Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 12:6 - ພຣະຄຳພີສັກສິ

6 ໃນ​ກາງຄືນ ກ່ອນ​ທີ່​ເຮໂຣດ​ຈະ​ນຳ​ເປໂຕ​ອອກ​ມາ​ໃຫ້​ປະຊາຊົນ​ນັ້ນ ເປໂຕ​ກໍ​ນອນ​ຫລັບ​ຢູ່​ລະຫວ່າງ​ທະຫານ​ຍາມ​ສອງ​ຄົນ ໂດຍ​ມີ​ໂສ້​ສອງ​ເສັ້ນ​ລ່າມ​ເປໂຕ​ໄວ້ ແລະ​ຕໍ່ໜ້າ​ປະຕູ​ຄຸກ​ກໍ​ມີ​ທະຫານ​ຍາມ​ເຝົ້າ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ໃນ​ເວລາ​ກາງຄືນ​ກ່ອນ​ທີ່​ເຮໂຣດ​ຈະ​ນຳ​ເປໂຕ​ອອກ​ມາ​ສືບສວນ, ເປໂຕ​ກໍ​ກຳລັງ​ນອນຫລັບ​ຢູ່​ລະຫວ່າງ​ກາງ​ທະຫານ​ສອງ​ຄົນ, ຖືກ​ລ່າມ​ດ້ວຍ​ໂສ້​ສອງ​ເສັ້ນ ແລະ ຕໍ່ໜ້າ​ປະຕູ​ຄຸກ​ກໍ​ມີ​ທະຫານ​ຍາມ​ຢືນ​ເຝົ້າ​ຢູ່.

Uka jalj uñjjattʼäta Copia luraña




ກິດຈະການ 12:6
17 Jak'a apnaqawi uñst'ayäwi  

ອັບຣາຮາມ​ໃສ່​ຊື່​ບ່ອນ​ນັ້ນ​ວ່າ, “ພຣະເຈົ້າຢາເວ​ຈັດຕຽມ​ໃຫ້” ແລະ​ຈົນເຖິງ​ທຸກ​ວັນນີ້ ຊາວ​ເມືອງ​ກໍ​ຍັງ​ເວົ້າ​ຕໍ່ໆ​ກັນ​ມາ​ວ່າ, “ເທິງ​ພູ​ຂອງ​ພຣະເຈົ້າຢາເວ​ຜູ້​ຈັດ​ຫາ​ໃຫ້.”


ຂ້າແດ່​ພຣະເຈົ້າຢາເວ ເມື່ອ​ຂ້ານ້ອຍ​ນອນ​ລົງ​ກໍ​ເປັນ​ສຸກໃຈ ເພາະ​ພຣະອົງ​ໂຜດ​ຮັກສາ​ໃຫ້​ປອດໄພ​ຢ່າງດີ​ຍິ່ງ.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ ຫລັງຈາກ​ເນບູຊາຣາດານ ຜູ້​ບັນຊາການ​ທະຫານ​ໄດ້​ປ່ອຍ​ຂ້າພະເຈົ້າ​ແລ້ວ​ທີ່​ເມືອງ​ຣາມາ. ຂ້າພະເຈົ້າ​ໄດ້​ຖືກ​ນຳ​ຕົວ​ໄປ​ທີ່​ນັ້ນ ໂດຍ​ຖືກ​ລ່າມໂສ້​ໄປ​ພ້ອມ​ກັບ​ປະຊາຊົນ​ຄົນອື່ນໆ​ຈາກ​ນະຄອນ​ເຢຣູຊາເລັມ ແລະ​ຢູດາຍ ຄື​ພວກ​ທີ່​ໄດ້​ຖືກ​ຈັບ​ເປັນ​ຊະເລີຍເສິກ​ໄປ​ສູ່​ບາບີໂລນ.


ບັດນີ້ ຂ້ອຍ​ຈະ​ແກ້​ໂສ້​ທີ່​ລ່າມ​ເຈົ້າ​ອອກ ແລະ​ປົດປ່ອຍ​ເຈົ້າ​ໃຫ້​ເປັນ​ອິດສະຫລະ. ຖ້າ​ເຈົ້າ​ຢາກ​ໄປ​ບາບີໂລນ​ນຳ​ຂ້ອຍ ເຈົ້າ​ກໍ​ໄປ​ໄດ້ ແລະ​ຂ້ອຍ​ຈະ​ເບິ່ງແຍງ​ເຈົ້າ. ແຕ່​ຖ້າ​ເຈົ້າ​ບໍ່​ຢາກ​ໄປ ກໍ​ບໍ່​ຈຳເປັນ​ຕ້ອງ​ໄປ. ເຈົ້າ​ເລືອກ​ໄປ​ທີ່ໃດ​ກໍໄດ້​ໃນ​ທົ່ວ​ດິນແດນ​ນີ້ ແລະ​ເຈົ້າ​ໄປ​ທີ່ໃດ​ກໍໄດ້​ຕາມ​ທີ່​ເຈົ້າ​ຕ້ອງການ.”


ຝ່າຍ​ພວກ​ທະຫານ​ຍາມ​ອຸບມຸງ​ນັ້ນ ສະທ້ານ​ຢ້ານກົວ​ຫລາຍ ແລະ​ໄດ້​ກາຍເປັນ​ເໝືອນ​ຄົນ​ຕາຍ.


ດັ່ງນັ້ນ ເປໂຕ​ຈຶ່ງ​ຖືກ​ຄຸມຂັງ​ໄວ້​ຢູ່​ໃນ​ຄຸກ ແຕ່​ພີ່ນ້ອງ​ທີ່​ເຊື່ອ​ໃນ​ຄຣິສຕະຈັກ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ເພື່ອ​ເປໂຕ​ດ້ວຍ​ໃຈ​ຮ້ອນຮົນ.


ດັ່ງນັ້ນ ນາຍພັນ​ຈຶ່ງ​ຍ່າງ​ເຂົ້າ​ໄປ​ຫາ​ໂປໂລ ແລະ​ຈັບ​ເພິ່ນ ໂດຍ​ສັ່ງ​ໃຫ້​ທະຫານ​ເອົາ​ໂສ້​ສອງ​ເສັ້ນ​ລ່າມ​ເພິ່ນ​ໄວ້ ແລ້ວ​ນາຍພັນ​ກໍ​ຖາມ​ວ່າ, “ເຈົ້າ​ແມ່ນ​ຜູ້ໃດ? ແລະ​ໄດ້​ເຮັດ​ຫຍັງ​ແດ່?”


ດ້ວຍເຫດນີ້ ຂ້າພະເຈົ້າ​ຈຶ່ງ​ເຊີນ​ທ່ານ​ທັງຫລາຍ​ມາ ເພື່ອ​ຈະ​ໄດ້​ເຫັນ​ໜ້າ ແລະ​ເວົ້າ​ກັບ​ພວກທ່ານ ເພາະ​ທີ່​ຂ້າພະເຈົ້າ​ຖືກ​ລ່າມໂສ້​ນີ້ ກໍ​ເນື່ອງ​ດ້ວຍ​ຄວາມຫວັງ​ຂອງ​ຊົນຊາດ​ອິດສະຣາເອນ.”


“ເມື່ອ​ພວກ​ຂ້ານ້ອຍ​ໄດ້​ໄປ​ທີ່​ຄຸກ ກໍ​ເຫັນ​ປະຕູ​ຄຸກ​ອັດ​ໄວ້​ຢ່າງ​ແໜ້ນໜາ ແລະ​ຄົນເຝົ້າຍາມ​ທຸກຄົນ​ກໍ​ຢືນ​ຍາມ​ທີ່​ປະຕູ​ນັ້ນ, ແຕ່​ເມື່ອ​ພວກ​ຂ້ານ້ອຍ​ໄຂ​ເຂົ້າ​ໄປ​ຂ້າງ​ໃນ​ແລ້ວ ກໍ​ບໍ່​ເຫັນ​ຜູ້ໃດ​ຈັກ​ຄົນ.”


ຍ້ອນ​ຂ່າວປະເສີດ​ນີ້​ແຫຼະ ຂ້າພະເຈົ້າ​ຈຶ່ງ​ເປັນ​ຣາຊທູດ​ຜູ້​ຕິດ​ໂສ້​ຢູ່ ເພື່ອ​ຂ້າພະເຈົ້າ​ຈະ​ປະກາດ​ຂ່າວປະເສີດ​ນັ້ນ ດ້ວຍ​ໃຈ​ກ້າຫານ​ຕາມ​ທີ່​ຂ້າພະເຈົ້າ​ຄວນ​ຈະ​ກ່າວ.


ເຮົາ​ຈະ​ຕ້ອງ​ລົງ​ມື​ທຳລາຍ ພວກ​ເຂົາເຈົ້າ​ໃຫ້​ສິ້ນ​ເຊື້ອສາຍ ເພື່ອ​ຈະ​ບໍ່ມີ​ໃຜ​ອາໄລ​ອາວອນ ຫວນ​ຈົດຈຳ​ພວກເຂົາ​ໄດ້​ອີກ.


ຂໍ​ອົງພຣະ​ຜູ້​ເປັນເຈົ້າ​ສຳແດງ​ຄວາມ​ເມດຕາ​ແກ່​ຄອບຄົວ​ໂອເນຊີໂຟໂຣ ເພາະ​ເພິ່ນ​ໄດ້​ໜູນ​ຈິດໃຈ​ເຮົາ​ຕັ້ງ​ຫລາຍ​ເທື່ອ ເພິ່ນ​ບໍ່ໄດ້​ລະອາຍ​ທີ່​ເຮົາ​ຖືກ​ຄຸກ,


ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ມີ​ໃຈ​ກ້າ ແລະ​ກ່າວ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ ເປັນ​ພຣະ​ຜູ້​ຊ່ວຍ​ຂອງ​ຂ້າພະເຈົ້າ ແລະ ຂ້າພະເຈົ້າ​ຈະ​ບໍ່​ຢ້ານກົວ. ມີ​ຜູ້ໃດ​ແດ່​ຈະ​ເຮັດ​ຫຍັງ ໃຫ້​ຂ້າພະເຈົ້າ​ໄດ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka