Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 2:7 - ພຣະຄຳພີສັກສິ

7 ດ້ວຍ​ຄວາມ​ງຶດ​ປະຫລາດ​ໃຈ ພວກເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, “ຄົນ​ທີ່​ເວົ້າ​ກັນ​ຢູ່​ນີ້ ເປັນ​ຊາວ​ຄາລີເລ​ທັງໝົດ​ບໍ່ແມ່ນ​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ພວກເຂົາ​ຈຶ່ງ​ຖາມ​ດ້ວຍ​ຄວາມປະຫລາດໃຈ​ທີ່ສຸດ​ວ່າ, “ຄົນ​ເຫລົ່ານີ້​ທີ່​ກຳລັງ​ເວົ້າ​ຢູ່​ແມ່ນ​ຊາວ​ຄາລີເລ​ທັງໝົດ​ບໍ່​ແມ່ນ​ບໍ?

Uka jalj uñjjattʼäta Copia luraña




ກິດຈະການ 2:7
12 Jak'a apnaqawi uñst'ayäwi  

ປະຊາຊົນ​ຕອບ​ວ່າ, “ຄົນ​ນີ້​ແມ່ນ​ພຣະເຢຊູເຈົ້າ ຜູ້ທຳນວາຍ​ທີ່​ມາ​ຈາກ​ເມືອງ​ນາຊາເຣັດ ແຂວງ​ຄາລີເລ.”


ຫລັງຈາກ​ນັ້ນ​ໜ້ອຍ​ໜຶ່ງ ຄົນ​ທີ່​ຢືນ​ຢູ່​ບ່ອນ​ນັ້ນ​ກໍ​ມາ​ຫາ​ເປໂຕ ແລະ​ເວົ້າ​ວ່າ, “ເຈົ້າ​ເປັນ​ພັກພວກ​ຂອງ​ຄົນ​ເຫຼົ່ານັ້ນ​ແທ້. ດ້ວຍວ່າ, ສຳນຽງ​ຄຳເວົ້າ​ຂອງ​ເຈົ້າ​ກໍ​ສໍ່​ໃຫ້​ຮູ້​ແລ້ວ.”


ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ດັ່ງນີ້​ພຣະອົງ​ກໍ​ແປກໃຈ ແລະ​ເວົ້າ​ກັບ​ປະຊາຊົນ​ທີ່​ຕິດຕາມ​ພຣະອົງ​ມາ​ນັ້ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຢູ່​ໃນ​ພວກ​ອິດສະຣາເອນ​ເຮົາ​ຍັງ​ບໍ່ໄດ້​ພົບ​ຜູ້ໃດ​ທີ່​ມີ​ຄວາມເຊື່ອ​ໃຫຍ່​ເຊັ່ນ​ນີ້.


ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ເວົ້າ​ກັນ​ວ່າ, “ນີ້​ແມ່ນ​ຫຍັງ? ຄຳສັ່ງສອນ​ໃໝ່​ມີ​ສິດ​ອຳນາດ​ແທ້ ເພາະ​ທ່ານ​ຜູ້​ນີ້​ສັ່ງ​ຜີຊົ່ວຮ້າຍ ແລະ​ມັນ​ກໍ​ຍອມ​ຟັງ​ຄວາມ​ເພິ່ນ.”


ໃນ​ຂະນະທີ່​ທຸກຄົນ​ກຳລັງ​ຄອຍ​ເບິ່ງ​ຢູ່​ນັ້ນ ຄົນເປ້ຍ​ກໍ​ລຸກ​ຂຶ້ນ ຍົກ​ເອົາ​ບ່ອນ​ນອນ​ຂອງຕົນ ແລະ ອອກ​ຈາກ​ເຮືອນ​ໄປ​ໃນ​ທັນທີ ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ສັນລະເສີນ​ພຣະເຈົ້າ ແລະ​ເວົ້າ​ວ່າ, “ພວກເຮົາ​ບໍ່ເຄີຍ​ເຫັນ​ເຫດການ​ເຊັ່ນ​ນີ້​ຈັກເທື່ອ.”


ແລ້ວ​ພວກເຂົາ​ກໍ​ເວົ້າ​ຕໍ່​ນີໂກເດມ​ວ່າ, “ເຈົ້າ​ກໍ​ມາ​ຈາກ​ຄາລີເລ​ເໝືອນກັນ​ບໍ? ໃຫ້​ຄົ້ນ​ເບິ່ງ​ໃນ​ພຣະຄຳພີ​ແລ້ວ​ເຈົ້າ​ຈະ​ຮູ້​ວ່າ ບໍ່ເຄີຍ​ມີ​ຜູ້ທຳນວາຍ​ທີ່​ມາ ຈາກ​ຄາລີເລ.” [


ແລະ​ກ່າວ​ວ່າ, “ຊາວ​ຄາລີເລ​ເອີຍ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢືນ​ເບິ່ງ​ທ້ອງຟ້າ? ພຣະເຢຊູເຈົ້າ​ອົງ​ນີ້​ທີ່​ຖືກ​ຮັບ​ໄປ​ຈາກ​ພວກເຈົ້າ ຂຶ້ນ​ສູ່​ສະຫວັນ​ແລ້ວ ພຣະອົງ​ຈະ​ມາ​ປາກົດ​ຢ່າງ​ທີ່​ພວກເຈົ້າ​ໄດ້​ເຫັນ​ພຣະອົງ​ຂຶ້ນ​ສູ່​ສະຫວັນ​ນັ້ນ​ແຫຼະ.”


ເມື່ອ​ຕ່າງ​ຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ສັບສົນ​ຢູ່​ນັ້ນ ພວກເຂົາ​ຈຶ່ງ​ສືບຕໍ່​ຖາມ​ກັນແລະກັນ​ວ່າ, “ເຫດການ​ເຊັ່ນນີ້​ໝາຍຄວາມວ່າ​ຢ່າງ​ໃດ​ໜໍ?”


ແຕ່​ເຫດ​ໃດ ພວກເຮົາ​ທຸກຄົນ​ຈຶ່ງ​ໄດ້ຍິນ​ພວກເຂົາ​ເວົ້າ​ເປັນ​ພາສາ​ບ້ານເກີດ​ເມືອງນອນ​ຂອງ​ພວກເຮົາ?


ຈຶ່ງ​ຈື່​ໄດ້​ວ່າ ລາວ​ເປັນ​ຄົນເປ້ຍ​ທີ່​ເຄີຍ​ນັ່ງ​ຂໍທານ​ທີ່​ປະຕູ​ງາມ ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ອັດສະຈັນ​ໃຈ ໃນ​ເຫດການ​ທີ່​ເກີດຂຶ້ນ​ກັບ​ຄົນ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka