Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 13:8 - ພຣະຄຳພີສັກສິ

8 ແຕ່​ເອລີມາ (ຕາມ​ຊື່​ທີ່​ຄົນ​ເອີ້ນ​ເປັນ​ພາສາ​ກຣີກ) ໝໍ​ເວດມົນ​ຄາຖາ​ໄດ້​ຂັດຂວາງ​ທ່ານ​ທັງສອງ​ໄວ້ ໂດຍ​ພະຍາຍາມ​ຈະ​ແຍກ​ຜູ້​ປົກຄອງ ໃຫ້​ໜີ​ຫ່າງ​ຈາກ​ຄວາມເຊື່ອ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ແຕ່​ເອລີມາ ໝໍເວດມົນຄາຖາ (ເປັນ​ຊື່​ຂອງ​ລາວ​ມີ​ຄວາມໝາຍ​ຢ່າງ​ນັ້ນ) ໄດ້​ມາ​ຂັດຂວາງ​ພວກເພິ່ນ​ທັງ​ສອງ​ໄວ້​ໂດຍ​ພະຍາຍາມ​ຈະ​ປ່ຽນ​ໃຈ​ຜູ້ປົກຄອງ​ໃຫ້​ອອກ​ຈາກ​ຄວາມເຊື່ອ.

Uka jalj uñjjattʼäta Copia luraña




ກິດຈະການ 13:8
16 Jak'a apnaqawi uñst'ayäwi  

ແລ້ວ​ຜູ້ທຳນວາຍ​ເຊເດກີຢາ​ລູກຊາຍ​ຂອງ​ເຄນາອານາ​ກໍ​ອອກ​ໄປ​ຫາ​ມີກາອີຢາ ທັງ​ຕົບ​ໜ້າ​ເພິ່ນ ແລະ​ຖາມ​ວ່າ, “ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ອອກ​ຈາກ​ຂ້ອຍ​ໄປ​ຫາ​ເຈົ້າ​ເມື່ອໃດ?”


ອອກ​ໜີໄປ​ໃຫ້​ພົ້ນ​ຈາກ​ທາງ​ຂອງ​ພວກເຮົາ​ສາ ແລະ​ຢ່າ​ມາ​ກີດກັ້ນ​ພວກເຮົາ​ເລີຍ. ພວກເຮົາ​ບໍ່​ຢາກ​ຟັງ ເຖິງ​ເລື່ອງ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.”


ໃນ​ປີ​ດຽວກັນ​ນັ້ນ ຄື​ໃນ​ເດືອນ​ທີ​ຫ້າ​ຂອງ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ຜູ້ທຳນວາຍ​ຮານານີຢາ​ລູກຊາຍ​ຂອງ​ອັດຊູຣະ ຊາວ​ເມືອງ​ກີເບໂອນ ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ຢູ່​ຊ້ອງໜ້າ​ຂອງ​ພວກ​ປະໂຣຫິດ ແລະ​ປະຊາຊົນ​ໃນ​ທີ່ນັ້ນ ລາວ​ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ,


ອັນເດອາ​ໄດ້​ໄປ​ຫາ​ຊີໂມນ​ອ້າຍ​ຂອງຕົນ​ກ່ອນ ຈຶ່ງ​ບອກ​ລາວ​ວ່າ, “ເຮົາ​ໄດ້​ພົບ​ພຣະເມຊີອາ​ແລ້ວ.” (ແປ​ວ່າ, “ພຣະຄຣິດ”)


ເມື່ອ​ຜູ້​ປົກຄອງ​ໄດ້​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ແລ້ວ ເພິ່ນ​ກໍໄດ້​ຮັບ​ເຊື່ອ. ດ້ວຍວ່າ, ເພິ່ນ​ງຶດ​ປະຫລາດ​ໃຈ ໃນ​ຄຳສັ່ງສອນ​ເຖິງ​ເລື່ອງ​ອົງພຣະ​ຜູ້​ເປັນເຈົ້າ.


ເມື່ອ​ຄາລີໂອ​ໄດ້​ຮັບ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ປົກຄອງ​ແຂວງ​ອະຂາຢາ ພວກ​ຢິວ​ກໍ​ຮ່ວມ​ກັນ​ຕໍ່ຕ້ານ​ໂປໂລ ແລະ​ນຳ​ເພິ່ນ​ໄປ​ຂຶ້ນ​ສານ.


ເພາະສະນັ້ນ ຖ້າ​ເດເມທິໂອ​ກັບ​ບັນດາ​ຄົນງານ​ຂອງ​ລາວ ເປັນ​ຄວາມ​ກັບ​ຜູ້ໃດ ວັນ​ກຳນົດ​ທີ່​ຈະ​ວ່າ​ຄວາມ​ກໍ​ມີ ແລະ​ເຈົ້າໜ້າທີ່​ປົກຄອງ​ບ້ານ​ເມືອງ​ກໍ​ມີ ໃຫ້​ພວກເຂົາ​ນຳ​ຄວາມ​ໄປ​ຟ້ອງ​ກັນ​ຢູ່​ທີ່​ນັ້ນ​ສາ.


ດັ່ງນັ້ນ ພຣະທຳ​ຂອງ​ພຣະເຈົ້າ​ຈຶ່ງ​ໄດ້​ຈະເລີນ​ຂຶ້ນ ສືບຕໍ່​ແຜ່​ຂະຫຍາຍ​ອອກ​ໄປ ຈຳນວນ​ພວກ​ສິດ​ໃນ​ນະຄອນ​ເຢຣູຊາເລັມ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ແລະ​ໄດ້​ມີ​ປະໂຣຫິດ​ຫລາຍ​ຄົນ ກໍໄດ້​ຍອມ​ເຊື່ອຟັງ​ຕໍ່​ຄວາມເຊື່ອ​ນັ້ນ.


ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ຢູ່​ໃນ​ເມືອງ​ນີ້​ຊື່​ວ່າ ຊີໂມນ ລາວ​ເປັນ​ໝໍ​ເວດມົນ​ຄາຖາ ທີ່​ເຄີຍ​ເຮັດ​ໃຫ້​ຊາວ​ຊາມາເຣຍ​ງຶດງໍ້​ອັດສະຈັນ​ໃຈ ແລະ​ອວດອ້າງ​ຕົວ​ວ່າ​ເປັນ​ຄົນ​ສຳຄັນ​ຜູ້ໜຶ່ງ.


ແລ້ວ​ໃນ​ເມືອງ​ຢົບປາ​ກໍ​ມີ​ລູກສິດ​ຜູ້ໜຶ່ງ ຊື່​ວ່າ ຕາບີທາ (ນາງ​ມີ​ຊື່​ເປັນ​ພາສາ​ກຣີກ​ວ່າ ໂດຣະກາ ໝາຍຄວາມວ່າ ກວາງ​ແມ່). ນາງ​ເຮັດ​ແຕ່​ຄຸນງາມ​ຄວາມດີ ແລະ​ເຄີຍ​ໃຫ້​ທານ​ຄົນ​ຍາກຈົນ​ຕະຫລອດ​ມາ.


ຢາເນ​ກັບ​ຢຳເບ ຂັດຂວາງ​ຕໍ່ສູ້​ກັບ​ໂມເຊ​ສັນໃດ ຄົນ​ເຫຼົ່ານີ້ ກໍ​ຂັດຂວາງ​ຕໍ່ສູ້​ກັບ​ຄວາມຈິງ​ສັນນັ້ນ​ເໝືອນກັນ ເຂົາ​ເປັນ​ຄົນ​ມີ​ໃຈ​ຊົ່ວຮ້າຍ ແລະ​ໃນ​ດ້ານ​ຄວາມເຊື່ອ​ນັ້ນ ເຂົາ​ໃຊ້​ບໍ່ໄດ້​ເລີຍ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka