Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 2:11 - ພຣະຄຳພີສັກສິ

11 ທັງ​ເປັນ​ຄົນ​ຢິວ ແລະ​ຄົນຕ່າງຊາດ​ທີ່​ນັບຖື​ລັດທິ​ຢິວ ແລະ​ບາງຄົນ​ໃນ​ພວກເຮົາ​ມາ​ຈາກ​ກະເຣເຕ ແລະ​ປະຊາຊົນ​ຊາວ​ອາຣັບ, ແຕ່​ພວກເຮົາ​ຕ່າງ​ກໍ​ໄດ້​ຍິນ​ພວກເຂົາ​ເວົ້າ​ພາສາ​ຂອງ​ພວກເຮົາ​ເອງ ເຖິງ​ພາລະກິດ​ອັນ​ຍິ່ງໃຫຍ່​ທີ່​ພຣະເຈົ້າ​ໄດ້​ກະທຳ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 (ທັງ​ຄົນ​ຢິວ ແລະ ຄົນ​ຕ່າງຊາດ​ທີ່​ຖື​ສາສະໜາ​ຢິວ), ຊາວ​ກະເຣເຕ ແລະ ຊາວອາຣັບ ພວກເຮົາ​ໄດ້​ຍິນ​ພວກເຂົາ​ປະກາດ​ເຖິງ​ຄວາມອັດສະຈັນ​ຂອງ​ພຣະເຈົ້າ​ດ້ວຍ​ພາສາ​ຂອງ​ພວກເຮົາ​ເອງ!”

Uka jalj uñjjattʼäta Copia luraña




ກິດຈະການ 2:11
36 Jak'a apnaqawi uñst'ayäwi  

ໂດຍ​ບໍ່​ນັບ​ການ​ເສຍສ່ວຍ​ຕ່າງໆ ຈາກ​ພວກ​ພໍ່ຄ້າ, ຈາກ​ກຳໄລ​ທີ່​ໄດ້​ມາ​ຈາກ​ການຄ້າ ແລະ​ຈາກ​ເຄື່ອງ​ບັນນາການ​ທີ່​ບັນດາ​ກະສັດ​ແຫ່ງ​ອາຣາເບຍ ແລະ​ພວກ​ຜູ້ປົກຄອງ​ເຂດ​ຕ່າງໆ​ໃນ​ປະເທດ​ອິດສະຣາເອນ​ໄດ້​ສົ່ງ​ມາ​ໃຫ້.


ຊາວ​ຟີລິດສະຕິນ​ບາງຄົນ​ໄດ້​ນຳ​ເອົາ​ເງິນ​ແລະ​ຂອງຂວັນ​ຕ່າງໆ ເປັນ​ຈຳນວນ​ຫລວງຫລາຍ​ມາ​ມອບ​ໃຫ້​ເຢໂຮຊາຟັດ ແລະ​ຊາວ​ອາຣັບ​ບາງຄົນ​ກໍໄດ້​ນຳ​ແກະເຖິກ​ຈຳນວນ​ເຈັດພັນ​ເຈັດຮ້ອຍ​ໂຕ ແລະ​ແບ້ເຖິກ​ເຈັດພັນ​ເຈັດຮ້ອຍ​ໂຕ​ມາ​ມອບ​ໃຫ້​ເພິ່ນ.


ພຣະເຈົ້າ​ໄດ້​ໃຫ້​ເພິ່ນ​ເອົາ​ຊະນະ​ພວກ​ຟີລິດສະຕິນ, ພວກ​ອາຣັບ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເກີດບາອານ ແລະ​ພວກ​ເມີນິດ.


ພວກເຮົາ​ເຂົ້າໃຈ​ບໍ່ໄດ້​ສິ່ງ​ຍິ່ງໃຫຍ່​ທີ່​ຊົງ​ກະທຳ ແລະ​ການ​ອັດສະຈັນ​ອັນ​ບໍ່ມີ​ທີ່​ສິ້ນສຸດ​ເປັນໄດ້.


ພວກເຂົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ສຳລັບ​ການ​ອັດສະຈັນ​ທີ່​ຊົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ນັ້ນ.


ພວກເຂົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ສຳລັບ​ການ​ອັດສະຈັນ​ທີ່​ຊົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ນັ້ນ.


ພວກເຂົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ສຳລັບ​ການ​ອັດສະຈັນ​ທີ່​ຊົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ນັ້ນ.


ພຣະເຈົ້າຢາເວ​ຢາກ​ໃຫ້​ພຣະ​ຣາຊກິດ​ອັນ​ອັດສະຈັນ​ຂອງ​ພຣະອົງ​ເປັນ​ທີ່​ຈົດຈຳ ເພາະ​ພຣະອົງ​ມີ​ໃຈ​ເມດຕາ​ແລະ​ກະລຸນາ​ດ້ວຍ.


ພຣະອົງ​ເທົ່ານັ້ນ​ທີ່​ເຮັດ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ຂ້ານ້ອຍ​ຮ້ອງເພງ​ກ່າວ​ເຖິງ​ການ​ໂມທະນາ​ຂອບພຣະຄຸນ ແລະ​ການກະທຳ​ອັນ​ອັດສະຈັນ​ຂອງ​ພຣະອົງ​ດ້ວຍ.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ພຣະອົງ​ໄດ້​ຊົງ​ກະທຳ​ຫລາຍ​ຢ່າງ​ສຳລັບ​ພວກ​ຂ້ານ້ອຍ ບໍ່ມີ​ຜູ້ໃດ​ຄື​ພຣະອົງ​ທີ່​ເຮັດ​ສິ່ງ​ອັດສະຈັນ​ໃຫ້​ໄດ້​ເຫັນ ຊຶ່ງ​ມີ​ຫລາຍ​ຢ່າງ​ຈົນ​ຂ້ານ້ອຍ​ບໍ່​ສາມາດ​ກ່າວ​ໝົດ​ເພາະ​ມີ​ຫລາຍ​ແທ້ໆ.


ຂ້າແດ່​ພຣະເຈົ້າ ພຣະອົງ​ໄດ້​ສັ່ງສອນ​ຂ້ານ້ອຍ​ຕັ້ງແຕ່​ຍັງ​ໜຸ່ມ​ມາ ແລະ​ຂ້ານ້ອຍ​ຍັງ​ສືບຕໍ່​ກ່າວ ເຖິງ​ກິດຈະການ​ອັນ​ອັດສະຈັນ​ຂອງ​ພຣະອົງ​ຢູ່​ສະເໝີ.


ຂ້ານ້ອຍ​ຈະ​ຈົດຈຳ​ພຣະເຈົ້າຢາເວ ສິ່ງ​ອັນ​ຍິ່ງໃຫຍ່​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ. ຂ້ານ້ອຍ​ຈະ​ຄິດເຖິງ​ການ​ອັດສະຈັນ ທີ່​ພຣະອົງ​ໄດ້​ເຮັດ​ຜ່ານ​ມາ​ນັ້ນ.


ພວກເຮົາ​ຈະ​ບໍ່​ອຳ​ໄວ້​ຈາກ​ລູກໆ​ຂອງ​ພວກເຮົາ ຈົ່ງ​ບອກ​ເຊື້ອສາຍ​ທີ່​ເກີດ​ມາ​ພາຍ​ຫລັງ​ນັ້ນ ເຖິງ​ຣິດທານຸພາບ ແລະ​ສິ່ງ​ຍິ່ງໃຫຍ່​ທັງຫລາຍ ຕະຫລອດ​ທັງ​ສິ່ງ​ອັດສະຈັນ​ທີ່​ພຣະເຈົ້າຢາເວ​ກະທຳ​ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ ຟ້າ​ສະຫວັນ​ຮ້ອງ​ຍົກຍ້ອງ ສັນລະເສີນ​ສິ່ງ​ງຶດງໍ້​ອັດສະຈັນ​ຂອງ​ພຣະອົງ ຜູ້​ບໍຣິສຸດ​ກໍ​ຍົກຍ້ອງ​ສັນລະເສີນ​ຄວາມສັດຊື່​ຂອງ​ພຣະອົງ.


ຈົ່ງ​ປະກາດ​ພຣະ​ສະຫງ່າຣາສີ​ແກ່​ຊົນຊາດ​ທັງຫລາຍ ແລະ​ພຣະ​ຣາຊກິດ​ຍິ່ງໃຫຍ່​ແກ່​ມວນ​ມະນຸດ​ຊາດ.


ຂ້າແດ່​ພຣະເຈົ້າຢາເວ ໃນ​ບັນດາ​ພະ​ທັງຫລາຍ​ນັ້ນ​ໃຜ​ແດ່​ຄື​ພຣະອົງ? ແນ່ວແນ່​ຄື​ພຣະອົງ ຜູ້​ຍິ່ງໃຫຍ່​ແລະ​ບໍຣິສຸດ​ດ້ວຍ. ພະ​ໃດ​ເຮັດ​ການ​ອັດສະຈັນ​ຕ່າງໆ​ໄດ້​ແດ່? ແລະ​ເຮັດ​ການ​ອັນ​ໃຫຍ່ຍິ່ງ​ໄດ້​ດັ່ງ​ພຣະອົງ?


ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່ນັ້ນ​ອີກ​ຕໍ່ໄປ. ແມ່ນແຕ່​ນັກ​ເດີນທາງ​ຊາວ​ອາຣັບ​ກໍ​ຈະ​ບໍ່​ກາງ​ເຕັນ​ໃສ່​ທີ່​ນັ້ນ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄປ​ລ້ຽງ​ຝູງແກະ​ຂອງຕົນ​ໃນ​ທີ່ນັ້ນ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ອາຣາເບຍ. ປະຊາຊົນ​ຊາວ​ເມືອງ​ເດດານ​ເອີຍ ຄື​ຂະບວນ​ຂອງ​ພວກ​ທີ່​ໄດ້​ຕັ້ງ​ຄ້າຍພັກ ຢູ່​ໃນ​ດິນແດນ​ຂອງ​ອາຣາເບຍ​ບ່ອນ​ແຫ້ງແລ້ງ


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ ແລະ​ສັນລະເສີນ​ພຣະນາມ​ພຣະເຈົ້າ. ພຣະອົງ​ນັ້ນ​ໄດ້​ເຮັດ​ສິ່ງ​ອັດສະຈັນ​ນາໆ​ປະການ ພຣະອົງ​ເຮັດ​ຕາມ​ແຜນການ​ທີ່​ຊົງ​ໄດ້​ວາງ​ໄວ້.


ສະຕິປັນຍາ​ທັງໝົດ​ນີ້​ມາ​ຈາກ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ແຜນການ​ທີ່​ພຣະອົງ​ດຳເນີນ​ນັ້ນ​ສະຫລາດ ແລະ​ສຳເລັດຜົນ​ສະເໝີ.


ບັນດາ​ກະສັດ​ທັງໝົດ​ຂອງ​ດິນແດນ​ອາຣາເບຍ; ບັນດາ​ກະສັດ​ທັງໝົດ​ຂອງ​ເຜົ່າ​ຕ່າງໆ ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ;


ຈົ່ງ​ເງີຍໜ້າ​ເບິ່ງ​ທີ່​ຈອມພູ​ພຸ້ນດູ. ມີ​ບ່ອນໃດ​ແດ່​ທີ່​ເຈົ້າ​ບໍ່ໄດ້​ປະພຶດ​ຢ່າງ​ຍິງ​ແມ່ຈ້າງ? ເຈົ້າ​ຄອງຄອຍ​ຄູ່ຮັກ​ຢູ່​ຕາມ​ແຄມ​ຖະໜົນ​ຫົນທາງ ເໝືອນ​ຊາວ​ອາຣັບ​ຄອຍ​ຖ້າ​ເຫຍື່ອ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ການ​ເປັນ​ແມ່ຈ້າງ​ຂອງ​ເຈົ້າ​ນັ້ນ​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ.


ມາ​ຈາກ​ຟີເຄຍ ແລະ ປຳຟີເລຍ, ມາ​ຈາກ​ເອຢິບ ແລະ​ຂົງເຂດ​ຕ່າງໆ​ໃນ​ລີເບຍ ຊຶ່ງ​ໃກ້​ກັບ​ເມືອງ​ກີເຣເນ ກັບ​ພວກ​ທີ່​ມາ​ຈາກ​ນະຄອນ​ໂຣມ ທີ່​ເປັນ​ແຂກ​ທີ່​ມາ​ຢ້ຽມຢາມ


ເມື່ອ​ຕ່າງ​ຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ສັບສົນ​ຢູ່​ນັ້ນ ພວກເຂົາ​ຈຶ່ງ​ສືບຕໍ່​ຖາມ​ກັນແລະກັນ​ວ່າ, “ເຫດການ​ເຊັ່ນນີ້​ໝາຍຄວາມວ່າ​ຢ່າງ​ໃດ​ໜໍ?”


ເພາະ​ທ່າ​ເຮືອ​ນັ້ນ​ບໍ່​ເໝາະ​ສຳລັບ​ຈອດ​ພັກ​ໃນ​ລະດູ​ໜາວ, ດັ່ງນັ້ນ ຄົນ​ເດີນ​ເຮືອ​ສ່ວນ​ຫລາຍ​ຈຶ່ງ​ຕັດສິນໃຈ​ອອກ​ຈາກ​ທີ່​ນັ້ນ ແລະ​ພະຍາຍາມ​ເດີນ​ເຮືອ​ໃຫ້​ເຖິງ​ເມືອງ​ໂຟນິກ ຖ້າ​ເປັນ​ໄປ​ໄດ້ ເພື່ອ​ຈອດ​ພັກ​ຍາມ​ລະດູ​ໜາວ ຊຶ່ງ​ເປັນ​ທ່າ​ເຮືອ​ຂອງ​ກະເຣເຕ ຢູ່​ທາງ​ດ້ານ​ຕາເວັນຕົກ​ສ່ຽງ​ໃຕ້​ກັບ​ຕາເວັນ​ຕົກ​ສ່ຽງ​ເໜືອ.


ເມື່ອ​ລົມ​ທິດ​ໃຕ້​ເລີ່ມ​ພັດ​ມາ​ຄ່ອຍໆ​ພວກເຂົາ​ຄິດ​ວ່າ ຄົງ​ເຮັດ​ຕາມ​ແຜນການ​ຂອງ​ພວກເຂົາ​ໄດ້. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖອນ​ສະໝໍ​ຂຶ້ນ ແລະ​ແລ່ນ​ເຮືອ​ລຽບ​ໃກ້​ຝັ່ງ​ຂອງ​ກະເຣເຕ.


ເຮືອ​ຊຶ່ງ​ພວກເຮົາ​ຂີ່​ນັ້ນ​ໄປ​ຊ້າ​ຫລາຍ ແລະ​ກໍ​ໃຊ້​ເວລາ​ຫລາຍ​ວັນ​ດ້ວຍ​ຄວາມ​ຍາກ​ລຳບາກ ຈຶ່ງ​ມາ​ເຖິງ​ເມືອງ​ກະນີໂດ, ໃນ​ເມື່ອ​ລົມ​ພັດ​ຕ້ານ​ພວກເຮົາ​ແຮງ​ຫລາຍ ພວກເຮົາ​ຈຶ່ງ​ບໍ່​ອາດ​ໄປຕາມ​ທິດ​ທາງ​ນັ້ນ​ໄດ້. ດັ່ງນັ້ນ ພວກເຮົາ​ຈຶ່ງ​ລຽບ​ຝັ່ງ​ຂອງ​ເກາະ​ກະເຣເຕ​ໄປ ຊຶ່ງ​ເປັນ​ບ່ອນ​ທີ່​ຫລີກ​ລົມ​ໄດ້​ໂດຍ​ຜ່ານ​ແຫລມ​ສານໂມນ.


ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຣິດອຳນາດ​ເຮັດ​ການ​ອັດສະຈັນ ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຂອງ​ປະທານ​ໃນ​ການ​ປະກາດ​ພຣະທຳ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ​ຮູ້​ສັງເກດ​ວິນຍານ​ຕ່າງໆ ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຄວາມ​ສາມາດ​ເວົ້າ​ພາສາ​ແປກໆ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ​ມີ​ຄວາມ​ສາມາດ​ແປ​ພາສາ​ແປກໆ.


ແລະ​ພຣະເຈົ້າ​ໄດ້​ຊົງ​ຕັ້ງ​ບາງຄົນ​ໄວ້​ໃນ​ຄຣິສຕະຈັກ​ຄື: ໜຶ່ງ​ແມ່ນ​ອັກຄະສາວົກ ສອງ​ແມ່ນ​ຜູ້​ປະກາດ​ພຣະທຳ ສາມ​ແມ່ນ​ອາຈານ ແລ້ວ​ຕໍ່​ຈາກ​ນັ້ນ​ກໍ​ມີ​ຜູ້​ເຮັດ​ການ​ອິດທິຣິດ​ຕ່າງໆ ຜູ້​ມີ​ອຳນາດ​ໃຫ້​ດີ​ພະຍາດ​ໂຣຄາ ຜູ້​ອຸປະຖຳ ຜູ້ປົກຄອງ ແລະ​ຜູ້​ເວົ້າ​ພາສາ​ແປກໆ.


ແມ່ນແຕ່​ພວກ​ທີ່​ເປັນ​ອັກຄະສາວົກ​ກ່ອນ​ເຮົາ​ໃນ​ນະຄອນ​ເຢຣູຊາເລັມ ເຮົາ​ກໍ​ຍັງ​ບໍ່ໄດ້​ໄປ​ຫາ ແຕ່​ເຮົາ​ໄດ້​ໄປ​ເຖິງ​ອາຣາເບຍ​ໃນ​ທັນທີ ແລ້ວ​ຈຶ່ງ​ກັບຄືນ​ມາ​ເມືອງ​ດາມັສກັດ.


ນາງ​ຮາກາ​ນັ້ນ ໄດ້​ແກ່​ພູເຂົາ​ຊີນາຍ​ໃນ​ປະເທດ​ອາຣາເບຍ​ປຽບ​ເຖິງ ນະຄອນ​ເຢຣູຊາເລັມ​ໃນ​ປະຈຸບັນ ຕົກ​ເປັນ​ຂ້ອຍຂ້າ​ພ້ອມ​ທັງ​ຊາວ​ເມືອງ​ທຸກຄົນ​ດ້ວຍ.


ຜູ້ທຳນວາຍ​ຄົນ​ໜຶ່ງ​ຈາກ​ຊາວ​ເກາະ​ກະເຣເຕ​ເອງ​ໄດ້​ກ່າວ​ວ່າ, “ຊາວ​ກະເຣເຕ​ເປັນ​ຄົນ​ມັກ​ເວົ້າ​ຕົວະ, ເປັນ​ຄົນ​ໂຫດຮ້າຍ​ຢ່າງ​ສັດ, ເປັນ​ຄົນ​ຂີ້ຄ້ານ ມັກ​ແຕ່​ກິນ.”


ເຮົາ​ໄດ້​ປະ​ເຈົ້າ​ໄວ້​ໃນ​ກະເຣເຕ ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ຈັດ​ການ​ກັບ​ວຽກງານ​ທີ່​ຍັງ​ຄ້າງຄາ​ຢູ່​ນັ້ນ ໃຫ້​ຮຽບຮ້ອຍ ແລະ​ແຕ່ງຕັ້ງ​ພວກ​ຜູ້ປົກຄອງ​ປະຈຳ​ຄຣິສຕະຈັກ​ໄວ້​ໃນ​ທຸກໆ​ເມືອງ ຕາມ​ທີ່​ເຮົາ​ໄດ້​ໃຫ້​ແກ່​ເຈົ້າ​ນັ້ນ.


ພຣະເຈົ້າ​ກໍ​ຍັງ​ຊົງ​ເປັນ​ພະຍານ​ຮ່ວມ​ກັນ​ກັບ​ພວກເຂົາ ໂດຍ​ຊົງ​ສຳແດງ​ໝາຍສຳຄັນ, ການ​ອັດສະຈັນ, ການ​ອິດທິຣິດ​ຕ່າງໆ ແລະ​ໂດຍ​ຂອງ​ປະທານ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ຊົງ​ປະທານ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka