Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 16:4 - ພຣະຄຳພີສັກສິ

4 ເມື່ອ​ຜ່ານ​ໄປ​ຕາມ​ເມືອງ​ຕ່າງໆ ເພິ່ນ​ກໍໄດ້​ມອບ​ຂໍ້​ບັງຄັບ ຊຶ່ງ​ພວກ​ອັກຄະສາວົກ​ກັບ​ບັນດາ​ເຖົ້າແກ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ໄດ້​ຕົກລົງ​ກັນ​ນັ້ນ ໃຫ້​ພວກ​ຄົນ​ທີ່​ເຊື່ອ​ຮັບຮູ້ ແລະ​ໃຫ້​ພວກເຂົາ​ປະຕິບັດ​ຕາມ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ຂະນະ​ທີ່​ພວກເພິ່ນ​ກຳລັງ​ເດີນທາງ​ໄປ​ຍັງ​ເມືອງ​ຕ່າງໆ, ພວກເພິ່ນ​ກໍ​ໄດ້​ມອບ​ຂໍ້​ຕົກລົງ​ຂອງ​ພວກ​ອັກຄະສາວົກ ແລະ ພວກ​ຜູ້ປົກຄອງ​ໃນ​ເຢຣູຊາເລັມ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ໄດ້​ປະຕິບັດ​ຕາມ.

Uka jalj uñjjattʼäta Copia luraña




ກິດຈະການ 16:4
5 Jak'a apnaqawi uñst'ayäwi  

ພວກເພິ່ນ​ໄດ້​ເຮັດ​ດັ່ງນັ້ນ​ແລ້ວ, ຈຶ່ງ​ຝາກ​ໄປ​ນຳ​ບາຣະນາບາ ແລະ ໂຊໂລ ໄປ​ໃຫ້​ບັນດາ​ເຖົ້າແກ່​ໃນ​ຄຣິສຕະຈັກ.


ເມື່ອ​ໂປໂລ​ກັບ​ບາຣະນາບາ ເກີດ​ມີ​ການ​ໂຕ້ຖຽງ​ກັບ​ພວກເຂົາ​ຢ່າງ​ຮຸນແຮງ​ກ່ຽວກັບ​ເລື່ອງ​ນີ້ ດັ່ງນັ້ນ ຈຶ່ງ​ມີ​ການ​ຕົກລົງ​ໃຫ້​ໂປໂລ​ກັບ​ບາຣະນາບາ ແລະ​ບາງຄົນ​ໃນ​ເມືອງ​ອັນຕີໂອເຂຍ ໄປ​ປຶກສາ​ກັບ​ພວກ​ອັກຄະສາວົກ ແລະ​ພວກ​ເຖົ້າແກ່​ໃນ​ນະຄອນ​ເຢຣູຊາເລັມ​ກ່ຽວກັບ​ບັນຫາ​ນີ້.


ເມື່ອ​ເພິ່ນ​ມາ​ຮອດ​ນະຄອນ​ເຢຣູຊາເລັມ ກໍໄດ້​ຖືກ​ຮັບຕ້ອນ​ຈາກ​ພີ່ນ້ອງ​ໃນ​ຄຣິສຕະຈັກ, ຈາກ​ພວກ​ອັກຄະສາວົກ ແລະ​ຈາກ​ບັນດາ​ເຖົ້າແກ່ ແລະ​ພວກເພິ່ນ​ໄດ້​ເລົ່າ​ເລື່ອງ​ທັງໝົດ ທີ່​ພຣະເຈົ້າ​ໄດ້​ກະທຳ​ການ​ຜ່ານ​ພວກເພິ່ນ​ສູ່​ຄົນ​ເຫຼົ່ານັ້ນ​ຟັງ.


ຝ່າຍ​ພວກ​ອັກຄະສາວົກ​ກັບ​ພວກ​ເຖົ້າແກ່ ກໍໄດ້​ປະຊຸມ​ກັນ​ພິຈາລະນາ​ບັນຫາ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka