Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 21:8 - ພຣະຄຳພີສັກສິ

8 ຕົກ​ວັນ​ໜ້າ​ມາ ພວກເຮົາ​ໄດ້​ຈາກ​ທີ່​ນັ້ນ ແລະ​ໄປ​ເຖິງ​ເມືອງ​ກາຍຊາເຣຍ, ໃນ​ເມືອງ​ນີ້ ພວກເຮົາ​ໄດ້​ພັກ​ຢູ່​ທີ່​ເຮືອນ​ຂອງ​ຟີລິບ​ຜູ້​ປະກາດ​ຂ່າວປະເສີດ ທີ່​ເປັນ​ຜູ້ໜຶ່ງ​ໃນ​ພວກ​ເຈັດ​ຄົນ ທີ່​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ຜູ້​ຊ່ວຍ​ໃນ​ນະຄອນ​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ມື້​ຕໍ່ມາ​ພວກເຮົາ​ກໍ​ອອກ​ຈາກ​ທີ່​ນັ້ນ, ພວກເຮົາ​ມາ​ເຖິງ​ເມືອງ​ກາຍຊາເຣຍ ແລະ ໄດ້​ພັກ​ຢູ່​ທີ່​ເຮືອນ​ຂອງ​ຟີລິບ​ຜູ້​ປະກາດ​ຂ່າວປະເສີດ, ເຊິ່ງ​ເປັນ​ຜູ້​ໜຶ່ງ​ໃນ​ກຸ່ມ​ເຈັດ​ຄົນ​ນັ້ນ.

Uka jalj uñjjattʼäta Copia luraña




ກິດຈະການ 21:8
18 Jak'a apnaqawi uñst'ayäwi  

ຢູ່​ທີ່​ເມືອງ​ກາຍຊາເຣຍ ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ໂກເນລີໂອ ເພິ່ນ​ເປັນ​ນາຍຮ້ອຍ​ຢູ່​ໃນ​ກອງ​ທະຫານ​ທີ່​ຊື່​ວ່າ, “ກອງ​ອີຕາລີ.”


ພໍ​ໂປໂລ​ໄດ້​ເຫັນ​ນິມິດ​ນີ້ ພວກເຮົາ​ກໍ​ຕຽມພ້ອມ​ທັນທີ ເພື່ອ​ຈະ​ອອກ​ເດີນທາງ​ໄປ​ທີ່​ເມືອງ​ມາເກໂດເນຍ ເພາະ​ພວກເຮົາ​ເຫັນ​ຄັກແນ່​ວ່າ ພຣະເຈົ້າ​ໄດ້​ເອີ້ນ​ພວກເຮົາ ໃຫ້​ໄປ​ປະກາດ​ຂ່າວປະເສີດ​ແກ່​ຊາວ​ເມືອງ​ນັ້ນ.


ໃນ​ວັນ​ຊະບາໂຕ ພວກເຮົາ​ໄດ້​ອອກ​ຈາກ​ປະຕູ​ເມືອງ​ໄປ​ທີ່​ຝັ່ງ​ແມ່ນໍ້າ ແລະ​ຢູ່​ທີ່​ນັ້ນ ພວກເຮົາ​ເຄີຍ​ໃຊ້​ເປັນ​ບ່ອນ​ສຳລັບ​ພາວັນນາ​ອະທິຖານ, ພວກເຮົາ​ຈຶ່ງ​ນັ່ງ​ລົງ ແລະ​ໂອ້ລົມ​ກັບ​ພວກ​ແມ່ຍິງ​ທີ່​ເຕົ້າໂຮມ​ກັນ.


ຢູ່​ມາ​ວັນ​ໜຶ່ງ ພວກເຮົາ​ກຳລັງ​ໄປ​ບ່ອນ​ພາວັນນາ​ອະທິຖານ ແລະ​ມີ​ຂ້າທາດ​ຍິງ​ຜູ້ໜຶ່ງ​ມາ​ພົບ​ພວກເຮົາ, ຍິງ​ຜູ້​ນີ້​ມີ​ຜີຮ້າຍ​ສິງ ເຮັດ​ໃຫ້​ນາງ​ດູມໍ​ໄດ້, ນາງ​ດູມໍ​ຫາ​ເງິນ​ໃຫ້​ນາຍ​ຂອງຕົນ​ໄດ້​ຢ່າງ​ຫລວງຫລາຍ.


ເມື່ອ​ໂປໂລ​ມາ​ຮອດ​ເມືອງ​ກາຍຊາເຣຍ ເພິ່ນ​ກໍ​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຄຳນັບ​ພີ່ນ້ອງ​ໃນ​ຄຣິສຕະຈັກ ແລ້ວ​ໄດ້​ເດີນທາງ​ໄປ​ທີ່​ເມືອງ​ອັນຕີໂອເຂຍ.


ພວກເຮົາ​ໄດ້​ອອກ​ໄປ​ກ່ອນ ເພື່ອ​ລົງ​ເຮືອ​ເດີນທາງ​ສູ່​ເມືອງ​ອາໂຊ ແລະ​ໃນ​ເມືອງ​ນີ້ ໂປໂລ​ຈະ​ຂີ່​ເຮືອ​ໄປ​ຕໍ່​ກັບ​ພວກເຮົາ, ເພິ່ນ​ໄດ້​ບອກ​ໃຫ້​ເຮັດ​ເຊັ່ນນີ້ ເພາະ​ເພິ່ນ​ຕັ້ງໃຈ​ວ່າ​ຈະ​ເດີນທາງ​ໄປ​ທີ່​ນັ້ນ​ທາງ​ບົກ.


ເມື່ອ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ສິ້ນສຸດ​ລົງ​ແລ້ວ ພວກເຮົາ​ກໍ​ລົງ​ເຮືອ​ທີ່​ເມືອງ​ຟີລິບປອຍ ແລະ​ເດີນທາງ​ໄປ, ຫລັງຈາກ​ຫ້າ​ວັນ ກໍ​ມາ​ພົບ​ຄົນ​ເຫຼົ່ານັ້ນ​ທີ່​ເມືອງ​ໂທອາດ ແລະ​ພວກເຮົາ​ໄດ້​ອາໄສ​ຢູ່​ໃນ​ທີ່ນັ້ນ​ໜຶ່ງ​ອາທິດ.


ມີ​ລູກສິດ​ບາງຄົນ​ທີ່​ມາ​ຈາກ​ເມືອງ​ກາຍຊາເຣຍ​ໄດ້​ເດີນທາງ​ໄປ​ກັບ​ພວກເຮົາ​ເໝືອນກັນ ພວກເຂົາ​ໄດ້​ພາ​ພວກເຮົາ​ໄປ​ຫາ​ຜູ້ໜຶ່ງ​ຊື່ ມະນາໂຊນ​ຊາວ​ເກາະ​ໄຊປຣັດ ເປັນ​ລູກສິດ​ເກົ່າ​ແກ່ ຊຶ່ງ​ພວກເຮົາ​ຈະ​ພັກ​ອາໄສ​ຢູ່​ກັບ​ຜູ້ນັ້ນ.


ແລ້ວ​ນາຍພັນ​ກໍ​ເອີ້ນ​ນາຍຮ້ອຍ​ສອງ​ຄົນ​ຂອງຕົນ​ມາ ແລະ​ສັ່ງ​ວ່າ, “ຈົ່ງ​ຈັດຕຽມ​ເອົາ​ທະຫານ​ສອງຮ້ອຍ​ຄົນ ເພື່ອ​ເດີນທາງ​ໄປ​ທີ່​ເມືອງ​ກາຍຊາເຣຍ ພ້ອມ​ນີ້​ໃຫ້​ເອົາ​ທະຫານ​ມ້າ​ເຈັດສິບ​ຄົນ ກັບ​ທະຫານ​ຫອກ​ສອງຮ້ອຍ​ຄົນ​ໄປ​ນຳ ແລະ​ໃຫ້​ຕຽມພ້ອມ​ອອກ​ເດີນທາງ​ໃນ​ເວລາ​ເກົ້າ​ໂມງ​ຂອງ​ຄືນ​ນີ້.


ເມື່ອ​ໄດ້ມີ​ການ​ຕັດສິນໃຈ​ວ່າ ຈະ​ໃຫ້​ພວກເຮົາ​ເດີນທາງ​ໄປ​ທາງ​ເຮືອ​ກຳປັ່ນ ໄປ​ທີ່​ປະເທດ​ອີຕາລີ ພວກເຂົາ​ຈຶ່ງ​ມອບ​ໂປໂລ​ກັບ​ນັກໂທດ​ຄົນອື່ນໆ​ໄວ້​ກັບ​ນາຍຮ້ອຍ​ຄົນ​ໜຶ່ງ​ຊື່​ວ່າ, ຢູລີໂອ ເປັນ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ຈັກກະພັດ​ໂອຄຸດໂຕ.


ຫລັງຈາກ​ຢູ່​ໃນ​ທີ່ນັ້ນ​ສາມ​ເດືອນ​ແລ້ວ ພວກເຮົາ​ກໍ​ລົງ​ເຮືອ​ລຳ​ໜຶ່ງ ຊຶ່ງ​ມາ​ຈາກ​ເມືອງ​ອາເລັກຊັນເດຍ​ທີ່​ມີ​ຊື່​ວ່າ, “ເທບ​ພຣະເຈົ້າ​ຝາແຝດ” ຊຶ່ງ​ໄດ້​ມາ​ຄ້າງ​ຢູ່​ໃນ​ເກາະ​ນັ້ນ​ຕະຫລອດ​ລະດູ​ໜາວ.


ເມື່ອ​ພວກເຮົາ​ມາ​ເຖິງ​ນະຄອນ​ໂຣມ​ແລ້ວ ທາງ​ການ​ໂຣມ​ກໍ​ອະນຸຍາດ​ໃຫ້​ໂປໂລ​ຢູ່​ຕ່າງຫາກ, ໂດຍ​ມີ​ທະຫານ​ຄົນ​ໜຶ່ງ​ເປັນ​ຜູ້​ຍາມ​ຮັກສາ​ເພິ່ນ.


ຄົນ​ທີ່​ເຊື່ອ​ທັງໝົດ​ພໍໃຈ ເຫັນ​ດີ​ນຳ​ການ​ສະເໜີ​ຂອງ​ພວກ​ອັກຄະສາວົກ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເລືອກ​ເອົາ​ຊະເຕຟາໂນ ຜູ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມເຊື່ອ ແລະ​ພຣະວິນຍານ​ບໍຣິສຸດ ແລະ ຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ ແລະ ນີໂກລາໂອ​ຊາວ​ເມືອງ​ອັນຕີໂອເຂຍ ທີ່​ເຂົ້າ​ສາສະໜາ​ຢິວ.


ເມື່ອ​ພວກ​ພີ່ນ້ອງ​ທີ່​ເຊື່ອ​ຮູ້​ເຖິງ​ເລື່ອງ​ນີ້ ຈຶ່ງ​ພາ​ໂຊໂລ​ໄປ​ທີ່​ເມືອງ​ກາຍຊາເຣຍ ແລະ​ສົ່ງ​ເພິ່ນ​ຕໍ່ໄປ​ສູ່​ເມືອງ​ຕາໂຊ.


ຂອງ​ພຣະ​ຣາຊທານ​ຂອງ​ພຣະອົງ ກໍ​ຄື​ໃຫ້​ບາງຄົນ​ເປັນ​ອັກຄະສາວົກ, ບາງຄົນ​ເປັນ​ຜູ້​ປະກາດ​ພຣະທຳ, ບາງຄົນ​ເປັນ​ຜູ້​ປະກາດ​ຂ່າວປະເສີດ, ບາງຄົນ​ເປັນ​ສິດຍາພິບານ ແລະ ຄູ​ສາສະໜາ.


ແຕ່​ເຈົ້າ​ຈົ່ງ​ລະວັງ​ຕົນເອງ​ໃຫ້​ດີ​ໃນ​ທຸກ​ສະພາບ​ການ, ຈົ່ງ​ອົດທົນ​ຕໍ່​ຄວາມ​ຍາກ​ລຳບາກ ແລະ​ຈົ່ງ​ເຮັດ​ໜ້າທີ່​ຂອງ​ຜູ້​ປະກາດ​ຂ່າວປະເສີດ ຈົ່ງ​ປະຕິບັດ​ໜ້າທີ່​ການ​ຂອງ​ເຈົ້າ​ນັ້ນ​ໃຫ້​ສຳເລັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka