Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 14:1 - ພຣະຄຳພີສັກສິ

1 ໃນ​ເມືອງ​ອີໂກນີອົມ​ນີ້​ກໍ​ເໝືອນກັນ ໂປໂລ​ກັບ​ບາຣະນາບາ​ໄດ້​ເຂົ້າ​ໄປ​ກ່າວ​ໃນ​ທຳມະສາລາ​ຂອງ​ພວກ​ຢິວ ຈົນ​ຊາວ​ຢິວ ແລະ​ຊາວ​ກຣີກ​ຈຳນວນ​ຫລວງຫລາຍ​ໄດ້​ວາງໃຈເຊື່ອ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ທີ່​ເມືອງ​ອີໂກນີອົມ ໂປໂລ​ກັບ​ບາຣະນາບາ​ໄດ້​ເຂົ້າໄປ​ໃນ​ທຳມະສາລາ​ຂອງ​ພວກ​ຢິວ​ຕາມ​ປົກກະຕິ. ຢູ່​ທີ່​ນັ້ນ ພວກເພິ່ນ​ໄດ້​ປະກາດ​ຢ່າງ​ເກີດຜົນ​ຈົນ​ມີ​ຄົນຢິວ ແລະ ຄົນກຣີກ​ຈຳນວນ​ຫລາຍ​ມາ​ເຊື່ອ.

Uka jalj uñjjattʼäta Copia luraña




ກິດຈະການ 14:1
33 Jak'a apnaqawi uñst'ayäwi  

ຍິງ​ຜູ້​ນີ້​ເປັນ​ຊາວ​ກຣີກ​ເກີດ​ຢູ່​ໃນ​ໂຟນີເຊຍ ປະເທດ​ຊີເຣຍ, ນາງ​ອ້ອນວອນ​ຂໍ​ພຣະເຢຊູເຈົ້າ​ໃຫ້​ຂັບໄລ່​ຜີຊົ່ວຮ້າຍ​ອອກ​ຈາກ​ລູກສາວ​ຂອງ​ນາງ.


ພວກ​ທີ່​ໄປ​ນະມັດສະການ ເນື່ອງ​ໃນ​ໂອກາດ​ເທດສະການ​ທີ່​ນະຄອນ​ເຢຣູຊາເລັມ ມີ​ຊາວ​ກຣີກ​ບາງຄົນ​ຮ່ວມ​ຢູ່​ດ້ວຍ.


ພວກ​ຢິວ​ຈຶ່ງ​ເວົ້າ​ກັນ​ວ່າ, “ຊາຍ​ຄົນ​ນີ້​ກຳລັງ​ຈະ​ໄປ​ໃສ ທີ່​ພວກເຮົາ​ຈະ​ຊອກ​ຫາ​ລາວ​ບໍ່​ພົບ ລາວ​ຈະ​ໄປ​ເມືອງ​ຕ່າງໆ​ຂອງ​ຊາວ​ກຣີກ ບ່ອນ​ທີ່​ມີ​ປະຊາຊົນ​ຂອງ​ພວກເຮົາ​ຢູ່ ແລະ​ສັ່ງສອນ​ຊາວ​ກຣີກ​ຢູ່​ບ່ອນ​ນັ້ນ​ບໍ?


ຣິດອຳນາດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຢູ່​ນຳ​ພວກເຂົາ ແລະ​ຄົນ​ເປັນ​ຈຳນວນ​ຫລາຍ​ໄດ້​ເຊື່ອ ແລະ​ຫັນ​ກັບ​ມາ​ຫາ​ອົງພຣະ​ຜູ້​ເປັນເຈົ້າ.


ຫລັງຈາກ​ທີ່​ປະຊາຊົນ​ເລີກ​ຈາກ​ບ່ອນ​ນະມັດສະການ​ໄປ​ແລ້ວ ກໍ​ມີ​ຄົນ​ຢິວ​ກັບ​ຜູ້​ທີ່​ເຂົ້າ​ຮີດ​ຢິວ ທີ່​ຢຳເກງ​ພຣະເຈົ້າ​ຫລາຍ​ຄົນ​ໄດ້​ຕິດຕາມ​ໂປໂລ ແລະ ບາຣະນາບາ, ທ່ານ​ທັງສອງ​ຈຶ່ງ​ກ່າວ​ຕັກເຕືອນ​ໜູນໃຈ​ໃຫ້​ພວກເຂົາ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມເຊື່ອ​ໂດຍ​ເພິ່ງ​ພຣະຄຸນ​ຂອງ​ພຣະເຈົ້າ.


ແຕ່​ໂປໂລ​ກັບ​ບາຣະນາບາ​ມີ​ໃຈ​ກ້າ​ກ່າວ​ອອກ​ໄປ​ວ່າ, “ຈຳເປັນ​ທີ່​ຈະ​ຕ້ອງ​ມາ​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ ສູ່​ທ່ານ​ທັງຫລາຍ​ຟັງ​ກ່ອນ, ແຕ່​ໃນ​ເມື່ອ​ພວກທ່ານ​ບໍ່​ຍອມ​ຮັບ​ເອົາ​ພຣະທຳ​ນັ້ນ ແລະ​ຖື​ວ່າ​ຕົນ​ບໍ່​ສົມຄວນ​ທີ່​ຈະ​ຮັບ​ຊີວິດ​ນິຣັນດອນ. ດັ່ງນັ້ນ ພວກເຮົາ​ກໍ​ຈະ​ໄປ​ຫາ​ຄົນຕ່າງຊາດ.


ເມື່ອ​ມາ​ຮອດ​ເມືອງ​ຊາລາມີ ແລ້ວ​ທ່ານ​ທັງສອງ​ໄດ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ໃນ​ທຳມະສາລາ​ຂອງ​ຊາວ​ຢິວ ໂດຍ​ມີ​ໂຢຮັນ​ມາຣະໂກ​ເປັນ​ຜູ້​ຊ່ວຍ​ໃນ​ວຽກງານ​ນີ້.


ສ່ວນ​ໂປໂລ​ກັບ​ບາຣະນາບາ​ກໍ​ສັ່ນ​ຂີ້ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ພວກ​ຕົນ​ອອກ ເພື່ອ​ເປັນ​ສັນຍານ​ແຫ່ງ​ການ​ຄັດຄ້ານ​ຕໍ່ສູ້​ພວກເຂົາ ແລ້ວ​ທ່ານ​ທັງສອງ​ກໍ​ເດີນທາງ​ໄປ​ທີ່​ເມືອງ​ອີໂກນີອົມ.


ແຕ່​ມີ​ຊາວ​ຢິວ​ບາງຄົນ​ມາ​ຈາກ​ເມືອງ​ອັນຕີໂອເຂຍ ແລະ​ຈາກ​ເມືອງ​ອີໂກນີອົມ ໄດ້​ຊັກຊວນ​ປະຊາຊົນ​ໃຫ້​ເຂົ້າ​ຂ້າງ​ພວກເຂົາ ແລ້ວ​ຈຶ່ງ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ໂປໂລ ແລະ​ລາກ​ເພິ່ນ​ອອກ​ໄປ​ຈາກ​ເມືອງ ໂດຍ​ຄິດວ່າ​ເພິ່ນ​ຕາຍ​ແລ້ວ.


ແຕ່​ພວກ​ຢິວ​ທີ່​ບໍ່​ຍອມ​ເຊື່ອ​ນັ້ນ ໄດ້​ຍົວະ​ຍົງ​ຄົນຕ່າງຊາດ ໃຫ້​ກຽດຊັງ​ພວກ​ພີ່ນ້ອງ​ທີ່​ເຊື່ອ.


ໂປໂລ​ກັບ​ບາຣະນາບາ ໄດ້​ປະກາດ​ຂ່າວປະເສີດ​ໃນ​ເມືອງ​ເດຣະເບ ແລະ​ໄດ້​ຫລາຍ​ຄົນ​ມາ​ເປັນ​ສິດ, ແລ້ວ​ທ່ານ​ທັງສອງ​ກໍໄດ້​ກັບຄືນ​ໄປ​ເມືອງ​ລີສະຕຣາ, ອີໂກນີອົມ ແລະ ອັນຕີໂອເຂຍ.


ໂປໂລ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ເດຣະເບ ແລະ ເມືອງ​ລີສະຕຣາ, ຢູ່​ໃນ​ທີ່​ນີ້ ມີ​ຄົນ​ທີ່​ເຊື່ອ​ຜູ້ໜຶ່ງ​ຊື່​ວ່າ ຕີໂມທຽວ, ແມ່​ຂອງ​ລາວ​ເປັນ​ຄົນ​ທີ່​ເຊື່ອ​ເໝືອນກັນ ແລະ​ເປັນ​ຄົນ​ຢິວ ສ່ວນ​ພໍ່​ຂອງ​ລາວ​ນັ້ນ​ເປັນ​ຄົນ​ກຣີກ.


ຕີໂມທຽວ​ເປັນ​ຄົນ​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ພວກ​ພີ່ນ້ອງ ທີ່​ຢູ່​ໃນ​ເມືອງ​ລີສະຕຣາ ແລະ​ເມືອງ​ອີໂກນີອົມ.


ມີ​ຫລາຍ​ຄົນ​ໃນ​ພວກເຂົາ​ໄດ້​ເຊື່ອ ພ້ອມ​ທັງ​ພວກ​ແມ່ຍິງ​ຊາວ​ກຣີກ ທີ່​ມີ​ກຽດ​ສູງ​ໃນ​ສັງຄົມ ແລະ​ພວກ​ຜູ້ຊາຍ​ຊາວ​ກຣີກ​ດ້ວຍ.


ດັ່ງນັ້ນ ເພິ່ນ​ຈຶ່ງ​ໂຕ້ຕອບ​ພວກ​ຢິວ ແລະ​ຄົນຕ່າງຊາດ​ໃນ​ທຳມະສາລາ ທີ່​ນະມັດສະການ​ພຣະເຈົ້າ ແລະ​ທຸກຄົນ​ທີ່​ເພິ່ນ​ພົບ ທຸກ​ວັນ​ຕາມ​ທີ່​ສາທາ​ລະນະ.


ບາງຄົນ​ໃນ​ພວກເຂົາ​ໄດ້​ຮັບ​ເຊື່ອ ຈຶ່ງ​ເຂົ້າ​ຮ່ວມ​ນຳ​ໂປໂລ ແລະ ຊີລາ ຕະຫລອດ​ທັງ​ຊາວ​ກຣີກ​ກຸ່ມ​ໃຫຍ່​ທີ່​ນະມັດສະການ​ພຣະເຈົ້າ ແລະ​ເມຍ​ຂອງ​ບັນດາ​ຜູ້ນຳ​ຫລາຍ​ຄົນ​ດ້ວຍ.


ທຸກ​ວັນ​ຊະບາໂຕ ໂປໂລ​ໄດ້​ສົນທະນາ​ໂຕ້ຕອບ​ກັບ​ພວກ​ຢິວ ແລະ​ພວກ​ກຣີກ​ໃນ​ທຳມະສາລາ ແລະ​ພະຍາຍາມ​ໃຫ້​ພວກເຂົາ​ຮັບ​ເຊື່ອ.


ກີສະໂປ​ຜູ້​ທີ່​ເປັນ​ຫົວໜ້າ​ທຳມະສາລາ ກໍໄດ້​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ກັບ​ທຸກຄົນ​ໃນ​ຄອບຄົວ​ຂອງຕົນ, ຊາວ​ໂກຣິນໂທ​ຫລາຍ​ຄົນ​ຜູ້​ໄດ້ຍິນ​ພຣະທຳ​ທີ່​ໂປໂລ​ກ່າວ ກໍໄດ້​ເຊື່ອ​ແລະ​ຮັບ​ບັບຕິສະມາ.


ການ​ນີ້​ໄດ້​ດຳເນີນ​ໄປ​ເປັນ​ເວລາ​ສອງ​ປີ ຈົນ​ວ່າ​ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ແຂວງ​ເອເຊຍ ໄດ້ຍິນ​ພຣະຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຕະຫລອດ​ທັງ​ຄົນ​ຢິວ ແລະ​ຄົນ​ກຣີກ​ດ້ວຍ.


ເລື່ອງ​ນີ້​ໄດ້​ຊ່າລື​ໄປ​ເຖິງ​ຫູ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ ຕະຫລອດ​ທັງ​ຄົນ​ຢິວ ແລະ​ຄົນ​ກຣີກ​ດ້ວຍ, ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ຢ້ານກົວ​ຫລາຍ​ທີ່ສຸດ ແລະ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ ກໍ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ຢ່າງ​ສູງສຸດ.


ເປັນ​ເວລາ​ສາມ​ເດືອນ ທີ່​ໂປໂລ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ​ກ່າວ​ກັບ​ປະຊາຊົນ​ດ້ວຍ​ໃຈ​ກ້າຫານ ເພິ່ນ​ປະກາດ​ເຖິງ​ອານາຈັກ​ຂອງ​ພຣະເຈົ້າ ແລະ​ຊັກຊວນ​ໃຫ້​ພວກເຂົາ​ຮັບ​ເຊື່ອ.


ທັງ​ສັນລະເສີນ​ພຣະເຈົ້າ ແລະ​ຄົນ​ທັງປວງ​ຕ່າງ​ກໍ​ພໍໃຈ​ນຳ​ບັນດາ​ຄົນ​ທີ່​ເຊື່ອ​ນັ້ນ ຝ່າຍ​ອົງ​ພຣະຜູ້​ເປັນເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ມີ​ຄົນ​ທີ່​ເຊື່ອ ເພີ່ມ​ຈຳນວນ​ຂຶ້ນ​ທຸກໆ​ວັນ.


ຂ້າພະເຈົ້າ​ຮຽກຮ້ອງ​ຢ່າງ​ໜັກແໜ້ນ​ເຖິງ​ຄົນ​ຢິວ ແລະ​ຄົນຕ່າງຊາດ​ເໝືອນກັນ​ໃຫ້​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ກັບຄືນ​ມາ​ຫາ​ພຣະເຈົ້າ ແລະ​ເຊື່ອ​ໃນ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ.


ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ຊ່ວຍ​ແດ່ ຊາວ​ອິດສະຣາເອນ​ເອີຍ ຄົນ​ນີ້​ແຫຼະ ໄປ​ທຸກທີ່​ທຸກບ່ອນ​ໄດ້​ສັ່ງສອນ​ທຸກຄົນ​ໃຫ້​ຕໍ່ສູ້​ປະຊາຊົນ​ອິດສະຣາເອນ, ກົດບັນຍັດ​ຂອງ​ໂມເຊ ແລະ​ພຣະວິຫານ​ນີ້ ແລະ​ບັດນີ້ ລາວ​ຍັງ​ບັງອາດ​ນຳ​ເອົາ​ຄົນຕ່າງຊາດ​ເຂົ້າ​ມາ​ໃນ​ບໍລິເວນ​ພຣະວິຫານ ແລະ​ເຮັດ​ໃຫ້​ບ່ອນ​ສັກສິດ​ນີ້​ເສື່ອມເສຍ.” (


ແລ້ວ​ເພິ່ນ​ກໍໄດ້​ໄປ​ທີ່​ທຳມະສາລາ ແລະ​ເລີ່ມຕົ້ນ​ເທດສະໜາ​ປະກາດ​ວ່າ ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ເພາະວ່າ ເຮົາ​ບໍ່ມີ​ຄວາມ​ລະອາຍ​ໃນ​ຂ່າວປະເສີດ. ດ້ວຍວ່າ, ຂ່າວປະເສີດ​ນັ້ນ​ເປັນ​ຣິດເດດ​ອຳນາດ​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ທຸກຄົນ​ທີ່​ເຊື່ອ​ໄດ້​ຮັບ​ຄວາມ​ພົ້ນ ພວກ​ຢິວ​ກ່ອນ ແລະ​ຄົນຕ່າງຊາດ​ດ້ວຍ.


ເພາະ​ພຣະເຈົ້າ​ບໍ່ໄດ້​ຖື​ວ່າ​ແຕກຕ່າງ​ກັນ ລະຫວ່າງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ, ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວ​ຂອງ​ຄົນ​ທັງໝົດ ແລະ​ອວຍພອນ​ຢ່າງ​ບໍຣິບູນ​ແກ່​ທຸກຄົນ​ທີ່​ຮ້ອງ​ຫາ​ພຣະອົງ.


ເພື່ອນ​ຮ່ວມ​ເດີນທາງ​ກັບ​ເຮົາ​ຄື​ຕີໂຕ ເຖິງ​ແມ່ນ​ວ່າ​ລາວ​ເປັນ​ຄົນ​ກຣີກ​ກໍຕາມ ລາວ​ກໍ​ບໍ່ໄດ້​ຖືກ​ບັງຄັບ​ໃຫ້​ຮັບ​ພິທີຕັດ,


ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ອັນ​ໃດ ລະຫວ່າງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ ລະຫວ່າງ​ທາດ​ແລະ​ອິດສະຫລະ ລະຫວ່າງ​ຊາຍ​ແລະ​ຍິງ ເພາະ​ພວກເຈົ້າ​ທຸກຄົນ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ກັນ​ອີກ​ຕໍ່ໄປ ລະຫວ່າງ​ຄົນຕ່າງຊາດ​ກັບ​ຄົນ​ຢິວ, ຄົນ​ຮັບ​ພິທີຕັດ​ກັບ​ຄົນ​ບໍ່​ຮັບ​ພິທີຕັດ, ຄົນ​ສີວິໄລ, ຄົນ​ປ່າເຖື່ອນ, ເປັນ​ທາດຮັບໃຊ້ ຫລື​ເປັນ​ອິດສະຫລະ ແຕ່​ພຣະຄຣິດ​ເປັນ​ເຈົ້າ​ຂອງ​ສັບພະທຸກສິ່ງ ແລະ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທຸກຄົນ.


ການ​ຖືກ​ຂົ່ມເຫັງ ແລະ​ຄວາມ​ທົນທຸກ​ລຳບາກ​ຂອງເຮົາ ເຈົ້າ​ກໍ​ຮູ້ຈັກ​ເຫດການ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ກັບ​ເຮົາ​ໃນ​ເມືອງ​ອັນຕີໂອເຂຍ ໃນ​ເມືອງ​ອີໂກນີອົມ ແລະ​ໃນ​ເມືອງ​ລີສະຕຣາ ຄື​ການ​ຖືກ​ຂົ່ມເຫັງ​ອັນ​ໜັກໜ່ວງ​ທີ່​ເຮົາ​ໄດ້​ທົນ​ເອົາ​ນັ້ນ, ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊ່ວຍກູ້​ເອົາ​ເຮົາ​ໃຫ້​ພົ້ນ​ຈາກ​ສິ່ງ​ເຫຼົ່ານັ້ນ​ທັງ​ສິ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka