Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 14:3 - ພຣະຄຳພີສັກສິ

3 ດັ່ງນັ້ນ ທ່ານ​ທັງສອງ​ຈຶ່ງ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ອີໂກນີອົມ​ນີ້​ດົນນານ​ສົມຄວນ, ມີ​ໃຈ​ກ້າ​ກ່າວ​ດ້ວຍ​ຄວາມ​ໄວ້ວາງໃຈ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ໄດ້​ເປັນ​ພະຍານ​ເຖິງ​ເລື່ອງ​ພຣະຄຸນ​ຂອງ​ພຣະອົງ ໂດຍ​ໃຫ້​ທ່ານ​ທັງສອງ​ມີ​ຣິດອຳນາດ​ເຮັດ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຫລາຍ​ຢ່າງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ດັ່ງນັ້ນ ໂປໂລ​ກັບ​ບາຣະນາບາ​ຈຶ່ງ​ໄດ້​ອາໄສ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ດົນນານ, ພວກເພິ່ນ​ໄດ້​ກ່າວ​ຢ່າງ​ກ້າຫານ​ເພື່ອ​ອົງພຣະຜູ້ເປັນເຈົ້າ, ຜູ້​ຢືນຢັນ​ຖ້ອຍຄຳ​ແຫ່ງ​ພຣະຄຸນ​ຂອງ​ພຣະອົງ ໂດຍ​ໃຫ້​ພວກເພິ່ນ​ສາມາດ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ.

Uka jalj uñjjattʼäta Copia luraña




ກິດຈະການ 14:3
17 Jak'a apnaqawi uñst'ayäwi  

ແລ້ວ​ພວກ​ສາວົກ​ເຫຼົ່ານັ້ນ ກໍ​ອອກ​ໄປ​ປະກາດ​ຂ່າວປະເສີດ​ທົ່ວ​ທຸກ​ທີ່​ທຸກ​ບ່ອນ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຮ່ວມ​ງານ​ກັບ​ພວກເພິ່ນ ແລະ​ພຣະອົງ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ ການ​ປະກາດ​ຂ່າວປະເສີດ​ຂອງ​ພວກເພິ່ນ ເປັນ​ຄວາມຈິງ​ແທ້ ດ້ວຍ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຕ່າງໆ​ທີ່​ເກີດຂຶ້ນ​ນັ້ນ.]


ພຣະເຢຊູເຈົ້າ​ເວົ້າ​ຕໍ່​ເພິ່ນ​ວ່າ, “ຖ້າ​ເຈົ້າ​ທັງຫລາຍ​ບໍ່​ເຫັນ​ການ​ອັດສະຈັນ ແລະ​ໝາຍສຳຄັນ ພວກເຈົ້າ​ກໍ​ຈະ​ບໍ່​ເຊື່ອ.”


ແຕ່​ໂປໂລ​ກັບ​ບາຣະນາບາ​ມີ​ໃຈ​ກ້າ​ກ່າວ​ອອກ​ໄປ​ວ່າ, “ຈຳເປັນ​ທີ່​ຈະ​ຕ້ອງ​ມາ​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ ສູ່​ທ່ານ​ທັງຫລາຍ​ຟັງ​ກ່ອນ, ແຕ່​ໃນ​ເມື່ອ​ພວກທ່ານ​ບໍ່​ຍອມ​ຮັບ​ເອົາ​ພຣະທຳ​ນັ້ນ ແລະ​ຖື​ວ່າ​ຕົນ​ບໍ່​ສົມຄວນ​ທີ່​ຈະ​ຮັບ​ຊີວິດ​ນິຣັນດອນ. ດັ່ງນັ້ນ ພວກເຮົາ​ກໍ​ຈະ​ໄປ​ຫາ​ຄົນຕ່າງຊາດ.


“ຊາວ​ອິດສະຣາເອນ​ທັງຫລາຍ​ເອີຍ, ຈົ່ງ​ຟັງ​ຖ້ອຍຄຳ​ເຫຼົ່ານີ້ ພຣະເຢຊູເຈົ້າ​ໄທ​ນາຊາເຣັດ ເປັນ​ຜູ້​ທີ່​ພຣະເຈົ້າ​ໄດ້​ຊົງ​ສຳແດງ​ໃຫ້​ພວກທ່ານ​ຮູ້​ເຫັນ​ຢ່າງ​ຈະແຈ້ງ​ແລ້ວ ດ້ວຍ​ການ​ອັດສະຈັນ, ດ້ວຍ​ການ​ອິດທິຣິດ ແລະ​ດ້ວຍ​ໝາຍສຳຄັນ​ຕ່າງໆ ຊຶ່ງ​ພຣະເຈົ້າ​ໄດ້​ກະທຳ​ດ້ວຍ​ພຣະອົງ, ພວກທ່ານ​ກໍ​ຮູ້​ເລື່ອງ​ນີ້​ຢູ່​ແລ້ວ. ດ້ວຍວ່າ, ເຫດການ​ໄດ້​ເກີດຂຶ້ນ​ຢູ່​ໃນ​ທ່າມກາງ​ພວກທ່ານ.


ແຕ່​ຂ້າພະເຈົ້າ​ຖື​ວ່າ ຊີວິດ​ຂອງ​ຂ້າພະເຈົ້າ ບໍ່ມີ​ຄ່າ​ແກ່​ຂ້າພະເຈົ້າ​ເອງ​ຢ່າງ​ໃດ​ໝົດ, ເພື່ອ​ຂ້າພະເຈົ້າ​ຈະ​ເຮັດ​ໜ້າທີ່​ຂອງ​ຂ້າພະເຈົ້າ ແລະ​ຈະ​ໄດ້​ປະຕິບັດ​ງານ​ທີ່​ໄດ້​ຮັບ​ມອບໝາຍ​ຈາກ​ອົງ​ພຣະເຢຊູເຈົ້າ​ໃຫ້​ສຳເລັດ ຄື​ຈະ​ເປັນ​ພະຍານ​ຢ່າງ​ຄົບຖ້ວນ ເຖິງ​ເລື່ອງ​ຂ່າວປະເສີດ​ກ່ຽວກັບ​ພຣະຄຸນ​ຂອງ​ພຣະເຈົ້າ​ນັ້ນ.


“ມາບັດນີ້ ຂ້າພະເຈົ້າ​ຂໍ​ຝາກ​ພວກທ່ານ​ໄວ້​ກັບ​ພຣະເຈົ້າ ແລະ​ໄວ້​ກັບ​ພຣະທຳ​ອັນ​ປະກອບ​ດ້ວຍ​ພຣະຄຸນ, ພຣະທຳ​ນັ້ນ​ມີ​ຣິດອຳນາດ​ທີ່​ຈະ​ສ້າງ​ພວກທ່ານ​ຂຶ້ນ​ໄດ້ ແລະ​ຈະ​ໃຫ້​ພວກທ່ານ​ໄດ້​ຮັບ​ມໍຣະດົກ ຊຶ່ງ​ພຣະເຈົ້າ​ມີ​ໄວ້​ສຳລັບ​ຜູ້​ຖືກ​ຊຳລະ​ໃຫ້​ບໍຣິສຸດ​ຂອງ​ພຣະອົງ​ທຸກຄົນ.


ເມື່ອ​ພາວັນນາ​ອະທິຖານ​ຈົບ​ແລ້ວ ບ່ອນ​ທີ່​ພວກເຂົາ​ປະຊຸມ​ກັນ​ນັ້ນ​ກໍ​ສະທ້ານ​ຫວັ່ນໄຫວ ທຸກຄົນ​ຕ່າງ​ກໍ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ຈຶ່ງ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ດ້ວຍ​ໃຈ​ກ້າຫານ.


ພວກ​ຂ້ານ້ອຍ​ຈຶ່ງ​ເປັນ​ພະຍານ​ເຖິງ​ເລື່ອງ​ເຫຼົ່ານີ້ ແລະ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ປະທານ​ໃຫ້​ທຸກຄົນ​ທີ່​ເຊື່ອຟັງ​ພຣະອົງ​ນັ້ນ ກໍ​ຊົງ​ເປັນ​ພະຍານ​ເໝືອນກັນ.”


ເພາະວ່າ ເຮົາ​ບໍ່ມີ​ຄວາມ​ລະອາຍ​ໃນ​ຂ່າວປະເສີດ. ດ້ວຍວ່າ, ຂ່າວປະເສີດ​ນັ້ນ​ເປັນ​ຣິດເດດ​ອຳນາດ​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ທຸກຄົນ​ທີ່​ເຊື່ອ​ໄດ້​ຮັບ​ຄວາມ​ພົ້ນ ພວກ​ຢິວ​ກ່ອນ ແລະ​ຄົນຕ່າງຊາດ​ດ້ວຍ.


ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພວກເຮົາ​ໄດ້​ຮັບ​ການ​ຂົ່ມເຫັງ ແລະ​ການ​ປະຈານ​ຢ່າງ​ໃດ ໃນ​ເມືອງ​ຟີລິບປອຍ ກ່ອນ​ທີ່​ພວກເຮົາ​ມາ​ຫາ​ພວກເຈົ້າ​ໃນ​ເມືອງ​ເທສະໂລນິກ ເຖິງ​ແມ່ນ​ວ່າ​ມີ​ການ​ຕໍ່ຕ້ານ​ຢ່າງ​ຫລວງຫລາຍ​ຢູ່​ໃນ​ທີ່ນັ້ນ​ກໍຕາມ ພຣະເຈົ້າ​ຂອງ​ພວກເຮົາ​ກໍໄດ້​ປະທານ​ໃຈ​ກ້າຫານ​ແກ່​ພວກເຮົາ ເພື່ອ​ປະກາດ​ຂ່າວປະເສີດ​ທີ່​ມາ​ຈາກ​ພຣະອົງ​ແກ່​ພວກເຈົ້າ.


ພຣະເຈົ້າ​ກໍ​ຍັງ​ຊົງ​ເປັນ​ພະຍານ​ຮ່ວມ​ກັນ​ກັບ​ພວກເຂົາ ໂດຍ​ຊົງ​ສຳແດງ​ໝາຍສຳຄັນ, ການ​ອັດສະຈັນ, ການ​ອິດທິຣິດ​ຕ່າງໆ ແລະ​ໂດຍ​ຂອງ​ປະທານ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ຊົງ​ປະທານ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka