Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 21:16 - ພຣະຄຳພີສັກສິ

16 ມີ​ລູກສິດ​ບາງຄົນ​ທີ່​ມາ​ຈາກ​ເມືອງ​ກາຍຊາເຣຍ​ໄດ້​ເດີນທາງ​ໄປ​ກັບ​ພວກເຮົາ​ເໝືອນກັນ ພວກເຂົາ​ໄດ້​ພາ​ພວກເຮົາ​ໄປ​ຫາ​ຜູ້ໜຶ່ງ​ຊື່ ມະນາໂຊນ​ຊາວ​ເກາະ​ໄຊປຣັດ ເປັນ​ລູກສິດ​ເກົ່າ​ແກ່ ຊຶ່ງ​ພວກເຮົາ​ຈະ​ພັກ​ອາໄສ​ຢູ່​ກັບ​ຜູ້ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ມີ​ສາວົກ​ບາງຄົນ​ຈາກ​ເມືອງ​ກາຍຊາເຣຍ​ໄດ້​ໄປ​ກັບ​ພວກເຮົາ​ດ້ວຍ ແລະ ນຳພາ​ພວກເຮົາ​ມາ​ເຮືອນ​ຂອງ​ມານະໂຊນ, ບ່ອນ​ທີ່​ພວກເຮົາ​ຈະ​ພັກ​ຢູ່​ທີ່​ນັ້ນ. ມານະໂຊນ​ມາ​ຈາກ​ເກາະ​ໄຊປຣັດ ແລະ ເປັນ​ຜູ້​ໜຶ່ງ​ໃນ​ບັນດາ​ສາວົກ​ລຸ້ນ​ທຳອິດ.

Uka jalj uñjjattʼäta Copia luraña




ກິດຈະການ 21:16
15 Jak'a apnaqawi uñst'ayäwi  

ເມື່ອ​ອາຍຸ​ແກ່​ກໍ​ຍັງ​ເກີດ​ໝາກ​ຢ່າງ​ຫລວງຫລາຍ ໃບ​ກໍ​ຍັງ​ຂຽວ​ງາມດີ​ທັງ​ແຂງແຮງ​ຢູ່ເລື້ອຍ.


ຊີວິດ​ທີ່​ຍືນໝັ້ນ​ເປັນ​ບຳເໜັດ​ຂອງ​ຜູ້​ຊອບທຳ ຜົມ​ຫງອກ​ເປັນ​ມົງກຸດ​ອັນ​ມີ​ສະຫງ່າຣາສີ.


ວັນ​ຕໍ່ມາ ເປໂຕ​ໄດ້​ມາ​ເຖິງ​ເມືອງ​ກາຍຊາເຣຍ. ສ່ວນ​ໂກເນລີໂອ​ນັ້ນ​ກຳລັງ​ຄອຍ​ຖ້າ​ຕ້ອນຮັບ​ເປໂຕ ໂດຍ​ໄດ້​ເຊີນ​ເອົາ​ຍາດຕິພີ່ນ້ອງ ແລະ​ໝູ່​ເພື່ອນ​ສະໜິດ​ມາ​ເຕົ້າໂຮມ​ກັນ​ຢູ່.


ດັ່ງນັ້ນ ເປໂຕ​ຈຶ່ງ​ສັ່ງ​ຄົນ​ເຫຼົ່ານັ້ນ ໃຫ້​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລ້ວ​ພວກເຂົາ​ກໍ​ຂໍ​ໃຫ້​ເປໂຕ​ຢູ່​ກັບ​ພວກ​ຕົນ​ອີກ​ສອງ​ສາມ​ວັນ.


ຝ່າຍ​ພວກ​ຄົນ​ທີ່​ເຊື່ອ ທີ່​ໄດ້​ກະຈັດ​ກະຈາຍ​ໄປ​ເພາະ​ການ​ຂົ່ມເຫັງ​ເນື່ອງ​ຈາກ​ຊະເຕຟາໂນ​ຖືກ​ຂ້າ​ນັ້ນ ຕ່າງ​ກໍ​ໜີໄປ​ທີ່​ເມືອງ​ໂຟນີເຊຍ, ເກາະ​ໄຊປຣັດ ແລະ ເມືອງ​ອັນຕີໂອເຂຍ ໂດຍ​ປະກາດ​ພຣະທຳ​ໃຫ້​ແຕ່​ຊາວ​ຢິວ​ເທົ່ານັ້ນ.


ທັງສອງ​ເກີດ​ການ​ໂຕ້ຖຽງ​ກັນ​ຢ່າງ​ຮຸນແຮງ ຈົນ​ແຍກ​ຈາກ​ກັນ, ບາຣະນາບາ​ຈຶ່ງ​ເອົາ​ມາຣະໂກ​ລົງ​ເຮືອ​ໄປ​ສູ່​ເກາະ​ໄຊປຣັດ


ຫລັງຈາກ ໂຕ້ຖຽງ​ກັນ​ເປັນ​ເວລາ​ຍືດຍາວ​ແລ້ວ ເປໂຕ​ກໍ​ລຸກ​ຂຶ້ນ ແລະ​ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ ເມື່ອ​ເລີ່ມຕົ້ນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ຂ້າພະເຈົ້າ​ຈາກ​ທ່າມກາງ​ພວກເຈົ້າ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້ຍິນ ແລະ​ຈະ​ໄດ້​ເຊື່ອ.


ຕົກ​ວັນ​ໜ້າ​ມາ ພວກເຮົາ​ໄດ້​ຈາກ​ທີ່​ນັ້ນ ແລະ​ໄປ​ເຖິງ​ເມືອງ​ກາຍຊາເຣຍ, ໃນ​ເມືອງ​ນີ້ ພວກເຮົາ​ໄດ້​ພັກ​ຢູ່​ທີ່​ເຮືອນ​ຂອງ​ຟີລິບ​ຜູ້​ປະກາດ​ຂ່າວປະເສີດ ທີ່​ເປັນ​ຜູ້ໜຶ່ງ​ໃນ​ພວກ​ເຈັດ​ຄົນ ທີ່​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ຜູ້​ຊ່ວຍ​ໃນ​ນະຄອນ​ເຢຣູຊາເລັມ.


ໄດ້​ມີ​ຊາຍ​ເລວີ​ຜູ້ໜຶ່ງ​ເປັນ​ຄົນ​ພື້ນເມືອງ​ໃນ​ເກາະ​ໄຊປຣັດ ຊື່​ວ່າ ໂຢເຊັບ ພວກ​ອັກຄະສາວົກ​ເອີ້ນ​ລາວ​ວ່າ ບາຣະນາບາ (ຊຶ່ງ​ໝາຍຄວາມວ່າ ຜູ້​ມີ​ໃຈ​ອຸດໜູນ)


ແຕ່​ມີ​ຄົນ​ໄດ້​ເຫັນ​ຟີລິບ​ຢູ່​ໃນ​ເມືອງ​ອາໂຊໂຕ ແລະ​ຂະນະທີ່​ເພິ່ນ​ຜ່ານ​ເມືອງ​ທັງຫລາຍ​ໄປ​ນັ້ນ ເພິ່ນ​ໄດ້​ປະກາດ​ຂ່າວປະເສີດ​ຈົນ​ມາ​ເຖິງ​ເມືອງ​ກາຍຊາເຣຍ.


ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທ່ານ​ອັນດາໂລນິໂກ​ກັບ​ນາງ​ຢູເນຍ ພີ່ນ້ອງ​ຮ່ວມ​ຊາດ​ທີ່​ໄດ້​ຖືກ​ຂັງຄຸກ​ນຳກັນ​ກັບ​ເຮົາ ທ່ານ​ທັງສອງ​ເປັນ​ຄົນ​ທີ່​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ພວກ​ອັກຄະສາວົກ ທັງ​ໄດ້​ຢູ່​ໃນ​ພຣະຄຣິດ​ກ່ອນ​ເຮົາ​ດ້ວຍ.


ແຕ່​ເພາະ​ເຮົາ​ຮັກ​ເຈົ້າ ເຮົາ​ຈຶ່ງ​ຂໍຮ້ອງ​ເຈົ້າ​ດີກວ່າ ເຮົາ​ຄື​ໂປໂລ ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຖືກ​ຄຸກ​ຢູ່​ໃນ​ປະຈຸບັນ​ນີ້ ກໍ​ເພື່ອ​ເຫັນ​ແກ່​ພຣະອົງ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka