Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 18:1 - ພຣະຄຳພີສັກສິ

1 ຫລັງຈາກ​ນັ້ນ ໂປໂລ​ໄດ້​ອອກ​ຈາກ​ນະຄອນ​ອາແຖນ ແລະ​ໄປ​ທີ່​ເມືອງ​ໂກຣິນໂທ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ຫລັງຈາກນັ້ນ ໂປໂລ​ໄດ້​ອອກ​ຈາກ​ອາແຖນ ແລະ ໄປ​ຍັງ​ເມືອງ​ໂກຣິນໂທ.

Uka jalj uñjjattʼäta Copia luraña




ກິດຈະການ 18:1
10 Jak'a apnaqawi uñst'ayäwi  

ຄົນ​ທີ່​ນຳ​ສົ່ງ​ໂປໂລ​ນັ້ນ ກໍ​ໄປ​ກັບ​ພວກເພິ່ນ​ຈົນເຖິງ​ນະຄອນ​ອາແຖນ ແລະ​ເມື່ອ​ໄດ້​ຮັບ​ຄຳສັ່ງ​ຈາກ​ເພິ່ນ​ໃຫ້​ບອກ​ຊີລາ​ກັບ​ຕີໂມທຽວ​ໃຫ້​ມາ​ຫາ​ເພິ່ນ​ໄວ​ທີ່ສຸດ​ເທົ່າທີ່ຈະ​ໄວ​ໄດ້ ແລ້ວ​ພວກເຂົາ​ກໍ​ຈາກ​ໄປ.


ໃນ​ຂະນະທີ່​ໂປໂລ​ລໍ​ຖ້າ​ຊີລາ ແລະ ຕີໂມທຽວ ຢູ່​ທີ່​ນະຄອນ​ອາແຖນ​ນັ້ນ ເພິ່ນ​ກໍ​ຂຸ່ນເຄືອງ​ໃຈ​ໜັກ ເມື່ອ​ເຫັນ​ວ່າ​ນະຄອນ​ນີ້​ເຕັມ​ໄປ​ດ້ວຍ​ຮູບເຄົາຣົບ.


ກີສະໂປ​ຜູ້​ທີ່​ເປັນ​ຫົວໜ້າ​ທຳມະສາລາ ກໍໄດ້​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ກັບ​ທຸກຄົນ​ໃນ​ຄອບຄົວ​ຂອງຕົນ, ຊາວ​ໂກຣິນໂທ​ຫລາຍ​ຄົນ​ຜູ້​ໄດ້ຍິນ​ພຣະທຳ​ທີ່​ໂປໂລ​ກ່າວ ກໍໄດ້​ເຊື່ອ​ແລະ​ຮັບ​ບັບຕິສະມາ.


ຂະນະທີ່​ອາໂປໂລ​ຍັງ​ຢູ່​ທີ່​ເມືອງ​ໂກຣິນໂທ​ນັ້ນ ໂປໂລ​ກຳລັງ​ຜ່ານ​ໄປ​ທົ່ວ​ເຂດ​ພາກ​ເໜືອ​ໃນ​ແຂວງ​ນີ້ ແລະ​ເດີນທາງ​ມາ​ຮອດ​ເມືອງ​ເອເຟໂຊ, ໃນ​ທີ່​ນີ້​ໂປໂລ​ໄດ້​ພົບ​ສິດ​ບາງຄົນ


ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ທີ່​ຢູ່​ເມືອງ​ໂກຣິນໂທ ຜູ້​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ​ທຸກຄົນ ຜູ້​ທີ່​ຖືກ​ເອີ້ນ​ໃຫ້​ເປັນ​ໄພ່ພົນ​ດ້ວຍ​ກັນ​ໃນ​ພຣະຄຣິດເຈົ້າ​ເຢຊູ ກັບ​ຄົນ​ທັງຫລາຍ​ໃນ​ທຸກ​ແຫ່ງຫົນ ທີ່​ຮ້ອງ​ອອກ​ພຣະນາມ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຄື​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຂົາ ແລະ​ຂອງ​ພວກເຮົາ​ດ້ວຍ.


ຈາກ​ໂປໂລ ຜູ້​ທີ່​ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ຕາມ​ນໍ້າພຣະໄທ ໃຫ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ​ເຢຊູ ແລະ​ຈາກ​ຕີໂມທຽວ​ພີ່ນ້ອງ​ຂອງ​ພວກເຮົາ. ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໃນ​ເມືອງ​ໂກຣິນໂທ ແລະ​ເຖິງ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ​ໃນ​ທົ່ວ​ແຂວງ​ອະຂາຢາ.


ແຕ່​ເຮົາ​ຂໍ​ໃຫ້​ພຣະເຈົ້າ​ເປັນ​ພະຍານ​ແກ່​ເຮົາ ທີ່​ເຮົາ​ຍັງ​ບໍ່ໄດ້​ໄປ​ເມືອງ​ໂກຣິນໂທ​ນັ້ນ ກໍ​ເພື່ອ​ງົດ​ໂທດ​ຂອງ​ພວກເຈົ້າ​ໄວ້​ກ່ອນ.


ຊາວ​ເມືອງ​ໂກຣິນໂທ​ເອີຍ ພວກເຮົາ​ກ່າວ​ກັບ​ພວກເຈົ້າ​ດ້ວຍ​ຄວາມ​ຈິງໃຈ ຢ່າງ​ບໍ່​ບິດເບືອນ​ສິ່ງໃດ​ເລີຍ ພວກເຮົາ​ເປີດໃຈ​ກວ້າງ​ຕໍ່​ພວກເຈົ້າ.


ເອຣາຊະໂຕ ໄດ້​ຄ້າງ​ຢູ່​ທີ່​ເມືອງ​ໂກຣິນໂທ ແລະ​ເຮົາ​ໄດ້​ປະ​ໂທຟີໂມ​ໄວ້​ທີ່​ເມືອງ​ມີເລໂຕ ເພາະວ່າ​ລາວ​ປ່ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka