Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 13:51 - ພຣະຄຳພີສັກສິ

51 ສ່ວນ​ໂປໂລ​ກັບ​ບາຣະນາບາ​ກໍ​ສັ່ນ​ຂີ້ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ພວກ​ຕົນ​ອອກ ເພື່ອ​ເປັນ​ສັນຍານ​ແຫ່ງ​ການ​ຄັດຄ້ານ​ຕໍ່ສູ້​ພວກເຂົາ ແລ້ວ​ທ່ານ​ທັງສອງ​ກໍ​ເດີນທາງ​ໄປ​ທີ່​ເມືອງ​ອີໂກນີອົມ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

51 ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ສັ່ນ​ຂີ້ຝຸ່ນ​ອອກ​ຈາກ​ຕີນ​ຂອງ​ພວກເພິ່ນ​ເພື່ອ​ເປັນ​ການ​ເຕືອນ​ພວກເຂົາ ແລ້ວ​ກໍ​ອອກ​ເດີນທາງ​ໄປ​ຍັງ​ເມືອງ​ອີໂກນີອົມ.

Uka jalj uñjjattʼäta Copia luraña




ກິດຈະການ 13:51
10 Jak'a apnaqawi uñst'ayäwi  

ຖ້າ​ບ້ານ​ໃດ​ຫລື​ເມືອງ​ໃດ​ບໍ່​ຕ້ອນຮັບ​ພວກເຈົ້າ ຫລື​ບໍ່​ຟັງ​ພວກເຈົ້າ ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ນັ້ນ ແລະ​ສັ່ນ​ຂີ້ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ພວກເຈົ້າ​ອອກ​ດ້ວຍ.


ຖ້າ​ບ່ອນ​ໃດ​ບໍ່​ຕ້ອນຮັບ​ພວກເຈົ້າ ຈົ່ງ​ໄປ​ຈາກ​ບ່ອນ​ນັ້ນ ແລະ​ສັ່ນ​ຂີ້ຝຸ່ນ​ທີ່​ຕີນ​ຂອງ​ພວກເຈົ້າ​ອອກ.”


‘ແມ່ນແຕ່​ຂີ້ຝຸ່ນ​ດິນ​ຂອງ​ເມືອງ​ນີ້ ທີ່​ຕິດ​ຕີນ​ຂອງ​ພວກເຮົາ ພວກເຮົາ​ກໍ​ຈະ​ປັດ​ອອກ​ຕໍ່ສູ້​ພວກເຈົ້າ; ແຕ່​ຈົ່ງ​ຈຳ​ໄວ້​ວ່າ ອານາຈັກ​ຂອງ​ພຣະເຈົ້າ​ມາ​ໃກ້​ພວກເຈົ້າ​ແລ້ວ’


ເມືອງ​ໃດ ທີ່​ບໍ່​ຕ້ອນຮັບ​ພວກເຈົ້າ ຈົ່ງ​ໜີ​ຈາກ​ເມືອງ​ນັ້ນ ແລະ​ສັ່ນ​ຂີ້ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ພວກເຈົ້າ​ອອກ ເພື່ອ​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ.”


ໃນ​ເມືອງ​ອີໂກນີອົມ​ນີ້​ກໍ​ເໝືອນກັນ ໂປໂລ​ກັບ​ບາຣະນາບາ​ໄດ້​ເຂົ້າ​ໄປ​ກ່າວ​ໃນ​ທຳມະສາລາ​ຂອງ​ພວກ​ຢິວ ຈົນ​ຊາວ​ຢິວ ແລະ​ຊາວ​ກຣີກ​ຈຳນວນ​ຫລວງຫລາຍ​ໄດ້​ວາງໃຈເຊື່ອ.


ແຕ່​ມີ​ຊາວ​ຢິວ​ບາງຄົນ​ມາ​ຈາກ​ເມືອງ​ອັນຕີໂອເຂຍ ແລະ​ຈາກ​ເມືອງ​ອີໂກນີອົມ ໄດ້​ຊັກຊວນ​ປະຊາຊົນ​ໃຫ້​ເຂົ້າ​ຂ້າງ​ພວກເຂົາ ແລ້ວ​ຈຶ່ງ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ໂປໂລ ແລະ​ລາກ​ເພິ່ນ​ອອກ​ໄປ​ຈາກ​ເມືອງ ໂດຍ​ຄິດວ່າ​ເພິ່ນ​ຕາຍ​ແລ້ວ.


ໂປໂລ​ກັບ​ບາຣະນາບາ ໄດ້​ປະກາດ​ຂ່າວປະເສີດ​ໃນ​ເມືອງ​ເດຣະເບ ແລະ​ໄດ້​ຫລາຍ​ຄົນ​ມາ​ເປັນ​ສິດ, ແລ້ວ​ທ່ານ​ທັງສອງ​ກໍໄດ້​ກັບຄືນ​ໄປ​ເມືອງ​ລີສະຕຣາ, ອີໂກນີອົມ ແລະ ອັນຕີໂອເຂຍ.


ຕີໂມທຽວ​ເປັນ​ຄົນ​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ພວກ​ພີ່ນ້ອງ ທີ່​ຢູ່​ໃນ​ເມືອງ​ລີສະຕຣາ ແລະ​ເມືອງ​ອີໂກນີອົມ.


ແຕ່​ເມື່ອ​ພວກ​ເຫຼົ່ານັ້ນ​ຂັດຂວາງ ແລະ​ກ່າວ​ຄຳ​ຫຍາບຊ້າ ໂປໂລ​ຈຶ່ງ​ສັ່ນ​ເສື້ອຜ້າ​ຕໍ່ສູ້​ພວກເຂົາ ແລ້ວ​ເວົ້າ​ວ່າ, “ຂໍ​ໃຫ້​ໂທດ​ຂອງ​ພວກເຈົ້າ​ຕົກ​ໃສ່​ຫົວ​ຂອງ​ພວກເຈົ້າ​ເອງ ຝ່າຍ​ເຮົາ, ເຮົາ​ບໍ່ມີ​ໂທດ ຕັ້ງແຕ່​ນີ້​ໄປ ເຮົາ​ຈະ​ໄປ​ຫາ​ພວກ​ຕ່າງຊາດ.”


ການ​ຖືກ​ຂົ່ມເຫັງ ແລະ​ຄວາມ​ທົນທຸກ​ລຳບາກ​ຂອງເຮົາ ເຈົ້າ​ກໍ​ຮູ້ຈັກ​ເຫດການ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ກັບ​ເຮົາ​ໃນ​ເມືອງ​ອັນຕີໂອເຂຍ ໃນ​ເມືອງ​ອີໂກນີອົມ ແລະ​ໃນ​ເມືອງ​ລີສະຕຣາ ຄື​ການ​ຖືກ​ຂົ່ມເຫັງ​ອັນ​ໜັກໜ່ວງ​ທີ່​ເຮົາ​ໄດ້​ທົນ​ເອົາ​ນັ້ນ, ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊ່ວຍກູ້​ເອົາ​ເຮົາ​ໃຫ້​ພົ້ນ​ຈາກ​ສິ່ງ​ເຫຼົ່ານັ້ນ​ທັງ​ສິ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka