Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 12:12 - ພຣະຄຳພີສັກສິ

12 ເມື່ອ​ເປໂຕ​ຄິດ​ໄດ້​ດັ່ງນີ້​ແລ້ວ ເພິ່ນ​ກໍ​ໄປ​ທີ່​ເຮືອນ​ຂອງ​ມາຣີ​ແມ່​ຂອງ​ໂຢຮັນ ຜູ້​ມີ​ຊື່​ອີກ​ວ່າ ມາຣະໂກ, ທີ່​ນັ້ນ ມີ​ຫລາຍ​ຄົນ​ໄດ້​ມາ​ຮ່ວມ​ຊຸມນຸມ​ກັນ ແລະ​ພາວັນນາ​ອະທິຖານ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ເມື່ອ​ເພິ່ນ​ຄິດ​ໄດ້​ຢ່າງ​ນີ້, ເພິ່ນ​ກໍ​ໄປ​ຍັງ​ເຮືອນ​ຂອງ​ມາຣີ​ຜູ້​ເປັນ​ແມ່​ຂອງ​ໂຢຮັນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ມາຣະໂກ, ບ່ອນ​ທີ່​ຫລາຍ​ຄົນ​ໄດ້​ເຕົ້າໂຮມກັນ ແລະ ອະທິຖານ.

Uka jalj uñjjattʼäta Copia luraña




ກິດຈະການ 12:12
14 Jak'a apnaqawi uñst'ayäwi  

ແມ່ນແຕ່​ກ່ອນ​ທີ່​ພວກເຂົາ​ພາວັນນາ​ອະທິຖານ​ສຸດ ເຮົາ​ກໍ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ແລ້ວ.


ຝ່າຍ​ບາຣະນາບາ​ກັບ​ໂຊໂລ ຫລັງຈາກ​ໄດ້​ເຮັດ​ສຳເລັດ​ພາລະກິດ​ຂອງ​ພວກເພິ່ນ ທີ່​ນະຄອນ​ເຢຣູຊາເລັມ​ແລ້ວ ກໍໄດ້​ກັບຄືນ​ເມືອ ໂດຍ​ພາ​ໂຢຮັນ ຜູ້​ທີ່​ມີ​ຊື່​ອີກ​ວ່າ ມາຣະໂກ​ໄປ​ນຳ.


ດັ່ງນັ້ນ ເປໂຕ​ຈຶ່ງ​ຖືກ​ຄຸມຂັງ​ໄວ້​ຢູ່​ໃນ​ຄຸກ ແຕ່​ພີ່ນ້ອງ​ທີ່​ເຊື່ອ​ໃນ​ຄຣິສຕະຈັກ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ເພື່ອ​ເປໂຕ​ດ້ວຍ​ໃຈ​ຮ້ອນຮົນ.


ຝ່າຍ​ໂປໂລ​ກັບ​ຜູ້​ຮ່ວມງານ​ຂອງ​ເພິ່ນ ກໍ​ລົງ​ເຮືອ​ເດີນທາງ​ຈາກ​ເມືອງ​ປາໂຟ ໄປ​ທີ່​ເມືອງ​ເປກາ​ໃນ​ແຂວງ​ປຳຟີເລຍ, ໃນ​ທີ່ນັ້ນ ໂຢຮັນ​ມາຣະໂກ​ໄດ້​ໜີປະ​ພວກເພິ່ນ ແລະ​ກັບຄືນ​ເມືອ​ນະຄອນ​ເຢຣູຊາເລັມ.


ເມື່ອ​ມາ​ຮອດ​ເມືອງ​ຊາລາມີ ແລ້ວ​ທ່ານ​ທັງສອງ​ໄດ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ໃນ​ທຳມະສາລາ​ຂອງ​ຊາວ​ຢິວ ໂດຍ​ມີ​ໂຢຮັນ​ມາຣະໂກ​ເປັນ​ຜູ້​ຊ່ວຍ​ໃນ​ວຽກງານ​ນີ້.


ເມື່ອ​ໂປໂລ ແລະ ຊີລາ​ອອກ​ຈາກ​ຄຸກ​ແລ້ວ ກໍ​ໄປ​ທີ່​ເຮືອນ​ຂອງ​ນາງ​ລີເດຍ, ໃນ​ທີ່ນັ້ນ ພວກເພິ່ນ​ໄດ້​ພົບ​ພວກ​ພີ່ນ້ອງ ແລະ​ເມື່ອ​ກ່າວ​ຄຳ​ໜູນໃຈ​ແລ້ວ ກໍ​ອຳລາ​ຈາກ​ໄປ.


ຫລັງຈາກ​ເປໂຕ ແລະ ໂຢຮັນ​ໄດ້​ຮັບ​ການ​ປ່ອຍຕົວ​ແລ້ວ ທ່ານ​ທັງສອງ​ກໍ​ກັບຄືນ​ໄປ​ຫາ​ເພື່ອນຝູງ​ຂອງ​ພວກເພິ່ນ ແລະ​ເລົ່າ​ເລື່ອງ​ທັງໝົດ​ທີ່​ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ເຖົ້າແກ່​ໄດ້​ເວົ້າ​ແກ່​ພວກເພິ່ນ​ນັ້ນ.


ອາຣິດຕາໂຂ ຜູ້​ທີ່​ຖືກ​ຄຸກ​ຢູ່​ນຳ​ເຮົາ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ດ້ວຍ, ມາຣະໂກ​ນ້ອງ​ຂອງ​ບາຣະນາບາ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ເໝືອນກັນ. (ພວກເຈົ້າ​ຄົງ​ໄດ້​ຮັບ​ຄຳແນະນຳ​ແລ້ວ​ວ່າ ໃຫ້​ຕ້ອນຮັບ​ມາຣະໂກ​ຖ້າ​ລາວ​ມາ​ຫາ​ພວກເຈົ້າ.)


ມີ​ແຕ່​ລູກາ​ເທົ່ານັ້ນ ທີ່​ຢູ່​ກັບ​ເຮົາ ຈົ່ງ​ເອົາ​ມາຣະໂກ​ມາ​ນຳ​ເຈົ້າ​ດ້ວຍ ເພາະວ່າ​ເພິ່ນ​ຊ່ວຍ​ເຮົາ​ຫລາຍ​ໃນ​ພາລະກິດ​ການ​ຮັບໃຊ້.


ເຊັ່ນດຽວ​ກັນ​ກັບ​ມາຣະໂກ, ອາຣິດຕາໂຂ, ເດມາ ແລະ ລູກາ​ເພື່ອນ​ຮ່ວມ​ງານ​ຂອງເຮົາ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ພວກເຈົ້າ​ດ້ວຍ.


ນາງ ທີ່​ຢູ່​ເມືອງ​ບາບີໂລນ ຊຶ່ງ​ຊົງ​ເລືອກ​ໄວ້​ຢ່າງ​ດຽວ​ກັບ​ພວກເຈົ້າ ແລະ ມາຣະໂກ ລູກ​ຂອງເຮົາ​ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka