ກິດຈະການ 21:3 - ພຣະຄຳພີສັກສິ3 ຫລັງຈາກແນມເຫັນເກາະໄຊປຣັດແລ້ວ ພວກເຮົາກໍເວັ້ນເກາະນັ້ນໄປທາງຊ້າຍ ແລ້ວມຸ່ງໜ້າໄປແຂວງຊີເຣຍ ແລະຈອດເຮືອທີ່ທ່າເມືອງຕີເຣ ເພາະໃນເມືອງນີ້ ເຮືອຈະຕ້ອງເອົາຂອງບັນທຸກຂຶ້ນທ່າ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່3 ຫລັງຈາກແນມເຫັນເກາະໄຊປຣັດ ແລະ ລ່ອງເຮືອຜ່ານທາງໃຕ້ຂອງເກາະລົງມາເຖິງແຂວງຊີເຣຍ. ພວກເຮົາກໍຈອດທີ່ທ່າເມືອງຕີເຣບ່ອນທີ່ຂົນສິນຄ້າລົງ. Uka jalj uñjjattʼäta |
ວ່າ, “ວິບັດແກ່ເຈົ້າ ເມືອງໂຂຣາຊິນເອີຍ ວິບັດແກ່ເຈົ້າ ເມືອງເບັດສາອີດາກໍເໝືອນກັນ ການອັດສະຈັນທີ່ໄດ້ຖືກກະທຳໃນທ່າມກາງພວກເຈົ້າ ຖ້າໄດ້ຖືກກະທຳທີ່ເມືອງຕີເຣແລະເມືອງຊີໂດນແລ້ວ ປະຊາຊົນໃນເມືອງທັງສອງນີ້ກໍຄົງຈະຖິ້ມໃຈເກົ່າເອົາໃຈໃໝ່ ນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ແລະເອົາຂີ້ເຖົ່າໂຮຍໃສ່ຫົວແຕ່ດົນນານແລ້ວ
“ວິບັດແກ່ເຈົ້າ ເມືອງໂຂຣາຊິນເອີຍ ເມືອງເບັດສາອີດາກໍເຊັ່ນດຽວກັນ ວິບັດສຳລັບເຈົ້າ ຖ້າການອັດສະຈັນທີ່ໄດ້ຖືກກະທຳໃນເມືອງຂອງເຈົ້າ ໄດ້ຖືກກະທຳທີ່ເມືອງຕີເຣ ແລະ ຊີໂດນແລ້ວ ປະຊາຊົນໃນເມືອງເຫຼົ່ານີ້ກໍຄົງຈະນັ່ງລົງ ນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ໃຊ້ຂີ້ເທົ່າໂຮຍຫົວແຕ່ດົນນານມາແລ້ວ ເພື່ອສະແດງໃຫ້ເຫັນວ່າ ພວກເຂົາຖິ້ມໃຈເກົ່າເອົາໃຈໃໝ່,
ໃນຂະນະນັ້ນ ເຮໂຣດໄດ້ເກີດມີຄວາມໂກດຮ້າຍຕໍ່ຊາວຕີເຣ ແລະຊາວຊີໂດນຫລາຍທີ່ສຸດ, ແຕ່ຊາວເມືອງເຫຼົ່ານັ້ນໄດ້ຕົກລົງກັນມາພົບເພິ່ນ, ໂດຍມີບຣາຊະໂຕຜູ້ຮັບຜິດຊອບວັງຂອງກະສັດເປັນເພື່ອນພວກເຂົາ, ຈຶ່ງໄດ້ໄປຂໍໃຫ້ກະສັດເຮໂຣດສ້າງຄວາມເປັນມິດໄມຕຼີກັບພວກເຂົາ ເພາະເມືອງຂອງພວກເຂົາຕ້ອງໄດ້ອາໄສສະບຽງອາຫານຈາກແຜ່ນດິນຂອງເພິ່ນ.