Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 19:6 - ພຣະຄຳພີສັກສິ

6 ໂປໂລ​ໄດ້​ວາງ​ມື​ໃສ່​ພວກເຂົາ ແລະ​ພຣະວິນຍານ​ບໍຣິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ພວກເຂົາ ພວກເຂົາ​ຈຶ່ງ​ຕັ້ງຕົ້ນ​ປາກ​ພາສາ​ແປກໆ ແລະ​ທຳນວາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ເມື່ອ​ໂປໂລ​ວາງມື​ໃສ່​ພວກເຂົາ, ພຣະວິນຍານບໍລິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ພວກເຂົາ ແລະ ພວກເຂົາ​ກໍ​ເວົ້າ​ພາສາ​ແປກໆ ແລະ ທຳນວາຍ.

Uka jalj uñjjattʼäta Copia luraña




ກິດຈະການ 19:6
13 Jak'a apnaqawi uñst'ayäwi  

ແລະ​ໝາຍສຳຄັນ​ເຫຼົ່ານີ້​ຈະ​ຕິດຕາມ​ຄົນ​ທີ່​ເຊື່ອ​ດັ່ງນີ້​ຄື: ພວກເຂົາ​ຈະ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງເຮົາ ພວກເຂົາ​ຈະ​ເວົ້າ​ພາສາ​ແປກໆ​ໄດ້,


ຊາຍ​ເຫຼົ່ານີ້​ມີ​ດ້ວຍກັນ​ທັງໝົດ​ປະມານ​ສິບສອງ​ຄົນ.


ທຸກຄົນ​ໃນ​ທີ່ນັ້ນ ຈຶ່ງ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ເລີ່ມ​ປາກ​ພາສາ​ຕ່າງໆ ຕາມ​ທີ່​ພຣະວິນຍານ​ຊົງ​ໂຜດ​ໃຫ້​ພວກເພິ່ນ​ເວົ້າ.


ພວກເຂົາ​ໄດ້​ນຳ​ຄົນ​ທັງ​ເຈັດ​ນີ້ ມາ​ສະເໜີ​ຕໍ່​ພວກ​ອັກຄະສາວົກ ແລະ​ພວກເພິ່ນ​ຈຶ່ງ​ພາວັນນາ​ອະທິຖານ​ວາງ​ມື​ໃສ່​ພວກເຂົາ.


ແລ້ວ​ອານາເນຍ​ກໍ​ໄປ ແລະ​ເຂົ້າ​ໃນ​ເຮືອນ​ນັ້ນ​ວາງ​ມື​ໃສ່​ໂຊໂລ ແລ້ວ​ກ່າວ​ວ່າ, “ອ້າຍ​ໂຊໂລ​ເອີຍ, ອົງ​ພຣະເຢຊູເຈົ້າ ຜູ້​ໄດ້​ຊົງ​ປາກົດ​ແກ່​ເຈົ້າ​ຕາມ​ທາງ​ທີ່​ເຈົ້າ​ກຳລັງ​ມາ​ນັ້ນ ໄດ້​ຊົງ​ໃຊ້​ເຮົາ​ມາ​ເພື່ອ​ເຈົ້າ​ຈະ​ໄດ້​ເຫັນ​ຮຸ່ງ​ອີກ ແລະ​ເພື່ອ​ເຈົ້າ​ຈະ​ໄດ້​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.”


ຢ່າ​ຟ້າວ​ວາງ​ມື​ລົງ​ໃສ່​ຜູ້ໃດ ແລະ​ຢ່າ​ເຂົ້າ​ສ່ວນ​ໃນ​ຄວາມ​ບາບ​ກັບ​ຄົນອື່ນ ຈົ່ງ​ຮັກສາ​ຕົວ​ໃຫ້​ບໍຣິສຸດ.


ເພາະ​ເຫດ​ນີ້ ເຮົາ​ຈຶ່ງ​ຂໍ​ເຕືອນ​ສະຕິ​ເຈົ້າ ຈົ່ງ​ພັດທະນາ​ຂອງ​ປະທານ​ທີ່​ມີ​ໃນ​ຕົວ​ເຈົ້າ ໃຫ້​ຈະເລີນ​ຮຸ່ງເຮືອງ​ຂຶ້ນ ຄື​ຂອງ​ປະທານ ຊຶ່ງ​ພຣະເຈົ້າ​ໄດ້​ໂຜດ​ປະທານ​ໃຫ້​ເຈົ້າ ເມື່ອ​ເຮົາ​ໄດ້​ວາງ​ມື​ໃສ່​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka