Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 2:12 - ພຣະຄຳພີສັກສິ

12 ເມື່ອ​ຕ່າງ​ຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ສັບສົນ​ຢູ່​ນັ້ນ ພວກເຂົາ​ຈຶ່ງ​ສືບຕໍ່​ຖາມ​ກັນແລະກັນ​ວ່າ, “ເຫດການ​ເຊັ່ນນີ້​ໝາຍຄວາມວ່າ​ຢ່າງ​ໃດ​ໜໍ?”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ພວກເຂົາ​ຕ່າງ​ກໍ​ປະຫລາດໃຈ ແລະ ສັບສົນ, ພວກເຂົາ​ຈຶ່ງ​ຖາມ​ກັນ​ວ່າ, “ສິ່ງ​ນີ້​ໝາຍຄວາມ​ວ່າ​ແນວ​ໃດ?”

Uka jalj uñjjattʼäta Copia luraña




ກິດຈະການ 2:12
8 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຢຊູເຈົ້າ​ໄດ້​ຊົງ​ກ່າວ​ຄຳ​ເຫຼົ່ານີ້​ຈົບ​ແລ້ວ ປະຊາຊົນ​ກໍ​ປະຫລາດ​ໃຈ​ຫລາຍ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ.


ເມື່ອ​ກະສັດ​ເຮໂຣດ​ຟັງ​ໂຢຮັນ​ເວົ້າ​ເທື່ອໃດ ເພິ່ນ​ກໍ​ຮູ້ສຶກ​ອຶດອັດ​ໃຈ​ເທື່ອນັ້ນ, ແຕ່​ເຖິງ​ປານນັ້ນ ເພິ່ນ​ກໍ​ຍອມ​ຟັງ​ໂຢຮັນ​ເວົ້າ​ດ້ວຍ​ຄວາມ​ຍິນດີ.


ດັ່ງນັ້ນ ລາວ​ຈຶ່ງ​ໄດ້​ເອີ້ນ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ມາ ແລະ​ຖາມ​ວ່າ, ‘ມີ​ຫຍັງ​ເກີດຂຶ້ນ?’


ເມື່ອ​ໄດ້ຍິນ​ສຽງ​ປະຊາຊົນ​ກຳລັງ​ຍ່າງ​ກາຍ​ໄປ​ນັ້ນ​ຊາຍ​ຕາບອດ​ຈຶ່ງ​ຖາມ​ວ່າ, “ແມ່ນ​ເລື່ອງ​ຫຍັງ​ກັນ?”


ຂະນະທີ່​ເປໂຕ​ຍັງ​ຄິດ​ບໍ່​ອອກ​ວ່າ ນິມິດ​ທີ່​ຕົນ​ໄດ້​ເຫັນ​ນັ້ນ​ມີ​ຄວາມໝາຍ​ຢ່າງ​ໃດ ແລະ​ເບິ່ງແມ! ຄົນ​ທີ່​ໂກເນລີໂອ​ໄດ້​ໃຊ້​ມາ​ນັ້ນ ເມື່ອ​ໄດ້​ສອບ​ຖາມ​ຫາ​ເຮືອນ​ຂອງ​ຊີໂມນ ແລະ​ໄດ້​ຮູ້​ວ່າ​ຢູ່​ທີ່​ໃດ​ແລ້ວ ພວກເຂົາ​ກໍໄດ້​ມາ​ຢືນ​ຢູ່​ທີ່​ໜ້າ​ປະຕູ​ເຮືອນ.


ບາງ​ເລື່ອງ​ທີ່​ພວກເຮົາ​ໄດ້ຍິນ​ເຈົ້າ​ເວົ້າ ຟັງ​ຄື​ແປກໆ ແລະ​ພວກເຮົາ​ຢາກ​ຮູ້​ວ່າ ເລື່ອງ​ນັ້ນ​ໝາຍຄວາມວ່າ​ຢ່າງ​ໃດ?”


ທັງ​ເປັນ​ຄົນ​ຢິວ ແລະ​ຄົນຕ່າງຊາດ​ທີ່​ນັບຖື​ລັດທິ​ຢິວ ແລະ​ບາງຄົນ​ໃນ​ພວກເຮົາ​ມາ​ຈາກ​ກະເຣເຕ ແລະ​ປະຊາຊົນ​ຊາວ​ອາຣັບ, ແຕ່​ພວກເຮົາ​ຕ່າງ​ກໍ​ໄດ້​ຍິນ​ພວກເຂົາ​ເວົ້າ​ພາສາ​ຂອງ​ພວກເຮົາ​ເອງ ເຖິງ​ພາລະກິດ​ອັນ​ຍິ່ງໃຫຍ່​ທີ່​ພຣະເຈົ້າ​ໄດ້​ກະທຳ.”


ດ້ວຍ​ຄວາມ​ງຶດ​ປະຫລາດ​ໃຈ ພວກເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, “ຄົນ​ທີ່​ເວົ້າ​ກັນ​ຢູ່​ນີ້ ເປັນ​ຊາວ​ຄາລີເລ​ທັງໝົດ​ບໍ່ແມ່ນ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka