ກິດຈະການ 2:4 - ພຣະຄຳພີສັກສິ4 ທຸກຄົນໃນທີ່ນັ້ນ ຈຶ່ງເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະເລີ່ມປາກພາສາຕ່າງໆ ຕາມທີ່ພຣະວິນຍານຊົງໂຜດໃຫ້ພວກເພິ່ນເວົ້າ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່4 ພວກເພິ່ນທຸກຄົນຈຶ່ງເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າ ແລະ ເລີ່ມເວົ້າພາສາແປກໆ ຕາມທີ່ພຣະວິນຍານບໍລິສຸດເຈົ້າໃຫ້ພວກເພິ່ນເວົ້າໄດ້. Uka jalj uñjjattʼäta |
ຝ່າຍເຮົາເຮັດພັນທະສັນຍາກັບພວກເຈົ້າ ພຣະເຈົ້າຢາເວກ່າວວ່າ: ເຮົາໄດ້ມອບພຣະວິນຍານຂອງເຮົາໃຫ້ພວກເຈົ້າ ແລະມອບຂໍ້ຄຳສັ່ງສອນຂອງເຮົາໃຫ້ເປັນຂອງພວກເຈົ້າຕະຫລອດໄປ ແລະຕັ້ງແຕ່ນີ້ຕໍ່ໄປພວກເຈົ້າຕ້ອງເຊື່ອຟັງເຮົາ ພ້ອມທັງສັ່ງສອນພວກລູກຫລານແລະເຊື້ອສາຍຂອງພວກເຈົ້າ ໃຫ້ເຊື່ອຟັງເຮົາທຸກຍຸກທຸກສະໄໝ.” ພຣະເຈົ້າຢາເວກ່າວດັ່ງນັ້ນແຫລະ.
ຂ້າແດ່ພຣະເຈົ້າຢາເວ ຄວາມໂກດຮ້າຍທີ່ພຣະອົງມີຕໍ່ພວກເຂົານັ້ນ ກໍລຸກໄໝ້ຢູ່ໃນຂ້ານ້ອຍຄືກັນ ແລະຂ້ານ້ອຍກໍທົນຕໍ່ໄປບໍ່ໄດ້ແລ້ວ.” ແລ້ວພຣະເຈົ້າຢາເວກໍກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງລະບາຍຄວາມໂກດຮ້າຍຂອງເຮົາອອກໃສ່ເດັກນ້ອຍທີ່ທ້ອງຖະໜົນ ແລະໃນທີ່ປະຊຸມຕ່າງໆຂອງພວກຊາວໜຸ່ມ. ຜົວແລະເມຍຈະຖືກຈັບໄປ ແລະແມ່ນແຕ່ຄົນຊະຣາກໍຈະບໍ່ໄດ້ຖືກຍົກເວັ້ນ.
ກໍຊົງສຳແດງໃຫ້ພວກຜູ້ທຳນວາຍນັ້ນຮູ້ວ່າ ທີ່ທ່ານເຫຼົ່ານັ້ນໄດ້ປະຕິບັດໃນເຫດການທັງປວງນັ້ນ ບໍ່ແມ່ນສຳລັບພວກເພິ່ນເອງ ແຕ່ສຳລັບເຈົ້າທັງຫລາຍ. ບັດນີ້ ຄົນເຫຼົ່ານັ້ນທີ່ປະກາດຂ່າວປະເສີດແກ່ເຈົ້າທັງຫລາຍ ໄດ້ກ່າວສິ່ງເຫຼົ່ານັ້ນແກ່ພວກເຈົ້າແລ້ວ ໂດຍພຣະວິນຍານບໍຣິສຸດເຈົ້າ ຜູ້ຊົງຮັບໃຊ້ມາຈາກສະຫວັນ. ເຫດການເຫຼົ່ານີ້ ເປັນສິ່ງຊຶ່ງພວກເທວະດາປາຖະໜາຈະພິຈາລະນາເບິ່ງ.