Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 20:1 - ພຣະຄຳພີສັກສິ

1 ຫລັງຈາກ​ຄວາມ​ວຸ້ນວາຍ​ສະຫງົບ​ລົງ​ແລ້ວ​ໂປໂລ ກໍ​ເອີ້ນ​ພວກ​ຄົນ​ທີ່​ເຊື່ອ​ມາ​ເຕົ້າໂຮມ​ກັນ ແລະ​ກ່າວ​ຄຳ​ໜູນໃຈ​ແກ່​ພວກເຂົາ​ຫລາຍ​ປະການ ແລ້ວ​ເພິ່ນ​ກໍ​ອຳລາ​ພວກເຂົາ ແລະ​ເດີນທາງ​ໄປ​ແຂວງ​ມາເກໂດເນຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ເມື່ອ​ຄວາມ​ວຸ້ນວາຍ​ສະຫງົບ​ລົງ​ແລ້ວ, ໂປໂລ​ກໍ​ໄດ້​ເອີ້ນ​ເອົາ​ພວກສາວົກ​ມາ, ຫລັງຈາກ​ໜູນໃຈ​ພວກເຂົາ​ແລ້ວ ກໍ​ກ່າວ​ລາ ແລະ ອອກ​ເດີນທາງ​ໄປ​ມາເກໂດເນຍ.

Uka jalj uñjjattʼäta Copia luraña




ກິດຈະການ 20:1
20 Jak'a apnaqawi uñst'ayäwi  

ສາຍຕາ​ຂອງ​ຢາໂຄບ​ອ່ອນ​ລົງ​ຫລາຍ ຍ້ອນ​ຄວາມ​ຊະລາ​ແລະ​ບໍ່​ເຫັນ​ຮຸ່ງ​ຄັກ. ເມື່ອ​ໂຢເຊັບ​ນຳ​ພວກເຂົາ​ເຂົ້າ​ມາ ເພິ່ນ​ຈຶ່ງ​ກອດ​ແລະ​ຈູບ​ພວກເຂົາ.


ເມື່ອ​ພົບ​ແລ້ວ ເພິ່ນ​ກໍ​ນຳ​ລາວ​ໄປ​ທີ່​ເມືອງ​ອັນຕີໂອເຂຍ ແລະ​ຕະຫລອດ​ປີ​ນັ້ນ​ທັງສອງ​ໄດ້​ພົບປະ​ກັບ​ພີ່ນ້ອງ​ທີ່​ເຊື່ອ​ໃນ​ຄຣິສຕະຈັກ ແລະ​ສັ່ງສອນ​ຄົນ​ເປັນ​ຈຳນວນ​ຫລາຍ, ໃນ​ເມືອງ​ອັນຕີໂອເຂຍ​ນີ້​ເອງ ພວກ​ຄົນ​ທີ່​ເຊື່ອ​ຖືກ​ເອີ້ນ​ວ່າ, “ຄຣິສຕຽນ” ເປັນ​ເທື່ອ​ທຳອິດ.


ຈາກ​ທີ່​ນັ້ນ ພວກເຮົາ​ໄດ້​ເດີນທາງ​ໄປ​ເຖິງ​ເມືອງ​ຟີລິບປອຍ ຊຶ່ງ​ເປັນ​ເມືອງ​ເອກ​ໃນ​ແຂວງ​ມາເກໂດເນຍ ແລະ​ທັງ​ເປັນ​ເມືອງ​ຂຶ້ນ​ຂອງ​ຊາວ​ໂຣມ. ພວກເຮົາ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ນີ້​ເປັນ​ເວລາ​ຫລາຍ​ວັນ.


ໃນ​ຄືນ​ນັ້ນ ໂປໂລ​ໄດ້​ເຫັນ​ນິມິດ ແລະ​ໃນ​ນິມິດ​ນັ້ນ ເພິ່ນ​ເຫັນ​ຊາຍ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ຢູ່ ແລະ​ຮ້ອງ​ຕໍ່​ເພິ່ນ​ວ່າ, “ຂໍ​ທ່ານ​ຂ້າມ​ມາ​ເມືອງ​ມາເກໂດເນຍ​ພີ້ ເພື່ອ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ.”


ຫລັງຈາກ​ເຫດການ​ເຫຼົ່ານີ້​ແລ້ວ ໂປໂລ​ກໍ​ຕັດສິນໃຈ ຜ່ານ​ແຂວງ​ມາເກໂດເນຍ ແລະ ອະຂາຢາ ແລະ​ເດີນທາງ​ຕໍ່ໄປ​ສູ່​ນະຄອນ​ເຢຣູຊາເລັມ, ເພິ່ນ​ກ່າວ​ວ່າ, “ຫລັງຈາກ​ໄປ​ທີ່​ນັ້ນ​ແລ້ວ ເຮົາ​ຕ້ອງ​ໄປ​ເຫັນ​ນະຄອນ​ໂຣມ​ເໝືອນກັນ.”


ໂປໂລ​ຈຶ່ງ​ລົງ​ໄປ ແລະ​ກົ້ມ​ກອດ​ລາວ​ໄວ້ ເພິ່ນ​ກ່າວ​ວ່າ, “ຢ່າ​ສູ່​ວິຕົກ​ເລີຍ ລາວ​ຍັງ​ມີ​ຊີວິດ​ຢູ່.”


ເມື່ອ​ຜ່ານ​ຂົງເຂດ​ຕ່າງໆ​ໃນ​ແຂວງ​ນີ້​ໄປ ເພິ່ນ​ກໍ​ກ່າວ​ຄຳ​ໜູນໃຈ​ຫລາຍ​ປະການ​ແກ່​ບັນດາ​ຄົນ​ທີ່​ເຊື່ອ ແລ້ວ​ເພິ່ນ​ກໍ​ເດີນທາງ​ມາ​ເຖິງ​ປະເທດ​ກຣີກ


ແລະ​ອາໄສ​ຢູ່​ທີ່​ນີ້​ເປັນ​ເວລາ​ສາມ​ເດືອນ, ເມື່ອ​ໃກ້​ຈະ​ລົງ​ເຮືອ​ໄປ​ແຂວງ​ຊີເຣຍ ໂປໂລ​ກໍ​ໄດ້​ຍິນ​ຂ່າວ​ວ່າ ພວກ​ຢິວ​ກຳລັງ​ວາງແຜນ​ທຳຮ້າຍ​ຕົນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຕັດສິນໃຈ​ກັບຄືນ ໂດຍ​ຜ່ານ​ໄປ​ທາງ​ແຂວງ​ມາເກໂດເນຍ.


ທຸກຄົນ​ຈຶ່ງ​ຮ້ອງໄຫ້ ແລະ​ກອດ​ສັ່ງລາ​ເພິ່ນ​ດ້ວຍ​ຄວາມ​ຮັກແພງ.


ຄື​ດ້ວຍ​ຣິດອຳນາດ​ແຫ່ງ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຕ່າງໆ ແລະ​ຣິດເດດອຳນາດ​ຂອງ​ພຣະວິນຍານ​ຂອງ​ພຣະເຈົ້າ ຈົນ​ເຮົາ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ​ຢ່າງ​ຄົບຖ້ວນ ຕັ້ງແຕ່​ນະຄອນ​ເຢຣູຊາເລັມ ອ້ອມ​ໄປ​ຮອດ​ແຂວງ​ອີລີຣິກົນ.


ຈົ່ງ​ຄຳນັບ​ກັນແລະກັນ​ດ້ວຍ​ທຳນຽມ​ຈູບ​ອັນ​ບໍຣິສຸດ. ບັນດາ​ຄຣິສຕະຈັກ​ຂອງ​ພຣະຄຣິດ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ເຈົ້າ​ທັງຫລາຍ​ດ້ວຍ.


ພີ່ນ້ອງ​ທຸກຄົນ​ໃນ​ທີ່​ນີ້ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຍັງ​ພວກເຈົ້າ. ຈົ່ງ​ທັກທາຍ​ປາໄສ​ກັນ ດ້ວຍ​ທຳນຽມ​ຈູບ​ອັນ​ບໍຣິສຸດ.


ເຮົາ​ຈະ​ມາ​ຫາ​ພວກເຈົ້າ ເມື່ອ​ເຮົາ​ໄດ້​ຜ່ານ​ແຂວງ​ມາເກໂດເນຍ ເພາະວ່າ​ເຮົາ​ຈຳເປັນ​ຕ້ອງ​ໄດ້​ຜ່ານ​ແຂວງ​ນັ້ນ.


ຈົ່ງ​ທັກທາຍ​ປາໄສ​ກັນ​ດ້ວຍ​ທຳນຽມ​ຈູບ​ອັນ​ບໍຣິສຸດ.


ເພາະ​ເຖິງ​ແມ່ນ​ວ່າ ພວກເຮົາ​ໄດ້​ມາ​ເຖິງ​ແຂວງ​ມາເກໂດເນຍ​ແລ້ວ​ກໍຕາມ ຮ່າງກາຍ​ຂອງ​ພວກເຮົາ​ກໍ​ບໍ່ໄດ້​ພັກຜ່ອນ ເພາະ​ມີ​ຄວາມ​ທຸກ​ລຳບາກ​ຢູ່​ອ້ອມ​ຂ້າງ, ພາຍ​ນອກ​ມີ​ການ​ຕໍ່ສູ້ ແລະ​ພາຍ​ໃນ​ກໍ​ມີ​ຄວາມ​ຢ້ານກົວ.


ຂໍ​ຄຳນັບ​ພວກ​ພີ່ນ້ອງ​ທຸກຄົນ ດ້ວຍ​ທຳນຽມ​ຈູບ​ອັນ​ບໍຣິສຸດ.


ເມື່ອ​ເຮົາ​ກຳລັງ​ເດີນທາງ​ໄປ​ທີ່​ແຂວງ​ມາເກໂດເນຍ ເຮົາ​ຂໍຮ້ອງ​ໃຫ້​ເຈົ້າ​ຢູ່​ໃນ​ເມືອງ​ເອເຟໂຊ ເພື່ອ​ຈະ​ໄດ້​ສັ່ງ​ຫ້າມ​ບາງຄົນ ບໍ່​ໃຫ້​ພວກເຂົາ​ສອນ​ຄຳ​ໂອວາດ​ຢ່າງ​ອື່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka