Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 17:2 - ພຣະຄຳພີສັກສິ

2 ໂປໂລ​ເຂົ້າ​ໄປ​ໃນ​ທຳມະສາລາ ຕາມ​ທີ່​ເຄີຍ​ປະຕິບັດ​ມາ, ໃນ​ທີ່ນັ້ນ​ເພິ່ນ​ໄດ້​ຍົກ​ເອົາ​ຂໍ້ຄວາມ​ໃນ​ພຣະຄຳພີ​ຂຶ້ນ ໂຕ້ຕອບ​ກັບ​ປະຊາຊົນ​ເປັນ​ເວລາ​ສາມ​ວັນ​ຊະບາໂຕ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ໂປໂລ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ​ຕາມ​ທີ່​ເພິ່ນ​ເຄີຍ​ປະຕິບັດ​ມາ ແລະ ໃນ​ວັນຊະບາໂຕ​ທັງ​ສາມ​ອາທິດ ໂປໂລ​ໄດ້​ຍົກ​ຂໍ້​ພຣະຄຳພີ​ຂຶ້ນ​ມາ​ຕອບໂຕ້​ກັບ​ພວກເຂົາ,

Uka jalj uñjjattʼäta Copia luraña




ກິດຈະການ 17:2
18 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກ່າວ​ວ່າ, “ບັດນີ້ ຈົ່ງ​ມາ​ຕົກລົງ​ເລື່ອງລາວ​ກັນເທາະ. ເຖິງ​ແມ່ນ​ວ່າ​ບາບ​ຂອງ​ພວກເຈົ້າ​ນັ້ນ​ເປັນ​ສີແດງເຂັ້ມ ແຕ່​ເຮົາ​ກໍ​ຈະ​ຊຳລະ​ໃຫ້​ຂາວ​ສະອາດ​ດັ່ງ​ຫິມະ ເຖິງ​ແມ່ນ​ວ່າ​ຮອຍ​ເປິເປື້ອນ​ຈະ​ແດງເຂັ້ມ ພວກເຈົ້າ​ກໍ​ຈະ​ຂາວ​ສະອາດ​ດັ່ງ​ຂົນແກະ.


ບຸດ​ມະນຸດ​ຈະ​ຕາຍໄປ​ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ເຖິງ​ເລື່ອງ​ເພິ່ນ, ແຕ່​ໄພພິບັດ​ຈະ​ຕົກ​ຖືກ​ຜູ້​ທີ່​ທໍລະຍົດ​ຕໍ່​ບຸດ​ມະນຸດ ຖ້າ​ຄົນ​ຜູ້​ນີ້​ບໍ່​ເກີດ​ມາ​ກໍ​ຈະ​ເປັນ​ການ​ດີກວ່າ.”


ແລ້ວ​ພຣະເຢຊູເຈົ້າ ກໍໄດ້​ມາ​ຍັງ​ນາຊາເຣັດ ຊຶ່ງ​ເປັນ​ເມືອງ​ທີ່​ພຣະອົງ​ໄດ້​ຈະເລີນ​ເຕີບໃຫຍ່​ຂຶ້ນ​ນັ້ນ ແລະ​ໃນ​ວັນ​ຊະບາໂຕ ພຣະອົງ​ໄດ້​ໄປ​ທີ່​ທຳມະສາລາ​ຕາມ​ປົກກະຕິ ພຣະອົງ​ໄດ້​ຢືນ​ຂຶ້ນ​ເພື່ອ​ຈະ​ອ່ານ​ພຣະຄຳພີ.


ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເຮົາ​ໄດ້​ກ່າວ​ໃຫ້​ໂລກ​ຟັງ​ຢ່າງ​ເປີດເຜີຍ ເຮົາ​ໄດ້​ສັ່ງສອນ​ໃນ​ທຳມະສາລາ ແລະ​ໃນ​ພຣະວິຫານ​ຢູ່​ສະເໝີ ບ່ອນ​ທີ່​ປະຊາຊົນ​ທັງໝົດ​ມາ​ເຕົ້າໂຮມ​ກັນ ເຮົາ​ບໍ່ໄດ້​ເວົ້າ​ສິ່ງໃດ​ສິ່ງໜຶ່ງ​ໃນ​ທີ່​ລັບລີ້.


ແຕ່​ພວກເພິ່ນ​ໄດ້​ເດີນທາງ​ຕໍ່ໄປ ຈາກ​ເມືອງ​ເປກາ ແລະ​ມາ​ຮອດ​ເມືອງ​ອັນຕີໂອເຂຍ​ໃນ​ແຂວງ​ປີຊີເດຍ, ພວກເພິ່ນ​ໄປ​ທີ່​ທຳມະສາລາ ແລະ​ນັ່ງ​ລົງ​ທີ່​ນັ້ນ​ໃນ​ວັນ​ຊະບາໂຕ.


ເມື່ອ​ມາ​ຮອດ​ເມືອງ​ຊາລາມີ ແລ້ວ​ທ່ານ​ທັງສອງ​ໄດ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ໃນ​ທຳມະສາລາ​ຂອງ​ຊາວ​ຢິວ ໂດຍ​ມີ​ໂຢຮັນ​ມາຣະໂກ​ເປັນ​ຜູ້​ຊ່ວຍ​ໃນ​ວຽກງານ​ນີ້.


ໃນ​ເມືອງ​ອີໂກນີອົມ​ນີ້​ກໍ​ເໝືອນກັນ ໂປໂລ​ກັບ​ບາຣະນາບາ​ໄດ້​ເຂົ້າ​ໄປ​ກ່າວ​ໃນ​ທຳມະສາລາ​ຂອງ​ພວກ​ຢິວ ຈົນ​ຊາວ​ຢິວ ແລະ​ຊາວ​ກຣີກ​ຈຳນວນ​ຫລວງຫລາຍ​ໄດ້​ວາງໃຈເຊື່ອ.


ພໍ​ເຖິງ​ກາງຄືນ​ໃນ​ວັນ​ດຽວກັນ​ນັ້ນ ຄົນ​ທີ່​ເຊື່ອ​ກໍ​ສົ່ງ​ໂປໂລ ແລະ ຊີລາ​ໄປ​ທີ່​ເມືອງ​ເບເຣຍ, ເມື່ອ​ມາ​ຮອດ ພວກເພິ່ນ​ກໍ​ເຂົ້າ​ໄປ​ໃນ​ທຳມະສາລາ​ຂອງ​ຊາວ​ຢິວ.


ດັ່ງນັ້ນ ເພິ່ນ​ຈຶ່ງ​ໂຕ້ຕອບ​ພວກ​ຢິວ ແລະ​ຄົນຕ່າງຊາດ​ໃນ​ທຳມະສາລາ ທີ່​ນະມັດສະການ​ພຣະເຈົ້າ ແລະ​ທຸກຄົນ​ທີ່​ເພິ່ນ​ພົບ ທຸກ​ວັນ​ຕາມ​ທີ່​ສາທາ​ລະນະ.


ທຸກ​ວັນ​ຊະບາໂຕ ໂປໂລ​ໄດ້​ສົນທະນາ​ໂຕ້ຕອບ​ກັບ​ພວກ​ຢິວ ແລະ​ພວກ​ກຣີກ​ໃນ​ທຳມະສາລາ ແລະ​ພະຍາຍາມ​ໃຫ້​ພວກເຂົາ​ຮັບ​ເຊື່ອ.


ເປັນ​ເວລາ​ສາມ​ເດືອນ ທີ່​ໂປໂລ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ​ກ່າວ​ກັບ​ປະຊາຊົນ​ດ້ວຍ​ໃຈ​ກ້າຫານ ເພິ່ນ​ປະກາດ​ເຖິງ​ອານາຈັກ​ຂອງ​ພຣະເຈົ້າ ແລະ​ຊັກຊວນ​ໃຫ້​ພວກເຂົາ​ຮັບ​ເຊື່ອ.


ຂະນະທີ່​ໂປໂລ​ອ້າງ​ເຖິງ​ຄວາມ​ຍຸດຕິທຳ, ການ​ຄວບຄຸມ​ຕົນເອງ ແລະ​ການ​ພິພາກສາ​ທີ່​ຈະ​ມາ​ເຖິງ​ໃນ​ພາຍໜ້າ​ນັ້ນ, ຝ່າຍ​ເຟລິກ​ກໍ​ສະດຸ້ງ​ຕົກໃຈ​ຢ້ານ​ຈຶ່ງ​ເວົ້າ​ວ່າ, “ບັດນີ້ ເຈົ້າ​ອອກ​ໄປ​ໄດ້​ແລ້ວ ເຮົາ​ຈະ​ເອີ້ນ​ເຈົ້າ​ມາ​ອີກ ເມື່ອ​ເຮົາ​ມີ​ໂອກາດ.”


ເມື່ອ​ພວກເຂົາ​ນັດ​ວັນ​ພົບ​ກັບ​ໂປໂລ, ຄົນ​ຈຳນວນ​ຫລາຍ​ກວ່າເກົ່າ​ໄດ້​ມາ​ຫາ​ທີ່​ບ່ອນ​ພັກ​ຂອງ​ເພິ່ນ, ເພິ່ນ​ຈຶ່ງ​ກ່າວ​ອະທິບາຍ​ແກ່​ພວກເຂົາ​ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ ເປັນ​ພະຍານ​ເຖິງ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ຢ່າງ​ຄົບຖ້ວນ ແລະ​ຊັກຊວນ​ໃຫ້​ພວກເຂົາ​ຮັບ​ເຊື່ອ​ໃນ​ພຣະເຢຊູເຈົ້າ ໂດຍ​ໃຊ້​ຂໍ້ຄວາມ​ຈາກ​ກົດບັນຍັດ​ຂອງ​ໂມເຊ ແລະ​ຈາກ​ບັນດາ​ຜູ້ທຳນວາຍ​ເປັນ​ຫລັກ.


ແລ້ວ​ຟີລິບ​ກໍ​ອອກ​ປາກ​ກ່າວ ໂດຍ​ເລີ່ມ​ແຕ່​ພຣະຄຳພີ​ຕອນ​ນີ້​ໄປ ແລະ​ກໍ​ບອກ​ເພິ່ນ​ເຖິງ​ຂ່າວປະເສີດ​ເລື່ອງ​ພຣະເຢຊູເຈົ້າ.


ແລ້ວ​ເພິ່ນ​ກໍໄດ້​ໄປ​ທີ່​ທຳມະສາລາ ແລະ​ເລີ່ມຕົ້ນ​ເທດສະໜາ​ປະກາດ​ວ່າ ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ເລື່ອງ​ທີ່​ເຮົາ​ໄດ້​ຮັບ​ໄວ້​ແລ້ວ​ນັ້ນ ເຮົາ​ໄດ້​ມອບ​ໄວ້​ແກ່​ເຈົ້າ​ທັງຫລາຍ​ເປັນ​ເລື່ອງ​ສຳຄັນ​ທີ່ສຸດ​ຄື​ວ່າ, ພຣະຄຣິດ​ຊົງ​ສິ້ນພຣະຊົນ​ແທນ​ຄວາມ​ຜິດບາບ​ຂອງ​ເຮົາ​ທັງຫລາຍ ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ,


ບັດນີ້ ຈົ່ງ​ຢືນ​ຢູ່​ກັບ​ທີ່​ຂອງ​ພວກເຈົ້າ​ນັ້ນ​ແຫຼະ ແລະ​ຂ້າພະເຈົ້າ​ຈະ​ຟ້ອງ​ພວກເຈົ້າ​ຕໍ່​ພຣະເຈົ້າຢາເວ ໂດຍ​ຕັກເຕືອນ​ພວກເຈົ້າ ໃຫ້​ຈົດຈຳ​ພາລະກິດ​ອັນ​ຍິ່ງໃຫຍ່​ທັງໝົດ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ນັ້ນ ເພື່ອ​ຊ່ວຍ​ພວກເຈົ້າ​ແລະ​ປູ່ຍ່າຕາຍາຍ​ໃຫ້​ພົ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka