Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 2:41 - ພຣະຄຳພີສັກສິ

41 ຫລາຍ​ຄົນ​ໃນ​ພວກເຂົາ​ໄດ້​ເຊື່ອ​ຖ້ອຍຄຳ​ຂອງ​ເປໂຕ ແລະ​ໄດ້​ຮັບ​ບັບຕິສະມາ ແລະ​ໃນ​ວັນ​ນັ້ນ​ມີ​ຄົນ​ເພີ່ມ​ເຂົ້າ​ມາ​ຕື່ມ​ເປັນ​ລູກສິດ​ປະມານ​ສາມພັນ​ຄົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

41 ບັນດາ​ຜູ້​ທີ່​ຍອມຮັບ​ຖ້ອຍຄຳ​ຂອງ​ເປໂຕ​ກໍ​ໄດ້​ຮັບ​ບັບຕິສະມາ ແລະ ໃນ​ວັນ​ນັ້ນ ມີ​ສາວົກ​ເພີ່ມ​ຂຶ້ນ​ອີກ​ປະມານ​ສາມພັນ​ຄົນ.

Uka jalj uñjjattʼäta Copia luraña




ກິດຈະການ 2:41
21 Jak'a apnaqawi uñst'ayäwi  

ໃນ​ວັນ​ທີ່​ເຈົ້າ​ຕໍ່ສູ້​ເຫຼົ່າ​ສັດຕູ​ໝູ່ມານ ປະຊາຊົນ​ຈະ​ຂານ​ອາສາ​ເຂົ້າ​ຮັບໃຊ້​ເຈົ້າ. ຊາຍໜຸ່ມ​ຈະ​ມາ​ຫາ​ເຈົ້າ​ທີ່​ເນີນພູ​ສັກສິດ ດັ່ງ​ນໍ້າ​ຄ້າງ​ຢອດ​ລົງ​ໃນ​ຍາມ​ເຊົ້າຕູ່.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກ​ທີ່​ເຊື່ອ​ໃນ​ເຮົາ ກໍ​ຈະ​ເຮັດ​ກິດຈະການ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ​ເໝືອນກັນ ແລະ​ພວກເຂົາ​ຈະ​ເຮັດ​ການ​ໃຫຍ່​ກວ່າ​ອີກ ເພາະວ່າ​ຝ່າຍ​ເຮົາ​ໄປ​ເຖິງ​ພຣະບິດາເຈົ້າ.


ຊີໂມນ​ເປໂຕ​ຈຶ່ງ​ເຂົ້າ​ໄປ​ໃນ​ເຮືອ ດຶງ​ມອງ​ຂຶ້ນ​ຝັ່ງ ມີ​ປາ​ໂຕ​ໃຫຍ່​ເຕັມ​ຢູ່ ຈຳນວນ​ໜຶ່ງຮ້ອຍ​ຫ້າສິບສາມ​ໂຕ, ເຖິງ​ວ່າ ມີ​ປາ​ຫລວງຫລາຍ​ປານ​ນັ້ນ ມອງ​ກໍ​ຍັງ​ບໍ່​ຂາດ.


ໃນ​ວັນ​ຕໍ່ມາ ກໍ​ມີ​ການ​ນະມັດສະການ​ຂອງ​ບັນດາ​ຄົນ​ທີ່​ເຊື່ອ ໂດຍ​ມີ​ຜູ້​ມາ​ລວມ​ທັງໝົດ​ປະມານ​ຮ້ອຍຊາວ​ຄົນ ຝ່າຍ​ເປໂຕ​ຈຶ່ງ​ຢືນ​ຂຶ້ນ ແລະ​ກ່າວ​ແກ່​ຄົນ​ເຫຼົ່ານີ້​ວ່າ,


ເມື່ອ​ຄົນຕ່າງຊາດ​ໄດ້ຍິນ​ເຊັ່ນນີ້​ແລ້ວ ພວກເຂົາ​ກໍ​ຊົມຊື່ນ​ຍິນດີ​ຫລາຍ ແລະ​ສັນລະເສີນ​ຖ້ອຍຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ, ຄົນ​ທັງຫລາຍ ຜູ້​ທີ່​ຖືກ​ເລືອກ​ໄວ້​ສຳລັບ​ຊີວິດ​ນິຣັນດອນ​ກໍໄດ້​ວາງໃຈເຊື່ອ.


ເມື່ອ​ປະຊາຊົນ​ໄດ້ຍິນ​ເຊັ່ນນີ້​ແລ້ວ ຕ່າງ​ກໍ​ເຈັບຊໍ້າ​ກິນແໜງ​ໃຈ​ຫລາຍ​ທີ່ສຸດ ແລະ​ເວົ້າ​ແກ່​ເປໂຕ​ກັບ​ອັກຄະສາວົກ​ຄົນອື່ນໆ​ວ່າ, “ພີ່ນ້ອງ​ເອີຍ ພວກເຮົາ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ?”


ທັງ​ສັນລະເສີນ​ພຣະເຈົ້າ ແລະ​ຄົນ​ທັງປວງ​ຕ່າງ​ກໍ​ພໍໃຈ​ນຳ​ບັນດາ​ຄົນ​ທີ່​ເຊື່ອ​ນັ້ນ ຝ່າຍ​ອົງ​ພຣະຜູ້​ເປັນເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ມີ​ຄົນ​ທີ່​ເຊື່ອ ເພີ່ມ​ຈຳນວນ​ຂຶ້ນ​ທຸກໆ​ວັນ.


ພວກເຮົາ​ມີ​ດ້ວຍກັນ​ທັງໝົດ ສອງຮ້ອຍ​ເຈັດສິບຫົກ​ຄົນ ທີ່​ຢູ່​ໃນ​ເຮືອ​ນີ້.


ແລ້ວ​ກໍ​ຈະ​ເປັນ​ດັ່ງນີ້ ຄື​ຖ້າ​ຜູ້​ທີ່​ບໍ່​ເຊື່ອຟັງ​ຜູ້ທຳນວາຍ ຜູ້ນັ້ນ​ກໍ​ຈະ​ຖືກ​ຕັດ​ຂາດ​ອອກ​ຈາກ​ປະຊາຊົນ​ຂອງ​ພຣະເຈົ້າ ແລະ​ຈະ​ຖືກ​ທຳລາຍ.’


ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ເມື່ອ​ໄດ້ຍິນ​ຄຳສັ່ງສອນ​ນັ້ນ ແລະ​ມີ​ພວກ​ຜູ້ຊາຍ​ເພີ່ມ​ຂຶ້ນ​ປະມານ​ຫ້າພັນ​ຄົນ.


ດັ່ງນັ້ນ ໂຢເຊັບ​ຈຶ່ງ​ໃຊ້​ຄົນ​ໄປ​ເຊີນ​ຢາໂຄບ​ພໍ່​ຂອງຕົນ​ກັບ​ທຸກຄົນ​ໃນ​ຄອບຄົວ​ໃຫ້​ມາ​ຫາ ລວມ​ທັງໝົດ​ມີ​ເຈັດສິບຫ້າ​ຄົນ.


ທຸກຄົນ​ຕ້ອງ​ຍອມ​ຢູ່​ໃຕ້​ອຳນາດ​ການ​ປົກຄອງ ເພາະວ່າ​ບໍ່ມີ​ອຳນາດ​ໃດ ທີ່​ບໍ່ໄດ້​ມາ​ຈາກ​ພຣະເຈົ້າ ແລະ​ຜູ້​ທີ່​ມີ​ອຳນາດ​ນັ້ນ ກໍ​ແມ່ນ​ພຣະເຈົ້າ​ເທົ່ານັ້ນ​ທີ່​ຊົງ​ແຕ່ງຕັ້ງ​ຂຶ້ນ.


ພວກເຈົ້າ​ໄດ້​ເອົາ​ແບບຢ່າງ​ຂອງ​ພວກເຮົາ ພ້ອມ​ທັງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ຮັບ​ຄວາມ​ທົນ​ທຸກຢ່າງ​ໜັກໜ່ວງ​ກໍຕາມ ພວກເຈົ້າ​ກໍ​ຮັບ​ເອົາ​ພຣະຄຳ​ນັ້ນ ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ມາ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ.


ຊຶ່ງ​ເມື່ອ​ກ່ອນ​ນັ້ນ​ບໍ່ໄດ້​ຍອມ​ເຊື່ອຟັງ​ພຣະເຈົ້າ ຄື​ເມື່ອ​ພຣະເຈົ້າ​ຊົງ​ສຳແດງ​ຄວາມ​ອົດທົນ​ດົນນານ. ໃນ​ສະໄໝ​ຂອງ​ໂນອາ ຂະນະທີ່​ເພິ່ນ​ກຳລັງ​ສ້າງ​ເຮືອ​ຢູ່ ໃນ​ເຮືອ​ມີ​ຄົນ​ຈຳນວນ​ໜ້ອຍ ຄື​ແປດ​ຄົນ​ທີ່​ໄດ້​ຜ່ານ​ພົ້ນ​ນໍ້າ​ຖ້ວມ​ນັ້ນ.


ແລ້ວ​ເທວະດາ​ຕົນ​ທີ​ສອງ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃສ່​ທະເລ ແລະ​ນໍ້າ​ທະເລ​ກໍໄດ້​ກາຍເປັນ​ເໝືອນ​ດັ່ງ​ເລືອດ​ຂອງ​ຄົນ​ຕາຍ ແລະ​ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ທະເລ​ກໍໄດ້​ຕາຍໄປ​ໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka