຽວກັນ ແລະ​ເຮົາ​ກໍ​ກະຕື​ລືລົ້ນ​ຫລາຍກວ່າ​ພວກເຂົາ ໃນ​ການ​ປະຕິບັດ​ຕາມ​ສາສະໜາ​ຢິວ ທີ່​ສືບ​ມາ​ຈາກ​ບັນພະບຸລຸດ​ຂອງ​ພວກເຮົາ.


ຫລັງຈາກ​ນັ້ນ ເຮົາ​ໄດ້​ໄປ​ໃນ​ເຂດແດນ​ຊີເຣຍ ແລະ ກີລີເກຍ.


ພຣະອົງ​ຮັກ​ໄພ່ພົນ​ຂອງ​ພຣະອົງ​ຫລາຍ ແລະ​ປົກປັກ​ຮັກສາ​ຜູ້​ທີ່​ເປັນ​ຄົນ​ຂອງ​ພຣະອົງ​ໄວ້. ດັ່ງນັ້ນ ພວກເຮົາ​ຈົ່ງ​ຂາບ​ຢູ່​ໃຕ້​ຕີນ​ຂອງ​ພຣະອົງ ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ທຸກປະການ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka