Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 12:2 - ພຣະຄຳພີສັກສິ

2 ເພິ່ນ​ໄດ້​ຂ້າ​ຢາໂກໂບ​ອ້າຍ​ຂອງ​ໂຢຮັນ​ດ້ວຍ​ດາບ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເຮໂຣດ​ໄດ້​ຂ້າ​ຢາໂກໂບ​ອ້າຍ​ຂອງ​ໂຢຮັນ​ດ້ວຍ​ດາບ.

Uka jalj uñjjattʼäta Copia luraña




ກິດຈະການ 12:2
10 Jak'a apnaqawi uñst'ayäwi  

ກະສັດ​ອາຮາບ​ເລົ່າ​ເລື່ອງ​ທັງໝົດ​ທີ່​ເອລີຢາ​ໄດ້​ເຮັດ​ນັ້ນ​ສູ່​ນາງ​ເຢເຊເບນ​ເມຍ​ຂອງຕົນ​ຟັງ ແລະ​ບອກ​ເຖິງ​ເລື່ອງ​ທີ່​ເອລີຢາ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ທັງໝົດ​ພະບາອານ​ຢ່າງໃດ.


ເພິ່ນ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ຮັບໃຊ້​ພຽງແຕ່​ພຣະອົງ​ມາ​ຕະຫລອດ, ແຕ່​ປະຊາຊົນ​ອິດສະຣາເອນ​ໄດ້​ລະເມີດ​ພັນທະສັນຍາ​ຂອງ​ພຣະອົງ, ໄດ້​ທຳລາຍ​ແທ່ນບູຊາ​ຂອງ​ພຣະອົງ ແລະ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ຂອງ​ພຣະອົງ. ມີ​ແຕ່​ຂ້ານ້ອຍ​ຄົນດຽວ​ເຫລືອຢູ່ ແລະ​ພວກເຂົາ​ກໍ​ພະຍາຍາມ​ຈະ​ຂ້າ​ຂ້ານ້ອຍ​ເສຍ.”


ພວກເຂົາ​ໄດ້​ນຳ​ລາວ​ກັບຄືນ​ມາ​ຫາ​ກະສັດ​ເຢໂຮຍອາກິມ ແລ້ວ​ເພິ່ນ​ກໍໄດ້​ປະຫານ​ຊີວິດ​ລາວ​ເສຍ ທັງ​ໄດ້​ໂຍນ​ຊາກສົບ​ຂອງ​ລາວ​ເຂົ້າ​ໄປ​ໃນ​ບ່ອນ​ຝັງສົບ​ຂອງ​ປະຊາຊົນ​ທົ່ວໄປ.)


ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຈະ​ດື່ມ​ຈາກ​ຈອກ​ທີ່​ເຮົາ​ຕ້ອງ​ດື່ມ​ແທ້ຈິງ, ແຕ່​ຜູ້ໃດ​ຈະ​ນັ່ງ​ທີ່​ເບື້ອງຂວາ ຫລື​ເບື້ອງຊ້າຍ​ຂອງເຮົາ​ນັ້ນ​ບໍ່ແມ່ນ​ໜ້າທີ່​ຂອງເຮົາ​ຈະ​ຈັດ​ໃຫ້ ແຕ່​ແມ່ນ​ພຣະບິດາເຈົ້າ​ຂອງເຮົາ​ຈັດຕຽມ​ໄວ້​ແລ້ວ​ສຳລັບ​ຜູ້ໃດ ກໍ​ເປັນ​ຂອງ​ຜູ້ນັ້ນ.”


ແລ້ວ​ຢາໂກໂບ ແລະ ໂຢຮັນ​ລູກຊາຍ​ຂອງ​ເຊເບດາຍ ໄດ້​ເຂົ້າ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ເວົ້າ​ວ່າ, “ອາຈານ​ເອີຍ, ພວກ​ຂ້ານ້ອຍ​ທັງສອງ ປາຖະໜາ​ຈະ​ໃຫ້​ທ່ານ​ເຮັດ​ຕາມ​ຄຳ​ຂໍຮ້ອງ​ຂອງ​ພວກ​ຂ້ານ້ອຍ.”


ພຣະເຢຊູເຈົ້າ​ຊົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ທີ່​ພວກເຈົ້າ​ຂໍຮ້ອງ​ນັ້ນ​ພວກເຈົ້າ​ບໍ່​ຮູ້ຈັກ, ຈອກ​ທີ່​ເຮົາ​ຈະ​ດື່ມ​ນັ້ນ ພວກເຈົ້າ​ຈະ​ດື່ມ​ໄດ້​ບໍ? ແລະ​ບັບຕິສະມາ​ທີ່​ເຮົາ​ຮັບ​ນັ້ນ ພວກເຈົ້າ​ຈະ​ຮັບ​ໄດ້​ບໍ?”


ພວກເພິ່ນ​ຕອບ​ວ່າ, “ໄດ້​ຢູ່​ຂ້ານ້ອຍ.” ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຈະ​ດື່ມ​ຈາກ​ຈອກ​ທີ່​ເຮົາ​ຕ້ອງ​ດື່ມ​ແທ້ ແລະ​ບັບຕິສະມາ​ທີ່​ເຮົາ​ຮັບ ພວກເຈົ້າ​ກໍ​ຕ້ອງ​ຮັບ​ແທ້.


ໃນ​ເວລາ​ນັ້ນ ກະສັດ​ເຮໂຣດ ໄດ້​ລົງມື​ທຳຮ້າຍ​ບາງຄົນ​ຂອງ​ຄຣິສຕະຈັກ.


ບາງຄົນ​ຖືກ​ແກວ່ງ​ຫີນ​ໃສ່, ຖືກ​ເລື່ອຍ​ເປັນ​ທ່ອນ, ຖືກ​ຂ້າ​ດ້ວຍ​ຄົມ​ດາບ, ໄດ້​ຫົ່ມ​ໜັງ​ແກະ​ແລະ​ໜັງ​ແບ້​ທຽວ​ໄປມາ, ລຳບາກ​ຍາກຈົນ, ຖືກ​ຂົ່ມເຫັງ ແລະ​ທົນທຸກ​ເວດທະນາ​ຫລາຍ​ປະການ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka