Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 21:10 - ພຣະຄຳພີສັກສິ

10 ພວກເຮົາ​ໄດ້​ພັກ​ຢູ່​ທີ່​ນີ້​ເປັນ​ເວລາ​ຫລາຍ​ວັນ ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ ທີ່​ລົງ​ມາ​ຈາກ​ແຂວງ​ຢູດາຍ​ຊື່​ວ່າ ອາຄະໂບ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ຫລັງຈາກ​ພວກເຮົາ​ພັກ​ຢູ່​ທີ່​ນັ້ນ​ໄດ້​ຫລາຍວັນ​ແລ້ວ, ກໍ​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ອາຄະໂບ​ມາ​ຈາກ​ແຂວງ​ຢູດາຍ.

Uka jalj uñjjattʼäta Copia luraña




ກິດຈະການ 21:10
5 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໄດ້​ເກີດ​ທີ່​ເມືອງ​ເບັດເລເຮັມ ແຂວງ​ຢູດາຍ​ໃນ​ສະໄໝ​ທີ່​ເຮໂຣດ​ເປັນ​ກະສັດ. ເບິ່ງແມ! ມີ​ພວກ​ໂຫຣາຈານ​ໄດ້​ມາ​ຈາກ​ທິດ​ຕາເວັນອອກ​ໄປ​ທີ່​ນະຄອນ​ເຢຣູຊາເລັມ.


ຄົນ​ໜຶ່ງ​ໃນ​ພວກ​ນັ້ນ​ຊື່​ວ່າ, ອາຄະໂບ ໂດຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ລາວ​ໄດ້​ຢືນ​ຂຶ້ນ​ກ່າວ​ວ່າ, ການ​ອຶດຢາກ​ຢ່າງ​ໜັກ​ໃກ້​ຈະ​ເກີດຂຶ້ນ​ທົ່ວ​ແຜ່ນດິນ​ໂລກ. (ການ​ອຶດຢາກ​ນີ້​ໄດ້​ເກີດຂຶ້ນ​ໃນ​ສະໄໝ​ຂອງ​ກະສັດ​ກະລາວດີໂອ.)


ໂປໂລ​ໄດ້​ຕັດສິນໃຈ​ຂີ່​ເຮືອ​ກາຍ​ເມືອງ​ເອເຟໂຊ​ໄປ ເພື່ອ​ບໍ່​ຢາກ​ເສຍ​ເວລາ​ຢູ່​ໃນ​ແຂວງ​ເອເຊຍ, ເພິ່ນ​ຢາກ​ຟ້າວ​ໄປ​ເຖິງ​ນະຄອນ​ເຢຣູຊາເລັມ ໃຫ້​ທັນ​ວັນ​ເທດສະການ​ເພັນເຕຄໍສະເຕ​ຖ້າ​ເປັນ​ໄປ​ໄດ້.


ໃນ​ເມືອງ​ຕີເຣ​ນີ້ ພວກເຮົາ​ໄດ້​ພົບ​ຄົນ​ທີ່​ເຊື່ອ ແລະ​ໄດ້​ພັກ​ຢູ່​ກັບ​ພວກເຂົາ​ເປັນ​ເວລາ​ເຈັດ​ວັນ, ໂດຍ​ການ​ຊົງ​ນຳພາ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ສິດ​ເຫຼົ່ານັ້ນ​ໄດ້​ບອກ​ໂປໂລ​ບໍ່​ໃຫ້​ໄປ​ທີ່​ນະຄອນ​ເຢຣູຊາເລັມ.


ພວກເຮົາ​ໄດ້​ສືບຕໍ່​ເດີນທາງ​ໂດຍ​ລົງ​ເຮືອ​ຈາກ​ເມືອງ​ຕີເຣ ໄປ​ເຖິງ​ເມືອງ​ປະໂຕເລມາຍ, ໃນ​ເມືອງ​ນີ້ ພວກເຮົາ​ໄດ້​ໄປ​ຄຳນັບ​ທັກທາຍ​ຄົນ​ທີ່ເຊື່ອ ແລະ ພັກ​ຢູ່​ນຳ​ພວກເຂົາ​ໜຶ່ງ​ວັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka