Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 20:9 - ພຣະຄຳພີສັກສິ

9 ມີ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ນັ່ງ​ທີ່​ປ່ອງຢ້ຽມ​ຊື່​ວ່າ ຢູຕີໂຂ, ເມື່ອ​ໂປໂລ​ສືບຕໍ່​ກ່າວ​ພຣະທຳ​ຢູ່​ນັ້ນ ຢູຕີໂຂ​ກໍ​ເຫງົານອນ ຈົນ​ໃນ​ທີ່ສຸດ​ຫລັບ​ໄປ ແລະ​ຕົກລົງ​ຈາກ​ຊັ້ນ​ສາມ, ເມື່ອ​ພວກເຂົາ​ໂຊມ​ລາວ​ລຸກ​ຂຶ້ນ ກໍ​ເຫັນ​ວ່າ​ລາວ​ຕາຍ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ມີ​ຊາຍໜຸ່ມ​ຄົນ​ໜຶ່ງ​ຊື່​ຢູຕີໂຂ​ນັ່ງ​ຢູ່​ເທິງ​ຂອບ​ປ່ອງຢ້ຽມ, ຍິ່ງ​ໂປໂລ​ເວົ້າ​ດົນ​ລາວ​ກໍ​ຍິ່ງ​ເຫງົານອນ​ຫລາຍ​ຂຶ້ນ. ເມື່ອ​ລາວ​ນອນຫລັບສະໜິດ​ແລ້ວ​ລາວ​ຈຶ່ງ​ຕົກ​ຈາກ​ຊັ້ນ​ສາມ​ລົງ​ມາ​ຈົນ​ເຖິງ​ພື້ນດິນ ພໍ​ປະຄອງ​ຂຶ້ນ​ມາ​ກໍ​ພົບ​ວ່າ​ຕາຍ​ແລ້ວ.

Uka jalj uñjjattʼäta Copia luraña




ກິດຈະການ 20:9
9 Jak'a apnaqawi uñst'ayäwi  

ແຕ່​ເພິ່ນ​ໄດ້​ກ່າວ​ຕໍ່​ຍິງ​ນັ້ນ​ວ່າ, “ຈົ່ງ​ເອົາ​ລູກ​ຂອງ​ເຈົ້າ​ມາ​ໃຫ້​ຂ້ອຍ.” ເພິ່ນ​ຮັບ​ເອົາ​ລູກ​ຈາກ​ມື​ຂອງ​ແມ່ໝ້າຍ​ອູ້ມ​ຂຶ້ນ​ໄປ​ເທິງ​ຫ້ອງ​ນອນ ບ່ອນ​ທີ່​ເພິ່ນ​ພັກ​ຢູ່ ແລະ​ວາງ​ເດັກນ້ອຍ​ຜູ້​ນີ້​ລົງ​ເທິງ​ຕຽງ.


ຢ້ານ​ວ່າ​ຈະ​ມາ​ໃນ​ທັນທີ ແລະ​ພົບ​ເຈົ້າ​ທັງຫລາຍ​ນອນ​ຫລັບ​ຢູ່.


ຜີຮ້າຍ​ນັ້ນ​ຮ້ອງ​ແຜດ​ສຽງ​ຂຶ້ນ ມັນ​ເຮັດ​ໃຫ້​ເດັກນ້ອຍ​ຊັກດິ້ນ​ຢ່າງ​ແຮງ ຈົນ​ເຕັມ​ກຳລັງ​ແລ້ວ​ກໍ​ອອກ​ໜີໄປ ເດັກ​ນັ້ນ​ກາຍເປັນ​ເໝືອນ​ຄົນ​ຕາຍ ຈົນ​ຫລາຍ​ຄົນ​ເວົ້າ​ອອກ​ມາ​ວ່າ, “ມັນ​ຕາຍ​ແລ້ວ.”


ແຕ່​ມີ​ຊາວ​ຢິວ​ບາງຄົນ​ມາ​ຈາກ​ເມືອງ​ອັນຕີໂອເຂຍ ແລະ​ຈາກ​ເມືອງ​ອີໂກນີອົມ ໄດ້​ຊັກຊວນ​ປະຊາຊົນ​ໃຫ້​ເຂົ້າ​ຂ້າງ​ພວກເຂົາ ແລ້ວ​ຈຶ່ງ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ໂປໂລ ແລະ​ລາກ​ເພິ່ນ​ອອກ​ໄປ​ຈາກ​ເມືອງ ໂດຍ​ຄິດວ່າ​ເພິ່ນ​ຕາຍ​ແລ້ວ.


ໂປໂລ​ຈຶ່ງ​ລົງ​ໄປ ແລະ​ກົ້ມ​ກອດ​ລາວ​ໄວ້ ເພິ່ນ​ກ່າວ​ວ່າ, “ຢ່າ​ສູ່​ວິຕົກ​ເລີຍ ລາວ​ຍັງ​ມີ​ຊີວິດ​ຢູ່.”


ໃນ​ວັນ​ຕົ້ນ​ສັບປະດາ ພວກເຮົາ​ໄດ້​ເຕົ້າໂຮມ​ກັນ​ເພື່ອ​ທຳ​ພິທີ​ຫັກ​ເຂົ້າຈີ່. ໂປໂລ​ໄດ້​ໂອ້ລົມ​ກັບ​ພວກ​ຄົນ​ທີ່ເຊື່ອ, ເພິ່ນ​ສືບຕໍ່​ກ່າວ​ພຣະທຳ​ນັ້ນ​ຈົນເຖິງ​ທ່ຽງຄືນ ເພາະວ່າ​ວັນ​ຕໍ່ມາ​ເພິ່ນ​ກໍ​ຈະ​ຈາກ​ພວກເຂົາ​ໄປ.


ໃນ​ຫ້ອງ​ຊັ້ນ​ເທິງ ເຮືອນ​ບ່ອນ​ທີ່​ພວກເຮົາ​ປະຊຸມ​ກັນ​ນັ້ນ ມີ​ໂຄມໄຟ​ຫລາຍ​ໜ່ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka