Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 13:2 - ພຣະຄຳພີສັກສິ

2 ຂະນະທີ່​ພວກ​ພີ່ນ້ອງ​ກຳລັງ​ນະມັດສະການ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຖືສິນ​ອົດອາຫານ​ຢູ່​ນັ້ນ ພຣະວິນຍານ​ບໍຣິສຸດເຈົ້າ​ໄດ້​ບອກ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ຄັດ​ເອົາ​ບາຣະນາບາ​ກັບ​ໂຊໂລ​ໄວ້​ໃຫ້​ເຮົາ ສຳລັບ​ພາລະກິດ​ທີ່​ເຮົາ​ໄດ້​ເອີ້ນ​ໃຫ້​ພວກເຂົາ​ເຮັດ​ນັ້ນ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ໃນ​ຂະນະ​ທີ່​ພວກເຂົາ​ທັງຫລາຍ​ກຳລັງ​ນະມັດສະການ​ອົງພຣະຜູ້ເປັນເຈົ້າ ແລະ ຖືສິນ​ອົດອາຫານ​ຢູ່​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ວ່າ, “ຈົ່ງ​ແຍກ​ບາຣະນາບາ ແລະ ໂຊໂລ​ໄວ້​ສຳລັບ​ງານ​ທີ່​ເຮົາ​ໄດ້​ເອີ້ນ​ໃຫ້​ພວກເຂົາ​ເຮັດ”.

Uka jalj uñjjattʼäta Copia luraña




ກິດຈະການ 13:2
41 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ໄດ້​ແຕ່ງຕັ້ງ​ຊາວ​ເລວີ​ບາງຄົນ​ເປັນ​ຜູ້ນຳ​ໃນ​ການ​ນະມັດສະການ​ຕໍ່ໜ້າ​ຫີບ​ຂອງ​ພຣະເຈົ້າຢາເວ ໂດຍ​ຮ້ອງເພງ​ໂມທະນາ​ຂອບ​ພຣະຄຸນ ແລະ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ.


ຂ້າພະເຈົ້າ​ຕັ້ງໜ້າ​ພາວັນນາ​ອະທິຖານ​ຂໍ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ, ຖືສິນ​ອົດອາຫານ, ນຸ່ງ​ເສື້ອ​ຜ້າ​ກະສອບເຂົ້າ ແລະ​ນັ່ງ​ໃນ​ຂີ້ເຖົ່າ​ໄຟ.


“ແຕ່​ຜີ​ແນວ​ນີ້​ບໍ່ເຄີຍ​ຖືກ​ຂັບ​ອອກ ເວັ້ນ​ແຕ່​ດ້ວຍ​ການ​ພາວັນນາ​ອະທິຖານ ແລະ​ການ​ຖືສິນ​ອົດອາຫານ.”]


“ເມື່ອ​ເຈົ້າ​ທັງຫລາຍ​ຖືສິນ​ອົດອາຫານ ຢ່າ​ເຮັດ​ສີ​ໜ້າ​ເສົ້າໝອງ​ເໝືອນ​ດັ່ງ​ຄົນ​ໜ້າຊື່​ໃຈຄົດ. ດ້ວຍວ່າ, ເຂົາ​ເຮັດ​ສີ​ໜ້າ​ເສົ້າໝອງ ເພື່ອ​ໃຫ້​ຄົນ​ທັງຫລາຍ​ເຫັນ​ວ່າ​ພວກ​ຕົນ​ຖືສິນ​ອົດອາຫານ. ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ພວກເຂົາ​ໄດ້​ຮັບ​ບຳເໜັດ​ແລ້ວ.


ເຫດສະນັ້ນ ພວກເຈົ້າ​ຈົ່ງ​ພາວັນນາ​ອະທິຖານ​ຂໍ​ນຳ​ເຈົ້າ​ຂອງ​ການ​ເກັບກ່ຽວ​ໃຫ້​ສົ່ງ​ຄົນງານ​ມາ​ຫລາຍ​ຂຶ້ນ ເພື່ອ​ການ​ເກັບກ່ຽວ​ຂອງຕົນ​ສາ.”


ຫລັງຈາກ​ເຫດການ​ເຫຼົ່ານີ້​ແລ້ວ ອົງ​ພຣະຜູ້​ເປັນເຈົ້າ​ກໍໄດ້​ເລືອກ​ເອົາ​ເຈັດສິບສອງ ຄົນ​ຕື່ມ​ອີກ ແລະ​ໃຊ້​ພວກເພິ່ນ​ອອກ​ໄປ​ເປັນ​ໝູ່ ໝູ່​ລະ​ສອງ​ຄົນ ເພື່ອ​ໄປ​ກ່ອນ​ໜ້າ​ພຣະອົງ​ໃນ​ທຸກ​ເມືອງ​ແລະ​ທຸກ​ບ້ານ ທີ່​ພຣະອົງ​ກຳລັງ​ຈະ​ເຂົ້າ​ໄປ​ນັ້ນ.


ແລ້ວ​ກໍ​ເປັນ​ໝ້າຍ​ຢູ່​ລະຫວ່າງ​ແປດສິບສີ່​ປີ ນາງ​ບໍ່​ໜີ​ຈາກ​ບໍລິເວນ​ພຣະວິຫານ​ຈັກເທື່ອ, ແຕ່​ໄດ້​ຢູ່​ປະຕິບັດ​ພຣະເຈົ້າ, ຮັກສາ​ສິນ​ດ້ວຍ​ການ​ອົດ​ອາຫານ ແລະ​ພາວັນນາ​ອະທິຖານ ທັງ​ກາງເວັນ​ແລະ​ກາງຄືນ.


ຂະນະທີ່​ເປໂຕ​ກຳລັງ​ຄິດ​ຊອກຫາ ທີ່​ຈະ​ເຂົ້າໃຈ​ຄວາມໝາຍ​ຂອງ​ນິມິດ​ນັ້ນ​ຢູ່ ພຣະວິນຍານ​ບໍຣິສຸດເຈົ້າ​ກໍ​ກ່າວ​ແກ່​ເພິ່ນ​ວ່າ, “ເບິ່ງແມ! ມີ​ຊາຍ​ສາມ​ຄົນ ມາ​ຖາມ​ຫາ​ເຈົ້າ.


ໂກເນລີໂອ​ຕອບ​ວ່າ, “ໄດ້​ສີ່​ວັນ​ມາ​ແລ້ວ ທີ່​ຂ້ານ້ອຍ​ກຳລັງ​ພາວັນນາ​ອະທິຖານ ຢູ່​ທີ່​ເຮືອນ​ຂອງ​ຂ້ານ້ອຍ ປະມານ​ເວລາ​ນີ້​ແຫຼະ ຄື​ເວລາ​ບ່າຍ​ສາມ​ໂມງ ໃນ​ທັນໃດນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ນຸ່ງ​ເຄື່ອງ​ເຫຼື້ອມໃສ ມາ​ຢືນ​ຢູ່​ຕໍ່ໜ້າ​ຂ້ານ້ອຍ.


ຫລັງຈາກ​ພວກ​ພີ່ນ້ອງ​ຖືສິນ​ອົດອາຫານ ແລະ​ພາວັນນາ​ອະທິຖານ​ແລ້ວ ກໍໄດ້​ວາງ​ມື​ໃສ່​ບາຣະນາບາ​ກັບ​ໂຊໂລ ຈຶ່ງ​ໃຊ້​ພວກເພິ່ນ​ໄປ.


ດັ່ງນັ້ນ ບາຣະນາບາ​ກັບ​ໂຊໂລ​ຈຶ່ງ​ຖືກ​ໃຊ້​ອອກ​ໄປ​ປະກາດ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ພວກເພິ່ນ​ໄດ້​ໄປ​ເຖິງ​ເມືອງ​ແຊລູເກຍ ແລະ​ຈາກ​ທີ່​ນັ້ນ​ໄດ້​ລົງ​ເຮືອ​ເດີນທາງ​ຕໍ່ໄປ​ຈົນເຖິງ​ເກາະ​ໄຊປຣັດ.


ຈາກ​ທີ່​ນັ້ນ ທ່ານ​ທັງສອງ​ໄດ້​ລົງ​ເຮືອ​ກັບຄືນ​ໄປ​ທີ່​ເມືອງ​ອັນຕີໂອເຂຍ ຄື​ເມືອງ​ທີ່​ທ່ານ​ທັງສອງ​ໄດ້​ຮັບ​ມອບໝາຍ​ໄວ້​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ ເພື່ອ​ພາລະກິດ ຊຶ່ງ​ບັດນີ້​ທ່ານ​ທັງສອງ​ໄດ້​ເຮັດ​ສຳເລັດ​ແລ້ວ.


ທ່ານ​ທັງຫລາຍ ຈົ່ງ​ລະວັງ​ຕົວເອງ​ໃຫ້​ດີ ແລະ​ເຝົ້າ​ຮັກສາ​ຝູງແກະ ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ໄດ້​ມອບ​ໄວ້​ໃຫ້​ພວກທ່ານ​ເປັນ​ຜູ້​ດູແລ, ຈົ່ງ​ບຳລຸງ​ລ້ຽງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ທີ່​ພຣະອົງ​ເປັນ​ເຈົ້າ​ຂອງ ໂດຍ​ພຣະບຸດ​ໄດ້​ຊົງ​ໄຖ່​ມາ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ​ເອງ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ອອກໄປ ເພາະ​ເຮົາ​ຈະ​ໃຊ້​ເຈົ້າ​ໄປ​ໄກ ຫາ​ຄົນຕ່າງຊາດ.”’


ໄດ້​ມີ​ຊາຍ​ເລວີ​ຜູ້ໜຶ່ງ​ເປັນ​ຄົນ​ພື້ນເມືອງ​ໃນ​ເກາະ​ໄຊປຣັດ ຊື່​ວ່າ ໂຢເຊັບ ພວກ​ອັກຄະສາວົກ​ເອີ້ນ​ລາວ​ວ່າ ບາຣະນາບາ (ຊຶ່ງ​ໝາຍຄວາມວ່າ ຜູ້​ມີ​ໃຈ​ອຸດໜູນ)


ສ່ວນ​ພວກເຮົາ ກໍ​ຈະ​ອຸທິດ​ເວລາ​ທັງໝົດ​ໃສ່​ໃນ​ການ​ພາວັນນາ​ອະທິຖານ ແລະ​ການ​ສັ່ງສອນ​ພຣະທຳ.”


ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ສັ່ງ​ແກ່​ຟີລິບ​ວ່າ, “ຈົ່ງ​ຫຍັບ​ເຂົ້າ​ໃກ້​ຕິດ​ລົດມ້າ​ຄັນ​ນີ້​ໄປ.”


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ອານາເນຍ​ວ່າ, “ເຈົ້າ​ຈົ່ງ​ໄປ​ເທາະ ເພາະ​ເຮົາ​ໄດ້​ເລືອກ​ເອົາ​ຊາຍ​ຄົນ​ນີ້ ໃຫ້​ຮັບໃຊ້​ເຮົາ ເພື່ອ​ລາວ​ຈະ​ນຳ​ເອົາ​ນາມຊື່​ຂອງເຮົາ​ໄປ​ຕໍ່ໜ້າ​ຄົນຕ່າງຊາດ, ບັນດາ​ກະສັດ ແລະ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.


ເຮົາ​ຄື​ໂປໂລ ຜູ້ຮັບໃຊ້​ຄົນ​ໜຶ່ງ​ຂອງ​ພຣະເຢຊູ​ຄຣິດເຈົ້າ ທີ່​ພຣະອົງ​ຊົງ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ ແລະ​ໄດ້​ຊົງ​ຄັດ​ອອກ​ຕັ້ງ​ໄວ້​ໃຫ້​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ.


ແລະ​ຖ້າ​ບໍ່ມີ​ຜູ້ໃດ​ໃຊ້​ພວກເຂົາ​ໄປ ພວກເຂົາ​ຈະ​ໄປ​ປະກາດ​ໄດ້​ຢ່າງ​ໃດ? ດັ່ງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຕີນ​ຂອງ​ຜູ້​ທີ່​ນຳ​ຂ່າວປະເສີດ​ມາ ກໍ​ງົດງາມ​ປານໃດ​ໜໍ”


ເພື່ອ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ໄປ​ຍັງ​ຄົນຕ່າງຊາດ ແລະ​ເຮັດ​ໜ້າທີ່​ປະໂຣຫິດ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະເຈົ້າ ເພື່ອ​ວ່າ​ຄົນຕ່າງຊາດ​ຈະ​ເປັນ​ເຄື່ອງ​ບູຊາ​ທີ່​ພຣະເຈົ້າ​ພໍພຣະໄທ ຄື​ຊຳລະ​ໄວ້​ແລ້ວ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.


ສິ່ງສາລະພັດ​ເຫຼົ່ານີ້ ແມ່ນ​ພຣະວິນຍານ​ອົງ​ດຽວກັນ​ຊົງ​ບັນດານ ແລະ​ປະທານ​ແກ່​ທຸກຄົນ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ.


ຢ່າ​ປະຕິເສດ​ການ​ຢູ່​ຮ່ວມ​ກັນ ນອກຈາກ​ໄດ້​ຕົກລົງ​ກັນ​ກ່ອນ​ເປັນ​ການ​ຊົ່ວຄາວ ເພື່ອ​ອຸທິດ​ຕົນ​ໃນ​ການ​ພາວັນນາ​ອະທິຖານ ແຕ່​ຫລັງຈາກ​ນັ້ນ​ແລ້ວ ຈົ່ງ​ມາ​ຢູ່​ຮ່ວມ​ກັນ​ອີກ. ເພື່ອ​ພວກເຈົ້າ​ຈະ​ຮັກສາ​ຕົວ​ໄວ້ ບໍ່​ໃຫ້​ມານຊາຕານ​ຊັກຈູງ​ໃຫ້​ຫລົງ​ເຮັດ​ຜິດ ເພາະ​ຄວບຄຸມ​ຕົນເອງ​ບໍ່ໄດ້.


ເຮົາ​ໄດ້​ບາກບັ່ນ​ດຳເນີນ​ພາລະກິດ ອັນ​ໜັກໜ່ວງ​ແລະ​ຍາກ​ລຳບາກ ອົດຫລັບ​ອົດນອນ​ເປັນ​ປະຈຳ ອຶດ​ເຂົ້າ​ຢາກ​ນໍ້າ ແລະ​ຫລາຍ​ເທື່ອ​ເຮົາ​ຂາດ​ອາຫານ​ການກິນ ຂາດ​ບ່ອນ​ພັກເຊົາ ຂາດ​ເຄື່ອງນຸ່ງຫົ່ມ.


ໃນ​ການ​ຖືກ​ຂ້ຽນຕີ ຖືກ​ຄຸມຂັງ ໃນ​ການ​ວຸ້ນວາຍ ເຮັດ​ວຽກ​ອັນ​ໜັກໜ່ວງ​ໃນ​ການ​ອົດຫລັບ​ອົດນອນ ແລະ​ໃນ​ການ​ອຶດຫິວ.


ແຕ່​ດ້ວຍ​ພຣະຄຸນ​ຂອງ​ພຣະເຈົ້າ ພຣະອົງ​ໄດ້​ຊົງ​ເລືອກ​ເຮົາ​ໄວ້​ຕັ້ງແຕ່​ຢູ່​ໃນ​ທ້ອງ​ແມ່ ແລະ​ໄດ້​ເອີ້ນ​ເຮົາ​ໃຫ້​ບົວລະບັດ​ຮັບໃຊ້​ພຣະອົງ ເມື່ອ​ພຣະອົງ​ຊົງ​ພໍພຣະໄທ


ຂ້າພະເຈົ້າ​ໄດ້​ຮັບ​ການ​ແຕ່ງຕັ້ງ ໃຫ້​ເປັນ​ຜູ້ຮັບໃຊ້​ຂ່າວປະເສີດ​ໂດຍ​ພຣະຄຸນ ຊຶ່ງ​ເປັນ​ຂອງ​ປະທານ​ຢ່າງ​ພິເສດ​ຈາກ​ພຣະເຈົ້າ ຊຶ່ງ​ໂຜດ​ປະທານ​ແກ່​ຂ້າພະເຈົ້າ ໂດຍ​ແມ່ນ​ຣິດອຳນາດ​ຂອງ​ພຣະອົງ​ຊົງ​ກະທຳ​ການ.


ໃນ​ເວລາ​ນັ້ນ ພຣະເຈົ້າຢາເວ​ໄດ້​ແຕ່ງຕັ້ງ​ພວກ​ຜູ້ຊາຍ​ໃນ​ເຜົ່າເລວີ ໃຫ້​ເປັນ​ຜູ້​ຮັບຜິດຊອບ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ຢືນຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ໃຫ້​ຮັບໃຊ້​ພຣະອົງ ເພື່ອ​ໃຫ້​ກ່າວ​ຄຳອວຍພອນ​ໃນ​ນາມ​ຂອງ​ພຣະອົງ​ຈົນເຖິງ​ທຸກ​ວັນ​ນີ້.


ແລະ​ໃຫ້​ບອກ​ອາຂີໂປ​ວ່າ, “ສ່ວນ​ພາລະກິດ ຊຶ່ງ​ເຈົ້າ​ໄດ້​ຮັບ​ມອບໝາຍ ເພື່ອ​ບົວລະບັດ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ຈົ່ງ​ເຮັດ​ໃຫ້​ບັນລຸ​ຜົນ​ສຳເລັດ.”


ເພາະສະນັ້ນ ເຮົາ​ຈຶ່ງ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ປະກາດ ແລະ​ເປັນ​ອັກຄະສາວົກ ຄູສອນ​ຖ້ອຍຄຳ​ແຫ່ງ​ຄວາມເຊື່ອ​ແລະ​ຄວາມຈິງ ໃຫ້​ແກ່​ຄົນຕ່າງຊາດ (ເຮົາ​ເວົ້າ​ຄວາມຈິງ ເຮົາ​ບໍ່ໄດ້​ເວົ້າ​ຕົວະ).


ພຣະເຈົ້າ​ໄດ້​ແຕ່ງຕັ້ງ​ເຮົາ​ໃຫ້​ເປັນ​ອັກຄະສາວົກ ແລະ​ເປັນ​ຜູ້​ສອນ ເພື່ອ​ປະກາດ​ຂ່າວປະເສີດ


ຈົ່ງ​ມອບ​ຄຳສອນ​ທີ່​ເຈົ້າ​ໄດ້ຍິນ​ຈາກ​ເຮົາ ຕໍ່ໜ້າ​ພະຍານ​ຫລາຍ​ຄົນ ໄວ້​ກັບ​ຄົນ​ສັດຊື່​ທີ່​ສາມາດ​ສອນ​ຄົນອື່ນ​ໄດ້​ດ້ວຍ.


ມີ​ແຕ່​ລູກາ​ເທົ່ານັ້ນ ທີ່​ຢູ່​ກັບ​ເຮົາ ຈົ່ງ​ເອົາ​ມາຣະໂກ​ມາ​ນຳ​ເຈົ້າ​ດ້ວຍ ເພາະວ່າ​ເພິ່ນ​ຊ່ວຍ​ເຮົາ​ຫລາຍ​ໃນ​ພາລະກິດ​ການ​ຮັບໃຊ້.


ແຕ່​ເຈົ້າ​ຈົ່ງ​ລະວັງ​ຕົນເອງ​ໃຫ້​ດີ​ໃນ​ທຸກ​ສະພາບ​ການ, ຈົ່ງ​ອົດທົນ​ຕໍ່​ຄວາມ​ຍາກ​ລຳບາກ ແລະ​ຈົ່ງ​ເຮັດ​ໜ້າທີ່​ຂອງ​ຜູ້​ປະກາດ​ຂ່າວປະເສີດ ຈົ່ງ​ປະຕິບັດ​ໜ້າທີ່​ການ​ຂອງ​ເຈົ້າ​ນັ້ນ​ໃຫ້​ສຳເລັດ.


ບໍ່​ຫ່ອນ​ມີ​ຜູ້ໃດ​ຕັ້ງ​ຕົນເອງ​ຢູ່​ໃນ​ຕຳແໜ່ງ​ນີ້ ມີ​ແຕ່​ພຣະເຈົ້າ​ຊົງ​ເອີ້ນ​ເອົາ​ເໝືອນ​ຢ່າງ​ຊົງ​ເອີ້ນ​ອາໂຣນ​ນັ້ນ.


ແລ້ວ​ເອນການາ​ກໍ​ກັບຄືນ​ເມືອ​ເຮືອນ​ຂອງ​ຕົນ​ທີ່​ຣາມາ, ແຕ່​ເດັກຊາຍ​ຊາມູເອນ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ຊີໂລ ເພື່ອ​ຮັບໃຊ້​ພຣະເຈົ້າຢາເວ​ນຳ​ປະໂຣຫິດ​ເອລີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka