Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 2:2 - ພຣະຄຳພີສັກສິ

2 ໃນ​ທັນໃດນັ້ນ ກໍ​ເກີດ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ຟ້າ ເໝືອນ​ສຽງ​ລົມພະຍຸ​ແຮງ​ກ້າ ດັງ​ກ້ອງສະໜັ່ນ​ທົ່ວ​ເຮືອນ​ທີ່​ພວກເພິ່ນ​ນັ່ງ​ຢູ່​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ໃນ​ທັນໃດ​ນັ້ນ ກໍ​ມີ​ສຽງ​ໜຶ່ງ​ຈາກ​ສະຫວັນ​ເໝືອນ​ສຽງ​ພະຍຸ​ແຮງ​ດັງ​ກ້ອງ​ໄປ​ທົ່ວ​ເຮືອນ​ທີ່​ພວກເພິ່ນ​ນັ່ງ​ຢູ່​ນັ້ນ.

Uka jalj uñjjattʼäta Copia luraña




ກິດຈະການ 2:2
14 Jak'a apnaqawi uñst'ayäwi  

ພຣະອົງ​ກ່າວ​ຕໍ່​ເພິ່ນ​ວ່າ, “ຈົ່ງ​ອອກ​ໄປ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ເທິງ​ຈອມ​ພູ​ນີ້ ແລ້ວ​ພຣະເຈົ້າຢາເວ​ຈະ​ກາຍ​ໄປ.” ກ່ອນ​ໜ້າ​ພຣະເຈົ້າຢາເວ​ສະເດັດ​ໄປ​ກໍ​ເກີດ​ມີ​ລົມ​ພະຍຸ​ຮ້າຍ​ຈົນ​ເຮັດ​ໃຫ້​ພູເຂົາ​ຍະ​ອອກ ແລະ​ເຮັດ​ໃຫ້​ກ້ອນຫີນ​ແຕກ​ເປັນ​ກ້ອນໆ, ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ຢູ່​ໃນ​ລົມ​ນັ້ນ. ຫລັງຈາກ​ນັ້ນ​ກໍ​ເກີດ​ແຜ່ນດິນ​ໄຫວ, ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ຢູ່​ໃນ​ແຜ່ນດິນ​ໄຫວ​ນີ້.


ພຣະອົງ​ນັ່ງ​ເທິງ​ເຄຣຸບ ແລະ​ສະເດັດ​ລົງ​ມາ ແລະ​ທ່ອງທ່ຽວ​ໄປມາ​ຕາມ​ປີກ​ລົມ​ພັດ.


ຈົ່ງ​ຕື່ນ​ຂຶ້ນ​ເຖີດ ລົມ​ໃຕ້​ລົມເໜືອ​ເອີຍ ຈົ່ງ​ພັດ​ເອົາ​ກິ່ນ​ຫອມ​ມາ​ທີ່​ສວນ​ຂອງຂ້ອຍ; ຈົ່ງ​ພັດ​ກິ່ນ​ຫອມ​ນັ້ນ​ໃຫ້​ເຕັມ​ທົ່ວ​ເທິງ​ເວຫາ ໃຫ້​ຄົນຮັກ​ຂອງຂ້ອຍ​ມາ​ທີ່​ສວນ ກິນ​ໝາກໄມ້​ທີ່​ດີເລີດ.


ແມ່ນແຕ່​ກ່ອນ​ທີ່​ພວກເຂົາ​ພາວັນນາ​ອະທິຖານ​ສຸດ ເຮົາ​ກໍ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ແລ້ວ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕອບ​ວ່າ, “ເຮົາ​ຈະ​ໃຊ້​ຜູ້​ແຈ້ງຂ່າວ​ຂອງເຮົາ​ໄປ​ຕຽມ​ທາງ​ໄວ້​ສຳລັບ​ເຮົາ. ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ທີ່​ພວກເຈົ້າ​ກຳລັງ​ຊອກຫາ​ນັ້ນ ກໍ​ຈະ​ມາ​ທີ່​ພຣະວິຫານ​ໃນທັນໃດ. ຜູ້​ແຈ້ງຂ່າວ​ທີ່​ພວກເຈົ້າ​ຢາກ​ເຫັນ​ນັ້ນ​ຈະ​ມາ ແລະ​ປະກາດ​ພັນທະສັນຍາ​ຂອງເຮົາ.”


ໃນ​ທັນໃດນັ້ນ ກໍ​ມີ​ກອງທັບ​ເທວະດາ​ແຫ່ງ​ສະຫວັນ​ໝູ່ໃຫຍ່ ມາ​ປາກົດ​ກັບ​ເທວະດາ​ຕົນ​ນັ້ນ ຮ່ວມ​ກັນ​ຮ້ອງ​ສັນລະເສີນ​ພຣະເຈົ້າ​ວ່າ,


ລົມ​ຢາກ​ພັດ​ໄປ​ທິດ​ໃດ​ກໍ​ພັດ​ໄປ​ທິດ​ນັ້ນ, ເຈົ້າ​ໄດ້ຍິນ​ສຽງ​ຂອງ​ມັນ ແຕ່​ເຈົ້າ​ບໍ່​ຮູ້​ວ່າ​ມັນ​ພັດ​ມາ​ຈາກ​ໃສ ແລະ​ພັດ​ໄປ​ທາງ​ໃດ ທຸກຄົນ​ທີ່​ເກີດ​ມາ​ຈາກ​ພຣະວິນຍານ ກໍ​ເປັນ​ດັ່ງນັ້ນແຫລະ.”


ມີ​ລີ້ນ​ເປັນ​ຮູບ​ເໝືອນ​ແປວ​ໄຟ​ໄດ້​ປາກົດ​ໃຫ້​ພວກເພິ່ນ​ເຫັນ ແລະ​ລິ້ນ​ນັ້ນ​ໄດ້​ແຕກ​ກະຈາຍ​ອອກ​ໄປ​ຢູ່​ເທິງ​ພວກເພິ່ນ​ທຸກຄົນ​ຜູ້​ລະ​ລິ້ນ.


ເມື່ອ​ພວກເຂົາ​ໄດ້ຍິນ​ສຽງ​ນີ້​ແລ້ວ ກໍ​ມີ​ປະຊາຊົນ​ມາ​ເຕົ້າໂຮມ​ກັນ​ຢ່າງ​ໜາແໜ້ນ ພວກເຂົາ​ທັງໝົດ​ຕ່າງ​ກໍ​ຕື່ນເຕັ້ນ​ປະຫລາດ​ໃຈ ເພາະ​ໄດ້ຍິນ​ບັນດາ​ຄົນ​ເຫຼົ່ານັ້ນ ເວົ້າ​ພາສາ​ທ້ອງຖິ່ນ​ຂອງຕົນ.


ເມື່ອ​ພາວັນນາ​ອະທິຖານ​ຈົບ​ແລ້ວ ບ່ອນ​ທີ່​ພວກເຂົາ​ປະຊຸມ​ກັນ​ນັ້ນ​ກໍ​ສະທ້ານ​ຫວັ່ນໄຫວ ທຸກຄົນ​ຕ່າງ​ກໍ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ຈຶ່ງ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ດ້ວຍ​ໃຈ​ກ້າຫານ.


ກໍ​ຊົງ​ສຳແດງ​ໃຫ້​ພວກ​ຜູ້ທຳນວາຍ​ນັ້ນ​ຮູ້​ວ່າ ທີ່​ທ່ານ​ເຫຼົ່ານັ້ນ​ໄດ້​ປະຕິບັດ​ໃນ​ເຫດການ​ທັງປວງ​ນັ້ນ ບໍ່ແມ່ນ​ສຳລັບ​ພວກເພິ່ນ​ເອງ ແຕ່​ສຳລັບ​ເຈົ້າ​ທັງຫລາຍ. ບັດນີ້ ຄົນ​ເຫຼົ່ານັ້ນ​ທີ່​ປະກາດ​ຂ່າວປະເສີດ​ແກ່​ເຈົ້າ​ທັງຫລາຍ ໄດ້​ກ່າວ​ສິ່ງ​ເຫຼົ່ານັ້ນ​ແກ່​ພວກເຈົ້າ​ແລ້ວ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ຜູ້​ຊົງ​ຮັບໃຊ້​ມາ​ຈາກ​ສະຫວັນ. ເຫດການ​ເຫຼົ່ານີ້ ເປັນ​ສິ່ງ​ຊຶ່ງ​ພວກ​ເທວະດາ​ປາຖະໜາ​ຈະ​ພິຈາລະນາ​ເບິ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka