8 ດັ່ງນັ້ນ ພວກເພິ່ນຈຶ່ງເດີນທາງຜ່ານ ເມືອງມີເຊຍໄປ ແລະລົງໄປທີ່ເມືອງໂທອາດ.
8 ພວກເພິ່ນຈຶ່ງຜ່ານແຂວງມີເຊຍ ແລະ ລົງໄປຍັງເມືອງໂທອາດ.
ພວກເຮົາໄດ້ຈາກເມືອງໂທອາດທາງເຮືອ ແລະເດີນທາງຕົງໄປເຖິງເກາະຊາໂມທາເກ ແລະວັນຕໍ່ມາ ກໍເຖິງເມືອງເນອາໂປລີ.
ເມື່ອພວກເພິ່ນເດີນທາງມາຮອດເຂດຂອງເມືອງມີເຊຍ ກໍພະຍາຍາມທີ່ຈະເຂົ້າໄປໃນແຂວງບີທີເນຍ, ແຕ່ພຣະວິນຍານຂອງພຣະເຢຊູເຈົ້າ ບໍ່ອະນຸຍາດໃຫ້ພວກເພິ່ນເຂົ້າໄປ.
ຄົນເຫຼົ່ານີ້ໄດ້ໄປລ່ວງໜ້າກ່ອນ ແລະຄອຍຖ້າພວກເຮົາຢູ່ທີ່ເມືອງໂທອາດ.
ເມື່ອເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງສິ້ນສຸດລົງແລ້ວ ພວກເຮົາກໍລົງເຮືອທີ່ເມືອງຟີລິບປອຍ ແລະເດີນທາງໄປ, ຫລັງຈາກຫ້າວັນ ກໍມາພົບຄົນເຫຼົ່ານັ້ນທີ່ເມືອງໂທອາດ ແລະພວກເຮົາໄດ້ອາໄສຢູ່ໃນທີ່ນັ້ນໜຶ່ງອາທິດ.
ເມື່ອເຮົາໄປເຖິງເມືອງໂທອາດ ເພື່ອປະກາດຂ່າວປະເສີດ ເລື່ອງພຣະຄຣິດນັ້ນ ອົງພຣະຜູ້ເປັນເຈົ້າໄດ້ໄຂຊ່ອງທາງໃຫ້ແກ່ເຮົາ.
ເມື່ອເຈົ້າມາ ຈົ່ງເອົາເສື້ອຄຸມທີ່ເຮົາໄດ້ປະໄວ້ກັບກາລະໂປ ທີ່ເມືອງໂທອາດນັ້ນມານຳດ້ວຍ ຈົ່ງເອົາໜັງສືຕ່າງໆມາເໝືອນກັນ ເປັນຕົ້ນໜັງສືທີ່ຂຽນໃສ່ແຜ່ນໜັງນັ້ນ.