Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 16:3 - ພຣະຄຳພີສັກສິ

3 ໂປໂລ​ຕ້ອງການ​ເອົາ​ຕີໂມທຽວ​ໄປ​ນຳ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຫ້​ລາວ​ຮັບ​ພິທີຕັດ ເພາະ​ເຫັນແກ່​ຊາວ​ຢິວ​ຢູ່​ໃນ​ເຂດ​ນັ້ນ. ເພິ່ນ​ກະທຳ​ເຊັ່ນນີ້ ເພາະ​ຊາວ​ຢິວ​ທຸກຄົນ​ທີ່​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ ຮູ້​ວ່າ​ພໍ່​ຂອງ​ຕີໂມທຽວ​ເປັນ​ຄົນ​ກຣີກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ໂປໂລ​ຕ້ອງການ​ຈະ​ພາ​ຕີໂມທຽວ​ຮ່ວມ​ເດີນທາງ​ໄປ​ນຳ, ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຫ້​ລາວ​ຮັບ​ພິທີຕັດ​ເພາະ​ເຫັນ​ແກ່​ຊາວຢິວ​ທີ່​ຢູ່​ໃນ​ຂົງເຂດ​ນັ້ນ, ເພາະວ່າ​ຄົນ​ເຫລົ່ານັ້ນ​ກໍ​ຮູ້​ວ່າ​ພໍ່​ຂອງ​ລາວ​ເປັນ​ຄົນກຣີກ.

Uka jalj uñjjattʼäta Copia luraña




ກິດຈະການ 16:3
10 Jak'a apnaqawi uñst'ayäwi  

ແຕ່​ເຮົາ​ຈົ່ງ​ສັ່ງ​ພວກເຂົາ​ເປັນ​ລາຍລັກ​ອັກສອນ ໃຫ້​ເວັ້ນເສຍ​ຈາກ​ສິ່ງ​ຊົ່ວ​ມົວໝອງ ເນື່ອງ​ດ້ວຍ​ພະທຽມ, ຈາກ​ການ​ຫລິ້ນຊູ້, ຈາກ​ການ​ກິນ​ສັດ​ຕາຍ​ຮັດ​ຄໍ ແລະ​ຈາກ​ການ​ກິນ​ເລືອດ.


ສ່ວນ​ບາຣະນາບາ​ຢາກ​ເອົາ​ໂຢຮັນ​ມາຣະໂກ​ໄປ​ນຳ


ແຕ່​ໂປໂລ​ໄດ້​ເລືອກ​ເອົາ​ຊີລາ ເມື່ອ​ພວກ​ພີ່ນ້ອງ​ໄດ້​ຝາກ​ທ່ານ​ທັງສອງ​ໄວ້​ໃນ​ພຣະຄຸນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລ້ວ​ກໍໄດ້​ອອກ​ໄປ.


ການ​ທີ່​ຮັບ​ພິທີຕັດ ຫລື​ບໍ່​ຮັບ ກໍ​ບໍ່​ເປັນ​ສິ່ງ​ສຳຄັນ​ຫຍັງ ສິ່ງ​ສຳຄັນ ຄື​ການ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າ.


ເມື່ອ​ເຮັດ​ກັບ​ຄົນ​ຢິວ​ເຮົາ​ກໍ​ໃຊ້​ຊີວິດ​ດັ່ງ​ຄົນ​ຢິວ ເພື່ອ​ຈະ​ໄດ້​ໃຈ​ຄົນ​ຢິວ ເຖິງ​ແມ່ນ​ເຮົາ​ເອງ​ບໍ່​ຢູ່​ໃຕ້​ກົດບັນຍັດ​ກໍຕາມ ເຮົາ​ກໍ​ໃຊ້​ຊີວິດ​ດັ່ງ​ຄົນ​ທີ່​ຢູ່​ໃຕ້​ກົດບັນຍັດ ເພື່ອ​ຈະ​ໄດ້​ໃຈ​ຄົນ​ເຫຼົ່ານີ້.


ເພື່ອນ​ຮ່ວມ​ເດີນທາງ​ກັບ​ເຮົາ​ຄື​ຕີໂຕ ເຖິງ​ແມ່ນ​ວ່າ​ລາວ​ເປັນ​ຄົນ​ກຣີກ​ກໍຕາມ ລາວ​ກໍ​ບໍ່ໄດ້​ຖືກ​ບັງຄັບ​ໃຫ້​ຮັບ​ພິທີຕັດ,


ດ້ວຍວ່າ, ພຣະເຈົ້າ​ໄດ້​ໃຫ້​ເປໂຕ​ເປັນ​ອັກຄະສາວົກ​ແກ່​ຄົນ​ຢິວ​ຢ່າງ​ໃດ ພຣະອົງ​ກໍໄດ້​ໃຫ້​ເຮົາ​ເປັນ​ອັກຄະສາວົກ​ແກ່​ຄົນຕ່າງຊາດ​ຢ່າງ​ນັ້ນ.


ດ້ວຍວ່າ, ໃນ​ພຣະຄຣິດເຈົ້າ​ເຢຊູ ການ​ຮັບ​ພິທີຕັດ​ຫລື​ບໍ່​ຮັບ ກໍ​ບໍ່ມີ​ຜົນ​ຫຍັງ, ແຕ່​ສິ່ງ​ສຳຄັນ​ແມ່ນ​ຄວາມເຊື່ອ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄວາມຮັກ.


ພວກເຈົ້າ​ເອງ​ກໍ​ຮູ້​ດີ​ແລ້ວ​ວ່າ ເພິ່ນ​ໄດ້​ພິສູດ​ຄຸນຄ່າ​ຂອງ​ເພິ່ນ​ແລ້ວ ແລະ​ເພິ່ນ​ກັບ​ເຮົາ​ກໍ​ເປັນ​ດັ່ງ​ລູກ​ກັບ​ພໍ່ ທີ່​ໄດ້​ດຳເນີນ​ພາລະກິດ​ຮ່ວມ​ກັນ ເພື່ອ​ເຫັນ​ແກ່​ຂ່າວປະເສີດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka