Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 15:5 - ພຣະຄຳພີສັກສິ

5 ແຕ່​ມີ​ບາງຄົນ​ໃນ​ຄະນະ​ຟາຣີຊາຍ ທີ່​ໄດ້​ເຊື່ອ​ແລ້ວ ລຸກ​ຂຶ້ນ​ເວົ້າ​ວ່າ, “ຄົນຕ່າງຊາດ​ນັ້ນ ຕ້ອງ​ໃຫ້​ພວກເຂົາ​ຮັບ​ພິທີຕັດ ແລະ​ສັ່ງ​ໃຫ້​ພວກເຂົາ​ຖື​ຮັກສາ​ກົດບັນຍັດ​ຂອງ​ໂມເຊ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ຫລັງຈາກນັ້ນ ຜູ້​ເຊື່ອ​ບາງຄົນ​ທີ່​ຢູ່ໃນ​ກຸ່ມ​ພວກ​ຟາຣີຊາຍ​ໄດ້​ຢືນຂຶ້ນ ແລະ ເວົ້າ​ວ່າ, “ຄົນຕ່າງຊາດ​ຕ້ອງ​ຮັບ​ພິທີຕັດ ແລະ ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ໂມເຊ”.

Uka jalj uñjjattʼäta Copia luraña




ກິດຈະການ 15:5
14 Jak'a apnaqawi uñst'ayäwi  

ພໍ​ໂຢຮັນ​ເຫັນ​ພວກ​ຟາຣີຊາຍ​ແລະ​ພວກ​ຊາດູກາຍ​ຢ່າງ​ຫລວງຫລາຍ​ມາ​ຫາ​ຕົນ ເພື່ອ​ຮັບ​ບັບຕິສະມາ ເພິ່ນ​ຈຶ່ງ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ພວກ​ຊາດ​ງູ​ຮ້າຍ​ເອີຍ ຜູ້ໃດ​ໄດ້​ບອກ​ພວກເຈົ້າ​ໃຫ້​ປົບໜີ​ຈາກ​ການ​ຕັດສິນ​ຂອງ​ພຣະເຈົ້າ ທີ່​ໃກ້​ຈະ​ມາ​ເຖິງ​ນັ້ນ?


ມີ​ບາງຄົນ​ຈາກ​ແຂວງ​ຢູດາຍ​ເລີ່ມ​ສັ່ງສອນ​ພີ່ນ້ອງ​ວ່າ, “ຖ້າ​ເຈົ້າ​ທັງຫລາຍ​ບໍ່​ຮັບ​ພິທີຕັດ​ຕາມ​ຮີດຄອງ​ຂອງ​ໂມເຊ ພວກເຈົ້າ​ຈະ​ພົ້ນ​ບໍ່ໄດ້.”


ພວກເຮົາ​ໄດ້ຍິນ​ຂ່າວ​ວ່າ ມີ​ບາງຄົນ​ໃນ​ພວກເຮົາ ໄດ້​ອອກ​ໄປ​ລົບກວນ​ຈິດໃຈ ແລະ​ເຮັດ​ໃຫ້​ພີ່ນ້ອງ​ເກີດ​ຄວາມ​ສັບສົນ​ໄປ ດ້ວຍ​ຄຳ​ເວົ້າ​ຂອງ​ພວກເຂົາ, ພວກເຮົາ​ບໍ່ໄດ້​ອອກ​ຄຳສັ່ງ​ໃດໆ ໃຫ້​ພວກເຂົາ​ເຮັດ​ສິ່ງ​ນີ້​ເລີຍ.


ຫລັງຈາກ​ຮັບ​ຟັງ​ແລ້ວ ທ່ານ​ເຫຼົ່ານີ້​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າ, ແລ້ວ​ພວກເຂົາ​ກໍ​ກ່າວ​ແກ່​ໂປໂລ​ວ່າ, “ອ້າຍ​ເອີຍ ເຈົ້າ​ກໍ​ເຫັນ​ຊາວ​ຢິວ​ຫລາຍ​ໝື່ນ​ຄົນ​ໄດ້​ວາງໃຈເຊື່ອ ແລະ​ຄົນ​ພວກ​ນີ້​ກໍ​ຮ້ອນຮົນ​ໃຈ​ໃນ​ການ​ທີ່​ເຊື່ອຖື​ກົດບັນຍັດ​ຢ່າງ​ເຄັ່ງຄັດ.


ຂ້ານ້ອຍ​ຂໍ​ຮັບ​ຕໍ່ໜ້າ​ທ່ານ​ຢ່າງ​ໜຶ່ງ​ຄື​ວ່າ, ຂ້ານ້ອຍ​ຮັບໃຊ້​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ຂ້ານ້ອຍ ຕາມ​ທາງ​ນັ້ນ​ທີ່​ພວກເຂົາ​ຖື​ວ່າ ເປັນ​ລັດທິ​ນອກຮີດ, ແຕ່​ຂ້ານ້ອຍ​ກໍ​ເຊື່ອ​ໃນ​ທຸກໆ​ສິ່ງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ ແລະ​ໜັງສື​ຂອງ​ບັນດາ​ຜູ້ທຳນວາຍ​ເໝືອນກັນ.


ພວກ​ຂ້າພະເຈົ້າ​ເຫັນ​ວ່າ ຊາຍ​ຄົນ​ນີ້​ເປັນ​ໄພ​ອັນຕະລາຍ​ຢ່າງ​ຮ້າຍແຮງ​ຕໍ່​ບ້ານ​ເມືອງ, ລາວ​ຍຸແຍ່​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ຂຶ້ນ ໃນ​ທ່າມກາງ​ພວກ​ຢິວ​ທົ່ວ​ໂລກນີ້ ແລະ​ລາວ​ກໍ​ເປັນ​ຜູ້ນຳ​ຂອງ​ລັດທິ​ນາຊາເຣັດ.


ແຕ່​ພວກເຮົາ​ຕ້ອງການ​ຢາກ​ໄດ້ຍິນ​ຄວາມ​ຄິດເຫັນ​ຂອງທ່ານ ເພາະ​ພວກເຮົາ​ຮູ້​ວ່າ ຝ່າຍ​ນິກາຍ​ນີ້​ຖືກ​ຂັດຂວາງ​ຢູ່​ທຸກທີ່​ທຸກບ່ອນ.”


ແລ້ວ​ມະຫາ​ປະໂຣຫິດ​ກັບ​ພັກພວກ​ທັງໝົດ​ຂອງຕົນ ຄື​ພວກ​ຊາດູກາຍ​ກໍ​ເກີດ​ອິດສາ​ພວກ​ອັກຄະສາວົກ​ຢ່າງ​ສຸດຂີດ.


ຖ້າ​ມີ​ຜູ້ໃດ ທີ່​ພຣະເຈົ້າ​ຊົງ​ເອີ້ນ​ເອົາ ເມື່ອ​ຮັບ​ພິທີຕັດ​ແລ້ວ ກໍ​ຢ່າ​ໃຫ້​ຄົນ​ນັ້ນ​ພະຍາຍາມ​ລົ້ມເລີກ​ຈາກ​ຖານະ​ນັ້ນ​ເສຍ ຖ້າ​ຜູ້ໃດ​ຖືກ​ຊົງ​ເອີ້ນ​ເອົາ ໂດຍ​ຍັງ​ບໍ່ໄດ້​ຮັບ​ພິທີຕັດ ກໍ​ຢ່າ​ໃຫ້​ຄົນ​ນັ້ນ​ຮັບ.


ເມື່ອ​ເປໂຕ​ໄດ້​ມາ​ເຖິງ​ເມືອງ​ອັນຕີໂອເຂຍ ເຮົາ​ກໍ​ຕໍ່​ວ່າ​ເພິ່ນ​ຢ່າງ​ເປີດເຜີຍ ເພາະ​ເພິ່ນ​ເຮັດ​ຜິດພາດ​ຢ່າງ​ປະຈັກ​ຕາ.


ເມື່ອ​ເຮົາ​ເຫັນ​ວ່າ ພວກເພິ່ນ​ບໍ່ໄດ້​ດຳເນີນ​ໄປ​ຕາມ​ຄວາມຈິງ​ແຫ່ງ​ຂ່າວປະເສີດ ເຮົາ​ຈຶ່ງ​ເວົ້າ​ໃຫ້​ເປໂຕ​ຕໍ່ໜ້າ​ຄົນ​ທັງໝົດ​ນັ້ນ​ວ່າ, “ເຈົ້າ​ຜູ້​ເປັນ​ຄົນ​ຢິວ ແຕ່​ເຈົ້າ​ໄດ້​ດຳເນີນ​ຊີວິດ​ເໝືອນ​ຄົນຕ່າງຊາດ​ແລະ​ບໍ່​ເໝືອນ​ຄົນ​ຢິວ. ຖ້າດັ່ງນັ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ບັງຄັບ​ຄົນຕ່າງຊາດ​ໃຫ້​ດຳເນີນ​ຊີວິດ​ເໝືອນ​ຄົນ​ຢິວ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka