Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 15:4 - ພຣະຄຳພີສັກສິ

4 ເມື່ອ​ເພິ່ນ​ມາ​ຮອດ​ນະຄອນ​ເຢຣູຊາເລັມ ກໍໄດ້​ຖືກ​ຮັບຕ້ອນ​ຈາກ​ພີ່ນ້ອງ​ໃນ​ຄຣິສຕະຈັກ, ຈາກ​ພວກ​ອັກຄະສາວົກ ແລະ​ຈາກ​ບັນດາ​ເຖົ້າແກ່ ແລະ​ພວກເພິ່ນ​ໄດ້​ເລົ່າ​ເລື່ອງ​ທັງໝົດ ທີ່​ພຣະເຈົ້າ​ໄດ້​ກະທຳ​ການ​ຜ່ານ​ພວກເພິ່ນ​ສູ່​ຄົນ​ເຫຼົ່ານັ້ນ​ຟັງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ເມື່ອ​ພວກເພິ່ນ​ມາ​ເຖິງ​ເຢຣູຊາເລັມ, ພວກເພິ່ນ​ກໍ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ຄຣິສຕະຈັກ, ຈາກ​ພວກ​ອັກຄະສາວົກ ແລະ ພວກ​ຜູ້ປົກຄອງ, ພວກເພິ່ນ​ໄດ້​ລາຍງານ​ທຸກສິ່ງ​ທີ່​ພຣະເຈົ້າ​ໄດ້​ເຮັດ​ຜ່ານ​ພວກເພິ່ນ​ໃຫ້​ຄົນ​ເຫລົ່ານັ້ນ​ຟັງ.

Uka jalj uñjjattʼäta Copia luraña




ກິດຈະການ 15:4
20 Jak'a apnaqawi uñst'ayäwi  

“ຜູ້​ທີ່​ຕ້ອນຮັບ​ພວກເຈົ້າ​ກໍ​ຕ້ອນຮັບ​ເຮົາ ແລະ​ຜູ້​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.


ພວກເພິ່ນ​ໄດ້​ເຮັດ​ດັ່ງນັ້ນ​ແລ້ວ, ຈຶ່ງ​ຝາກ​ໄປ​ນຳ​ບາຣະນາບາ ແລະ ໂຊໂລ ໄປ​ໃຫ້​ບັນດາ​ເຖົ້າແກ່​ໃນ​ຄຣິສຕະຈັກ.


ເມື່ອ​ມາ​ຮອດ​ເມືອງ​ອັນຕີໂອເຂຍ ທ່ານ​ທັງສອງ​ໄດ້​ເອີ້ນ​ສະມາຊິກ​ໃນ​ຄຣິສຕະຈັກ​ມາ​ປະຊຸມ ແລ້ວ​ໄດ້​ເລົ່າ​ສູ່​ພີ່ນ້ອງ​ຟັງ​ເຖິງ​ທຸກຢ່າງ ທີ່​ພຣະເຈົ້າ​ຊົງ​ສະຖິດ ແລະ​ໄດ້​ຊົງ​ກະທຳ​ສຳລັບ​ຕົນ ແລະ​ການ​ທີ່​ພຣະເຈົ້າ​ເປີດ​ປະຕູ​ແຫ່ງ​ຄວາມເຊື່ອ​ໃຫ້​ຄົນຕ່າງຊາດ​ເຂົ້າ​ມາ.


ດັ່ງນັ້ນ ພີ່ນ້ອງ​ທັງໝົດ​ຈຶ່ງ​ມິດງຽບ ແລະ​ຟັງ​ບາຣະນາບາ​ກັບ​ໂປໂລ ເລົ່າ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ຕ່າງໆ ທີ່​ພຣະເຈົ້າ​ໄດ້​ກະທຳ​ຜ່ານ​ພວກເພິ່ນ ໃນ​ທ່າມກາງ​ຄົນຕ່າງຊາດ.


ເມື່ອ​ໂປໂລ​ກັບ​ບາຣະນາບາ ເກີດ​ມີ​ການ​ໂຕ້ຖຽງ​ກັບ​ພວກເຂົາ​ຢ່າງ​ຮຸນແຮງ​ກ່ຽວກັບ​ເລື່ອງ​ນີ້ ດັ່ງນັ້ນ ຈຶ່ງ​ມີ​ການ​ຕົກລົງ​ໃຫ້​ໂປໂລ​ກັບ​ບາຣະນາບາ ແລະ​ບາງຄົນ​ໃນ​ເມືອງ​ອັນຕີໂອເຂຍ ໄປ​ປຶກສາ​ກັບ​ພວກ​ອັກຄະສາວົກ ແລະ​ພວກ​ເຖົ້າແກ່​ໃນ​ນະຄອນ​ເຢຣູຊາເລັມ​ກ່ຽວກັບ​ບັນຫາ​ນີ້.


ແລ້ວ​ພວກ​ອັກຄະສາວົກ​ກັບ​ບັນດາ​ເຖົ້າແກ່ ພ້ອມ​ກັບ​ທັງໝົດ​ຄຣິສຕະຈັກ, ກໍ​ຕັດສິນໃຈ​ເລືອກ​ເອົາ​ບາງຄົນ​ໃນ​ພວກເພິ່ນ ໃຫ້​ເດີນທາງ​ໄປ​ທີ່​ເມືອງ​ອັນຕີໂອເຂຍ​ກັບ​ໂປໂລ ແລະ ບາຣະນາບາ. ພວກເພິ່ນ​ໄດ້​ເລືອກ​ເອົາ​ຢູດາ (ຜູ້​ທີ່​ມີ​ຊື່​ອີກ​ວ່າ​ບາຣະຊັບບາ) ກັບ​ຊີລາ, ຊາຍ​ສອງ​ຄົນ​ນີ້​ເປັນ​ຜູ້ນຳ​ຄົນ​ສຳຄັນ​ໃນ​ພວກ​ພີ່ນ້ອງ.


ດັ່ງນັ້ນ ຄຣິສຕະຈັກ​ໄດ້​ຈັດ​ສົ່ງ​ທ່ານ​ເຫຼົ່ານີ້​ໄປ, ເມື່ອ​ຜ່ານ​ແຂວງ​ໂຟນີເຊຍ ແລະ​ແຂວງ​ຊາມາເຣຍ​ໄປ​ນັ້ນ ເພິ່ນ​ໄດ້​ເລົ່າ​ເລື່ອງ​ການ​ທີ່​ຄົນຕ່າງຊາດ​ກັບໃຈ​ໃໝ່​ຫັນ​ມາ​ຫາ​ພຣະເຈົ້າ, ຂ່າວ​ນີ້​ໄດ້​ນຳ​ຄວາມ​ຊົມຊື່ນ​ຍິນດີ​ອັນ​ໃຫຍ່​ມາ​ສູ່​ພີ່ນ້ອງ​ທັງໝົດ.


ຝ່າຍ​ພວກ​ອັກຄະສາວົກ​ກັບ​ພວກ​ເຖົ້າແກ່ ກໍໄດ້​ປະຊຸມ​ກັນ​ພິຈາລະນາ​ບັນຫາ​ນີ້.


ເມື່ອ​ຜ່ານ​ໄປ​ຕາມ​ເມືອງ​ຕ່າງໆ ເພິ່ນ​ກໍໄດ້​ມອບ​ຂໍ້​ບັງຄັບ ຊຶ່ງ​ພວກ​ອັກຄະສາວົກ​ກັບ​ບັນດາ​ເຖົ້າແກ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ໄດ້​ຕົກລົງ​ກັນ​ນັ້ນ ໃຫ້​ພວກ​ຄົນ​ທີ່​ເຊື່ອ​ຮັບຮູ້ ແລະ​ໃຫ້​ພວກເຂົາ​ປະຕິບັດ​ຕາມ.


ເມື່ອ​ອາໂປໂລ​ຕັດສິນໃຈ​ຈະ​ຂ້າມ​ໄປ​ແຂວງ​ອະຂາຢາ ພວກ​ພີ່ນ້ອງ​ໄດ້​ໜູນໃຈ​ລາວ ແລະ​ໄດ້​ຂຽນ​ຈົດໝາຍ​ຝາກ​ໄປ​ເຖິງ​ພີ່ນ້ອງ​ທີ່​ເຊື່ອ​ໃນ​ແຂວງ​ອະຂາຢາ​ໃຫ້​ຕ້ອນຮັບ​ລາວ​ໄວ້ ເມື່ອ​ລາວ​ເດີນທາງ​ມາ​ຮອດ ລາວ​ກໍ​ຊ່ວຍເຫລືອ​ຄົນ​ທີ່​ໄດ້​ເຊື່ອ ຍ້ອນ​ພຣະຄຸນ​ຂອງ​ພຣະເຈົ້າ​ຢ່າງ​ຫລວງຫລາຍ.


ເມື່ອ​ພວກເຮົາ​ມາ​ເຖິງ​ນະຄອນ​ເຢຣູຊາເລັມ ພວກ​ຄົນ​ທີ່ເຊື່ອ​ກໍ​ຕ້ອນຮັບ​ພວກເຮົາ​ດ້ວຍ​ຄວາມ​ຍິນດີ.


ເມື່ອ​ໂປໂລ​ທັກທາຍ​ກັບ​ເຂົາ​ເຫຼົ່ານັ້ນ​ທຸກຄົນ​ແລ້ວ, ເພິ່ນ​ຈຶ່ງ​ລາຍງານ​ຢ່າງ​ລະອຽດ​ເຖິງ​ທຸກສິ່ງ ຊຶ່ງ​ພຣະເຈົ້າ​ໄດ້​ກະທຳ​ໃນ​ທ່າມກາງ​ຄົນຕ່າງຊາດ ໂດຍ​ຜ່ານ​ທາງ​ພາລະກິດ​ຂອງຕົນ.


ດ້ວຍວ່າ, ເຮົາ​ບໍ່​ອາດ​ຈະ​ອ້າງ​ສິ່ງໃດ ນອກຈາກ​ສິ່ງ​ຊຶ່ງ​ພຣະຄຣິດ​ໄດ້​ຊົງ​ກະທຳ ໂດຍ​ຊົງ​ໃຊ້​ເຮົາ​ທາງ​ຄຳສອນ ແລະ​ກິດຈະການ​ເພື່ອ​ຈະ​ໃຫ້​ຄົນຕ່າງຊາດ​ເຊື່ອຟັງ


ເຫດສະນັ້ນ ຈົ່ງ​ຕ້ອນຮັບ​ຊຶ່ງກັນແລະກັນ​ເໝືອນ​ດັ່ງ​ທີ່​ພຣະຄຣິດ​ໄດ້​ຕ້ອນຮັບ​ພວກເຈົ້າ ເພື່ອ​ເປັນ​ການ​ຖວາຍ​ສະຫງ່າຣາສີ​ແກ່​ພຣະເຈົ້າ.


ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ເປັນ​ຢູ່​ຢ່າງ​ນີ້ ແລະ​ພຣະຄຸນ​ທີ່​ພຣະອົງ​ໄດ້​ໂຜດ​ໃຫ້​ແກ່​ເຮົາ​ນັ້ນ ກໍ​ບໍ່ໄດ້​ໄຮ້​ປະໂຫຍດ, ກົງກັນຂ້າມ ເຮົາ​ໄດ້​ເຮັດ​ການ​ຢ່າງ​ໜັກໜ່ວງ​ຫຼາຍກວ່າ​ບັນດາ​ອັກຄະສາວົກ​ຄົນອື່ນໆ ຕາມ​ທີ່​ຈິງ​ແລ້ວ​ບໍ່ແມ່ນ​ເຮົາ​ເອງ​ເຮັດ ແຕ່​ແມ່ນ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ສະຖິດ​ຢູ່​ກັບ​ເຮົາ​ທີ່​ເຮັດ.


ເພາະ​ໂດຍ​ທາງ​ພຣະຄຣິດ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ຄືນ​ດີ​ກັບ​ພຣະອົງ ພຣະເຈົ້າ​ບໍ່ໄດ້​ຖື​ໂທດ​ຕໍ່​ການບາບ​ຂອງ​ພວກເຂົາ ແລະ​ພຣະອົງ​ໄດ້​ຊົງ​ມອບ​ຂ່າວ​ເລື່ອງ​ການ​ຄືນ​ດີ​ໄວ້​ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ພວກເຮົາ.


ຍ້ອນ​ວ່າ ພວກເຮົາ​ເປັນ​ຜູ້​ທີ່​ຮ່ວມ​ງານ​ກັບ​ພຣະອົງ ພວກເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ເໝືອນກັນ​ວ່າ ຢ່າ​ໃຫ້​ພຣະຄຸນ​ຊຶ່ງ​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະອົງ​ນັ້ນ ເປັນ​ສິ່ງ​ໄຮ້​ປະໂຫຍດ.


ອາຣິດຕາໂຂ ຜູ້​ທີ່​ຖືກ​ຄຸກ​ຢູ່​ນຳ​ເຮົາ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ດ້ວຍ, ມາຣະໂກ​ນ້ອງ​ຂອງ​ບາຣະນາບາ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ເໝືອນກັນ. (ພວກເຈົ້າ​ຄົງ​ໄດ້​ຮັບ​ຄຳແນະນຳ​ແລ້ວ​ວ່າ ໃຫ້​ຕ້ອນຮັບ​ມາຣະໂກ​ຖ້າ​ລາວ​ມາ​ຫາ​ພວກເຈົ້າ.)


ຖ້າ​ຜູ້ໃດ​ມາ​ຫາ​ເຈົ້າ ແລະ​ບໍ່​ເອົາ​ຄຳສອນ​ນີ້​ມາ​ນຳ ກໍ​ຢ່າ​ຮັບ​ຄົນ​ນັ້ນ​ເຂົ້າ​ໃນ​ເຮືອນ ແລະ​ທັງ​ຢ່າ​ສະແດງ​ຄວາມ​ຄຳນັບ​ຕໍ່​ຜູ້ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka