Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 12:4 - ພຣະຄຳພີສັກສິ

4 ຫລັງຈາກ​ຈັບ​ເປໂຕ​ແລ້ວ ກໍ​ຂັງ​ເພິ່ນ​ໄວ້​ຄຸກ​ໂດຍ​ມອບ​ໃຫ້​ທະຫານ​ສີ່​ໝູ່, ໝູ່​ລະ​ສີ່​ຄົນ​ເປັນ​ຜູ້​ຄຸມ​ຮັກສາ, ໂດຍ​ໝາຍໃຈ​ໄວ້​ວ່າ ຫລັງຈາກ​ງານ​ສະຫລອງ​ປັດສະຄາ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ ຈະ​ນຳ​ເປໂຕ​ອອກ​ມາ​ສອບສວນ​ເປີດເຜີຍ​ຕໍ່​ປະຊາຊົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ຫລັງຈາກ​ຈັບ​ເປໂຕ​ແລ້ວ, ເພິ່ນ​ກໍ​ຂັງ​ເປໂຕ​ໄວ້​ໃນ​ຄຸກ ໂດຍ​ມີ​ທະຫານ​ສີ່​ໝູ່ ໝູ່​ລະ​ສີ່​ຄົນ​ເປັນ​ຜູ້​ເຝົ້າ​ຍາມ. ເຮໂຣດ​ຕັ້ງໃຈ​ຈະ​ນຳ​ເປໂຕ​ອອກ​ມາ​ສືບສວນ​ໃນ​ທີ່​ສາທາລະນະ ຫລັງຈາກ​ເທດສະການ​ປັດສະຄາ.

Uka jalj uñjjattʼäta Copia luraña




ກິດຈະການ 12:4
22 Jak'a apnaqawi uñst'ayäwi  

ພວກ​ຜູ້ນຳຂ່າວ​ກໍ​ແລ່ນ​ນຳ​ເອົາ​ປະກາດ​ນີ້ ໄປ​ທົ່ວ​ທຸກ​ແຂວງ​ໃນ​ອານາຈັກ. ໃນ​ປະກາດ​ນັ້ນ​ມີ​ເນື້ອຄວາມ​ວ່າ ໃນ​ວັນ​ທີ່​ກຳນົດ​ໄວ້​ຄື​ວັນ​ທີ​ສິບສາມ​ຂອງ​ເດືອນ​ອາດາກ ຄົນ​ຢິວ​ທຸກຄົນ​ບໍ່​ວ່າ​ໜຸ່ມ​ຫລື​ເຖົ້າ ແມ່ຍິງ​ຫລື​ເດັກນ້ອຍ​ຕ້ອງ​ຖືກ​ຂ້າ​ຖິ້ມ​ໝົດ. ພວກເຂົາ​ຈະ​ຕ້ອງ​ຖືກ​ປະຫານໝູ່​ຢ່າງ​ບໍ່​ປານີ ແລະ​ສິ່ງຂອງ​ຂອງ​ພວກເຂົາ​ຈະ​ຕ້ອງ​ຖືກ​ຢຶດ.


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ກັບ​ອາໂຣນ​ໃນ​ປະເທດ​ເອຢິບ​ວ່າ,


ມະນຸດ​ວາງແຜນ​ໄວ້​ຫລາຍໆ​ຢ່າງ, ແຕ່​ພຣະປະສົງ​ຂອງ​ພຣະເຈົ້າຢາເວ​ຈະ​ດີເດັ່ນ​ກວ່າ.


ຢ່າ​ອວດ​ເຖິງ​ເລື່ອງ​ຂອງ​ມື້ອື່ນ ເພາະ​ເຈົ້າ​ບໍ່​ຮູ້​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ແຕ່ລະວັນ.


ບໍ່ມີ​ຜູ້ໃດ​ເຮັດ​ສິ່ງໜຶ່ງ​ສິ່ງໃດ​ໄດ້​ເລີຍ ຖ້າ​ອົງພຣະ​ຜູ້​ເປັນເຈົ້າ​ເອງ​ບໍ່​ປະສົງ​ໃຫ້​ເຮັດ.


ເມື່ອນັ້ນ ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ທໍລະມານ ແລະ​ຖືກ​ນຳ​ໄປ​ປະຫານ​ຊີວິດ ຄົນ​ທຸກ​ຊາດ​ຈະ​ກຽດຊັງ​ພວກເຈົ້າ ເພາະ​ເຫັນ​ແກ່​ນາມຊື່​ຂອງເຮົາ.


ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ບໍ່​ຕ້ອງ​ເຮັດ​ໃນ​ລະຫວ່າງ​ເທດສະການ ຢ້ານ​ວ່າ​ປະຊາຊົນ​ອາດ​ຈະ​ວຸ້ນວາຍ​ຂຶ້ນ​ກໍໄດ້.”


ຍັງ​ອີກ​ສອງ​ວັນ ກໍ​ຈະ​ເຖິງ​ເທດສະການ​ປັດສະຄາ ແລະ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ ຕ່າງ​ກໍ​ຄິດ​ຫາ​ອຸບາຍ​ຈັບ​ພຣະເຢຊູເຈົ້າ ເພື່ອ​ຈະ​ສັງຫານ​ພຣະອົງ.


ແຕ່​ກ່ອນ​ເຫດການ​ທັງໝົດ​ເຫຼົ່ານີ້​ຈະ​ເກີດຂຶ້ນ ພວກເຈົ້າ​ຈະ​ຖືກ​ຈັບ ແລະ​ຖືກ​ຂົ່ມເຫັງ, ພວກເຈົ້າ​ຈະ​ຖືກ​ມອບ​ໄວ້​ໃນ​ທຳມະສາລາ​ຖືກ​ຕັດສິນ ແລະ​ຖືກ​ຂັງ​ຄຸກ ພວກເຈົ້າ​ຈະ​ຖືກ​ນຳ​ຂຶ້ນ​ໄປ​ຕໍ່ໜ້າ​ກະສັດ ແລະ​ຜູ້​ປົກຄອງ ເພາະ​ເຫັນແກ່​ນາມຊື່​ຂອງເຮົາ.


ເປໂຕ​ຕອບ​ວ່າ, “ພຣະອົງເຈົ້າ​ເອີຍ ຂ້ານ້ອຍ​ພ້ອມແລ້ວ​ທີ່​ຈະ​ໄປ​ກັບ​ທ່ານ ເຖິງ​ຈະ​ຕ້ອງ​ຖືກ​ຄຸກ ຫລື​ຕ້ອງ​ຕາຍ​ກໍຕາມ.”


ເມື່ອ​ພວກ​ທະຫານ​ຄຶງ​ພຣະເຢຊູເຈົ້າ​ໄວ້​ແລ້ວ ພວກເຂົາ​ກໍ​ແບ່ງປັນ​ເຄື່ອງນຸ່ງ​ຂອງ​ພຣະອົງ​ເປັນ​ສີ່​ພູດ ແລະ​ປັນ​ກັນ​ຄົນ​ລະ​ພູດ, ພວກເຂົາ​ຍັງ​ເອົາ​ເສື້ອ​ຊັ້ນໃນ​ຂອງ​ພຣະອົງ ຊຶ່ງ​ເປັນ​ຜ້າ​ຕໍ່າ​ຕ່ອນ​ດຽວ​ໂດຍ​ບໍ່ມີ​ບ່ອນ​ຕໍ່​ຫຍິບ​ດູກ​ທັງ​ຜືນ.


ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ ເມື່ອ​ເຈົ້າ​ຍັງ​ໜຸ່ມ ເຈົ້າ​ຄາດ​ແອວ​ຂອງ​ເຈົ້າ​ເອງ ແລະ​ທຽວ​ໄປມາ​ທາງ​ໃດ​ຕາມໃຈ​ມັກ, ແຕ່​ເມື່ອ​ເຈົ້າ​ເຖົ້າແກ່​ແລ້ວ ເຈົ້າ​ຈະ​ຢຽດ​ມື​ຂອງ​ເຈົ້າ​ອອກ ແລະ​ຄົນອື່ນ​ຈະ​ຄາດ​ແອວ​ໃຫ້ ແລະ​ຈະ​ພາ​ເຈົ້າ​ໄປ​ໃນ​ບ່ອນ​ທີ່​ເຈົ້າ​ບໍ່​ຢາກ​ໄປ.” (


ເມື່ອ​ເຫັນ​ວ່າ​ການ​ກະທຳ​ເຊັ່ນນີ້ ເປັນ​ທີ່​ພໍໃຈ​ຂອງ​ພວກ​ຢິວ, ເພິ່ນ​ຈຶ່ງ​ຈັບ​ເປໂຕ. (ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ລະຫວ່າງ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ.)


ດັ່ງນັ້ນ ເປໂຕ​ຈຶ່ງ​ຖືກ​ຄຸມຂັງ​ໄວ້​ຢູ່​ໃນ​ຄຸກ ແຕ່​ພີ່ນ້ອງ​ທີ່​ເຊື່ອ​ໃນ​ຄຣິສຕະຈັກ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ເພື່ອ​ເປໂຕ​ດ້ວຍ​ໃຈ​ຮ້ອນຮົນ.


ເພື່ອ​ໃຫ້​ສິ່ງສາລະພັດ​ຕາມ​ທີ່​ພຣະຫັດ ແລະ​ພຣະໄທ​ຂອງ​ພຣະອົງ ຊົງ​ກຳນົດ​ຕັ້ງແຕ່​ກ່ອນ​ມາ​ແລ້ວ​ນັ້ນ​ເກີດຂຶ້ນ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ທ່ານ​ທັງສອງ​ໄປ​ຄຸມຂັງ​ໄວ້​ໃນ​ຄຸກ ຈົນເຖິງ​ວັນ​ໜ້າ​ເພາະ​ຄໍ່າ​ແລ້ວ.


ພວກເຂົາ​ໄດ້​ຈັບ​ພວກ​ອັກຄະສາວົກ ແລະ​ໄປ​ຂັງ​ໄວ້​ໃນ​ຄຸກ.


ສ່ວນ​ໂຊໂລ​ນັ້ນ​ໄດ້​ພະຍາຍາມ​ທຳລາຍ​ຄຣິສຕະຈັກ​ຢ່າງ​ຮຸນແຮງ ໂດຍ​ເຂົ້າ​ໄປ​ຕາມ​ບ້ານ​ເຮືອນ ລາກ​ເອົາ​ບາງຄົນ​ທີ່​ເຊື່ອ​ທັງ​ຊາຍ​ທັງ​ຍິງ​ອອກ​ມາ ແລະ​ນຳ​ໄປ​ຂັງ​ໄວ້​ໃນ​ຄຸກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka