Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 19:4 - ພຣະຄຳພີສັກສິ

4 ໂປໂລ​ຈຶ່ງ​ບອກ​ວ່າ, “ບັບຕິສະມາ​ຂອງ​ໂຢຮັນ​ແມ່ນ​ສຳລັບ​ຄົນ​ທີ່​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ເພິ່ນ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ ໃຫ້​ເຊື່ອ​ໃນ​ຜູ້​ທີ່​ມາ​ພາຍ​ຫລັງ​ຕົນ ຄື​ເຊື່ອ​ໃນ​ພຣະເຢຊູເຈົ້າ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ໂປໂລ​ຈຶ່ງ​ເວົ້າ​ວ່າ, “ບັບຕິສະມາ​ຂອງ​ໂຢຮັນ​ຄື​ບັບຕິສະມາ​ແຫ່ງ​ການ​ຖິ້ມໃຈເກົ່າເອົາໃຈໃໝ່. ໂຢຮັນ​ໄດ້​ບອກ​ຄົນ​ໃຫ້​ເຊື່ອ​ໃນ​ພຣະອົງ​ຜູ້​ທີ່​ມາ​ພາຍ​ຫລັງ​ຕົນ, ຄື​ໃຫ້​ເຊື່ອ​ໃນ​ພຣະເຢຊູເຈົ້າ”.

Uka jalj uñjjattʼäta Copia luraña




ກິດຈະການ 19:4
16 Jak'a apnaqawi uñst'ayäwi  

ໂຢຮັນ​ໄດ້​ເປັນ​ພະຍານ​ເຖິງ​ເລື່ອງ​ຂອງ​ພຣະອົງ ເພິ່ນ​ໄດ້​ຮ້ອງ​ປະກາດ​ວ່າ, “ຜູ້​ນີ້​ແຫຼະ ຄື​ຜູ້​ທີ່​ເຮົາ​ໄດ້​ກ່າວ​ເຖິງ​ວ່າ ຜູ້​ທີ່​ມາ​ພາຍ​ຫລັງ​ເຮົາ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ ເພາະ​ພຣະອົງ​ເປັນ​ຢູ່​ກ່ອນ​ເຮົາ​ແລ້ວ.”


ໂຢຮັນ​ຕອບ​ພວກເຂົາ​ວ່າ, “ເຮົາ​ໃຫ້​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ ແຕ່​ມີ​ຜູ້ໜຶ່ງ​ຢືນ​ຢູ່​ທ່າມກາງ​ພວກທ່ານ ທີ່​ພວກທ່ານ​ບໍ່​ຮູ້ຈັກ.


ຜູ້ນັ້ນ​ແຫຼະ ມາ​ພາຍ​ຫລັງ​ເຮົາ ເຮົາ​ບໍ່​ສົມຄວນ​ຈະ​ແກ້​ແມ່ນແຕ່​ສາຍ​ຮັດ​ເກີບ​ຂອງ​ເພິ່ນ.”


ເພິ່ນ​ໄດ້​ມາ​ເພື່ອ​ເປັນ​ພະຍານ​ເຖິງ​ຄວາມ​ສະຫວ່າງ ເພື່ອ​ວ່າ​ຄົນ​ທັງປວງ​ຈະ​ໄດ້​ເຊື່ອ​ຍ້ອນ​ຖ້ອຍຄຳ​ທີ່​ເພິ່ນ​ກ່າວ​ນັ້ນ.


ໂຢຮັນ​ໄດ້​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ, ແຕ່​ໃນ​ບໍ່​ເທົ່າ​ໃດ​ວັນ​ຕໍ່ໄປນີ້ ພວກເຈົ້າ​ຈະ​ໄດ້​ຮັບ​ບັບຕິສະມາ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.”


ແລ້ວ​ຂ້າພະເຈົ້າ​ກໍ​ລະນຶກເຖິງ​ຖ້ອຍຄຳ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, ‘ໂຢຮັນ​ໄດ້​ໃຫ້​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ, ແຕ່​ຝ່າຍ​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka