Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 18:4 - ພຣະຄຳພີສັກສິ

4 ທຸກ​ວັນ​ຊະບາໂຕ ໂປໂລ​ໄດ້​ສົນທະນາ​ໂຕ້ຕອບ​ກັບ​ພວກ​ຢິວ ແລະ​ພວກ​ກຣີກ​ໃນ​ທຳມະສາລາ ແລະ​ພະຍາຍາມ​ໃຫ້​ພວກເຂົາ​ຮັບ​ເຊື່ອ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ທຸກ​ວັນຊະບາໂຕ ໂປໂລ​ໄດ້​ສົນທະນາ​ໂຕ້ຕອບ​ຊາວ​ຢິວ ແລະ ຊາວ​ກຣີກ​ໃນ​ທຳມະສາລາ​ເພື່ອ​ພະຍາຍາມ​ໃຫ້​ພວກເຂົາ​ຮັບ​ເຊື່ອ.

Uka jalj uñjjattʼäta Copia luraña




ກິດຈະການ 18:4
18 Jak'a apnaqawi uñst'ayäwi  

ຂໍ​ພຣະເຈົ້າ​ຊ່ວຍ​ຢາເຟດ ໃຫ້​ຮັ່ງ​ມີເປັນດີ; ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ​ເຫຼືອ​ນັບ. ຂໍ​ໃຫ້​ເຊື້ອສາຍ​ຢາເຟດ​ຢູ່​ຮ່ວມ​ກັບ​ເຊື້ອສາຍ​ເຊມ; ຊາວ​ການາອານ​ຈະ​ເປັນ​ທາດຮັບໃຊ້​ຂອງ​ຢາເຟດ.”


ເຮເຊກີຢາ​ບອກ​ພວກເຈົ້າ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຊ່ວຍ​ເອົາ​ພວກເຈົ້າ ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກເຮົາ, ແຕ່​ເຮເຊກີຢາ​ກຳລັງ​ຫລອກລວງ​ພວກເຈົ້າ ແລະ​ຈະ​ພາ​ພວກເຈົ້າ​ຕາຍ​ຍ້ອນ​ອຶດ​ເຂົ້າ​ແລະ​ຫິວນໍ້າ.


ແຕ່​ອັບຣາຮາມ​ຕອບ​ວ່າ, ‘ຖ້າ​ພວກເຂົາ​ບໍ່​ເຊື່ອຟັງ​ຖ້ອຍຄຳ​ຂອງ​ໂມເຊ ແລະ​ຂອງ​ພວກ​ຜູ້​ປະກາດ​ພຣະທຳ​ແລ້ວ ເຖິງ​ຈະ​ມີ​ຄົນ​ໜຶ່ງ​ຄືນ​ມາ​ຈາກ​ຕາຍ ພວກເຂົາ​ກໍ​ຍັງ​ຈະ​ບໍ່​ຍອມ​ເຊື່ອ​ເໝືອນກັນ.”’


ແລ້ວ​ພຣະເຢຊູເຈົ້າ ກໍໄດ້​ມາ​ຍັງ​ນາຊາເຣັດ ຊຶ່ງ​ເປັນ​ເມືອງ​ທີ່​ພຣະອົງ​ໄດ້​ຈະເລີນ​ເຕີບໃຫຍ່​ຂຶ້ນ​ນັ້ນ ແລະ​ໃນ​ວັນ​ຊະບາໂຕ ພຣະອົງ​ໄດ້​ໄປ​ທີ່​ທຳມະສາລາ​ຕາມ​ປົກກະຕິ ພຣະອົງ​ໄດ້​ຢືນ​ຂຶ້ນ​ເພື່ອ​ຈະ​ອ່ານ​ພຣະຄຳພີ.


ພວກ​ຢິວ​ຈຶ່ງ​ເວົ້າ​ກັນ​ວ່າ, “ຊາຍ​ຄົນ​ນີ້​ກຳລັງ​ຈະ​ໄປ​ໃສ ທີ່​ພວກເຮົາ​ຈະ​ຊອກ​ຫາ​ລາວ​ບໍ່​ພົບ ລາວ​ຈະ​ໄປ​ເມືອງ​ຕ່າງໆ​ຂອງ​ຊາວ​ກຣີກ ບ່ອນ​ທີ່​ມີ​ປະຊາຊົນ​ຂອງ​ພວກເຮົາ​ຢູ່ ແລະ​ສັ່ງສອນ​ຊາວ​ກຣີກ​ຢູ່​ບ່ອນ​ນັ້ນ​ບໍ?


ແຕ່​ພວກເພິ່ນ​ໄດ້​ເດີນທາງ​ຕໍ່ໄປ ຈາກ​ເມືອງ​ເປກາ ແລະ​ມາ​ຮອດ​ເມືອງ​ອັນຕີໂອເຂຍ​ໃນ​ແຂວງ​ປີຊີເດຍ, ພວກເພິ່ນ​ໄປ​ທີ່​ທຳມະສາລາ ແລະ​ນັ່ງ​ລົງ​ທີ່​ນັ້ນ​ໃນ​ວັນ​ຊະບາໂຕ.


ໃນ​ເມືອງ​ອີໂກນີອົມ​ນີ້​ກໍ​ເໝືອນກັນ ໂປໂລ​ກັບ​ບາຣະນາບາ​ໄດ້​ເຂົ້າ​ໄປ​ກ່າວ​ໃນ​ທຳມະສາລາ​ຂອງ​ພວກ​ຢິວ ຈົນ​ຊາວ​ຢິວ ແລະ​ຊາວ​ກຣີກ​ຈຳນວນ​ຫລວງຫລາຍ​ໄດ້​ວາງໃຈເຊື່ອ.


ຄົນ​ຢິວ​ໃນ​ເມືອງ​ນີ້​ມີ​ຈິດໃຈ​ສູງ​ສົ່ງ ຫລາຍກວ່າ​ຄົນ​ຢິວ​ໃນ​ເມືອງ​ເທສະໂລນິກ, ພວກເຂົາ​ມີ​ໃຈ​ເຫຼື້ອມໃສ​ຫລາຍ ແລະ​ຢາກ​ຈະ​ຟັງ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ ແລະ​ພວກເຂົາ​ສຶກສາ​ພຣະຄຳພີ​ທຸກໆ​ວັນ ເພື່ອ​ຢາກ​ຮູ້​ວ່າ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ​ນັ້ນ​ເປັນ​ຄວາມຈິງ​ແທ້​ຫລື​ບໍ່.


ດັ່ງນັ້ນ ເພິ່ນ​ຈຶ່ງ​ໂຕ້ຕອບ​ພວກ​ຢິວ ແລະ​ຄົນຕ່າງຊາດ​ໃນ​ທຳມະສາລາ ທີ່​ນະມັດສະການ​ພຣະເຈົ້າ ແລະ​ທຸກຄົນ​ທີ່​ເພິ່ນ​ພົບ ທຸກ​ວັນ​ຕາມ​ທີ່​ສາທາ​ລະນະ.


ກ່າວຫາ​ວ່າ, “ຄົນ​ນີ້​ຊັກຊວນ​ປະຊາຊົນ ໃຫ້​ນະມັດສະການ​ພຣະເຈົ້າ​ໃນ​ທາງ​ທີ່​ຜິດ​ກົດໝາຍ.”


ເມື່ອ​ເດີນທາງ​ມາ​ເຖິງ​ເມືອງ​ເອເຟໂຊ ໂປໂລ​ກໍ​ປະ​ປີຊະກີລາ ແລະ​ອາກີລາ​ໄວ້​ຢູ່​ໃນ​ເມືອງ​ນີ້, ສ່ວນ​ເພິ່ນ​ນັ້ນ​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ​ສົນທະນາ ໂຕ້ຕອບ​ກັບ​ພວກ​ຢິວ.


ບັດນີ້ ພວກເຈົ້າ​ກໍ​ຮູ້​ເຫັນ​ໄດ້​ໂດຍ​ຕົນເອງ​ແລ້ວ​ວ່າ ສິ່ງ​ທີ່​ໂປໂລ ຊາຍ​ຄົນ​ນີ້​ກຳລັງ​ເຮັດ​ນັ້ນ​ເປັນ​ແນວ​ໃດ ລາວ​ເວົ້າ​ວ່າ ບັນດາ​ຮູບ​ພະ​ທີ່​ມື​ມະນຸດ​ສ້າງ​ຂຶ້ນ​ນັ້ນ ບໍ່ແມ່ນ​ພຣະເຈົ້າ ແລະ​ລາວ​ກໍ​ຊັກຊວນ​ຫລາຍ​ຄົນ​ໃຫ້​ເຊື່ອ​ເປັນ​ຜົນ​ສຳເລັດ ທັງ​ໃນ​ເມືອງ​ເອເຟໂຊ​ນີ້ ແລະ​ໃກ້​ແຂວງ​ເອເຊຍ​ທັງໝົດ​ດ້ວຍ.


ເປັນ​ເວລາ​ສາມ​ເດືອນ ທີ່​ໂປໂລ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ​ກ່າວ​ກັບ​ປະຊາຊົນ​ດ້ວຍ​ໃຈ​ກ້າຫານ ເພິ່ນ​ປະກາດ​ເຖິງ​ອານາຈັກ​ຂອງ​ພຣະເຈົ້າ ແລະ​ຊັກຊວນ​ໃຫ້​ພວກເຂົາ​ຮັບ​ເຊື່ອ.


ອັກຄຼີປາ​ກ່າວ​ແກ່​ໂປໂລ​ວ່າ, “ໃນ​ເວລາ​ສັ້ນໆ​ນີ້ ເຈົ້າ​ຄິດ​ວ່າ​ເຈົ້າ​ຈະ​ເຮັດ​ໃຫ້​ເຮົາ​ເປັນ​ຄຣິສຕຽນ​ຊັ້ນບໍ?”


ເມື່ອ​ພວກເຂົາ​ນັດ​ວັນ​ພົບ​ກັບ​ໂປໂລ, ຄົນ​ຈຳນວນ​ຫລາຍ​ກວ່າເກົ່າ​ໄດ້​ມາ​ຫາ​ທີ່​ບ່ອນ​ພັກ​ຂອງ​ເພິ່ນ, ເພິ່ນ​ຈຶ່ງ​ກ່າວ​ອະທິບາຍ​ແກ່​ພວກເຂົາ​ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ ເປັນ​ພະຍານ​ເຖິງ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ຢ່າງ​ຄົບຖ້ວນ ແລະ​ຊັກຊວນ​ໃຫ້​ພວກເຂົາ​ຮັບ​ເຊື່ອ​ໃນ​ພຣະເຢຊູເຈົ້າ ໂດຍ​ໃຊ້​ຂໍ້ຄວາມ​ຈາກ​ກົດບັນຍັດ​ຂອງ​ໂມເຊ ແລະ​ຈາກ​ບັນດາ​ຜູ້ທຳນວາຍ​ເປັນ​ຫລັກ.


ແລ້ວ​ເພິ່ນ​ກໍໄດ້​ໄປ​ທີ່​ທຳມະສາລາ ແລະ​ເລີ່ມຕົ້ນ​ເທດສະໜາ​ປະກາດ​ວ່າ ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ເພາະ​ເຫດ​ທີ່​ພວກເຮົາ​ຮູ້ຈັກ​ຢຳເກງ​ອົງພຣະ​ຜູ້​ເປັນເຈົ້າ ພວກເຮົາ​ຈຶ່ງ​ຊັກຊວນ​ຄົນ​ທັງຫລາຍ​ໃຫ້​ເຮັດ​ຕາມ​ດ້ວຍ ພວກເຮົາ​ເປັນ​ຢ່າງ​ໃດ ພຣະເຈົ້າ​ກໍ​ຊົງ​ຮູ້​ດີ​ຢູ່​ແລ້ວ ແລະ​ພວກເຮົາ​ກໍ​ຫວັງ​ວ່າ ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຈົ້າ ກໍ​ຄົງ​ຮູ້ຈັກ​ພວກເຮົາ​ດີ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka