ກິດຈະການ 19:8 - ພຣະຄຳພີສັກສິ8 ເປັນເວລາສາມເດືອນ ທີ່ໂປໂລໄດ້ເຂົ້າໄປໃນທຳມະສາລາ ແລະກ່າວກັບປະຊາຊົນດ້ວຍໃຈກ້າຫານ ເພິ່ນປະກາດເຖິງອານາຈັກຂອງພຣະເຈົ້າ ແລະຊັກຊວນໃຫ້ພວກເຂົາຮັບເຊື່ອ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່8 ໂປໂລໄດ້ເຂົ້າໄປໃນທຳມະສາລາ ແລະ ກ່າວດ້ວຍໃຈກ້າຫານເປັນເວລາສາມເດືອນ, ມີການໂຕ້ຖຽງເລື່ອງອານາຈັກຂອງພຣະເຈົ້າໄດ້ຢ່າງໜ້າຟັງ. Uka jalj uñjjattʼäta |
ເມື່ອພວກເຂົານັດວັນພົບກັບໂປໂລ, ຄົນຈຳນວນຫລາຍກວ່າເກົ່າໄດ້ມາຫາທີ່ບ່ອນພັກຂອງເພິ່ນ, ເພິ່ນຈຶ່ງກ່າວອະທິບາຍແກ່ພວກເຂົາຕັ້ງແຕ່ເຊົ້າຈົນຄໍ່າ ເປັນພະຍານເຖິງຣາຊອານາຈັກຂອງພຣະເຈົ້າຢ່າງຄົບຖ້ວນ ແລະຊັກຊວນໃຫ້ພວກເຂົາຮັບເຊື່ອໃນພຣະເຢຊູເຈົ້າ ໂດຍໃຊ້ຂໍ້ຄວາມຈາກກົດບັນຍັດຂອງໂມເຊ ແລະຈາກບັນດາຜູ້ທຳນວາຍເປັນຫລັກ.
ເພື່ອນທີ່ຮັກຂອງເຮົາເອີຍ, ເຮົາອົດສາພະຍາຍາມຢ່າງສຸດຄວາມສາມາດ ເພື່ອຂຽນຈົດໝາຍມາເຖິງພວກເຈົ້າ ກ່ຽວກັບເລື່ອງຄວາມພົ້ນທີ່ພວກເຮົາມີຢູ່ຮ່ວມກັນ ເມື່ອເຮົາເຫັນມີຄວາມຈຳເປັນທີ່ຈະຕ້ອງຂຽນມາເຕືອນສະຕິພວກເຈົ້າ ໃຫ້ຕໍ່ສູ້ເພື່ອຄວາມເຊື່ອ ຊຶ່ງພຣະເຈົ້າໄດ້ມອບໃຫ້ແກ່ປະຊາຊົນຂອງພຣະອົງເທື່ອດຽວເປັນການສິ້ນສຸດ.