Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 16:6 - ພຣະຄຳພີສັກສິ

6 ພຣະວິນຍານ​ບໍຣິສຸດເຈົ້າ ບໍ່​ອະນຸຍາດ​ໃຫ້​ເພິ່ນ​ປະກາດ​ພຣະທຳ​ໃນ​ແຂວງ​ເອເຊຍ ພວກເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ເຂດແດນ​ຂອງ​ເມືອງ​ຟີເຄຍ ແລະ ເມືອງ​ຄາລາເຕຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ໂປໂລ​ກັບ​ຜູ້ຮ່ວມງານ​ຂອງ​ເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ດິນແດນ​ຟີເຄຍ ແລະ ຄາລາເຕຍ, ເພາະ​ພຣະວິນຍານບໍລິສຸດເຈົ້າ​ຍັງ​ບໍ່​ໃຫ້​ປະກາດ​ພຣະຄຳ​ໃນ​ເອເຊຍ.

Uka jalj uñjjattʼäta Copia luraña




ກິດຈະການ 16:6
31 Jak'a apnaqawi uñst'ayäwi  

ຖ້າ​ພວກເຈົ້າ​ຫັນໜີ​ອອກ​ຈາກ​ທາງ​ໄປ​ຂ້າງ​ຂວາ ຫລື​ໄປ​ຂ້າງ​ຊ້າຍ ພວກເຈົ້າ​ກໍ​ຈະ​ໄດ້ຍິນ​ສຽງ​ເວົ້າ​ຕາມຫລັງ​ພວກເຈົ້າ​ວ່າ, “ຫົນທາງ​ຢູ່​ພີ້ ຈົ່ງ​ເດີນ​ໄປ​ແມ.”


ຕາມ​ທີ່​ພວກເຂົາ ຜູ້​ໄດ້​ເຫັນ​ດ້ວຍ​ຕາ​ຕົນເອງ​ຕັ້ງແຕ່​ຕົ້ນ ແລະ​ເປັນ​ຜູ້​ປະກາດ​ຖ້ອຍຄຳ​ນັ້ນ ຈຶ່ງ​ໄດ້​ສົ່ງ​ສືບ​ຕໍ່ມາ​ໃຫ້​ພວກເຮົາ​ຮູ້.


ຂະນະທີ່​ເປໂຕ​ກຳລັງ​ຄິດ​ຊອກຫາ ທີ່​ຈະ​ເຂົ້າໃຈ​ຄວາມໝາຍ​ຂອງ​ນິມິດ​ນັ້ນ​ຢູ່ ພຣະວິນຍານ​ບໍຣິສຸດເຈົ້າ​ກໍ​ກ່າວ​ແກ່​ເພິ່ນ​ວ່າ, “ເບິ່ງແມ! ມີ​ຊາຍ​ສາມ​ຄົນ ມາ​ຖາມ​ຫາ​ເຈົ້າ.


ພຣະວິນຍານ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ໄປ​ກັບ​ພວກເຂົາ ໂດຍ​ບໍ່​ໃຫ້​ຈຳແນກ​ລະຫວ່າງ​ຄົນຕ່າງຊາດ​ແລະ​ພວກເຮົາ. ພີ່ນ້ອງ​ທັງ​ຫົກ​ຄົນ​ນີ້​ກໍ​ໄປ​ກັບ​ຂ້າພະເຈົ້າ​ດ້ວຍ ແລະ​ພວກເຮົາ​ທັງໝົດ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ໂກເນລີໂອ​ນັ້ນ.


ເມື່ອ​ພວກເພິ່ນ​ເດີນທາງ​ມາ​ຮອດ​ເຂດ​ຂອງ​ເມືອງ​ມີເຊຍ ກໍ​ພະຍາຍາມ​ທີ່​ຈະ​ເຂົ້າ​ໄປ​ໃນ​ແຂວງ​ບີທີເນຍ, ແຕ່​ພຣະວິນຍານ​ຂອງ​ພຣະເຢຊູເຈົ້າ ບໍ່​ອະນຸຍາດ​ໃຫ້​ພວກເພິ່ນ​ເຂົ້າ​ໄປ.


ຫລັງຈາກ​ພັກ​ຢູ່​ໃນ​ເມືອງ​ນີ້​ໄລຍະ​ໜຶ່ງ​ແລ້ວ ເພິ່ນ​ກໍ​ເດີນທາງ​ຜ່ານ​ແຂວງ​ຄາລາເຕຍ ແລະ​ຟີເຄຍ​ເປັນ​ລຳດັບ​ໄປ ເພື່ອ​ໜູນໃຈ​ພວກ​ຄົນ​ທີ່​ເຊື່ອ​ທັງໝົດ​ໃຫ້​ເຂັ້ມແຂງ​ຂຶ້ນ​ໃນ​ຄວາມເຊື່ອ.


ການ​ນີ້​ໄດ້​ດຳເນີນ​ໄປ​ເປັນ​ເວລາ​ສອງ​ປີ ຈົນ​ວ່າ​ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ແຂວງ​ເອເຊຍ ໄດ້ຍິນ​ພຣະຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຕະຫລອດ​ທັງ​ຄົນ​ຢິວ ແລະ​ຄົນ​ກຣີກ​ດ້ວຍ.


ໂປໂລ​ໄດ້​ຕັດສິນໃຈ​ຂີ່​ເຮືອ​ກາຍ​ເມືອງ​ເອເຟໂຊ​ໄປ ເພື່ອ​ບໍ່​ຢາກ​ເສຍ​ເວລາ​ຢູ່​ໃນ​ແຂວງ​ເອເຊຍ, ເພິ່ນ​ຢາກ​ຟ້າວ​ໄປ​ເຖິງ​ນະຄອນ​ເຢຣູຊາເລັມ ໃຫ້​ທັນ​ວັນ​ເທດສະການ​ເພັນເຕຄໍສະເຕ​ຖ້າ​ເປັນ​ໄປ​ໄດ້.


ທ່ານ​ທັງຫລາຍ ຈົ່ງ​ລະວັງ​ຕົວເອງ​ໃຫ້​ດີ ແລະ​ເຝົ້າ​ຮັກສາ​ຝູງແກະ ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ໄດ້​ມອບ​ໄວ້​ໃຫ້​ພວກທ່ານ​ເປັນ​ຜູ້​ດູແລ, ຈົ່ງ​ບຳລຸງ​ລ້ຽງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ທີ່​ພຣະອົງ​ເປັນ​ເຈົ້າ​ຂອງ ໂດຍ​ພຣະບຸດ​ໄດ້​ຊົງ​ໄຖ່​ມາ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ​ເອງ.


ຄົນ​ທີ່​ໄປ​ກັບ​ເພິ່ນ​ນັ້ນ​ມີ​ດັ່ງນີ້: ໂຊປາເຕ ລູກຊາຍ​ຂອງ​ປີໂຣ​ຊາວ​ເມືອງ​ເບເຣຍ, ອາຣິດຕາໂຂ ແລະ ເຊກຸນໂດ ຊາວ​ເມືອງ​ເທສະໂລນິກ, ໄຄໂຢ ຊາວ​ເມືອງ​ເດຣະເບ, ຕີຂີໂກ ແລະ ໂທຟີໂມ ຊາວ​ແຂວງ​ເອເຊຍ ແລະ ຕີໂມທຽວ.


ແຕ່​ພໍ​ເມື່ອ​ເຈັດ​ວັນ​ນັ້ນ​ໃກ້​ຈະ​ສິ້ນສຸດ​ລົງ ພວກ​ຢິວ​ບາງຄົນ​ທີ່​ມາ​ຈາກ​ແຂວງ​ເອເຊຍ ໄດ້​ເຫັນ​ໂປໂລ​ໃນ​ບໍລິເວນ​ພຣະວິຫານ, ພວກເຂົາ​ຈຶ່ງ​ປຸກລະດົມ​ປະຊາຊົນ​ທັງໝົດ​ໃຫ້​ຈັບ​ໂປໂລ.


ແຕ່​ເພິ່ນ​ຖືກ​ຕໍ່ຕ້ານ​ຂັດຂວາງ​ຈາກ​ສະມາຊິກ​ບາງຄົນ ທີ່​ມາ​ຈາກ​ທຳມະສາລາ ຊຶ່ງ​ເອີ້ນ​ວ່າ, “ໂຮງທຳ​ຊາວ​ຢິວ​ອົບພະຍົບ” ມີ​ທັງ​ຊາວ​ກີເຣເນ ແລະ ຊາວ​ອາເລັກຊັນເດຍ, ກັບ​ບາງຄົນ​ຈາກ​ແຂວງ​ກີລີເກຍ ແລະ ເອເຊຍ ແລະ​ໄດ້​ພາກັນ​ລຸກ​ຂຶ້ນ​ໂຕ້ຖຽງ​ກັບ​ຊະເຕຟາໂນ.


ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ສັ່ງ​ແກ່​ຟີລິບ​ວ່າ, “ຈົ່ງ​ຫຍັບ​ເຂົ້າ​ໃກ້​ຕິດ​ລົດມ້າ​ຄັນ​ນີ້​ໄປ.”


ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ຄຣິສຕະຈັກ​ທີ່​ນະມັດສະການ​ຢູ່​ໃນ​ເຮືອນ​ຂອງ​ພວກເພິ່ນ​ເໝືອນກັນ. ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທ່ານ​ເອປາຍເນດ ເພື່ອນ​ທີ່ຮັກ​ຂອງເຮົາ ເພິ່ນ​ເປັນ​ຄົນ​ທຳອິດ​ໃນ​ແຂວງ​ເອເຊຍ​ທີ່​ເຊື່ອ​ໃນ​ພຣະຄຣິດ.


ສິ່ງສາລະພັດ​ເຫຼົ່ານີ້ ແມ່ນ​ພຣະວິນຍານ​ອົງ​ດຽວກັນ​ຊົງ​ບັນດານ ແລະ​ປະທານ​ແກ່​ທຸກຄົນ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ.


ບັດນີ້ ກ່ຽວກັບ​ຊັບ ຊຶ່ງ​ມີ​ການ​ແຜ່ ເພື່ອ​ສົງເຄາະ​ແກ່​ໄພ່ພົນ​ຂອງ​ພຣະເຈົ້າ​ນັ້ນ ພວກເຈົ້າ​ຕ້ອງ​ປະຕິບັດ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ໃຫ້​ບັນດາ​ຄຣິສຕະຈັກ​ໃນ​ແຂວງ​ຄາລາເຕຍ​ປະຕິບັດ.


ຄຣິສຕະຈັກ​ຕ່າງໆ​ໃນ​ແຂວງ​ເອເຊຍ ສົ່ງ​ຄວາມ​ຄິດເຖິງ​ຂອງ​ພວກເຂົາ​ມາ​ຍັງ​ພວກເຈົ້າ, ອາກີລາ​ກັບ​ປີຊະກີລາ​ພ້ອມ​ດ້ວຍ​ຄຣິສຕະຈັກ ທີ່​ປະຊຸມ​ກັນ​ຢູ່​ໃນ​ເຮືອນ​ຂອງ​ພວກເຂົາ ກໍ​ສົ່ງ​ຄວາມ​ຄິດເຖິງ​ອັນ​ອົບອຸ່ນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ມາ​ເຖິງ​ພວກເຈົ້າ​ດ້ວຍ.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມ​ທຸກ​ລຳບາກ ທີ່​ພວກເຮົາ​ໄດ້​ຮັບ​ໃນ​ແຂວງ​ເອເຊຍ ເປັນ​ຄວາມ​ທຸກ​ລຳບາກ​ໜັກ​ເຫຼືອ​ກຳລັງ ຈົນ​ພວກເຮົາ​ສິ້ນ​ຄວາມຫວັງ​ໝົດ ແທບ​ຈະ​ເອົາ​ຊີວິດ​ບໍ່​ລອດ.


ກັບ​ບັນດາ​ພີ່ນ້ອງ​ທີ່​ຢູ່​ນຳ​ເຮົາ ເຖິງ​ຄຣິສຕະຈັກ​ທັງຫລາຍ​ຢູ່​ໃນ​ແຄ້ວນ​ຄາລາເຕຍ:


ໂອ ຊາວ​ຄາລາເຕຍ​ຜູ້​ບໍ່ມີ​ຄວາມຄິດ​ເອີຍ, ແມ່ນ​ຜູ້ໃດ​ໜໍ ທີ່​ໄດ້​ສະກົດ​ຈິດໃຈ​ຂອງ​ພວກເຈົ້າ​ໃຫ້​ຫລົງ​ເຊື່ອ​ໄປ ການ​ທີ່​ພຣະເຢຊູ​ຄຣິດເຈົ້າ​ຖືກ​ຄຶງ​ທີ່​ໄມ້ກາງແຂນ​ນັ້ນ ກໍໄດ້​ປາກົດ​ແຈ້ງ​ແກ່​ຕາ​ພວກເຈົ້າ​ຢ່າງ​ຄັກແນ່​ແລ້ວ


ເຈົ້າ​ກໍ​ຮູ້​ແລ້ວ​ວ່າ ທຸກຄົນ​ໃນ​ແຂວງ​ເອເຊຍ​ລວມ​ທັງ​ຟູເຄໂລ ແລະ ເຮຣະໂມເກນ​ໄດ້​ປະຖິ້ມ​ເຮົາ.


ເພາະວ່າ​ເດມາ​ໄດ້​ຫລົງ​ຮັກ​ສິ່ງ​ຂອງ​ຝ່າຍ​ໂລກ​ເສຍ​ແລ້ວ ແລະ​ໄດ້​ປະຖິ້ມ​ເຮົາ ໜີໄປ​ເມືອງ​ເທສະໂລນິກ. ເກເຊັນ​ໄດ້​ໄປ​ແຂວງ​ຄາລາເຕຍ ແລະ ຕີໂຕ​ໄດ້​ໄປ​ທີ່​ເມືອງ​ດັນມາເຕຍ.


ເພາະ​ອັບຣາຮາມ​ມີ​ຄວາມເຊື່ອ​ແບບ​ນີ້ ເມື່ອ​ພຣະເຈົ້າ​ຊົງ​ເອີ້ນ​ໃຫ້​ເພິ່ນ​ອອກ​ເດີນທາງ​ໄປ​ສູ່​ດິນແດນ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ວ່າ ຈະ​ມອບ​ໃຫ້​ເພິ່ນ ເພິ່ນ​ໄດ້​ເຊື່ອຟັງ ແລະ​ອອກ​ຈາກ​ບ້ານເກີດ​ເມືອງນອນ​ຂອງຕົນ​ໄປ ໂດຍ​ບໍ່​ຮູ້​ເລີຍ​ວ່າ​ຕົນ​ຈະ​ໄປ​ໃສ.


ຈາກ ເປໂຕ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ, ເຖິງ ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ຊຶ່ງ​ອາໄສ​ຢູ່​ໃນ​ຕ່າງຖິ່ນ ກະຈັດ​ກະຈາຍ​ຢູ່​ຕາມ​ແຂວງ​ຕ່າງໆ​ເຊັ່ນ: ປົນໂຕ, ຄາລາເຕຍ, ກາປາໂດເກຍ, ເອເຊຍ ແລະ ບີທີເນຍ.


ສຽງ​ນັ້ນ​ກ່າວ​ວ່າ, “ຈົ່ງ​ຂຽນ​ເລື່ອງ​ທີ່​ເຈົ້າ​ໄດ້​ເຫັນ​ນັ້ນ ໃສ່​ໜັງສື​ມ້ວນ ແລະ​ຝາກ​ໄປ​ເຖິງ​ຄຣິສຕະຈັກ​ທັງ​ເຈັດ ຄື​ຄຣິສຕະຈັກ​ທີ່​ເມືອງ​ເອເຟໂຊ ເມືອງ​ຊະມີນາ ເມືອງ​ເປຄາໂມ ເມືອງ​ທົວເຕຣາ ເມືອງ​ຊາເດ ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ.”


ຈາກ ໂຢຮັນ, ຮຽນ ຄຣິສຕະຈັກ​ທັງ​ເຈັດ​ທີ່​ຢູ່​ໃນ​ແຂວງ​ເອເຊຍ. ຂໍ​ໃຫ້​ທ່ານ​ທັງຫລາຍ​ຈົ່ງ​ໄດ້​ຮັບ​ພຣະຄຸນ​ແລະ​ສັນຕິສຸກ​ຈາກ​ພຣະອົງ ຜູ້​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ຜູ້​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຈະ​ສະເດັດ​ມາ​ໃນ​ອະນາຄົດ ແລະ​ຈາກ​ວິນຍານ​ທັງ​ເຈັດ​ທີ່​ເຝົ້າ​ຢູ່​ໜ້າ​ຣາຊບັນລັງ​ຂອງ​ພຣະອົງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka