Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 2:43 - ພຣະຄຳພີສັກສິ

43 ທຸກຄົນ​ເກີດ​ມີ​ຄວາມ​ຢ້ານຢຳ​ນັບຖື ສ່ວນ​ພວກ​ອັກຄະສາວົກ​ກໍໄດ້​ເຮັດ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ຫລາຍ​ປະການ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

43 ທຸກຄົນ​ຕ່າງ​ກໍ​ຢ້ານ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຫລາຍ​ຢ່າງ​ທີ່​ພວກ​ອັກຄະສາວົກ​ໄດ້​ເຮັດ.

Uka jalj uñjjattʼäta Copia luraña




ກິດຈະການ 2:43
15 Jak'a apnaqawi uñst'ayäwi  

ບໍ່​ວ່າ​ຢູ່​ໃນ​ເມືອງໃດ​ຫລື​ແຂວງໃດ​ກໍຕາມ ເມື່ອ​ຄຳ​ປະກາດ​ຂອງ​ກະສັດ​ໄດ້​ອ່ານ​ອອກ​ໄປ​ໃນ​ທຸກ​ບ່ອນ ຊາວຢິວ​ກໍ​ຖື​ເປັນ​ມື້​ຢຸດ​ພັກ​ທີ່​ຊົມຊື່ນ​ຍິນດີ ໂດຍ​ຈັດ​ໃຫ້​ມີ​ການ​ກິນລ້ຽງ ແລະ​ການ​ມ່ວນຊື່ນ. ຕາມ​ທີ່​ຈິງ​ແລ້ວ ໄດ້​ມີ​ຫລາຍ​ຄົນ​ໃນ​ຊາດ​ອື່ນໆ​ອີກ​ທີ່​ກາຍເປັນ​ຢິວ ເພາະ​ບັດນີ້​ພວກເຂົາ​ຕ່າງ​ກໍ​ຢ້ານກົວ​ພວກ​ຢິວ.


ນະຄອນ​ເຢຣູຊາເລັມ​ຈະ​ເປັນ​ບໍ່​ແຫ່ງ​ຄວາມ​ຊົມຊື່ນ​ຍິນດີ, ກຽດສັກສີ ແລະ​ຄວາມ​ພາກພູມ​ໃຈ​ໃຫ້​ແກ່​ເຮົາ ແລະ​ທຸກໆ​ຊົນຊາດ​ໃນ​ໂລກ​ຈະ​ຢ້ານກົວ​ແລະ​ສັ່ນເຊັນ ເມື່ອ​ພວກເຂົາ​ໄດ້ຍິນ​ເຖິງ​ສິ່ງ​ດີ​ທັງຫລາຍ ຊຶ່ງ​ເຮົາ​ເຮັດ​ໃຫ້​ແກ່​ຊາວ​ນະຄອນ​ເຢຣູຊາເລັມ ແລະ​ທັງ​ໄດ້ຍິນ​ເຖິງ​ຄວາມຈະເລີນ​ຮຸ່ງເຮືອງ​ທີ່​ເຮົາ​ໄດ້​ນຳ​ມາ​ສູ່​ນະຄອນ​ນີ້.”


ແຕ່​ຫລັງຈາກ​ນັ້ນ ປະຊາຊົນ​ອິດສະຣາເອນ​ຈະ​ກັບຄືນ​ມາ ແລະ​ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ອີກເທື່ອໜຶ່ງ ແລະ​ຈະ​ກັບຄືນ​ໄປ​ຫາ​ເຊື້ອສາຍ​ຂອງ​ດາວິດ​ກະສັດ​ຂອງ​ພວກເຂົາ. ໃນ​ເວລາ​ນັ້ນ ພວກເຂົາ​ຈະ​ຢຳເກງ​ພຣະເຈົ້າຢາເວ ແລະ​ຈະ​ໄດ້​ຮັບ​ສິ່ງ​ດີ​ທີ່​ພຣະອົງ​ຈະ​ໂຜດ​ໃຫ້.


ແລະ​ໝາຍສຳຄັນ​ເຫຼົ່ານີ້​ຈະ​ຕິດຕາມ​ຄົນ​ທີ່​ເຊື່ອ​ດັ່ງນີ້​ຄື: ພວກເຂົາ​ຈະ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງເຮົາ ພວກເຂົາ​ຈະ​ເວົ້າ​ພາສາ​ແປກໆ​ໄດ້,


ທຸກຄົນ​ຈຶ່ງ​ເກີດ​ສະດຸ້ງ​ຕົກໃຈ ແລະ​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າ​ວ່າ, “ຜູ້ທຳນວາຍ​ທີ່​ຍິ່ງໃຫຍ່​ຄົນ​ໜຶ່ງ ໄດ້​ປາກົດ​ຕົວ​ໃນ​ທ່າມກາງ​ພວກເຮົາ​ແລ້ວ ພຣະເຈົ້າ​ມາ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ.”


ແລ້ວ​ປະຊາຊົນ​ທຸກຄົນ​ຈາກ​ເຂດແດນ​ນັ້ນ ກໍ​ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ໜີໄປ​ຈາກ​ພວກເຂົາ ເພາະ​ພວກເຂົາ​ຕ່າງ​ກໍ​ຢ້ານກົວ​ຫລາຍ​ທີ່ສຸດ. ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ລົງ​ເຮືອ​ກັບຄືນ​ໄປ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກ​ທີ່​ເຊື່ອ​ໃນ​ເຮົາ ກໍ​ຈະ​ເຮັດ​ກິດຈະການ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ​ເໝືອນກັນ ແລະ​ພວກເຂົາ​ຈະ​ເຮັດ​ການ​ໃຫຍ່​ກວ່າ​ອີກ ເພາະວ່າ​ຝ່າຍ​ເຮົາ​ໄປ​ເຖິງ​ພຣະບິດາເຈົ້າ.


“ຊາວ​ອິດສະຣາເອນ​ທັງຫລາຍ​ເອີຍ, ຈົ່ງ​ຟັງ​ຖ້ອຍຄຳ​ເຫຼົ່ານີ້ ພຣະເຢຊູເຈົ້າ​ໄທ​ນາຊາເຣັດ ເປັນ​ຜູ້​ທີ່​ພຣະເຈົ້າ​ໄດ້​ຊົງ​ສຳແດງ​ໃຫ້​ພວກທ່ານ​ຮູ້​ເຫັນ​ຢ່າງ​ຈະແຈ້ງ​ແລ້ວ ດ້ວຍ​ການ​ອັດສະຈັນ, ດ້ວຍ​ການ​ອິດທິຣິດ ແລະ​ດ້ວຍ​ໝາຍສຳຄັນ​ຕ່າງໆ ຊຶ່ງ​ພຣະເຈົ້າ​ໄດ້​ກະທຳ​ດ້ວຍ​ພຣະອົງ, ພວກທ່ານ​ກໍ​ຮູ້​ເລື່ອງ​ນີ້​ຢູ່​ແລ້ວ. ດ້ວຍວ່າ, ເຫດການ​ໄດ້​ເກີດຂຶ້ນ​ຢູ່​ໃນ​ທ່າມກາງ​ພວກທ່ານ.


ຝ່າຍ​ພວກ​ອັກຄະສາວົກ​ໄດ້​ເຕັມ​ໄປ​ດ້ວຍ​ຣິດເດດ​ອັນ​ຍິ່ງໃຫຍ່ ແລະ​ໄດ້​ເປັນ​ພະຍານ​ເຖິງ​ຄວາມ​ເປັນ​ຄືນ​ມາ​ຈາກ​ຕາຍ​ຂອງ​ອົງ​ພຣະເຢຊູເຈົ້າ ແລະ​ກໍໄດ້​ຖອກເທ​ພຣະຄຸນ​ອັນ​ໃຫຍ່​ຂອງ​ພຣະອົງ ລົງ​ເທິງ​ພວກເຂົາ​ທຸກຄົນ.


ເມື່ອ​ອານາເນຍ​ໄດ້ຍິນ​ຖ້ອຍຄຳ​ເຫຼົ່ານີ້ ລາວ​ກໍ​ລົ້ມ​ລົງ​ສິ້ນໃຈ​ຕາຍ ຝ່າຍ​ຄົນ​ທັງປວງ​ທີ່​ໄດ້ຍິນ​ເຖິງ​ເຫດການ​ນັ້ນ ຕ່າງ​ກໍ​ຕົກໃຈ​ຢ້ານກົວ​ຢ່າງໃຫຍ່.


ເປໂຕ​ກ່າວ​ແກ່​ລາວ​ວ່າ, “ໄອເນ​ເອີຍ ພຣະເຢຊູ​ຄຣິດເຈົ້າ​ໄດ້​ຊົງ​ເຮັດ​ໃຫ້​ເຈົ້າ​ຫາຍ​ດີ​ແລ້ວ ຈົ່ງ​ລຸກ​ຂຶ້ນ ແລະ​ມ້ຽນ​ບ່ອນ​ນອນ​ຂອງ​ເຈົ້າ​ສາ.” ແລະ​ໃນ​ທັນໃດນັ້ນ ໄອເນ​ກໍ​ລຸກ​ຂຶ້ນ​ຢືນ.


ເປໂຕ​ບອກ​ໃຫ້​ທຸກຄົນ​ອອກ​ໄປ​ຂ້າງ​ນອກ ສ່ວນ​ເພິ່ນ​ນັ້ນ​ຄຸເຂົ່າ​ລົງ​ພາວັນນາ​ອະທິຖານ​ຂໍ ແລ້ວ​ກໍ​ຫັນ​ໜ້າ​ໄປ​ທາງ​ຊາກສົບ ແລະ​ກ່າວ​ວ່າ, “ຕາບີທາ ຈົ່ງ​ລຸກ​ຂຶ້ນ.” ນາງ​ກໍ​ມືນ​ຕາ ແລະ​ເມື່ອ​ເຫັນ​ເປໂຕ ນາງ​ຈຶ່ງ​ລຸກ​ຂຶ້ນ​ນັ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka