Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 21:7 - ພຣະຄຳພີສັກສິ

7 ພວກເຮົາ​ໄດ້​ສືບຕໍ່​ເດີນທາງ​ໂດຍ​ລົງ​ເຮືອ​ຈາກ​ເມືອງ​ຕີເຣ ໄປ​ເຖິງ​ເມືອງ​ປະໂຕເລມາຍ, ໃນ​ເມືອງ​ນີ້ ພວກເຮົາ​ໄດ້​ໄປ​ຄຳນັບ​ທັກທາຍ​ຄົນ​ທີ່ເຊື່ອ ແລະ ພັກ​ຢູ່​ນຳ​ພວກເຂົາ​ໜຶ່ງ​ວັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ພວກເຮົາ​ໄດ້​ສືບຕໍ່​ເດີນທາງ​ຈາກ​ເມືອງ​ຕີເຣ​ມາ​ຂຶ້ນ​ຝັ່ງ​ທີ່​ເມືອງ​ປະໂຕເລມາຍ, ຢູ່​ທີ່​ນັ້ນ ພວກເຮົາ​ໄດ້​ໄປ​ທັກທາຍ​ພວກ​ພີ່ນ້ອງ ແລະ ພັກ​ຢູ່​ກັບ​ພວກເຂົາ​ມື້​ໜຶ່ງ.

Uka jalj uñjjattʼäta Copia luraña




ກິດຈະການ 21:7
13 Jak'a apnaqawi uñst'ayäwi  

ຖ້າ​ເຈົ້າ​ຄຳນັບ​ພີ່ນ້ອງ​ຂອງຕົນ​ເທົ່ານັ້ນ ພວກເຈົ້າ​ໄດ້​ເຮັດ​ຫຍັງ​ດີ​ລື່ນ​ຄົນອື່ນ​ແດ່? ແມ່ນແຕ່​ຄົນ​ບໍ່​ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ເຊັ່ນ​ນັ້ນ​ເໝືອນກັນ.


ໃນ​ວັນ​ຕໍ່ມາ ກໍ​ມີ​ການ​ນະມັດສະການ​ຂອງ​ບັນດາ​ຄົນ​ທີ່​ເຊື່ອ ໂດຍ​ມີ​ຜູ້​ມາ​ລວມ​ທັງໝົດ​ປະມານ​ຮ້ອຍຊາວ​ຄົນ ຝ່າຍ​ເປໂຕ​ຈຶ່ງ​ຢືນ​ຂຶ້ນ ແລະ​ກ່າວ​ແກ່​ຄົນ​ເຫຼົ່ານີ້​ວ່າ,


ໃນ​ຂະນະ​ນັ້ນ ເຮໂຣດ​ໄດ້​ເກີດ​ມີ​ຄວາມ​ໂກດຮ້າຍ​ຕໍ່​ຊາວ​ຕີເຣ ແລະ​ຊາວ​ຊີໂດນ​ຫລາຍ​ທີ່ສຸດ, ແຕ່​ຊາວ​ເມືອງ​ເຫຼົ່ານັ້ນ​ໄດ້​ຕົກລົງ​ກັນ​ມາ​ພົບ​ເພິ່ນ, ໂດຍ​ມີ​ບຣາຊະໂຕ​ຜູ້​ຮັບຜິດຊອບ​ວັງ​ຂອງ​ກະສັດ​ເປັນ​ເພື່ອນ​ພວກເຂົາ, ຈຶ່ງ​ໄດ້​ໄປ​ຂໍ​ໃຫ້​ກະສັດ​ເຮໂຣດ​ສ້າງ​ຄວາມ​ເປັນ​ມິດໄມຕຼີ​ກັບ​ພວກເຂົາ ເພາະ​ເມືອງ​ຂອງ​ພວກເຂົາ​ຕ້ອງ​ໄດ້​ອາໄສ​ສະບຽງ​ອາຫານ​ຈາກ​ແຜ່ນດິນ​ຂອງ​ເພິ່ນ.


ເມື່ອ​ໂປໂລ​ມາ​ຮອດ​ເມືອງ​ກາຍຊາເຣຍ ເພິ່ນ​ກໍ​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຄຳນັບ​ພີ່ນ້ອງ​ໃນ​ຄຣິສຕະຈັກ ແລ້ວ​ໄດ້​ເດີນທາງ​ໄປ​ທີ່​ເມືອງ​ອັນຕີໂອເຂຍ.


ພວກເຮົາ​ໄດ້​ພັກ​ຢູ່​ທີ່​ນີ້​ເປັນ​ເວລາ​ຫລາຍ​ວັນ ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ ທີ່​ລົງ​ມາ​ຈາກ​ແຂວງ​ຢູດາຍ​ຊື່​ວ່າ ອາຄະໂບ.


ເມື່ອ​ພວກເຮົາ​ມາ​ເຖິງ​ນະຄອນ​ເຢຣູຊາເລັມ ພວກ​ຄົນ​ທີ່ເຊື່ອ​ກໍ​ຕ້ອນຮັບ​ພວກເຮົາ​ດ້ວຍ​ຄວາມ​ຍິນດີ.


ເມື່ອ​ໂປໂລ​ທັກທາຍ​ກັບ​ເຂົາ​ເຫຼົ່ານັ້ນ​ທຸກຄົນ​ແລ້ວ, ເພິ່ນ​ຈຶ່ງ​ລາຍງານ​ຢ່າງ​ລະອຽດ​ເຖິງ​ທຸກສິ່ງ ຊຶ່ງ​ພຣະເຈົ້າ​ໄດ້​ກະທຳ​ໃນ​ທ່າມກາງ​ຄົນຕ່າງຊາດ ໂດຍ​ຜ່ານ​ທາງ​ພາລະກິດ​ຂອງຕົນ.


ຫລັງຈາກ​ແນມ​ເຫັນ​ເກາະ​ໄຊປຣັດ​ແລ້ວ ພວກເຮົາ​ກໍ​ເວັ້ນ​ເກາະ​ນັ້ນ​ໄປ​ທາງ​ຊ້າຍ ແລ້ວ​ມຸ່ງໜ້າ​ໄປ​ແຂວງ​ຊີເຣຍ ແລະ​ຈອດ​ເຮືອ​ທີ່​ທ່າ​ເມືອງ​ຕີເຣ ເພາະ​ໃນ​ເມືອງ​ນີ້ ເຮືອ​ຈະ​ຕ້ອງ​ເອົາ​ຂອງ​ບັນທຸກ​ຂຶ້ນ​ທ່າ.


ຫລາຍ​ອາທິດ​ຕໍ່ມາ ກະສັດ​ອັກຄຼີປາ ກັບ​ນາງ​ເບນີເກ​ຜູ້​ເປັນ​ນ້ອງສາວ ກໍ​ມາ​ທີ່​ເມືອງ​ກາຍຊາເຣຍ ເພື່ອ​ທຳ​ການ​ຕ້ອນຮັບ​ເຟຊະໂຕ.


ພວກເຮົາ​ໄດ້​ມາ​ເຖິງ​ເມືອງ​ຊີຣະກູ ແລະ​ແວ່​ພັກ​ຢູ່​ໃນ​ທີ່ນັ້ນ​ເປັນ​ເວລາ​ສາມ​ວັນ.


ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ ແລະ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ. ບັນດາ​ພີ່ນ້ອງ​ທີ່​ມາ​ຈາກ​ອີຕາລີ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ພວກເຈົ້າ​ດ້ວຍ.


ພວກເຂົາ​ຈະ​ຄຳນັບ​ເຈົ້າ​ແລະ​ເອົາ​ເຂົ້າຈີ່​ສອງ​ກ້ອນ​ໃຫ້​ເຈົ້າ ເຈົ້າ​ຈະ​ຮັບ​ເອົາ​ເຂົ້າຈີ່​ນັ້ນ.


ແລະ​ພໍ​ໝົດ​ພິທີ​ແລ້ວ ຊາມູເອນ​ກໍ​ມາ​ເຖິງ. ກະສັດ​ໂຊນ​ຈຶ່ງ​ອອກ​ໄປ​ຕ້ອນຮັບ​ເພິ່ນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka