Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 16:10 - ພຣະຄຳພີສັກສິ

10 ພໍ​ໂປໂລ​ໄດ້​ເຫັນ​ນິມິດ​ນີ້ ພວກເຮົາ​ກໍ​ຕຽມພ້ອມ​ທັນທີ ເພື່ອ​ຈະ​ອອກ​ເດີນທາງ​ໄປ​ທີ່​ເມືອງ​ມາເກໂດເນຍ ເພາະ​ພວກເຮົາ​ເຫັນ​ຄັກແນ່​ວ່າ ພຣະເຈົ້າ​ໄດ້​ເອີ້ນ​ພວກເຮົາ ໃຫ້​ໄປ​ປະກາດ​ຂ່າວປະເສີດ​ແກ່​ຊາວ​ເມືອງ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ຫລັງຈາກ​ໂປໂລ​ເຫັນ​ນິມິດ​ນີ້​ແລ້ວ, ພວກເຮົາ​ກໍ​ຕຽມພ້ອມ​ທັນທີ​ທີ່​ຈະ​ໄປ​ຍັງ​ແຂວງ​ມາເກໂດເນຍ, ເພາະ​ເຫັນ​ວ່າ​ພຣະເຈົ້າ​ໄດ້​ເອີ້ນ​ພວກເຮົາ​ໃຫ້​ໄປ​ປະກາດ​ຂ່າວປະເສີດ​ແກ່​ພວກເຂົາ.

Uka jalj uñjjattʼäta Copia luraña




ກິດຈະການ 16:10
14 Jak'a apnaqawi uñst'ayäwi  

ເມື່ອ​ຢາເຣັດ​ອາຍຸ​ໄດ້ 162 ປີ ລາວ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເອນົກ


ດັ່ງນັ້ນ ໂດຍ​ບໍ່​ຊັກຊ້າ​ຂ້ານ້ອຍ​ຈຶ່ງ​ຟ້າວ​ລົງມື ຄື​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ສະນັ້ນ ເມື່ອ​ພວກທ່ານ​ໃຊ້​ຄົນ​ໄປ​ເຊີນ​ຂ້າພະເຈົ້າ, ຂ້າພະເຈົ້າ​ກໍ​ມາ​ໂດຍ​ບໍ່​ຂັດຂ້ອງ. ດ້ວຍເຫດນີ້ ຂ້າພະເຈົ້າ​ຈຶ່ງ​ຂໍ​ຖາມ​ວ່າ ດ້ວຍເຫດໃດ​ພວກທ່ານ​ຈຶ່ງ​ໄດ້​ໃຊ້​ຄົນ​ໄປ​ຫາ​ຂ້າພະເຈົ້າ?”


ໃນ​ບ່ອນ​ນີ້ ທ່ານ​ທັງສອງ​ໄດ້​ປະກາດ​ຂ່າວປະເສີດ.


ໃນ​ຄືນ​ນັ້ນ ໂປໂລ​ໄດ້​ເຫັນ​ນິມິດ ແລະ​ໃນ​ນິມິດ​ນັ້ນ ເພິ່ນ​ເຫັນ​ຊາຍ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ຢູ່ ແລະ​ຮ້ອງ​ຕໍ່​ເພິ່ນ​ວ່າ, “ຂໍ​ທ່ານ​ຂ້າມ​ມາ​ເມືອງ​ມາເກໂດເນຍ​ພີ້ ເພື່ອ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ.”


ກະສັດ​ອັກຄຼີປາ​ທີ່​ນັບຖື ໃນ​ເວລາ​ທ່ຽງວັນ ເມື່ອ​ກຳລັງ​ເດີນທາງ​ໄປ​ນັ້ນ ຂ້ານ້ອຍ​ໄດ້​ເຫັນ​ແສງ​ສະຫວ່າງ​ກ້າ​ກວ່າ​ແສງ​ຕາເວັນ ຈາກ​ທ້ອງຟ້າ​ສ່ອງ​ລົງ​ມາ​ອ້ອມ​ຂ້ານ້ອຍ ກັບ​ຄົນ​ທີ່​ເດີນທາງ​ໄປ​ນຳ​ຂ້ານ້ອຍ.


ເມື່ອ​ໄດ້ມີ​ການ​ຕັດສິນໃຈ​ວ່າ ຈະ​ໃຫ້​ພວກເຮົາ​ເດີນທາງ​ໄປ​ທາງ​ເຮືອ​ກຳປັ່ນ ໄປ​ທີ່​ປະເທດ​ອີຕາລີ ພວກເຂົາ​ຈຶ່ງ​ມອບ​ໂປໂລ​ກັບ​ນັກໂທດ​ຄົນອື່ນໆ​ໄວ້​ກັບ​ນາຍຮ້ອຍ​ຄົນ​ໜຶ່ງ​ຊື່​ວ່າ, ຢູລີໂອ ເປັນ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ຈັກກະພັດ​ໂອຄຸດໂຕ.


ຢູ່​ໃນ​ເມືອງ​ດາມັສກັດ​ນີ້ ຍັງ​ມີ​ຜູ້​ທີ່​ເຊື່ອ​ຄົນ​ໜຶ່ງ​ຊື່​ວ່າ ອານາເນຍ ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ລາວ​ທາງ​ນິມິດ​ວ່າ, “ອານາເນຍ​ເອີຍ.” ລາວ​ຕອບ​ວ່າ, “ຂ້າແດ່​ພຣະອົງເຈົ້າ ຂ້ານ້ອຍ​ຢູ່​ທີ່​ນີ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka