Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 15:3 - ພຣະຄຳພີສັກສິ

3 ດັ່ງນັ້ນ ຄຣິສຕະຈັກ​ໄດ້​ຈັດ​ສົ່ງ​ທ່ານ​ເຫຼົ່ານີ້​ໄປ, ເມື່ອ​ຜ່ານ​ແຂວງ​ໂຟນີເຊຍ ແລະ​ແຂວງ​ຊາມາເຣຍ​ໄປ​ນັ້ນ ເພິ່ນ​ໄດ້​ເລົ່າ​ເລື່ອງ​ການ​ທີ່​ຄົນຕ່າງຊາດ​ກັບໃຈ​ໃໝ່​ຫັນ​ມາ​ຫາ​ພຣະເຈົ້າ, ຂ່າວ​ນີ້​ໄດ້​ນຳ​ຄວາມ​ຊົມຊື່ນ​ຍິນດີ​ອັນ​ໃຫຍ່​ມາ​ສູ່​ພີ່ນ້ອງ​ທັງໝົດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ຄຣິສຕະຈັກ​ໄດ້​ໃຊ້​ພວກເພິ່ນ​ໄປ ແລະ ຂະນະ​ທີ່​ພວກເພິ່ນ​ເດີນທາງ​ຜ່ານ​ແຂວງ​ໂຟນີເຊຍ​ກັບ​ຊາມາເຣຍ, ພວກເພິ່ນ​ກໍ​ໄດ້​ເລົ່າ​ເລື່ອງ​ທີ່​ຄົນຕ່າງຊາດ​ໄດ້​ກັບໃຈໃໝ່. ຂ່າວ​ນີ້​ເຮັດ​ໃຫ້​ພີ່ນ້ອງ​ທັງຫລາຍ​ມີ​ຄວາມຍິນດີ​ຫລາຍ.

Uka jalj uñjjattʼäta Copia luraña




ກິດຈະການ 15:3
27 Jak'a apnaqawi uñst'ayäwi  

ແຕ່​ພວກເຮົາ​ສົມຄວນ​ຮ່ວມ​ຊົມຊື່ນ​ຍິນດີ ເພາະ​ນ້ອງ​ຂອງ​ເຈົ້າ​ຄົນ​ນີ້​ຕາຍ​ແລ້ວ ແຕ່​ບັດນີ້​ມີ​ຊີວິດ​ຢູ່ ລາວ​ເສຍ​ໄປ​ແລ້ວ ແຕ່​ບັດນີ້ ຍັງ​ໄດ້​ພົບ​ອີກ.”’


ໃນ​ວັນ​ຕໍ່ມາ ກໍ​ມີ​ການ​ນະມັດສະການ​ຂອງ​ບັນດາ​ຄົນ​ທີ່​ເຊື່ອ ໂດຍ​ມີ​ຜູ້​ມາ​ລວມ​ທັງໝົດ​ປະມານ​ຮ້ອຍຊາວ​ຄົນ ຝ່າຍ​ເປໂຕ​ຈຶ່ງ​ຢືນ​ຂຶ້ນ ແລະ​ກ່າວ​ແກ່​ຄົນ​ເຫຼົ່ານີ້​ວ່າ,


ເມື່ອ​ຄົນຕ່າງຊາດ​ໄດ້ຍິນ​ເຊັ່ນນີ້​ແລ້ວ ພວກເຂົາ​ກໍ​ຊົມຊື່ນ​ຍິນດີ​ຫລາຍ ແລະ​ສັນລະເສີນ​ຖ້ອຍຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ, ຄົນ​ທັງຫລາຍ ຜູ້​ທີ່​ຖືກ​ເລືອກ​ໄວ້​ສຳລັບ​ຊີວິດ​ນິຣັນດອນ​ກໍໄດ້​ວາງໃຈເຊື່ອ.


ຝ່າຍ​ບັນດາ​ພວກ​ສິດ​ໃນ​ເມືອງ​ອັນຕີໂອເຂຍ ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.


ເມື່ອ​ມາ​ຮອດ​ເມືອງ​ອັນຕີໂອເຂຍ ທ່ານ​ທັງສອງ​ໄດ້​ເອີ້ນ​ສະມາຊິກ​ໃນ​ຄຣິສຕະຈັກ​ມາ​ປະຊຸມ ແລ້ວ​ໄດ້​ເລົ່າ​ສູ່​ພີ່ນ້ອງ​ຟັງ​ເຖິງ​ທຸກຢ່າງ ທີ່​ພຣະເຈົ້າ​ຊົງ​ສະຖິດ ແລະ​ໄດ້​ຊົງ​ກະທຳ​ສຳລັບ​ຕົນ ແລະ​ການ​ທີ່​ພຣະເຈົ້າ​ເປີດ​ປະຕູ​ແຫ່ງ​ຄວາມເຊື່ອ​ໃຫ້​ຄົນຕ່າງຊາດ​ເຂົ້າ​ມາ.


ມີ​ບາງຄົນ​ຈາກ​ແຂວງ​ຢູດາຍ​ເລີ່ມ​ສັ່ງສອນ​ພີ່ນ້ອງ​ວ່າ, “ຖ້າ​ເຈົ້າ​ທັງຫລາຍ​ບໍ່​ຮັບ​ພິທີຕັດ​ຕາມ​ຮີດຄອງ​ຂອງ​ໂມເຊ ພວກເຈົ້າ​ຈະ​ພົ້ນ​ບໍ່ໄດ້.”


ດັ່ງນັ້ນ ພີ່ນ້ອງ​ທັງໝົດ​ຈຶ່ງ​ມິດງຽບ ແລະ​ຟັງ​ບາຣະນາບາ​ກັບ​ໂປໂລ ເລົ່າ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ຕ່າງໆ ທີ່​ພຣະເຈົ້າ​ໄດ້​ກະທຳ​ຜ່ານ​ພວກເພິ່ນ ໃນ​ທ່າມກາງ​ຄົນຕ່າງຊາດ.


ແລ້ວ​ພວກ​ອັກຄະສາວົກ​ກັບ​ບັນດາ​ເຖົ້າແກ່ ພ້ອມ​ກັບ​ທັງໝົດ​ຄຣິສຕະຈັກ, ກໍ​ຕັດສິນໃຈ​ເລືອກ​ເອົາ​ບາງຄົນ​ໃນ​ພວກເພິ່ນ ໃຫ້​ເດີນທາງ​ໄປ​ທີ່​ເມືອງ​ອັນຕີໂອເຂຍ​ກັບ​ໂປໂລ ແລະ ບາຣະນາບາ. ພວກເພິ່ນ​ໄດ້​ເລືອກ​ເອົາ​ຢູດາ (ຜູ້​ທີ່​ມີ​ຊື່​ອີກ​ວ່າ​ບາຣະຊັບບາ) ກັບ​ຊີລາ, ຊາຍ​ສອງ​ຄົນ​ນີ້​ເປັນ​ຜູ້ນຳ​ຄົນ​ສຳຄັນ​ໃນ​ພວກ​ພີ່ນ້ອງ.


ຢູດາ​ກັບ​ຊີລາ ກໍ​ເປັນ​ຜູ້​ປະກາດ​ພຣະທຳ​ເໝືອນກັນ ໄດ້​ກ່າວ​ຢ່າງ​ຍືດຍາວ​ແກ່​ພວກ​ພີ່ນ້ອງ​ເພື່ອ​ໜູນໃຈ ແລະ​ເຕືອນ​ສະຕິ​ພວກເຂົາ​ໃຫ້​ເຂັ້ມແຂງ​ຂຶ້ນ​ໃນ​ຄວາມເຊື່ອ.


ເມື່ອ​ເພິ່ນ​ມາ​ຮອດ​ນະຄອນ​ເຢຣູຊາເລັມ ກໍໄດ້​ຖືກ​ຮັບຕ້ອນ​ຈາກ​ພີ່ນ້ອງ​ໃນ​ຄຣິສຕະຈັກ, ຈາກ​ພວກ​ອັກຄະສາວົກ ແລະ​ຈາກ​ບັນດາ​ເຖົ້າແກ່ ແລະ​ພວກເພິ່ນ​ໄດ້​ເລົ່າ​ເລື່ອງ​ທັງໝົດ ທີ່​ພຣະເຈົ້າ​ໄດ້​ກະທຳ​ການ​ຜ່ານ​ພວກເພິ່ນ​ສູ່​ຄົນ​ເຫຼົ່ານັ້ນ​ຟັງ.


ຄົນ​ທີ່​ນຳ​ສົ່ງ​ໂປໂລ​ນັ້ນ ກໍ​ໄປ​ກັບ​ພວກເພິ່ນ​ຈົນເຖິງ​ນະຄອນ​ອາແຖນ ແລະ​ເມື່ອ​ໄດ້​ຮັບ​ຄຳສັ່ງ​ຈາກ​ເພິ່ນ​ໃຫ້​ບອກ​ຊີລາ​ກັບ​ຕີໂມທຽວ​ໃຫ້​ມາ​ຫາ​ເພິ່ນ​ໄວ​ທີ່ສຸດ​ເທົ່າທີ່ຈະ​ໄວ​ໄດ້ ແລ້ວ​ພວກເຂົາ​ກໍ​ຈາກ​ໄປ.


ພວກເຂົາ​ໂສກເສົ້າ​ຫລາຍ ໂດຍ​ສະເພາະ​ຍ້ອນ​ເພິ່ນ​ໄດ້​ກ່າວ​ວ່າ ພວກເຂົາ​ຈະ​ບໍ່​ເຫັນ​ໜ້າ​ເພິ່ນ​ອີກ​ເລີຍ ແລ້ວ​ພວກເຂົາ​ກໍ​ພາກັນ​ໄປ​ສົ່ງ​ເພິ່ນ​ເຖິງ​ເຮືອ.


ແຕ່​ເມື່ອ​ອາທິດ​ໜຶ່ງ​ສິ້ນສຸດ​ລົງ​ແລ້ວ​ພວກເຮົາ​ກໍ​ອອກ​ເດີນທາງ​ໄປ​ຕໍ່, ຄົນ​ທີ່​ເຊື່ອ​ທຸກຄົນ​ພ້ອມ​ທັງ​ເມຍ ແລະ​ລູກໆ​ຂອງ​ພວກເຂົາ​ກໍໄດ້​ອອກ​ເມືອງ​ໄປ​ສົ່ງ​ພວກເຮົາ​ທີ່​ນອກເມືອງ ແລ້ວ​ໃນ​ທີ່ນັ້ນ ທຸກຄົນ​ໄດ້​ຄຸເຂົ່າ​ລົງ​ພາວັນນາ​ອະທິຖານ​ຮ່ວມກັນ​ທີ່​ຫາດຊາຍ.


ພວກ​ຄົນ​ທີ່ເຊື່ອ​ໃນ​ນະຄອນ​ໂຣມ ໄດ້ຍິນ​ຂ່າວ​ກ່ຽວກັບ​ພວກເຮົາ ພວກເຂົາ​ຈຶ່ງ​ອອກ​ມາ​ຫາ​ພວກເຮົາ​ທີ່​ຕະຫລາດ​ອາປີໂອ ແລະ​ທີ່​ສາລາ​ສາມ​ຫລັງ​ເພື່ອ​ພົບພໍ້​ກັບ​ພວກເຮົາ, ພໍ​ໂປໂລ​ເຫັນ​ພວກເຂົາ ເພິ່ນ​ກໍ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ໄດ້​ຮັບ​ຄວາມ​ໜູນໃຈ​ຂຶ້ນ​ຢ່າງ​ຫລວງຫລາຍ.


ເມື່ອ​ພວກ​ອັກຄະສາວົກ​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ໄດ້ຍິນ​ຂ່າວ​ວ່າ​ປະຊາຊົນ​ແຂວງ​ຊາມາເຣຍ ໄດ້​ຮັບ​ເອົາ​ພຣະທຳ​ຂອງ​ພຣະເຈົ້າ​ແລ້ວ ຈຶ່ງ​ໄດ້​ໃຊ້​ເປໂຕ​ກັບ​ໂຢຮັນ​ໄປ​ຫາ​ພວກເຂົາ.


ເຮົາ​ຈຶ່ງ​ຫວັງ​ທີ່​ຈະ​ໄດ້​ມາ​ຢ້ຽມຢາມ​ພວກເຈົ້າ ໃນ​ຂະນະທີ່​ເຮົາ​ເດີນທາງ​ໄປ​ປະເທດ​ສະເປນ​ນັ້ນ ຫລັງຈາກ​ຢູ່​ຢ້ຽມຢາມ​ຖາມ​ຂ່າວ​ພວກເຈົ້າ​ຢ່າງ​ສົດຊື່ນ​ເບີກບານ​ໃຈ​ຊົ່ວຄາວ​ແລ້ວ ຢາກ​ໃຫ້​ພວກເຈົ້າ​ຊ່ວຍ​ສົ່ງ​ເຮົາ​ໃນ​ການ​ເດີນທາງ​ຕໍ່ໄປ.


ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ລາວ, ແຕ່​ໃຫ້​ພວກເຈົ້າ​ຊ່ວຍ​ລາວ​ເດີນທາງ​ໄປ​ຕໍ່​ຢ່າງ​ສັນຕິສຸກ ເພື່ອ​ວ່າ​ລາວ​ຈະ​ກັບ​ມາ​ຮອດ​ເຮົາ ເພາະ​ເຮົາ​ກຳລັງ​ລໍ​ຖ້າ​ລາວ​ຢູ່​ພ້ອມ​ກັບ​ພວກ​ພີ່ນ້ອງ.


ເຮົາ​ອາດ​ຈະ​ພັກ​ຢູ່​ກັບ​ພວກເຈົ້າ​ເຫິງເຕີບ​ກໍ​ເປັນ​ໄດ້ ບາງທີ​ຈົນ​ໝົດ​ລະດູ​ໜາວ ແລ້ວ​ເຮົາ​ຈະ​ໄປ​ທາງ​ໃດ ພວກເຈົ້າ​ກໍ​ຈັດສົ່ງ​ເຮົາ​ໄປ​ທາງ​ນັ້ນ.


ດ້ວຍວ່າ, ເຮົາ​ໄດ້​ຕັ້ງໃຈ​ທີ່​ຈະ​ແວ່​ຢ້ຽມຢາມ​ພວກເຈົ້າ ໃນ​ຂະນະທີ່​ເຮົາ​ເດີນທາງ​ໄປ​ທີ່​ແຂວງ​ມາເກໂດເນຍ ແລະ​ເມື່ອ​ເຮົາ​ເດີນທາງ​ກັບ​ມາ​ຈາກ​ແຂວງ​ມາເກໂດເນຍ ກໍ​ຈະ​ແວ່​ຢ້ຽມຢາມ​ພວກເຈົ້າ​ອີກ ເພື່ອ​ພວກເຈົ້າ​ຈະ​ຊ່ວຍ​ຈັດ​ສົ່ງ​ເຮົາ​ໃຫ້​ເດີນທາງ​ໄປ​ເຖິງ​ແຂວງ​ຢູດາຍ.


ຈົ່ງ​ພະຍາຍາມ​ຊ່ວຍ​ເຊນັດ ຜູ້​ເປັນ​ທະນາຍຄວາມ ແລະ ອາໂປໂລ​ໃຫ້​ເລີ່ມ​ອອກ​ເດີນທາງ​ໄປ​ໃຫ້​ໄດ້ ຢ່າ​ໃຫ້​ພວກເພິ່ນ​ຂັດສົນ​ສິ່ງໃດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka