Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 20:4 - ພຣະຄຳພີສັກສິ

4 ຄົນ​ທີ່​ໄປ​ກັບ​ເພິ່ນ​ນັ້ນ​ມີ​ດັ່ງນີ້: ໂຊປາເຕ ລູກຊາຍ​ຂອງ​ປີໂຣ​ຊາວ​ເມືອງ​ເບເຣຍ, ອາຣິດຕາໂຂ ແລະ ເຊກຸນໂດ ຊາວ​ເມືອງ​ເທສະໂລນິກ, ໄຄໂຢ ຊາວ​ເມືອງ​ເດຣະເບ, ຕີຂີໂກ ແລະ ໂທຟີໂມ ຊາວ​ແຂວງ​ເອເຊຍ ແລະ ຕີໂມທຽວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ຜູ້​ທີ່​ຮ່ວມ​ເດີນທາງ​ໄປ​ກັບ​ໂປໂລ​ໄດ້​ມີ​ໂຊປາເຕ​ລູກຊາຍ​ຂອງ​ປີໂຣ​ຈາກ​ເມືອງ​ເບເຣຍ, ອາຣິດຕາໂຂ ແລະ ເຊກຸນໂດ​ຈາກ​ເມືອງ​ເທສະໂລນິກ, ໄຄໂຢ​ຈາກ​ເມືອງ​ເດຣະເບ, ຕີໂມທຽວ, ຕີຂີໂກ ແລະ ໂທຟີໂມ ຈາກ​ແຂວງ​ເອເຊຍ.

Uka jalj uñjjattʼäta Copia luraña




ກິດຈະການ 20:4
29 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ພວກ​ພີ່ນ້ອງ​ທີ່​ເຊື່ອ​ໄດ້​ເຕົ້າໂຮມ​ກັນ​ອ້ອມ​ເພິ່ນ​ໄວ້ ເພິ່ນ​ຈຶ່ງ​ລຸກ​ຂຶ້ນ​ແລະ​ກັບຄືນ​ເຂົ້າ​ໄປ​ໃນ​ເມືອງ, ຕົກ​ວັນ​ຕໍ່ມາ ເພິ່ນ​ກັບ​ບາຣະນາບາ​ໄດ້​ໄປ​ທີ່​ເມືອງ​ເດຣະເບ.


ເມື່ອ​ທ່ານ​ທັງສອງ​ຮູ້​ເຖິງ​ເລື່ອງ​ນີ້ ຈຶ່ງ​ໜີໄປ​ທີ່​ເມືອງ​ລີສະຕຣາ ແລະ​ເດຣະເບ​ໃນ​ແຂວງ​ກີລີເກຍ ແລະ​ໃນ​ຂົງເຂດ​ໃກ້ຄຽງ​ນັ້ນ.


ໂປໂລ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ເດຣະເບ ແລະ ເມືອງ​ລີສະຕຣາ, ຢູ່​ໃນ​ທີ່​ນີ້ ມີ​ຄົນ​ທີ່​ເຊື່ອ​ຜູ້ໜຶ່ງ​ຊື່​ວ່າ ຕີໂມທຽວ, ແມ່​ຂອງ​ລາວ​ເປັນ​ຄົນ​ທີ່​ເຊື່ອ​ເໝືອນກັນ ແລະ​ເປັນ​ຄົນ​ຢິວ ສ່ວນ​ພໍ່​ຂອງ​ລາວ​ນັ້ນ​ເປັນ​ຄົນ​ກຣີກ.


ພຣະວິນຍານ​ບໍຣິສຸດເຈົ້າ ບໍ່​ອະນຸຍາດ​ໃຫ້​ເພິ່ນ​ປະກາດ​ພຣະທຳ​ໃນ​ແຂວງ​ເອເຊຍ ພວກເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ເຂດແດນ​ຂອງ​ເມືອງ​ຟີເຄຍ ແລະ ເມືອງ​ຄາລາເຕຍ.


ໂປໂລ ແລະ ຊີລາ​ໄດ້​ຜ່ານ​ເມືອງ​ອຳຟີໂປລີ ແລະ ອາໂປໂລນີ ແລະ​ເດີນທາງ​ມາ​ຮອດ​ເມືອງ​ເທສະໂລນິກ ຊຶ່ງ​ໃນ​ທີ່​ນີ້​ມີ​ທຳມະສາລາ​ຂອງ​ຊາວ​ຢິວ.


ແຕ່​ເມື່ອ​ພວກ​ຢິວ​ໃນ​ເມືອງ​ເທສະໂລນິກ ໄດ້ຍິນ​ຂ່າວ​ວ່າ​ໂປໂລ​ປະກາດ​ພຣະທຳ​ທີ່​ເມືອງ​ເບເຣຍ​ເໝືອນກັນ ພວກເຂົາ​ຈຶ່ງ​ມາ​ທີ່​ເມືອງ​ນີ້ ແລະ​ລົງ​ມື​ປຸກລະດົມ​ປະຊາຊົນ​ໃຫ້​ວຸ້ນວາຍ​ຂຶ້ນ.


ແລ້ວ​ຄວາມ​ວຸ້ນວາຍ​ກໍໄດ້​ລາມ​ໄປ​ທົ່ວ​ທັງ​ເມືອງ ປະຊາຊົນ​ເຫຼົ່ານັ້ນ​ໄດ້​ຈັບ​ເອົາ​ຊາວ​ມາເກໂດເນຍ​ສອງ​ຄົນ ທີ່​ເປັນ​ເພື່ອນ​ເດີນທາງ​ຮ່ວມ​ກັບ​ໂປໂລ ຄື​ໄຄໂຢ ແລະ ອາຣິດຕາໂຂ ແລະ​ລາກ​ພວກເພິ່ນ​ເຂົ້າ​ໄປ​ໃນ​ສະໜາມ​ລະຄອນ.


ຄື​ພາສາ​ປາເທຍ, ເມເດຍ ແລະ ເອລາມ ມາ​ຈາກ​ເມໂຊໂປຕາເມຍ, ຢູດາ, ກາປາໂດເກຍ ມາ​ຈາກ​ປົນໂຕ ແລະ ເອເຊຍ,


ໂປໂລ​ໄດ້​ຕັດສິນໃຈ​ຂີ່​ເຮືອ​ກາຍ​ເມືອງ​ເອເຟໂຊ​ໄປ ເພື່ອ​ບໍ່​ຢາກ​ເສຍ​ເວລາ​ຢູ່​ໃນ​ແຂວງ​ເອເຊຍ, ເພິ່ນ​ຢາກ​ຟ້າວ​ໄປ​ເຖິງ​ນະຄອນ​ເຢຣູຊາເລັມ ໃຫ້​ທັນ​ວັນ​ເທດສະການ​ເພັນເຕຄໍສະເຕ​ຖ້າ​ເປັນ​ໄປ​ໄດ້.


ເມື່ອ​ພວກເຂົາ​ມາ​ແລ້ວ ເພິ່ນ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ທ່ານ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ ຕະຫລອດ​ເວລາ​ທີ່​ຂ້າພະເຈົ້າ​ຢູ່​ກັບ​ພວກທ່ານ ຂ້າພະເຈົ້າ​ໄດ້​ປະພຶດ​ຢ່າງ​ໃດ ຕັ້ງແຕ່​ວັນ​ທີ່​ຂ້າພະເຈົ້າ​ໄດ້​ຍ່າງ​ເຂົ້າ​ມາ​ໃນ​ແຂວງ​ເອເຊຍ.


ພວກເຂົາ​ເວົ້າ​ເຊັ່ນນີ້ ກໍ​ເພາະ​ພວກເຂົາ​ໄດ້​ເຫັນ​ໂທຟີໂມ ຊາວ​ເມືອງ​ເອເຟໂຊ​ຢູ່​ກັບ​ໂປໂລ​ຢູ່​ໃນ​ເມືອງ ແລະ​ພວກເຂົາ​ຄິດ​ວ່າ​ໂປໂລ​ໄດ້​ນຳ​ເອົາ​ຄົນ​ນີ້​ເຂົ້າ​ໄປ​ໃນ​ບໍລິເວນ​ພຣະວິຫານ​ດ້ວຍ.)


ພວກເຮົາ​ລົງ​ເຮືອ​ລຳ​ໜຶ່ງ ທີ່​ມາ​ຈາກ​ອາຣະມິດ ຊຶ່ງ​ກຳລັງ​ຈະ​ອອກ​ໄປ​ທຽບ​ທ່າ​ຕ່າງໆ​ຕາມ​ແຂວງ​ເອເຊຍ ແລ້ວ​ພວກເຮົາ​ກໍ​ອອກ​ເດີນທາງ​ໄປ, ອາຣິດຕາໂຂ ຊາວ​ເມືອງ​ເທສະໂລນິກ​ໃນ​ແຂວງ​ມາເກໂດເນຍ ກໍ​ເດີນທາງ​ໄປ​ກັບ​ພວກເຮົາ​ດ້ວຍ.


ຕີໂມທຽວ ເພື່ອນ​ຮ່ວມງານ​ຂອງເຮົາ ພ້ອມ​ທັງ​ທ່ານ​ລູກີໂອຢາໂຊນ ແລະ ໂຊຊີປາໂທ ເພື່ອນ​ຮ່ວມ​ຊາດ​ຂອງເຮົາ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ດ້ວຍ.


ທ່ານ​ໄຄໂຢ ເຈົ້າ​ຂອງ​ເຮືອນ ບ່ອນ​ທີ່​ຮັບ​ລ້ຽງ​ເຮົາ ແລະ​ເປັນ​ຜູ້​ບຳລຸງ​ຄຣິສຕະຈັກ​ໜ່ວຍ​ນີ້ ກໍ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ທຸກຄົນ ທ່ານ​ເອຣາຊະໂຕ ນາຍຄັງ​ປະຈຳ​ເມືອງ ພ້ອມ​ທັງ​ກູອາໂຕ ພີ່ນ້ອງ​ຂອງ​ພວກເຮົາ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຍັງ​ພວກເຈົ້າ​ດ້ວຍ. [


ຈາກ​ໂປໂລ ຜູ້​ທີ່​ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ຕາມ​ນໍ້າພຣະໄທ ໃຫ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ​ເຢຊູ ແລະ​ຈາກ​ຕີໂມທຽວ​ພີ່ນ້ອງ​ຂອງ​ພວກເຮົາ. ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໃນ​ເມືອງ​ໂກຣິນໂທ ແລະ​ເຖິງ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ​ໃນ​ທົ່ວ​ແຂວງ​ອະຂາຢາ.


ດ້ວຍວ່າ, ພຣະບຸດ​ຂອງ​ພຣະເຈົ້າ​ຄື​ພຣະເຢຊູ​ຄຣິດເຈົ້າ ອົງ​ທີ່​ຊີລາ, ຕີໂມທຽວ ແລະ​ເຮົາ​ເອງ ໄດ້​ປະກາດ​ໃນ​ທ່າມກາງ​ພວກເຈົ້າ​ນັ້ນ ພຣະອົງ​ບໍ່ໄດ້​ເປັນ​ຜູ້ “ຈິງ” ແລະ “ບໍ່​ຈິງ” ໃນ​ພຣະອົງ​ນັ້ນ​ມີ​ແຕ່​ຄຳ​ວ່າ, “ຈິງ” ສະເໝີ;


ຕີຂີໂກ ພີ່ນ້ອງ​ທີ່ຮັກ​ແລະ​ຜູ້ຮັບໃຊ້​ທີ່​ສັດຊື່ ໃນ​ພາລະກິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ເລົ່າ​ເລື່ອງ​ທັງໝົດ​ກ່ຽວກັບ​ຂ້າພະເຈົ້າ​ສູ່​ພວກເຈົ້າ​ຟັງ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ​ຂ້າພະເຈົ້າ​ເປັນ​ຢູ່​ຢ່າງ​ໃດ.


ຖ້າ​ເປັນ​ນໍ້າພຣະໄທ​ຂອງ​ອົງ​ພຣະເຢຊູເຈົ້າ ເຮົາ​ຫວັງ​ວ່າ ຈະ​ໃຊ້​ຕີໂມທຽວ​ມາ​ຫາ​ພວກເຈົ້າ​ໃນ​ບໍ່​ຊ້າ​ນີ້ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ໜູນໃຈ ເມື່ອ​ໄດ້ຍິນ​ຂ່າວ​ກ່ຽວກັບ​ພວກເຈົ້າ.


ອາຣິດຕາໂຂ ຜູ້​ທີ່​ຖືກ​ຄຸກ​ຢູ່​ນຳ​ເຮົາ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ດ້ວຍ, ມາຣະໂກ​ນ້ອງ​ຂອງ​ບາຣະນາບາ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ເໝືອນກັນ. (ພວກເຈົ້າ​ຄົງ​ໄດ້​ຮັບ​ຄຳແນະນຳ​ແລ້ວ​ວ່າ ໃຫ້​ຕ້ອນຮັບ​ມາຣະໂກ​ຖ້າ​ລາວ​ມາ​ຫາ​ພວກເຈົ້າ.)


ຕີຂີໂກ, ພີ່ນ້ອງ​ທີ່ຮັກ​ຂອງ​ພວກເຮົາ ຜູ້​ຮ່ວມງານ​ທີ່​ສັດຊື່ ແລະ​ທັງ​ເປັນ​ຜູ້ຮັບໃຊ້​ຮ່ວມ​ກັນ​ໃນ​ພາລະກິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ບອກ​ຂ່າວ​ທັງໝົດ​ກ່ຽວກັບ​ເຮົາ​ໃຫ້​ພວກເຈົ້າ​ຮູ້.


ຈາກ​ໂປໂລ ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ​ເຢຊູ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ເຮົາ​ທັງຫລາຍ ແລະ ອົງ​ພຣະເຢຊູ​ຄຣິດເຈົ້າ ຜູ້​ເປັນ​ຄວາມຫວັງ​ຂອງ​ພວກເຮົາ,


ເຖິງ ຕີໂມທຽວ​ລູກ​ທີ່ຮັກ​ຂອງເຮົາ​ໃນ​ຄວາມເຊື່ອ, ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ກັບ​ພຣະເຢຊູ​ຄຣິດເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ໂຜດ​ປະທານ​ພຣະຄຸນ ຄວາມ​ເມດຕາ ແລະ​ສັນຕິສຸກ​ແກ່​ເຈົ້າ​ເທີ້ນ.


ເຮົາ​ໄດ້​ໃຊ້​ຕີຂີໂກ​ໄປ​ທີ່​ເມືອງ​ເອເຟໂຊ.


ເອຣາຊະໂຕ ໄດ້​ຄ້າງ​ຢູ່​ທີ່​ເມືອງ​ໂກຣິນໂທ ແລະ​ເຮົາ​ໄດ້​ປະ​ໂທຟີໂມ​ໄວ້​ທີ່​ເມືອງ​ມີເລໂຕ ເພາະວ່າ​ລາວ​ປ່ວຍ.


ເມື່ອ​ເຮົາ​ໃຊ້​ອາເຕມາ ຫລື​ຕີຂີໂກ​ໄປ​ຫາ​ເຈົ້າ​ນັ້ນ ເຈົ້າ​ຈົ່ງ​ພະຍາຍາມ​ມາ​ຫາ​ເຮົາ ທີ່​ເມືອງ​ນີໂກໂປລີ ເພາະ​ເຮົາ​ຕັດສິນໃຈ​ແລ້ວ​ວ່າ ຈະ​ພັກ​ຢູ່​ທີ່​ນັ້ນ​ຈົນ​ໝົດ​ລະດູ​ໜາວ.


ເຊັ່ນດຽວ​ກັນ​ກັບ​ມາຣະໂກ, ອາຣິດຕາໂຂ, ເດມາ ແລະ ລູກາ​ເພື່ອນ​ຮ່ວມ​ງານ​ຂອງເຮົາ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ພວກເຈົ້າ​ດ້ວຍ.


ຈາກ ເຮົາ ຜູ້ປົກຄອງ ເຖິງ ໄຄໂຢ ຜູ້​ທີ່​ເຮົາ​ຮັກ​ຢ່າງ​ແທ້ຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka