ກິດຈະການ 2:1 - ພຣະຄຳພີສັກສິ1 ເມື່ອເຖິງວັນເພັນເຕຄໍສະເຕ ບັນດາພີ່ນ້ອງຜູ້ທີ່ເຊື່ອທັງໝົດໃນທີ່ນັ້ນ ກໍມາເຕົ້າໂຮມກັນຢູ່ບ່ອນດຽວ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່1 ເມື່ອເຖິງວັນເພັນເຕຄໍສະເຕ, ພວກເພິ່ນທັງໝົດໄດ້ມາເຕົ້າໂຮມກັນຢູ່ໃນບ່ອນດຽວ. Uka jalj uñjjattʼäta |
ພວກເປົ່າແກແລະພວກນັກຮ້ອງໄດ້ບັນເລງດ້ວຍຄວາມສອດຄ່ອງກັນ ເປັນສຽງດຽວກັນເພື່ອຖວາຍຄຳຍ້ອງຍໍສັນລະເສີນແລະໂມທະນາຂອບພຣະຄຸນແກ່ພຣະເຈົ້າຢາເວ. ໂດຍປະສົມປະສານໄປກັບສຽງແກ, ສຽງແສ່ງ ແລະສຽງເຄື່ອງດົນຕຼີອື່ນໆ; ພວກເຂົາໄດ້ເປ່ງສຽງຮ້ອງສັນລະເສີນພຣະເຈົ້າຢາເວວ່າ, “ສັນລະເສີນພຣະເຈົ້າຢາເວ ເພາະພຣະອົງຊົງຄຸນງາມຄວາມດີ ແລະຄວາມຮັກຂອງພຣະອົງ ກໍດຳລົງຢູ່ຕະຫລອດໄປເປັນນິດ.” ໃນຂະນະທີ່ພວກປະໂຣຫິດກຳລັງອອກຈາກວິຫານຂອງພຣະເຈົ້າຢາເວໄປ ທັນໃດນັ້ນ ກໍມີເມກຫຸ້ມເຕັມຢູ່ວິຫານຂອງພຣະເຈົ້າ ໂດຍມີສະຫງ່າຣາສີຂອງພຣະເຈົ້າຢາເວສາດແສງແຈ້ງທົ່ວໄປ ແລະພວກເຂົາກໍດຳເນີນພິທີນະມັດສະການຕໍ່ໄປບໍ່ໄດ້.
ພຽງແຕ່ໃຫ້ເຈົ້າທັງຫລາຍ ດຳເນີນຊີວິດໃຫ້ສົມກັບຂ່າວປະເສີດເລື່ອງພຣະຄຣິດ ເພື່ອວ່າຖ້າເຮົາມາຫາພວກເຈົ້າ ຫລືບໍ່ມາກໍຕາມ ເຮົາກໍຈະໄດ້ຍິນຂ່າວຂອງພວກເຈົ້າວ່າ ເຈົ້າທັງຫລາຍຕັ້ງໝັ້ນຄົງຢູ່ເປັນນໍ້າໜຶ່ງໃຈດຽວກັນ ຕໍ່ສູ້ເໝືອນຢ່າງເປັນຄົນຄົນດຽວ ເພື່ອຄວາມເຊື່ອອັນເກີດຈາກຂ່າວປະເສີດນັ້ນ.