Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 15:8 - ພຣະຄຳພີສັກສິ

8 ພຣະເຈົ້າ​ຜູ້​ທີ່​ຢັ່ງຮູ້​ຄວາມ​ຄິດ​ຈິດໃຈ​ຂອງ​ທຸກຄົນ ໄດ້​ຊົງ​ສຳແດງ​ການ​ຕ້ອນຮັບ​ຄົນຕ່າງຊາດ ໂດຍ​ຊົງ​ປະທານ​ພຣະວິນຍານ​ບໍຣິສຸດ​ໃຫ້​ແກ່​ພວກເຂົາ ເໝືອນ​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ພຣະເຈົ້າ​ຜູ້​ຮູ້​ຈິດໃຈ​ມະນຸດ ໄດ້​ສະແດງ​ວ່າ​ພຣະອົງ​ຍອມ​ຮັບ​ພວກເຂົາ​ໂດຍ​ໃຫ້​ພຣະວິນຍານບໍລິສຸດເຈົ້າ​ແກ່​ພວກເຂົາ, ເໝືອນ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ.

Uka jalj uñjjattʼäta Copia luraña




ກິດຈະການ 15:8
23 Jak'a apnaqawi uñst'ayäwi  

ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ດ້ວຍ. ທີ່​ສະຫວັນ​ບ່ອນ​ພຣະອົງ​ສະຖິດ​ຢູ່ ຂໍໂຜດ​ຟັງ​ແລະ​ຍົກໂທດ ແລະ​ຊ່ວຍເຫລືອ​ພວກເຂົາ​ດ້ວຍ​ເທີ້ນ. ພຣະອົງ​ເທົ່ານັ້ນ​ທີ່​ຮູ້ຈັກ​ຄວາມຄິດ​ໃນ​ຈິດໃຈ​ມະນຸດ. ຂໍໂຜດ​ເຮັດ​ກັບ​ແຕ່ລະຄົນ​ຕາມ​ທີ່​ເຂົາ​ສົມຄວນ​ຈະ​ໄດ້​ຮັບ​ດ້ວຍ​ເທີ້ນ.


ຕໍ່ມາ​ເພິ່ນ​ໄດ້​ກ່າວ​ແກ່​ໂຊໂລໂມນ​ວ່າ, “ລູກເອີຍ ເຈົ້າ​ຈົ່ງ​ຮໍ່າຮຽນ​ໃຫ້​ຮູ້ຈັກ​ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ຮັບໃຊ້​ນີ້​ໃຫ້​ດີໆ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ​ແລະ​ສຸດ​ຄວາມຄິດ. ພຣະເຈົ້າຢາເວ​ຮູ້​ຄວາມຄິດ​ແລະ​ຄວາມ​ປາຖະໜາ​ທັງໝົດ​ຂອງ​ພວກເຮົາ. ຖ້າ​ເຈົ້າ​ສະແຫວງ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ເຈົ້າ​ໄດ້​ພົບ​ກັບ​ພຣະອົງ, ແຕ່​ຖ້າ​ເຈົ້າ​ຫັນໜ້າ​ໜີໄປ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ເຈົ້າ​ຕະຫລອດໄປ.


ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ທົດສອບ​ເບິ່ງ​ຈິດໃຈ​ຂອງ​ມະນຸດ​ທຸກຄົນ ແລະ​ພໍໃຈ​ກັບ​ປະຊາຊົນ​ທີ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ. ຂ້ານ້ອຍ​ຂໍ​ມອບ​ສິ່ງ​ທັງໝົດ​ນີ້​ໃຫ້​ພຣະອົງ​ດ້ວຍ​ໃຈ​ເຫລື້ອມໃສ​ສັດທາ ແລະ​ຂ້ານ້ອຍ​ເຫັນ​ວ່າ​ປະຊາຊົນ​ທີ່​ມາ​ເຕົ້າໂຮມ​ກັນ​ທີ່​ນີ້ ພວກເຂົາ​ມີ​ຄວາມ​ສຸກໃຈ​ຫລາຍ​ສໍ່າໃດ ທີ່​ໄດ້​ນຳ​ເອົາ​ເຄື່ອງຂອງ​ມາ​ຖວາຍ​ແກ່​ພຣະອົງ.


ພຣະອົງ​ກໍ​ຕ້ອງ​ຄົ້ນພົບ​ເລື່ອງ​ນີ້​ຢ່າງ​ແນ່ນອນ ເພາະ​ຄວາມຄິດ​ອັນ​ເລິກລັບ ພຣະອົງ​ກໍ​ຊົງ​ຮູ້.


ແລ້ວ​ຂ້າພະເຈົ້າ​ກໍ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເອີຍ ພຣະອົງ​ເປັນ​ຜູ້​ພິພາກສາ​ທີ່​ທ່ຽງທຳ; ພຣະອົງ​ທົດສອບ​ເບິ່ງ​ຄວາມ​ນຶກຄິດ​ກັບ​ຄວາມ​ຮູ້ສຶກ​ຂອງ​ຄົນ​ທັງຫລາຍ. ຂ້ານ້ອຍ​ຂໍ​ມອບ​ເລື່ອງ​ຂອງ​ຂ້ານ້ອຍ​ໄວ້​ໃນ​ມື​ຂອງ​ພຣະອົງ. ດັ່ງນັ້ນ ຂໍໂຜດ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ພຣະອົງ​ແກ້ແຄ້ນ​ຄົນ​ເຫຼົ່ານີ້​ດ້ວຍ​ເຖີດ.”


ເຮົາ​ຄື​ພຣະເຈົ້າຢາເວ​ຄົ້ນເບິ່ງ​ແນວຄິດ​ຂອງ​ຄົນ ແລະ​ທົດສອບ​ເບິ່ງ​ໃຈ​ມະນຸດ​ທັງຫລາຍ​ດ້ວຍ. ເຮົາ​ເຮັດ​ຕໍ່​ແຕ່ລະຄົນ​ຕາມ​ວິທີ​ທີ່​ພວກເຂົາ​ໃຊ້​ຊີວິດ ຄື​ຕາມ​ສິ່ງ​ທີ່​ພວກເຂົາ​ປະພຶດ​ແລະ​ກະທຳ.”


ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ຍິ່ງໃຫຍ່​ທົດສອບ​ຢ່າງ​ຍຸດຕິທຳ ຮູ້​ສິ່ງ​ທີ່​ຢູ່​ໃນ​ໃຈ​ຄົນ​ແລະ​ແນວຄິດ​ຂອງ​ພວກເຂົາ​ດ້ວຍ. ສະນັ້ນ ຈົ່ງ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ພຣະອົງ​ແກ້ແຄ້ນ​ເຫຼົ່າ​ສັດຕູ ເພາະ​ຂ້ານ້ອຍ​ໄດ້​ມອບ​ເລື່ອງລາວ​ໄວ້​ໃນ​ກຳມື​ຂອງ​ພຣະອົງ.


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ເປໂຕ​ເປັນ​ຄັ້ງ​ທີ​ສາມ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ທຸກໃຈ​ທີ່​ພຣະເຢຊູເຈົ້າ​ໄດ້​ຖາມ​ຕົນ​ເຖິງ​ສາມ​ເທື່ອ​ວ່າ, “ເຈົ້າ​ຮັກ​ເຮົາ​ບໍ?” ສະນັ້ນ ເປໂຕ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ພຣະອົງ​ຮູ້ຈັກ​ທຸກໆ​ສິ່ງ ພຣະອົງ​ຮູ້ຈັກ​ວ່າ ຂ້ານ້ອຍ​ຮັກ​ພຣະອົງ.” ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ທັງຫລາຍ​ຂອງເຮົາ​ເດີ.


ຝ່າຍ​ພຣະບິດາເຈົ້າ​ຜູ້​ທີ່​ໃຊ້​ເຮົາ​ມາ ກໍ​ເປັນ​ພະຍານ​ໃຫ້​ເຮົາ ເຈົ້າ​ທັງຫລາຍ​ບໍ່ເຄີຍ​ໄດ້ຍິນ​ສຽງ​ຂອງ​ພຣະອົງ ແລະ​ບໍ່ເຄີຍ​ເຫັນ​ຮູບຮ່າງ​ຂອງ​ພຣະອົງ​ຈັກເທື່ອ.


ແລ້ວ​ພວກເພິ່ນ​ກໍ​ພາກັນ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະອົງເຈົ້າ ພຣະອົງ​ຢັ່ງ​ຮູ້​ຄວາມ​ນຶກຄິດ​ຈິດໃຈ​ຂອງ​ທຸກຄົນ. ສະນັ້ນ ໂຜດ​ຊີ້​ບອກ​ວ່າ​ໃນ​ສອງ​ຄົນ​ນີ້​ພຣະອົງ​ໄດ້​ເລືອກ​ເອົາ​ຜູ້ໃດ


“ຄົນ​ເຫຼົ່ານີ້​ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ​ຄື​ກັນ​ກັບ​ພວກເຮົາ. ດັ່ງນັ້ນ ຄົງ​ບໍ່ມີ​ຜູ້ໃດ​ຕີ້ ທີ່​ຈະ​ຫ້າມ​ພວກເຂົາ ບໍ່​ໃຫ້​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ.”


ດັ່ງນັ້ນ ທ່ານ​ທັງສອງ​ຈຶ່ງ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ອີໂກນີອົມ​ນີ້​ດົນນານ​ສົມຄວນ, ມີ​ໃຈ​ກ້າ​ກ່າວ​ດ້ວຍ​ຄວາມ​ໄວ້ວາງໃຈ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ໄດ້​ເປັນ​ພະຍານ​ເຖິງ​ເລື່ອງ​ພຣະຄຸນ​ຂອງ​ພຣະອົງ ໂດຍ​ໃຫ້​ທ່ານ​ທັງສອງ​ມີ​ຣິດອຳນາດ​ເຮັດ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຫລາຍ​ຢ່າງ.


ດ້ວຍວ່າ, ພຣະວິນຍານ​ບໍຣິສຸດເຈົ້າ​ເຫັນດີ​ເຫັນພ້ອມ​ກັບ​ພວກເຮົາ​ແລ້ວ​ວ່າ ບໍ່​ໃຫ້​ວາງ​ພາລະໜັກ​ອັນ​ໃດ​ເທິງ​ພວກທ່ານ ນອກຈາກ​ສິ່ງ​ທີ່​ຈຳເປັນ​ເຫຼົ່ານີ້


ທຸກຄົນ​ໃນ​ທີ່ນັ້ນ ຈຶ່ງ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ເລີ່ມ​ປາກ​ພາສາ​ຕ່າງໆ ຕາມ​ທີ່​ພຣະວິນຍານ​ຊົງ​ໂຜດ​ໃຫ້​ພວກເພິ່ນ​ເວົ້າ.


ເມື່ອ​ພາວັນນາ​ອະທິຖານ​ຈົບ​ແລ້ວ ບ່ອນ​ທີ່​ພວກເຂົາ​ປະຊຸມ​ກັນ​ນັ້ນ​ກໍ​ສະທ້ານ​ຫວັ່ນໄຫວ ທຸກຄົນ​ຕ່າງ​ກໍ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ຈຶ່ງ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ດ້ວຍ​ໃຈ​ກ້າຫານ.


ພຣະເຈົ້າ​ກໍ​ຍັງ​ຊົງ​ເປັນ​ພະຍານ​ຮ່ວມ​ກັນ​ກັບ​ພວກເຂົາ ໂດຍ​ຊົງ​ສຳແດງ​ໝາຍສຳຄັນ, ການ​ອັດສະຈັນ, ການ​ອິດທິຣິດ​ຕ່າງໆ ແລະ​ໂດຍ​ຂອງ​ປະທານ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ຊົງ​ປະທານ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ.


ແລະ​ໃນ​ທຸກສິ່ງ​ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ນັ້ນ ບໍ່ມີ​ສິ່ງໃດ​ຖືກ​ບັງລັບ​ໄວ້​ຈາກ​ພຣະພັກ​ພຣະອົງ​ໄດ້ ແຕ່​ທຸກສິ່ງ​ໄດ້​ປາກົດ​ແຈ້ງ​ຕໍ່​ສາຍຕາ​ຂອງ​ພຣະອົງ ຜູ້​ທີ່​ເຮົາ​ຈະ​ຕ້ອງ​ໃຫ້​ການ​ນັ້ນ.


ເຮົາ​ຍັງ​ຈະ​ຂ້າ​ລູກ​ຂອງ​ນາງ​ດ້ວຍ ແລ້ວ​ຄຣິສຕະຈັກ​ທັງຫລາຍ​ກໍ​ຈະ​ຮູ້​ວ່າ ເຮົາ​ເປັນ​ຜູ້​ທີ່​ຮູ້​ຄວາມ​ຄິດ ແລະ​ຄວາມ​ປາຖະໜາ​ໃນ​ໃຈ​ຂອງ​ມະນຸດ​ທຸກຄົນ. ເຮົາ​ຈະ​ຕອບ​ແທນ​ພວກເຈົ້າ​ແຕ່ລະຄົນ ຕາມ​ການ​ກະທຳ​ຂອງຕົນ.


ແຕ່​ພຣະເຈົ້າຢາເວ​ກ່າວ​ຕໍ່​ເພິ່ນ​ວ່າ, “ຢ່າ​ໄດ້​ສົນໃຈ​ນຳ​ຄວາມສູງ ແລະ​ຄວາມງາມ​ຂອງ​ລາວ​ເລີຍ. ເຮົາ​ບໍ່​ຮັບ​ເອົາ​ລາວ​ເພາະ​ການ​ເບິ່ງ​ຂອງ​ພຣະເຈົ້າຢາເວ​ບໍ່​ຄື​ການ​ເບິ່ງ​ຂອງ​ມະນຸດ. ມະນຸດ​ເບິ່ງ​ພາຍນອກ​ແຕ່​ພຣະເຈົ້າຢາເວ​ເບິ່ງ​ພາຍໃນ​ຈິດໃຈ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka