Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 13:9 - ພຣະຄຳພີສັກສິ

9 ແລ້ວ​ໂຊໂລ​ຜູ້​ທີ່​ມີ​ຊື່​ອີກ​ວ່າ ໂປໂລ ທີ່​ເຕັມ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ໄດ້​ເພັ່ງຕາ​ເບິ່ງ​ໝໍ​ເວດມົນ​ຄາຖາ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ແລ້ວ​ໂຊໂລ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ໂປໂລ ຜູ້​ທີ່​ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ໄດ້​ຈ້ອງ​ໄປ​ເບິ່ງ​ທີ່​ເອລີມາ ແລະ ເວົ້າ​ວ່າ,

Uka jalj uñjjattʼäta Copia luraña




ກິດຈະການ 13:9
9 Jak'a apnaqawi uñst'ayäwi  

ແຕ່​ສຳລັບ​ຂ້າພະເຈົ້າ​ແລ້ວ ພຣະເຈົ້າຢາເວ​ໃຫ້​ຂ້າພະເຈົ້າ​ເຕັມ​ໄປ​ດ້ວຍ​ພຣະວິນຍານ ຕະຫລອດ​ທັງ​ຣິດອຳນາດ​ຂອງ​ພຣະອົງ ແລະ​ພຣະອົງ​ໃຫ້​ຂ້າພະເຈົ້າ​ມີ​ຄວາມ​ເຂົ້າໃຈ​ໃນ​ຄວາມ​ຍຸດຕິທຳ ແລະ​ມີ​ຄວາມ​ກ້າຫານ​ເພື່ອ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ແມ່ນ​ຫຍັງ​ຄື​ການບາບ​ຂອງ​ພວກເຂົາ.


ເພາະ​ຖ້ອຍຄຳ​ທີ່​ພວກເຈົ້າ​ຈະ​ເວົ້າ​ນັ້ນ ຈະ​ບໍ່​ມາ​ຈາກ​ພວກເຈົ້າ​ເອງ, ແຕ່​ແມ່ນ​ພຣະວິນຍານ​ຈາກ​ພຣະບິດາ​ຂອງ​ພວກເຈົ້າ ທີ່​ຈະ​ເປັນ​ຜູ້​ກ່າວ​ໃນ​ພວກເຈົ້າ.”


ພຣະອົງ​ຫລຽວ​ເບິ່ງ​ອ້ອມຮອບ​ພວກເຂົາ​ດ້ວຍ​ຄວາມ​ເຄືອງໃຈ ພຣະອົງ​ເປັນທຸກໃຈ​ຫລາຍ ເພາະ​ພວກເຂົາ​ມີ​ໃຈແຂງ​ກະດ້າງ. ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ຂອງ​ເຈົ້າ​ອອກ.” ລາວ​ຈຶ່ງ​ຢຽດ​ມື​ອອກ ແລະ ມື​ຂອງ​ລາວ​ກໍດີ​ເປັນ​ປົກກະຕິ.


ພຣະເຢຊູເຈົ້າ​ວາງ​ມື​ໃສ່​ຕາ​ຊາຍ​ຄົນ​ນີ້​ອີກ ເທື່ອ​ນີ້​ລາວ​ມືນ​ຕາ​ເຕັມ​ໜ່ວຍ ແລະ​ສາຍ​ຕາ​ຂອງ​ລາວ​ກໍດີ​ເປັນ​ປົກກະຕິ ຈຶ່ງ​ເຫັນ​ທຸກຢ່າງ​ໄດ້​ຈະແຈ້ງ​ດີ.


ພຣະເຢຊູເຈົ້າ​ໄດ້​ເພັ່ງ​ເບິ່ງ​ພວກເຂົາ ແລ້ວ​ກໍ​ຖາມ​ວ່າ, “ເຫດສະນັ້ນ ພຣະຄຳພີ​ຂໍ້​ນີ້​ໝາຍຄວາມວ່າ​ຢ່າງ​ໃດ ຊຶ່ງ​ວ່າ ‘ຫີນ​ທີ່​ນາຍຊ່າງ​ກໍ່ສ້າງ​ໄດ້​ໂຍນ​ຖິ້ມ​ແລ້ວ ກໍ​ໄດ້​ກາຍເປັນ​ຫີນ​ເສົາ​ເອກ​ແລ້ວ.’


ທຸກຄົນ​ໃນ​ທີ່ນັ້ນ ຈຶ່ງ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ເລີ່ມ​ປາກ​ພາສາ​ຕ່າງໆ ຕາມ​ທີ່​ພຣະວິນຍານ​ຊົງ​ໂຜດ​ໃຫ້​ພວກເພິ່ນ​ເວົ້າ.


ເມື່ອ​ພາວັນນາ​ອະທິຖານ​ຈົບ​ແລ້ວ ບ່ອນ​ທີ່​ພວກເຂົາ​ປະຊຸມ​ກັນ​ນັ້ນ​ກໍ​ສະທ້ານ​ຫວັ່ນໄຫວ ທຸກຄົນ​ຕ່າງ​ກໍ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ຈຶ່ງ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ດ້ວຍ​ໃຈ​ກ້າຫານ.


ເປໂຕ​ຜູ້​ທີ່​ເຕັມລົ້ນ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ​ຕອບ​ວ່າ, “ບັນດາ​ທ່ານ​ຜູ້ນຳ​ປະຊາຊົນ​ກັບ​ບັນດາ​ເຖົ້າແກ່​ທີ່​ນັບຖື:


ແຕ່​ຊະເຕຟາໂນ​ຜູ້​ທີ່​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ກໍ​ເງີຍ​ໜ້າ​ແນມ​ຂຶ້ນ​ສູ່​ສະຫວັນ ແລະ​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ແລະ​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຢືນ​ຢູ່​ທີ່​ກໍ້າ​ຂວາ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka