Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 20:3 - ພຣະຄຳພີສັກສິ

3 ແລະ​ອາໄສ​ຢູ່​ທີ່​ນີ້​ເປັນ​ເວລາ​ສາມ​ເດືອນ, ເມື່ອ​ໃກ້​ຈະ​ລົງ​ເຮືອ​ໄປ​ແຂວງ​ຊີເຣຍ ໂປໂລ​ກໍ​ໄດ້​ຍິນ​ຂ່າວ​ວ່າ ພວກ​ຢິວ​ກຳລັງ​ວາງແຜນ​ທຳຮ້າຍ​ຕົນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຕັດສິນໃຈ​ກັບຄືນ ໂດຍ​ຜ່ານ​ໄປ​ທາງ​ແຂວງ​ມາເກໂດເນຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ເພິ່ນ​ໄດ້​ພັກ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສາມ​ເດືອນ. ເພາະ​ພວກ​ຢິວ​ກຳລັງ​ວາງແຜນ​ຈະ​ທຳຮ້າຍ​ເພິ່ນ ຂະນະ​ທີ່​ເພິ່ນ​ກຳລັງ​ຈະ​ລົງ​ເຮືອ​ໄປ​ແຂວງ​ຊີເຣຍ, ເພິ່ນ​ຈຶ່ງ​ໄດ້​ຕັດສິນໃຈ​ກັບ​ໄປ​ທາງ​ແຂວງ​ມາເກໂດເນຍ.

Uka jalj uñjjattʼäta Copia luraña




ກິດຈະການ 20:3
19 Jak'a apnaqawi uñst'ayäwi  

ພວກເຮົາ​ໄດ້​ຍົກຍ້າຍ​ແຕ່​ຫ້ວຍ​ອາຮາວາ ໄປ​ສູ່​ນະຄອນ​ເຢຣູຊາເລັມ​ໃນ​ວັນ​ທີ​ສິບສອງ​ຂອງ​ເດືອນ​ໜຶ່ງ. ຕະຫລອດ​ການ​ເດີນທາງ​ນັ້ນ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ສະຖິດ​ຢູ່​ນຳ ແລະ​ປົກປັກ​ຮັກສາ​ພວກເຮົາ​ຈາກ​ສັດຕູ​ທີ່​ມາ​ດັກ​ໂຈມຕີ.


ຖ້າ​ພວກເຂົາ​ຊວນ​ວ່າ, “ໄປ​ກັບ​ພວກເຮົາ​ເທາະ​ໄປ​ຫາ​ດັກ​ໂຈມຕີ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ມາ​ຂ້າ​ຖິ້ມ


ບັນດາ​ຄົນຊົ່ວຊ້າ​ໄດ້​ອາໄສ​ຢູ່​ທ່າມກາງ​ປະຊາຊົນ​ຂອງເຮົາ; ພວກເຂົາ​ນອນ​ຄອຍຖ້າ ດັ່ງ​ຄົນ​ຜູ້ໜຶ່ງ​ວາງ​ຕາໜ່າງ​ໄວ້​ຈັບ​ນົກ ແຕ່​ພວກເຂົາ​ພັດ​ວາງ​ຕາໜ່າງ​ໄວ້​ຈັບ​ຄົນ.


ຊື່ສຽງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ທັງ​ປະເທດ​ຊີເຣຍ ແລະ​ພວກເຂົາ​ຈຶ່ງ​ໄດ້​ນຳ​ຄົນ​ທີ່​ເຈັບໄຂ້​ໄດ້ປ່ວຍ​ຕ່າງໆ​ກັບ​ຄົນ​ຈິດໃຈ​ບໍ່​ປົກກະຕິ, ຄົນ​ຜີມານຮ້າຍ​ເຂົ້າ​ສິງ, ຄົນ​ບ້າໝູ ແລະ​ຄົນ​ເປັນ​ເປ້ຍ​ມາ​ຫາ​ພຣະອົງ ພຣະອົງ​ກໍ​ຊົງ​ໂຜດ​ຮັກສາ​ພວກເຂົາ​ໃຫ້​ຫາຍ​ດີ​ທຸກຄົນ.


ຈາກ​ທີ່​ນັ້ນ ພວກເຮົາ​ໄດ້​ເດີນທາງ​ໄປ​ເຖິງ​ເມືອງ​ຟີລິບປອຍ ຊຶ່ງ​ເປັນ​ເມືອງ​ເອກ​ໃນ​ແຂວງ​ມາເກໂດເນຍ ແລະ​ທັງ​ເປັນ​ເມືອງ​ຂຶ້ນ​ຂອງ​ຊາວ​ໂຣມ. ພວກເຮົາ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ນີ້​ເປັນ​ເວລາ​ຫລາຍ​ວັນ.


ໃນ​ຄືນ​ນັ້ນ ໂປໂລ​ໄດ້​ເຫັນ​ນິມິດ ແລະ​ໃນ​ນິມິດ​ນັ້ນ ເພິ່ນ​ເຫັນ​ຊາຍ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ຢູ່ ແລະ​ຮ້ອງ​ຕໍ່​ເພິ່ນ​ວ່າ, “ຂໍ​ທ່ານ​ຂ້າມ​ມາ​ເມືອງ​ມາເກໂດເນຍ​ພີ້ ເພື່ອ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ.”


ຫລັງຈາກ​ທີ່​ໂປໂລ​ໄດ້​ພັກ​ຢູ່​ນຳ​ຄົນ​ທີ່ເຊື່ອ​ອີກ​ຫລາຍ​ວັນ ເພິ່ນ​ກໍ​ອຳລາ​ພວກເຂົາ ແລ້ວ​ລົງ​ເຮືອ​ເດີນທາງ​ໄປ​ສູ່​ແຂວງ​ຊີເຣຍ ປີຊະກີລາ ແລະ ອາກີລາ​ກໍ​ເດີນທາງ​ໄປ​ນຳ​ດ້ວຍ ຢູ່​ທີ່​ເມືອງ​ເກັນເຂໄອ ກ່ອນ​ລົງ​ເຮືອ​ອອກ​ເດີນທາງ​ໂປໂລ​ໄດ້​ແຖ​ຫົວ ເພາະ​ໄດ້​ບະບົນ​ຕົວ​ໄວ້.


ຫລັງຈາກ​ເຫດການ​ເຫຼົ່ານີ້​ແລ້ວ ໂປໂລ​ກໍ​ຕັດສິນໃຈ ຜ່ານ​ແຂວງ​ມາເກໂດເນຍ ແລະ ອະຂາຢາ ແລະ​ເດີນທາງ​ຕໍ່ໄປ​ສູ່​ນະຄອນ​ເຢຣູຊາເລັມ, ເພິ່ນ​ກ່າວ​ວ່າ, “ຫລັງຈາກ​ໄປ​ທີ່​ນັ້ນ​ແລ້ວ ເຮົາ​ຕ້ອງ​ໄປ​ເຫັນ​ນະຄອນ​ໂຣມ​ເໝືອນກັນ.”


ຫລັງຈາກ​ຄວາມ​ວຸ້ນວາຍ​ສະຫງົບ​ລົງ​ແລ້ວ​ໂປໂລ ກໍ​ເອີ້ນ​ພວກ​ຄົນ​ທີ່​ເຊື່ອ​ມາ​ເຕົ້າໂຮມ​ກັນ ແລະ​ກ່າວ​ຄຳ​ໜູນໃຈ​ແກ່​ພວກເຂົາ​ຫລາຍ​ປະການ ແລ້ວ​ເພິ່ນ​ກໍ​ອຳລາ​ພວກເຂົາ ແລະ​ເດີນທາງ​ໄປ​ແຂວງ​ມາເກໂດເນຍ.


ຂ້າພະເຈົ້າ​ໄດ້​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ດ້ວຍ​ຄວາມ​ຖ່ອມຕົວ​ທຸກຢ່າງ ດ້ວຍ​ນໍ້າຕາ​ໄຫລ ແລະ​ໂດຍ​ຜ່ານ​ຜ່າ​ຄວາມ​ຍາກ​ລຳບາກ​ນາໆ​ປະການ ທີ່​ຂ້າພະເຈົ້າ​ໄດ້​ຮັບ ເພາະ​ການ​ປອງຮ້າຍ​ຂອງ​ພວກ​ຢິວ.


ເມື່ອ​ຜ່ານ​ຂົງເຂດ​ຕ່າງໆ​ໃນ​ແຂວງ​ນີ້​ໄປ ເພິ່ນ​ກໍ​ກ່າວ​ຄຳ​ໜູນໃຈ​ຫລາຍ​ປະການ​ແກ່​ບັນດາ​ຄົນ​ທີ່​ເຊື່ອ ແລ້ວ​ເພິ່ນ​ກໍ​ເດີນທາງ​ມາ​ເຖິງ​ປະເທດ​ກຣີກ


ຫລັງຈາກ​ແນມ​ເຫັນ​ເກາະ​ໄຊປຣັດ​ແລ້ວ ພວກເຮົາ​ກໍ​ເວັ້ນ​ເກາະ​ນັ້ນ​ໄປ​ທາງ​ຊ້າຍ ແລ້ວ​ມຸ່ງໜ້າ​ໄປ​ແຂວງ​ຊີເຣຍ ແລະ​ຈອດ​ເຮືອ​ທີ່​ທ່າ​ເມືອງ​ຕີເຣ ເພາະ​ໃນ​ເມືອງ​ນີ້ ເຮືອ​ຈະ​ຕ້ອງ​ເອົາ​ຂອງ​ບັນທຸກ​ຂຶ້ນ​ທ່າ.


ເພື່ອ​ຊ່ວຍ​ພວກເຂົາ​ໃນ​ການ​ຕໍ່ສູ້​ໂປໂລ ໂດຍ​ໃຫ້​ສົ່ງ​ເພິ່ນ​ມາ​ທີ່​ນະຄອນ​ເຢຣູຊາເລັມ, ພວກເຂົາ​ມີ​ແຜນການ​ທີ່​ຈະ​ລັດ​ຂ້າ​ໂປໂລ​ກາງ​ທາງ.


ເຮົາ​ມີ​ຄວາມ​ໝັ້ນໃຈ​ຢ່າງ​ຄັກແນ່​ໃນ​ເລື່ອງ​ນີ້ ຈົນ​ເຮົາ​ໄດ້​ວາງແຜນ​ໄວ້​ແຕ່​ທຳອິດ ທີ່​ຈະ​ໄປ​ຢ້ຽມຢາມ​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ພຣະພອນ​ສອງ​ເທົ່າ.


ໃນ​ການ​ເດີນທາງ​ຫລາຍ​ເທື່ອ​ຂອງເຮົາ ເຮົາ​ໄດ້​ຕົກ​ຢູ່​ໃນ​ໄພ​ອັນຕະລາຍ​ຈາກ​ນໍ້າຖ້ວມ​ແລະ​ຈາກ​ພວກ​ໂຈນ, ໃນ​ອັນຕະລາຍ​ຈາກ​ພວກ​ຢິວ​ເພື່ອນ​ຮ່ວມ​ຊາດ​ຂອງ​ຕົນເອງ​ແລະ​ຈາກ​ພວກ​ຕ່າງຊາດ, ເຮົາ​ຍັງ​ປະເຊີນ​ຕໍ່​ອັນຕະລາຍ​ໃນ​ເມືອງ, ຕໍ່​ອັນຕະລາຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ, ຕໍ່​ອັນຕະລາຍ​ໃນ​ທະເລ ແລະ​ຕໍ່​ອັນຕະລາຍ​ຈາກ​ພີ່ນ້ອງ​ທີ່​ໜ້າໄຫວ້​ຫລັງຫລອກ.


ເພາະ​ເຖິງ​ແມ່ນ​ວ່າ ພວກເຮົາ​ໄດ້​ມາ​ເຖິງ​ແຂວງ​ມາເກໂດເນຍ​ແລ້ວ​ກໍຕາມ ຮ່າງກາຍ​ຂອງ​ພວກເຮົາ​ກໍ​ບໍ່ໄດ້​ພັກຜ່ອນ ເພາະ​ມີ​ຄວາມ​ທຸກ​ລຳບາກ​ຢູ່​ອ້ອມ​ຂ້າງ, ພາຍ​ນອກ​ມີ​ການ​ຕໍ່ສູ້ ແລະ​ພາຍ​ໃນ​ກໍ​ມີ​ຄວາມ​ຢ້ານກົວ.


ຫລັງຈາກ​ນັ້ນ ເຮົາ​ໄດ້​ໄປ​ໃນ​ເຂດແດນ​ຊີເຣຍ ແລະ ກີລີເກຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka