Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 17:3 - ພຣະຄຳພີສັກສິ

3 ໂດຍ​ອະທິບາຍ ແລະ​ພິສູດ​ຈາກ​ຂໍ້​ພຣະຄຳພີ​ໃຫ້​ພວກເຂົາ​ເຫັນ​ວ່າ, ພຣະຄຣິດ​ຕ້ອງ​ທົນທຸກ​ທໍລະມານ ແລະ​ເປັນ​ຄືນ​ມາ​ຈາກ​ຕາຍ. ໂປໂລ​ກ່າວ​ວ່າ, “ພຣະເຢຊູເຈົ້າ​ຜູ້​ທີ່​ຂ້າພະເຈົ້າ​ປະກາດ​ແກ່​ທ່ານ​ທັງຫລາຍ ຜູ້​ນີ້​ແຫຼະ ເປັນ​ພຣະຄຣິດ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ໂດຍ​ອະທິບາຍ ແລະ ພິສູດ​ໃຫ້​ເຫັນ​ວ່າ, ພຣະຄຣິດເຈົ້າ​ຕ້ອງ​ທົນທຸກ​ທໍລະມານ ແລະ ເປັນຄືນມາຈາກຕາຍ. ໂປໂລ​ກ່າວ​ວ່າ, “ພຣະເຢຊູເຈົ້າ​ຜູ້​ທີ່​ຂ້າພະເຈົ້າ​ປະກາດ​ແກ່​ພວກເຈົ້າ​ນີ້​ຄື​ພຣະເມຊີອາ”.

Uka jalj uñjjattʼäta Copia luraña




ກິດຈະການ 17:3
16 Jak'a apnaqawi uñst'ayäwi  

ພວກເພິ່ນ​ຈຶ່ງ​ເວົ້າ​ກັນ​ວ່າ, “ເມື່ອ​ພຣະອົງ​ກຳລັງ​ເວົ້າ​ນຳ​ພວກເຮົາ​ຕາມ​ທາງ ແລະ​ໄດ້​ອະທິບາຍ​ພຣະຄຳພີ​ໃຫ້​ພວກເຮົາ​ຟັງ​ນັ້ນ ໃຈ​ຂອງ​ພວກເຮົາ​ກໍ​ຮ້ອນຮົນ​ເໝືອນ​ໄຟ​ພາຍ​ໃນ​ພວກເຮົາ​ບໍ່ແມ່ນ​ບໍ?”


ແລ້ວ​ພຣະອົງ​ກໍໄດ້​ກ່າວ​ແກ່​ພວກເພິ່ນ​ວ່າ, “ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ ເມື່ອ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ ຄື​ທຸກສິ່ງ​ທີ່​ໄດ້​ມີ​ຂຽນ​ໄວ້​ເຖິງ​ເຮົາ​ໃນ​ໜັງສື​ກົດບັນຍັດ​ຂອງ​ໂມເຊ, ໃນ​ໜັງສື​ຂອງ​ພວກ​ຜູ້ທຳນວາຍ ແລະ​ໃນ​ໜັງສື​ເພງ​ສັນລະເສີນ ຈຳເປັນ​ຕ້ອງ​ສຳເລັດ​ເປັນຈິງ​ຕາມ​ນັ້ນ.”


ແລະ ໄດ້​ກ່າວ​ແກ່​ພວກເພິ່ນ​ວ່າ, “ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ຂຽນ​ໄວ້: ພຣະຄຣິດ​ຕ້ອງ​ທົນທຸກ​ທໍລະມານ ແລະ​ຕ້ອງ​ເປັນ​ຄືນ​ມາ​ຈາກ​ຕາຍ​ໃນ​ວັນ​ຖ້ວນ​ສາມ.


ໃນ​ຂະນະ​ນັ້ນ ພວກເພິ່ນ​ບໍ່​ເຂົ້າໃຈ​ໃນ​ຂໍ້​ພຣະຄຳພີ ທີ່​ມີ​ຂຽນ​ໄວ້​ວ່າ, ພຣະອົງ​ຈະ​ຕ້ອງ​ເປັນ​ຄືນ​ມາ​ຈາກ​ຕາຍ.


ໃນ​ເວລາ​ທີ່​ພວກເພິ່ນ​ມາ​ເຕົ້າໂຮມ​ກັນ ພຣະອົງ​ໄດ້​ສັ່ງ​ພວກເພິ່ນ​ດັ່ງນີ້: “ຢ່າ​ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ, ແຕ່​ໃຫ້​ຄອຍ​ຮັບ​ຂອງ​ປະທານ​ໃຫ້ ທີ່​ພຣະບິດາເຈົ້າ​ຂອງເຮົາ​ໄດ້​ສັນຍາ​ໄວ້ ຕາມ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ.


ເພາະ​ລາວ​ໄດ້​ໂຕ້ຕອບ​ກັບ​ພວກ​ຢິວ​ຢ່າງ​ແຂງແຮງ​ຕໍ່ໜ້າ​ຄົນ​ທັງຫລາຍ ໂດຍ​ອ້າງ​ຂໍ້​ພຣະຄຳພີ​ທີ່​ພິສູດ​ໃຫ້​ເຫັນ​ວ່າ ພຣະເຢຊູເຈົ້າ​ຊົງ​ເປັນ​ພຣະຄຣິດ.


ເມື່ອ​ຊີລາ ແລະ ຕີໂມທຽວ​ກັບ​ມາ​ຈາກ​ແຂວງ​ມາເກໂດເນຍ​ແລ້ວ ໂປໂລ​ກໍ​ໃຊ້​ເວລາ​ທັງໝົດ​ຂອງ​ເພິ່ນ ປະກາດ​ພຣະທຳ​ໂດຍ​ເປັນ​ພະຍານ​ແກ່​ພວກ​ຢິວ​ວ່າ ພຣະເຢຊູເຈົ້າ​ແມ່ນ​ພຣະຄຣິດ.


ແຕ່​ເຫດ​ເຫຼົ່ານັ້ນ ທີ່​ພຣະເຈົ້າ​ໄດ້​ຊົງ​ປະກາດ​ໄວ້​ລ່ວງໜ້າ ໂດຍ​ປາກ​ຂອງ​ພວກ​ຜູ້ທຳນວາຍ​ທັງໝົດ​ວ່າ, ພຣະຄຣິດ​ຂອງ​ພຣະເຈົ້າ​ຕ້ອງ​ທົນທຸກ​ທໍລະມານ ພຣະອົງ​ຈຶ່ງ​ຊົງ​ໃຫ້​ສຳເລັດ​ດັ່ງນີ້.


ແຕ່​ການ​ເທດສະໜາ​ປະກາດ​ຂອງ​ໂຊໂລ​ມີ​ຣິດອຳນາດ​ຫລາຍ​ຂຶ້ນ ແລະ​ການ​ທີ່​ເພິ່ນ​ພິສູດ​ໃຫ້​ເຫັນ​ຢ່າງ​ໜັກແໜ້ນ​ວ່າ ພຣະເຢຊູເຈົ້າ​ເປັນ​ພຣະຄຣິດ​ນັ້ນ ໄດ້​ສ້າງ​ຄວາມ​ອັດອັ້ນ​ຕັນໃຈ​ໃຫ້​ແກ່​ຊາວ​ຢິວ​ໃນ​ເມືອງ​ດາມັສກັດ.


ໂອ ຊາວ​ຄາລາເຕຍ​ຜູ້​ບໍ່ມີ​ຄວາມຄິດ​ເອີຍ, ແມ່ນ​ຜູ້ໃດ​ໜໍ ທີ່​ໄດ້​ສະກົດ​ຈິດໃຈ​ຂອງ​ພວກເຈົ້າ​ໃຫ້​ຫລົງ​ເຊື່ອ​ໄປ ການ​ທີ່​ພຣະເຢຊູ​ຄຣິດເຈົ້າ​ຖືກ​ຄຶງ​ທີ່​ໄມ້ກາງແຂນ​ນັ້ນ ກໍໄດ້​ປາກົດ​ແຈ້ງ​ແກ່​ຕາ​ພວກເຈົ້າ​ຢ່າງ​ຄັກແນ່​ແລ້ວ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka