Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 21:9 - ພຣະຄຳພີສັກສິ

9 ຟີລິບ​ມີ​ລູກສາວ​ສີ່​ຄົນ​ທີ່​ບໍ່​ທັນ​ແຕ່ງງານ​ເທື່ອ ແລະ​ຕ່າງ​ກໍ​ເປັນ​ຜູ້​ປະກາດ​ພຣະທຳ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ຟີລິບ​ມີ​ລູກສາວ​ສີ່​ຄົນ​ຍັງ​ບໍ່​ໄດ້​ແຕ່ງງານ ແລະ ຕ່າງ​ກໍ​ເປັນ​ຜູ້​ທີ່​ທຳນວາຍ.

Uka jalj uñjjattʼäta Copia luraña




ກິດຈະການ 21:9
13 Jak'a apnaqawi uñst'ayäwi  

ປະໂຣຫິດ​ຮິນກີຢາ, ອາຮີກຳ, ອັກໂບ, ຊາຟານ ແລະ​ອາສາອີຢາ ໄດ້​ໄປ​ປຶກສາ​ຜູ້ທຳນວາຍ​ຍິງ​ຄົນ​ໜຶ່ງ​ຢູ່​ທາງ​ເຂດ​ໃໝ່​ຂອງ​ນະຄອນ​ເຢຣູຊາເລັມ​ຊື່​ວ່າ ຮຸນດາ. (ຜົວ​ຂອງ​ນາງ​ຮຸນດາ​ຊື່​ວ່າ​ຊານລູມ ລູກຊາຍ​ຂອງ​ຕິກວາ ແລະ​ຫລານຊາຍ​ຂອງ​ຮາກຮາ; ຊານລູມ​ເປັນ​ຜູ້​ຮັກສາ​ເສື້ອຄຸມ​ປະຈຳ​ພຣະວິຫານ.) ຄົນ​ເຫຼົ່ານີ້​ໄດ້​ເລົ່າ​ເຫດການ​ສູ່​ນາງ​ຟັງ.


ຂ້າພະເຈົ້າ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ຈົດຈຳ​ສິ່ງ​ທີ່​ໂຕບີຢາ ແລະ​ສານບັນລັດ​ເຮັດ​ນັ້ນ ແລະ​ໂຜດ​ລົງໂທດ​ພວກເຂົາ​ດ້ວຍ. ໂຜດ​ຈົດຈຳ​ຜູ້ທຳນວາຍຍິງ​ໂນອາດີຢາ​ກັບ​ຜູ້ທຳນວາຍ​ຄົນອື່ນໆ​ທີ່​ພະຍາຍາມ​ຂົ່ມຂູ່​ຂ້ານ້ອຍ​ໃຫ້​ຢ້ານ.”


ແລ້ວ​ນາງ​ມີຣີອາມ ເອື້ອຍ​ອາໂຣນ​ທີ່​ເປັນ​ຜູ້ທຳນວາຍ​ກໍ​ຕີ​ກອງ​ອອກ​ໜ້າ ຕິດຕາມ​ດ້ວຍ​ຜູ້ຍິງ​ທຸກຄົນ​ທັງ​ຕີ​ກອງ​ແລະ​ຟ້ອນລຳ.


“ມະນຸດ​ເອີຍ ບັດນີ້​ຈົ່ງ​ແນມ​ເບິ່ງ​ພວກ​ແມ່ຍິງ ໃນ​ທ່າມກາງ​ປະຊາຊົນ​ຂອງ​ເຈົ້າ​ທີ່​ທຳນວາຍ​ໄປ​ຕາມ​ຄວາມຄິດ​ຂອງ​ຕົນເອງ. ຈົ່ງ​ປະນາມ​ພວກເຂົາ


ແລ້ວ​ເຮົາ​ຈະ​ເທ​ວິນຍານ​ຂອງເຮົາ​ແກ່​ຄົນ​ທັງປວງ ລູກ​ຊາຍ​ຍິງ​ພວກເຈົ້າ​ຈະ​ປະກາດ​ພຣະທຳ​ຂອງເຮົາ​ໄດ້; ສ່ວນ​ຜູ້ເຖົ້າ​ຈະ​ຝັນ​ເຫັນ​ສິ່ງ​ຕ່າງໆນາໆ ແລະ​ຊາຍໜຸ່ມ​ຍິງສາວ​ກໍ​ຈະ​ເຫັນ​ນິມິດ​ຕ່າງໆ.


ຍັງ​ມີ​ໝໍ​ທຳນວາຍ​ຍິງ​ຄົນ​ໜຶ່ງ ຊື່​ອານາ ເປັນ​ລູກສາວ​ຂອງ​ຟານູເອນ ໃນ​ຕະກຸນ​ອາເຊ ນາງ​ເປັນ​ຄົນ​ແກ່​ຊະຣາ​ຫລາຍ​ແລ້ວ ມີ​ຜົວ​ຕັ້ງແຕ່​ເປັນ​ສາວ​ໜຸ່ມ ແລະ​ຢູ່​ນຳ​ຜົວ​ໄດ້​ເຈັດ​ປີ,


ຄາວນັ້ນ ໃນ​ຄຣິສຕະຈັກ​ທີ່​ເມືອງ​ອັນຕີໂອເຂຍ ມີ​ບາງຄົນ​ເປັນ​ຜູ້ທຳນວາຍ ແລະ​ອາຈານ ຄື​ບາຣະນາບາ, ຊີໂມນ​ຜູ້​ທີ່​ຄົນ​ເອີ້ນ​ວ່າ ນີເກີ, ລູກີໂອ​ຊາວ​ເມືອງ​ກີເຣເນ, ມານາເອນ ຜູ້​ທີ່​ໄດ້​ຮັບ​ການ​ລ້ຽງດູ​ເຕີບ​ໃຫຍ່​ຂຶ້ນ​ດ້ວຍ​ກັນ​ກັບ​ເຮໂຣດ ຜູ້​ປົກຄອງ ແລະ​ໂຊໂລ.


‘ພຣະເຈົ້າ​ຊົງ​ກ່າວ​ວ່າ, ໃນ​ຍຸກ​ສຸດທ້າຍ​ນັ້ນ ເຮົາ​ຈະ​ຖອກ​ເທ​ພຣະວິນຍານ​ຂອງເຮົາ​ລົງ​ໃສ່​ມະນຸດ​ທັງປວງ. ລູກຊາຍ ແລະ ລູກ​ຍິງ​ຂອງ​ພວກເຈົ້າ ຈະ​ທຳນວາຍ ຊາຍ​ໜຸ່ມ​ຂອງ​ພວກເຈົ້າ​ຈະ​ເຫັນ ນິມິດ ແລະ​ພວກ​ຊາຍເຖົ້າ​ຂອງ​ພວກເຈົ້າ​ຈະ​ຝັນ​ເຫັນ.


ເຫດສະນັ້ນ ຜູ້ໃດ​ທີ່​ແຕ່ງງານ​ກັບ​ຄູ່ໝັ້ນ​ຂອງຕົນ ກໍ​ເຮັດ​ດີ​ຢູ່ ແຕ່​ຜູ້​ທີ່​ບໍ່​ແຕ່ງງານ​ນັ້ນ​ກໍ​ເຮັດ​ດີກວ່າ.


ແຕ່​ເຮົາ​ມີ​ຂໍ້​ຕໍ່​ວ່າ​ເຈົ້າ​ດັ່ງນີ້ ຄື​ເຈົ້າ​ຍອມ​ທົນ​ຟັງ​ຍິງ​ທີ່​ຊື່​ວ່າ​ເຢເຊເບນ ຜູ້​ທີ່​ອ້າງ​ຕົນ​ວ່າ​ເປັນ​ຜູ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ, ນາງ​ສອນ​ແລະ​ນຳພາ​ຜູ້ຮັບໃຊ້​ຂອງເຮົາ ໃຫ້​ປະພຶດ​ຜິດ​ສິນທຳ​ທາງ​ເພດ ແລະ​ໃຫ້​ກິນ​ອາຫານ​ທີ່​ຖືກ​ຖວາຍ​ແກ່​ຮູບເຄົາຣົບ​ນັ້ນ.


ໃນ​ສະໄໝ​ນັ້ນ ແມ່ນ​ນາງ​ເດໂບຣາ​ເມຍ​ຂອງ​ລັບປີໂດດ ເປັນ​ຜູ້ທຳນວາຍ ແລະ​ທັງ​ເປັນ​ຜູ້ປົກຄອງ​ຂອງ​ຊາວ​ອິດສະຣາເອນ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka