Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 16:12 - ພຣະຄຳພີສັກສິ

12 ຈາກ​ທີ່​ນັ້ນ ພວກເຮົາ​ໄດ້​ເດີນທາງ​ໄປ​ເຖິງ​ເມືອງ​ຟີລິບປອຍ ຊຶ່ງ​ເປັນ​ເມືອງ​ເອກ​ໃນ​ແຂວງ​ມາເກໂດເນຍ ແລະ​ທັງ​ເປັນ​ເມືອງ​ຂຶ້ນ​ຂອງ​ຊາວ​ໂຣມ. ພວກເຮົາ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ນີ້​ເປັນ​ເວລາ​ຫລາຍ​ວັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ພວກເຮົາ​ເດີນທາງ​ຈາກ​ທີ່​ນັ້ນ​ໄປ​ຍັງ​ເມືອງ​ຟີລິບປອຍ, ເຊິ່ງ​ເປັນ​ເມືອງ​ຂຶ້ນ​ຂອງ​ຊາວໂຣມ ແລະ ເປັນ​ເມືອງ​ເອກ​ຂອງ​ແຂວງ​ມາເກໂດເນຍ, ພວກເຮົາ​ພັກ​ຢູ່​ທີ່​ນັ້ນ​ຫລາຍ​ວັນ.

Uka jalj uñjjattʼäta Copia luraña




ກິດຈະການ 16:12
14 Jak'a apnaqawi uñst'ayäwi  

ພໍ​ໂປໂລ​ໄດ້​ເຫັນ​ນິມິດ​ນີ້ ພວກເຮົາ​ກໍ​ຕຽມພ້ອມ​ທັນທີ ເພື່ອ​ຈະ​ອອກ​ເດີນທາງ​ໄປ​ທີ່​ເມືອງ​ມາເກໂດເນຍ ເພາະ​ພວກເຮົາ​ເຫັນ​ຄັກແນ່​ວ່າ ພຣະເຈົ້າ​ໄດ້​ເອີ້ນ​ພວກເຮົາ ໃຫ້​ໄປ​ປະກາດ​ຂ່າວປະເສີດ​ແກ່​ຊາວ​ເມືອງ​ນັ້ນ.


ພວກເຂົາ​ປະກາດ​ຮີດຄອງ​ປະເພນີ​ທີ່​ຜິດ​ຕໍ່​ກົດໝາຍ​ຂອງ​ພວກເຮົາ, ທີ່​ພວກເຮົາ​ຊາວ​ໂຣມ​ຮັບ​ເອົາ ຫລື​ປະຕິບັດ​ຕາມ​ບໍ່ໄດ້.”


ໃນ​ຄືນ​ນັ້ນ ໂປໂລ​ໄດ້​ເຫັນ​ນິມິດ ແລະ​ໃນ​ນິມິດ​ນັ້ນ ເພິ່ນ​ເຫັນ​ຊາຍ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ຢູ່ ແລະ​ຮ້ອງ​ຕໍ່​ເພິ່ນ​ວ່າ, “ຂໍ​ທ່ານ​ຂ້າມ​ມາ​ເມືອງ​ມາເກໂດເນຍ​ພີ້ ເພື່ອ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ.”


ເມື່ອ​ຊີລາ ແລະ ຕີໂມທຽວ​ກັບ​ມາ​ຈາກ​ແຂວງ​ມາເກໂດເນຍ​ແລ້ວ ໂປໂລ​ກໍ​ໃຊ້​ເວລາ​ທັງໝົດ​ຂອງ​ເພິ່ນ ປະກາດ​ພຣະທຳ​ໂດຍ​ເປັນ​ພະຍານ​ແກ່​ພວກ​ຢິວ​ວ່າ ພຣະເຢຊູເຈົ້າ​ແມ່ນ​ພຣະຄຣິດ.


ຫລັງຈາກ​ເຫດການ​ເຫຼົ່ານີ້​ແລ້ວ ໂປໂລ​ກໍ​ຕັດສິນໃຈ ຜ່ານ​ແຂວງ​ມາເກໂດເນຍ ແລະ ອະຂາຢາ ແລະ​ເດີນທາງ​ຕໍ່ໄປ​ສູ່​ນະຄອນ​ເຢຣູຊາເລັມ, ເພິ່ນ​ກ່າວ​ວ່າ, “ຫລັງຈາກ​ໄປ​ທີ່​ນັ້ນ​ແລ້ວ ເຮົາ​ຕ້ອງ​ໄປ​ເຫັນ​ນະຄອນ​ໂຣມ​ເໝືອນກັນ.”


ແລ້ວ​ຄວາມ​ວຸ້ນວາຍ​ກໍໄດ້​ລາມ​ໄປ​ທົ່ວ​ທັງ​ເມືອງ ປະຊາຊົນ​ເຫຼົ່ານັ້ນ​ໄດ້​ຈັບ​ເອົາ​ຊາວ​ມາເກໂດເນຍ​ສອງ​ຄົນ ທີ່​ເປັນ​ເພື່ອນ​ເດີນທາງ​ຮ່ວມ​ກັບ​ໂປໂລ ຄື​ໄຄໂຢ ແລະ ອາຣິດຕາໂຂ ແລະ​ລາກ​ພວກເພິ່ນ​ເຂົ້າ​ໄປ​ໃນ​ສະໜາມ​ລະຄອນ.


ຫລັງຈາກ​ຄວາມ​ວຸ້ນວາຍ​ສະຫງົບ​ລົງ​ແລ້ວ​ໂປໂລ ກໍ​ເອີ້ນ​ພວກ​ຄົນ​ທີ່​ເຊື່ອ​ມາ​ເຕົ້າໂຮມ​ກັນ ແລະ​ກ່າວ​ຄຳ​ໜູນໃຈ​ແກ່​ພວກເຂົາ​ຫລາຍ​ປະການ ແລ້ວ​ເພິ່ນ​ກໍ​ອຳລາ​ພວກເຂົາ ແລະ​ເດີນທາງ​ໄປ​ແຂວງ​ມາເກໂດເນຍ.


ແລະ​ອາໄສ​ຢູ່​ທີ່​ນີ້​ເປັນ​ເວລາ​ສາມ​ເດືອນ, ເມື່ອ​ໃກ້​ຈະ​ລົງ​ເຮືອ​ໄປ​ແຂວງ​ຊີເຣຍ ໂປໂລ​ກໍ​ໄດ້​ຍິນ​ຂ່າວ​ວ່າ ພວກ​ຢິວ​ກຳລັງ​ວາງແຜນ​ທຳຮ້າຍ​ຕົນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຕັດສິນໃຈ​ກັບຄືນ ໂດຍ​ຜ່ານ​ໄປ​ທາງ​ແຂວງ​ມາເກໂດເນຍ.


ເມື່ອ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ສິ້ນສຸດ​ລົງ​ແລ້ວ ພວກເຮົາ​ກໍ​ລົງ​ເຮືອ​ທີ່​ເມືອງ​ຟີລິບປອຍ ແລະ​ເດີນທາງ​ໄປ, ຫລັງຈາກ​ຫ້າ​ວັນ ກໍ​ມາ​ພົບ​ຄົນ​ເຫຼົ່ານັ້ນ​ທີ່​ເມືອງ​ໂທອາດ ແລະ​ພວກເຮົາ​ໄດ້​ອາໄສ​ຢູ່​ໃນ​ທີ່ນັ້ນ​ໜຶ່ງ​ອາທິດ.


ພວກເຮົາ​ລົງ​ເຮືອ​ລຳ​ໜຶ່ງ ທີ່​ມາ​ຈາກ​ອາຣະມິດ ຊຶ່ງ​ກຳລັງ​ຈະ​ອອກ​ໄປ​ທຽບ​ທ່າ​ຕ່າງໆ​ຕາມ​ແຂວງ​ເອເຊຍ ແລ້ວ​ພວກເຮົາ​ກໍ​ອອກ​ເດີນທາງ​ໄປ, ອາຣິດຕາໂຂ ຊາວ​ເມືອງ​ເທສະໂລນິກ​ໃນ​ແຂວງ​ມາເກໂດເນຍ ກໍ​ເດີນທາງ​ໄປ​ກັບ​ພວກເຮົາ​ດ້ວຍ.


ດ້ວຍວ່າ, ພວກ​ພີ່ນ້ອງ​ໃນ​ຄຣິສຕະຈັກ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ນັ້ນ ໄດ້​ຕັ້ງໃຈ​ຖວາຍ​ຊັບ ຈັດ​ຝາກ​ໄປ​ຊ່ວຍເຫລືອ​ໄພ່ພົນ​ຂອງ​ພຣະເຈົ້າ ທີ່​ທຸກຍາກ​ໃນ​ນະຄອນ​ເຢຣູຊາເລັມ.


ຈາກ​ໂປໂລ ແລະ ຕີໂມທຽວ ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ​ເຢຊູ, ເຖິງ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ​ໃນ​ເມືອງ​ຟີລິບປອຍ ທີ່​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ​ພ້ອມ​ທັງ​ພວກ​ຜູ້ນຳ ແລະ​ພວກ​ຜູ້​ບົວລະບັດ​ໃນ​ຄຣິສຕະຈັກ​ດ້ວຍ.


ເພາະ​ການ​ທີ່​ພວກເຈົ້າ​ໄດ້​ຊ່ວຍເຫລືອ​ເຮົາ ໃນ​ພາລະກິດ​ແຫ່ງ​ຂ່າວປະເສີດ​ຕັ້ງແຕ່​ຕົ້ນ​ຈົນເຖິງ​ບັດນີ້.


ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພວກເຮົາ​ໄດ້​ຮັບ​ການ​ຂົ່ມເຫັງ ແລະ​ການ​ປະຈານ​ຢ່າງ​ໃດ ໃນ​ເມືອງ​ຟີລິບປອຍ ກ່ອນ​ທີ່​ພວກເຮົາ​ມາ​ຫາ​ພວກເຈົ້າ​ໃນ​ເມືອງ​ເທສະໂລນິກ ເຖິງ​ແມ່ນ​ວ່າ​ມີ​ການ​ຕໍ່ຕ້ານ​ຢ່າງ​ຫລວງຫລາຍ​ຢູ່​ໃນ​ທີ່ນັ້ນ​ກໍຕາມ ພຣະເຈົ້າ​ຂອງ​ພວກເຮົາ​ກໍໄດ້​ປະທານ​ໃຈ​ກ້າຫານ​ແກ່​ພວກເຮົາ ເພື່ອ​ປະກາດ​ຂ່າວປະເສີດ​ທີ່​ມາ​ຈາກ​ພຣະອົງ​ແກ່​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka