Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 15:1 - ພຣະຄຳພີສັກສິ

1 ມີ​ບາງຄົນ​ຈາກ​ແຂວງ​ຢູດາຍ​ເລີ່ມ​ສັ່ງສອນ​ພີ່ນ້ອງ​ວ່າ, “ຖ້າ​ເຈົ້າ​ທັງຫລາຍ​ບໍ່​ຮັບ​ພິທີຕັດ​ຕາມ​ຮີດຄອງ​ຂອງ​ໂມເຊ ພວກເຈົ້າ​ຈະ​ພົ້ນ​ບໍ່ໄດ້.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ມີ​ບາງຄົນ​ລົງ​ຈາກ​ແຂວງ​ຢູດາຍ​ມາ​ທີ່​ເມືອງ​ອັນຕີໂອເຂຍ ແລະ ສັ່ງສອນ​ພວກ​ພີ່ນ້ອງ​ວ່າ: “ຖ້າ​ພວກເຈົ້າ​ບໍ່​ຮັບ​ພິທີຕັດ​ຕາມ​ທຳນຽມ​ທີ່​ໂມເຊ​ໄດ້​ສອນ​ໄວ້ ພວກເຈົ້າ​ກໍ​ຈະ​ບໍ່​ໄດ້​ຮັບ​ຄວາມພົ້ນ”.

Uka jalj uñjjattʼäta Copia luraña




ກິດຈະການ 15:1
25 Jak'a apnaqawi uñst'ayäwi  

ໃນ​ມື້​ທີ​ແປດ ເດັກນ້ອຍ​ຜູ້​ນີ້​ຈະ​ຕ້ອງ​ຮັບ​ພິທີຕັດ.


ໂມເຊ​ໄດ້​ສັ່ງ​ພວກເຈົ້າ​ໃຫ້​ເຮັດ​ພິທີຕັດ​ແກ່​ພວກ​ລູກຊາຍ​ຂອງ​ພວກເຈົ້າ (ຄຳສັ່ງ​ນັ້ນ​ບໍ່ແມ່ນ​ຂອງ​ໂມເຊ, ແຕ່​ແມ່ນ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເປັນ​ຜູ້​ເລີ່ມ​ເຮັດ) ແລະ ພວກເຈົ້າ​ໄດ້​ເຮັດ​ພິທີຕັດ​ໃຫ້​ເດັກຊາຍ​ໃນ​ວັນ​ຊະບາໂຕ.


ໃນ​ວັນ​ຕໍ່ມາ ກໍ​ມີ​ການ​ນະມັດສະການ​ຂອງ​ບັນດາ​ຄົນ​ທີ່​ເຊື່ອ ໂດຍ​ມີ​ຜູ້​ມາ​ລວມ​ທັງໝົດ​ປະມານ​ຮ້ອຍຊາວ​ຄົນ ຝ່າຍ​ເປໂຕ​ຈຶ່ງ​ຢືນ​ຂຶ້ນ ແລະ​ກ່າວ​ແກ່​ຄົນ​ເຫຼົ່ານີ້​ວ່າ,


ແລ້ວ​ພວກ​ອັກຄະສາວົກ​ກັບ​ບັນດາ​ເຖົ້າແກ່ ພ້ອມ​ກັບ​ທັງໝົດ​ຄຣິສຕະຈັກ, ກໍ​ຕັດສິນໃຈ​ເລືອກ​ເອົາ​ບາງຄົນ​ໃນ​ພວກເພິ່ນ ໃຫ້​ເດີນທາງ​ໄປ​ທີ່​ເມືອງ​ອັນຕີໂອເຂຍ​ກັບ​ໂປໂລ ແລະ ບາຣະນາບາ. ພວກເພິ່ນ​ໄດ້​ເລືອກ​ເອົາ​ຢູດາ (ຜູ້​ທີ່​ມີ​ຊື່​ອີກ​ວ່າ​ບາຣະຊັບບາ) ກັບ​ຊີລາ, ຊາຍ​ສອງ​ຄົນ​ນີ້​ເປັນ​ຜູ້ນຳ​ຄົນ​ສຳຄັນ​ໃນ​ພວກ​ພີ່ນ້ອງ.


ພວກເພິ່ນ​ໄດ້​ຂຽນ​ຈົດໝາຍ​ມອບ​ໃຫ້​ທ່ານ​ທັງສອງ​ຖື​ໄປ ແລະ​ໃນ​ຈົດໝາຍ​ນັ້ນ​ມີ​ເນື້ອຄວາມ​ວ່າ, “ພວກເຮົາ ອັກຄະສາວົກ​ກັບ​ເຖົ້າແກ່ ຜູ້​ເປັນ​ພີ່ນ້ອງ​ຂອງ​ພວກທ່ານ ຂໍ​ສົ່ງ​ຄວາມ​ຄຳນັບ​ມາ​ເຖິງ​ທ່ານ​ທັງຫລາຍ ທີ່​ເປັນ​ພີ່ນ້ອງ​ຕ່າງຊາດ​ທຸກຄົນ ທີ່​ຢູ່​ໃນ​ເມືອງ​ອັນຕີໂອເຂຍ, ໃນ​ແຂວງ​ຊີເຣຍ ແລະ​ໃນ​ແຂວງ​ກີລີເກຍ.


ພວກເຮົາ​ໄດ້ຍິນ​ຂ່າວ​ວ່າ ມີ​ບາງຄົນ​ໃນ​ພວກເຮົາ ໄດ້​ອອກ​ໄປ​ລົບກວນ​ຈິດໃຈ ແລະ​ເຮັດ​ໃຫ້​ພີ່ນ້ອງ​ເກີດ​ຄວາມ​ສັບສົນ​ໄປ ດ້ວຍ​ຄຳ​ເວົ້າ​ຂອງ​ພວກເຂົາ, ພວກເຮົາ​ບໍ່ໄດ້​ອອກ​ຄຳສັ່ງ​ໃດໆ ໃຫ້​ພວກເຂົາ​ເຮັດ​ສິ່ງ​ນີ້​ເລີຍ.


ດັ່ງນັ້ນ ຄຣິສຕະຈັກ​ໄດ້​ຈັດ​ສົ່ງ​ທ່ານ​ເຫຼົ່ານີ້​ໄປ, ເມື່ອ​ຜ່ານ​ແຂວງ​ໂຟນີເຊຍ ແລະ​ແຂວງ​ຊາມາເຣຍ​ໄປ​ນັ້ນ ເພິ່ນ​ໄດ້​ເລົ່າ​ເລື່ອງ​ການ​ທີ່​ຄົນຕ່າງຊາດ​ກັບໃຈ​ໃໝ່​ຫັນ​ມາ​ຫາ​ພຣະເຈົ້າ, ຂ່າວ​ນີ້​ໄດ້​ນຳ​ຄວາມ​ຊົມຊື່ນ​ຍິນດີ​ອັນ​ໃຫຍ່​ມາ​ສູ່​ພີ່ນ້ອງ​ທັງໝົດ.


ຢູດາ​ກັບ​ຊີລາ ກໍ​ເປັນ​ຜູ້​ປະກາດ​ພຣະທຳ​ເໝືອນກັນ ໄດ້​ກ່າວ​ຢ່າງ​ຍືດຍາວ​ແກ່​ພວກ​ພີ່ນ້ອງ​ເພື່ອ​ໜູນໃຈ ແລະ​ເຕືອນ​ສະຕິ​ພວກເຂົາ​ໃຫ້​ເຂັ້ມແຂງ​ຂຶ້ນ​ໃນ​ຄວາມເຊື່ອ.


ແຕ່​ມີ​ບາງຄົນ​ໃນ​ຄະນະ​ຟາຣີຊາຍ ທີ່​ໄດ້​ເຊື່ອ​ແລ້ວ ລຸກ​ຂຶ້ນ​ເວົ້າ​ວ່າ, “ຄົນຕ່າງຊາດ​ນັ້ນ ຕ້ອງ​ໃຫ້​ພວກເຂົາ​ຮັບ​ພິທີຕັດ ແລະ​ສັ່ງ​ໃຫ້​ພວກເຂົາ​ຖື​ຮັກສາ​ກົດບັນຍັດ​ຂອງ​ໂມເຊ.”


ຫລັງຈາກ​ຮັບ​ຟັງ​ແລ້ວ ທ່ານ​ເຫຼົ່ານີ້​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າ, ແລ້ວ​ພວກເຂົາ​ກໍ​ກ່າວ​ແກ່​ໂປໂລ​ວ່າ, “ອ້າຍ​ເອີຍ ເຈົ້າ​ກໍ​ເຫັນ​ຊາວ​ຢິວ​ຫລາຍ​ໝື່ນ​ຄົນ​ໄດ້​ວາງໃຈເຊື່ອ ແລະ​ຄົນ​ພວກ​ນີ້​ກໍ​ຮ້ອນຮົນ​ໃຈ​ໃນ​ການ​ທີ່​ເຊື່ອຖື​ກົດບັນຍັດ​ຢ່າງ​ເຄັ່ງຄັດ.


ພວກເຮົາ​ໄດ້ຍິນ​ຄົນ​ນີ້​ເວົ້າ​ວ່າ ເຢຊູ​ໄທ​ນາຊາເຣັດ​ຈະ​ທຳລາຍ​ພຣະວິຫານ​ຫລັງ​ນີ້ ແລະ​ຈະ​ປ່ຽນແປງ​ທຳນຽມ​ທີ່​ໂມເຊ​ໄດ້​ໃຫ້​ໄວ້​ແກ່​ພວກເຮົາ.”


ຫລັງຈາກ​ນັ້ນ​ມາ​ສິບສີ່​ປີ ເຮົາ​ໄດ້​ກັບຄືນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ​ກັບ​ບາຣະນາບາ ແລະ​ເຮົາ​ກໍໄດ້​ເອົາ​ຕີໂຕ​ໄປ​ດ້ວຍ.


ດ້ວຍວ່າ, ໃນ​ພຣະຄຣິດເຈົ້າ​ເຢຊູ ການ​ຮັບ​ພິທີຕັດ​ຫລື​ບໍ່​ຮັບ ກໍ​ບໍ່ມີ​ຜົນ​ຫຍັງ, ແຕ່​ສິ່ງ​ສຳຄັນ​ແມ່ນ​ຄວາມເຊື່ອ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄວາມຮັກ.


ຄົນ​ທີ່​ຂົ່ມເຫັງ ບັງຄັບ​ພວກເຈົ້າ​ໃຫ້​ຮັບ​ພິທີຕັດ ເປັນ​ພວກ​ທີ່​ຢາກ​ໄດ້​ໜ້າ ຊື່ສຽງ ແລະ​ອວດອ້າງ​ເຖິງ​ເລື່ອງ​ພາຍນອກ ທີ່​ພວກເຂົາ​ເຮັດ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ຖືກ​ຂົ່ມເຫັງ​ຍ້ອນ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະຄຣິດ​ເທົ່ານັ້ນ.


ເຫດສະນັ້ນ ຢ່າ​ໃຫ້​ຜູ້ໃດ​ກ່າວໂທດ​ພວກເຈົ້າ​ໃນ​ເລື່ອງ​ການ​ກິນການ​ດື່ມ ຫລື​ໃນ​ເລື່ອງ​ວັນ​ສຳຄັນ​ທາງ​ສາສະໜາ ຫລື​ໃນ​ເລື່ອງ​ງານ​ສະຫລອງ​ວັນ​ເດືອນ​ອອກ​ໃໝ່ ຫລື​ໃນ​ເລື່ອງ​ວັນ​ຊະບາໂຕ.


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ນຳ​ພວກເຈົ້າ​ຕົກ​ໄປ​ເປັນ​ເຫຍື່ອ​ຂອງ​ສະຕິປັນຍາ ອັນ​ຫລອກລວງ​ແລະ​ໄຮ້​ສາລະ ຊຶ່ງ​ມາ​ຈາກ​ຄຳສັ່ງສອນ​ຂອງ​ມະນຸດ ແລະ​ມາ​ຈາກ​ສິ່ງ​ສັກສິດ​ແຫ່ງ​ສາກົນ​ຈັກກະວານ ແລະ​ບໍ່ແມ່ນ​ມາ​ຈາກ​ພຣະຄຣິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka