ກິດຈະການ 2:9 - ພຣະຄຳພີສັກສິ9 ຄືພາສາປາເທຍ, ເມເດຍ ແລະ ເອລາມ ມາຈາກເມໂຊໂປຕາເມຍ, ຢູດາ, ກາປາໂດເກຍ ມາຈາກປົນໂຕ ແລະ ເອເຊຍ, Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່9 ຄືຊາວປາເທຍ, ຊາວເມເດຍ ແລະ ຊາວເອລາມ; ຄົນທີ່ຢູ່ໃນແຖບເມໂຊໂປຕາເມຍ, ຢູດາຍ ແລະ ກາປາໂດເກຍ, ປົນໂຕ ແລະ ເອເຊຍ, Uka jalj uñjjattʼäta |
ຊຶ່ງເປັນປີທີເກົ້າ ແຫ່ງຣາຊການຂອງກະສັດໂຮເຊຢາ; ກະສັດແຫ່ງອັດຊີເຣຍ ໄດ້ຢຶດເອົານະຄອນຊາມາເຣຍ ແລະນຳຊາວອິດສະຣາເອນໄປເປັນຊະເລີຍທີ່ອັດຊີເຣຍ. ເພິ່ນໄດ້ເອົາພວກເຫຼົ່ານີ້ບາງຄົນໄປໄວ້ຢູ່ໃນເມືອງຮາລາ, ໃຫ້ບາງຄົນຢູ່ໃກ້ແມ່ນໍ້າຮາໂບໃນເຂດໂກຊານ ແລະໃຫ້ບາງຄົນຢູ່ໃນເມືອງຕ່າງໆຂອງແຂວງເມເດຍ.
ເມື່ອວັນນັ້ນມາເຖິງ ອີກເທື່ອໜຶ່ງ ອົງພຣະຜູ້ເປັນເຈົ້າຈະໃຊ້ຣິດອຳນາດຂອງພຣະອົງ ແລະນຳປະຊາຊົນຂອງພຣະອົງກັບຄືນມາຈາກດິນແດນເຫຼົ່ານີ້: ຄົນທີ່ເຫຼືອຢູ່ໃນປະເທດອັດຊີເຣຍ ແລະໃນປະເທດເອຢິບ, ໃນດິນແດນປັດໂຣດ, ປະເທດເອທີໂອເປຍ, ປະເທດເອລາມ, ປະເທດບາບີໂລນ ແລະປະເທດຮາມັດ ແລະໃນດິນແດນຕາມຝັ່ງທະເລແລະທີ່ເທິງໝູ່ເກາະ.
ເລື່ອງນີ້ເປັນອັນຕະລາຍແກ່ທຸລະກິດຂອງພວກເຮົາ ທີ່ຈະໃຫ້ເກີດມີຊື່ສຽງບໍ່ດີ ບໍ່ພຽງແຕ່ເທົ່ານັ້ນ ປະຊາຊົນຍັງຈະຄິດຕໍ່ໄປອີກວ່າ, ວິຫານຂອງພະອາເຕມາເທບທິດາ ຜູ້ຍິ່ງໃຫຍ່ບໍ່ມີຄວາມສຳຄັນຫຍັງ ແລະຄວາມຍິ່ງໃຫຍ່ຂອງພະນາງກໍຈະຖືກທຳລາຍ ຊຶ່ງພະນາງເຄີຍເປັນທີ່ນັບຖືຂອງບັນດາຊາວເອເຊຍ ແລະຂອງຊາວໂລກທັງໝົດ.”