11 ພຣະເຈົ້າໄດ້ເຮັດການອັດສະຈັນອັນແປກປະຫລາດຜ່ານໂປໂລ.
11 ພຣະເຈົ້າເຮັດການອັດສະຈັນພິເສດເຫລືອເຊື່ອຜ່ານທາງໂປໂລ,
ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ພວກທີ່ເຊື່ອໃນເຮົາ ກໍຈະເຮັດກິດຈະການທີ່ເຮົາເຮັດຢູ່ນັ້ນເໝືອນກັນ ແລະພວກເຂົາຈະເຮັດການໃຫຍ່ກວ່າອີກ ເພາະວ່າຝ່າຍເຮົາໄປເຖິງພຣະບິດາເຈົ້າ.
ດັ່ງນັ້ນ ທ່ານທັງສອງຈຶ່ງໄດ້ອາໄສຢູ່ທີ່ເມືອງອີໂກນີອົມນີ້ດົນນານສົມຄວນ, ມີໃຈກ້າກ່າວດ້ວຍຄວາມໄວ້ວາງໃຈໃນອົງພຣະຜູ້ເປັນເຈົ້າ ຜູ້ໄດ້ເປັນພະຍານເຖິງເລື່ອງພຣະຄຸນຂອງພຣະອົງ ໂດຍໃຫ້ທ່ານທັງສອງມີຣິດອຳນາດເຮັດໝາຍສຳຄັນ ແລະການອັດສະຈັນຫລາຍຢ່າງ.
ດັ່ງນັ້ນ ພີ່ນ້ອງທັງໝົດຈຶ່ງມິດງຽບ ແລະຟັງບາຣະນາບາກັບໂປໂລ ເລົ່າການອັດສະຈັນ ແລະໝາຍສຳຄັນຕ່າງໆ ທີ່ພຣະເຈົ້າໄດ້ກະທຳຜ່ານພວກເພິ່ນ ໃນທ່າມກາງຄົນຕ່າງຊາດ.
ນາງໄດ້ເຮັດຢູ່ຢ່າງນີ້ເປັນເວລາຫລາຍວັນ ຈົນໂປໂລລຳຄານໃຈເຕັມທີ ຈຶ່ງຫັນໜ້າໄປສັ່ງຜີຮ້າຍນັ້ນວ່າ, “ໃນນາມພຣະເຢຊູຄຣິດເຈົ້າ ກູສັ່ງມຶງໃຫ້ອອກຈາກຍິງຜູ້ນີ້ເສຍ.” ມັນກໍອອກຈາກນາງທັນທີທັນໃດ.
ພວກອັກຄະສາວົກໄດ້ເຮັດການອັດສະຈັນ ແລະສິ່ງທີ່ໜ້າງຶດງໍ້ຫລາຍຢ່າງໃນທ່າມກາງປະຊາຊົນ, ຄົນທີ່ເຊື່ອທຸກຄົນກໍຢູ່ຮ່ວມກັນ ທີ່ລະບຽງຂອງໂຊໂລໂມນ.
ຝ່າຍຊີໂມນເອງກໍເຊື່ອເໝືອນກັນ ແລະຫລັງຈາກຮັບບັບຕິສະມາແລ້ວ ກໍຕິດພັນຢູ່ກັບຟີລິບ, ລາວປະຫລາດໃຈຫລາຍທີ່ເຫັນຟີລິບເຮັດການອັດສະຈັນ ແລະໝາຍສຳຄັນອັນຍິ່ງໃຫຍ່ທີ່ໄດ້ເກີດຂຶ້ນນັ້ນ.
ພຣະອົງຜູ້ຊົງປະທານພຣະວິນຍານແກ່ເຈົ້າທັງຫລາຍ ແລະຊົງສຳແດງອິດທິຣິດທ່າມກາງພວກເຈົ້າ ຊົງກະທຳການເຫຼົ່ານັ້ນ ເພາະດ້ວຍການປະຕິບັດຕາມກົດບັນຍັດບໍ? ຫລືວ່າເພາະດ້ວຍການເຊື່ອຟັງຂໍ້ຄວາມທີ່ໄດ້ຍິນນັ້ນ
ພຣະເຈົ້າກໍຍັງຊົງເປັນພະຍານຮ່ວມກັນກັບພວກເຂົາ ໂດຍຊົງສຳແດງໝາຍສຳຄັນ, ການອັດສະຈັນ, ການອິດທິຣິດຕ່າງໆ ແລະໂດຍຂອງປະທານຈາກພຣະວິນຍານບໍຣິສຸດເຈົ້າ ຊຶ່ງຊົງປະທານຕາມນໍ້າພຣະໄທຂອງພຣະອົງ.