Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 12:9 - ພຣະຄຳພີສັກສິ

9 ເປໂຕ​ກໍໄດ້​ຕາມ​ອອກ​ໄປ​ໂດຍ​ບໍ່​ຮູ້​ວ່າ ການ​ທີ່​ເທວະດາ​ເຮັດ​ນີ້​ເປັນ​ຄວາມຈິງ​ຫລື​ບໍ່, ແຕ່​ເປໂຕ​ຄິດ​ວ່າ​ຕົນ​ກຳລັງ​ເຫັນ​ນິມິດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ເປໂຕ​ກໍ​ໄດ້​ຕາມ​ອອກ​ໄປ​ຈາກ​ຄຸກ. ເພິ່ນ​ບໍ່​ຮູ້​ວ່າ​ສິ່ງ​ທີ່​ເທວະດາ​ເຮັດ​ຢູ່​ນັ້ນ​ເປັນ​ເລື່ອງ​ຈິງ, ເພິ່ນ​ຄິດ​ວ່າ​ຕົນ​ເອງ​ກຳລັງ​ເຫັນ​ນິມິດ.

Uka jalj uñjjattʼäta Copia luraña




ກິດຈະການ 12:9
12 Jak'a apnaqawi uñst'ayäwi  

ເມື່ອ​ກັບ​ມາ​ຮອດ​ແລ້ວ ພວກເຂົາ​ຈຶ່ງ​ຟ້າວ​ບອກ​ພໍ່​ຂອງ​ພວກຕົນ​ວ່າ, “ໂຢເຊັບ​ຍັງ​ມີ​ຊີວິດ​ຢູ່! ເພິ່ນ​ເປັນ​ຜູ້ປົກຄອງ​ປະເທດ​ເອຢິບ​ທັງໝົດ.” ພໍ​ໄດ້ຍິນ​ເຊັ່ນນັ້ນ ຢາໂຄບ​ກໍ​ຕົກ​ຕະລຶງ ແລະ​ຍັງ​ບໍ່​ເຊື່ອ​ຄຳເວົ້າ​ຂອງ​ພວກເຂົາ​ເທື່ອ.


ໂນອາ​ໄດ້​ເຮັດ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ໄວ້​ທຸກປະການ.


ເມື່ອ​ພຣະເຈົ້າຢາເວ​ນຳ​ພວກເຮົາ ຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ເລື່ອງ​ທັງໝົດ​ຈຶ່ງ​ເປັນ​ດັ່ງ​ຄວາມຝັນ


ແມ່​ຂອງ​ພຣະອົງ​ຈຶ່ງ​ບອກ​ຕໍ່​ຄົນ​ຮັບໃຊ້​ວ່າ, “ເພິ່ນ​ບອກ​ພວກເຈົ້າ​ໃຫ້​ເຮັດ​ອັນ​ໃດ ຈົ່ງ​ເຮັດ​ຕາມ​ເດີ.”


ຂະນະທີ່​ເປໂຕ​ຍັງ​ຄິດ​ບໍ່​ອອກ​ວ່າ ນິມິດ​ທີ່​ຕົນ​ໄດ້​ເຫັນ​ນັ້ນ​ມີ​ຄວາມໝາຍ​ຢ່າງ​ໃດ ແລະ​ເບິ່ງແມ! ຄົນ​ທີ່​ໂກເນລີໂອ​ໄດ້​ໃຊ້​ມາ​ນັ້ນ ເມື່ອ​ໄດ້​ສອບ​ຖາມ​ຫາ​ເຮືອນ​ຂອງ​ຊີໂມນ ແລະ​ໄດ້​ຮູ້​ວ່າ​ຢູ່​ທີ່​ໃດ​ແລ້ວ ພວກເຂົາ​ກໍໄດ້​ມາ​ຢືນ​ຢູ່​ທີ່​ໜ້າ​ປະຕູ​ເຮືອນ.


ຢູ່​ມາ​ວັນ​ໜຶ່ງ ປະມານ​ບ່າຍ​ສາມ​ໂມງ ເພິ່ນ​ໄດ້​ເຫັນ​ນິມິດ ໃນ​ນິມິດ​ນັ້ນ ເພິ່ນ​ເຫັນ​ເທວະດາ​ຂອງ​ພຣະເຈົ້າ​ຕົນ​ໜຶ່ງ​ຢ່າງ​ຄັກແນ່​ເຂົ້າ​ມາ ແລະ​ກ່າວ​ແກ່​ເພິ່ນ​ວ່າ, “ໂກເນລີໂອ​ເອີຍ.”


“ຂະນະທີ່​ຂ້າພະເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ໃນ​ເມືອງ​ຢົບປາ ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ຢ່າງ​ໜຶ່ງ, ຂ້າພະເຈົ້າ​ໄດ້​ເຫັນ​ສິ່ງ​ໜຶ່ງ ກຳລັງ​ລົງ​ມາ​ເບິ່ງ​ຄື​ກັບ​ຜ້າ​ຜືນ​ໃຫຍ່ ມີ​ເຊືອກ​ຜູກ​ທັງ​ສີ່​ແຈ ຢ່ອນ​ລົງ​ມາ​ໃກ້​ເຖິງ​ຂ້າພະເຈົ້າ.


ແລ້ວ​ເທວະດາ​ໄດ້​ບອກ​ວ່າ, “ຈົ່ງ​ຮັດ​ແອວ ແລະ​ໃສ່​ເກີບ​ສາ.” ເປໂຕ​ໄດ້​ເຮັດ​ຕາມ ແລະ​ເທວະດາ​ກໍ​ບອກ​ວ່າ, “ຈົ່ງ​ນຸ່ງ​ເສື້ອ​ຊັ້ນນອກ​ຂອງ​ເຈົ້າ ແລະ​ຕາມ​ເຮົາ​ມາ.”


“ກະສັດ​ອັກຄຼີປາ​ທີ່​ນັບຖື ເມື່ອ​ເປັນ​ເຊັ່ນນັ້ນ ຂ້ານ້ອຍ​ບໍ່ໄດ້​ຂັດຂືນ​ຕໍ່​ນິມິດ​ຈາກ​ສະຫວັນ​ທີ່​ມາ​ເຖິງ​ຂ້ານ້ອຍ.


ຢູ່​ໃນ​ເມືອງ​ດາມັສກັດ​ນີ້ ຍັງ​ມີ​ຜູ້​ທີ່​ເຊື່ອ​ຄົນ​ໜຶ່ງ​ຊື່​ວ່າ ອານາເນຍ ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ລາວ​ທາງ​ນິມິດ​ວ່າ, “ອານາເນຍ​ເອີຍ.” ລາວ​ຕອບ​ວ່າ, “ຂ້າແດ່​ພຣະອົງເຈົ້າ ຂ້ານ້ອຍ​ຢູ່​ທີ່​ນີ້.”


ເພາະ​ອັບຣາຮາມ​ມີ​ຄວາມເຊື່ອ​ແບບ​ນີ້ ເມື່ອ​ພຣະເຈົ້າ​ຊົງ​ເອີ້ນ​ໃຫ້​ເພິ່ນ​ອອກ​ເດີນທາງ​ໄປ​ສູ່​ດິນແດນ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ວ່າ ຈະ​ມອບ​ໃຫ້​ເພິ່ນ ເພິ່ນ​ໄດ້​ເຊື່ອຟັງ ແລະ​ອອກ​ຈາກ​ບ້ານເກີດ​ເມືອງນອນ​ຂອງຕົນ​ໄປ ໂດຍ​ບໍ່​ຮູ້​ເລີຍ​ວ່າ​ຕົນ​ຈະ​ໄປ​ໃສ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka